ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີ​ຍິງ 2 ຄົນ ຂອງຍີ່ປຸ່ນ ລາອອກ ຈາກຕຳແໜ່ງ


ທີ່​ປະ​ເທດຍີ່ປຸ່ນ ລັດຖະມົນຕີ​ຍິງ 2 ຄົນ​ໃນ​ຈຳນວນ 5 ຄົນໃນຄະນະ
​ລັດຖະບານຂອງ​ ​ນາຍົກລັດຖະມົນຕີ Shinzo Abe ​ໄດ້​ລາ​ອອກ
​ຈາກ​ຕຳ​ແໜ່ງ.

ທັງ​ສອງຄົນ​ລາ​ອອກໃນ​ວັນ​ຈັນ​ມື້​ນີ້ ຍ້ອນ​ມີ​ການກ່າວ​ອ້າງ​ວ່າ​
ເຂົາ​ເຈົ້າ​ໄດ້​ນຳ​ໃຊ້​ທຶນ​ດ້ານ​ການ​ເມືອງ ​ໄປ​ໃນ​ທາງ​ທີ່​ຜິດ ຄືໃຊ້​
ໄປ​ຊື້​ສຽງ​ສະໜັບ​ສະ​ໜຸນ​ພວກຕົນ​ນັ້ນ.

ການ​ກ່າວ​ຫາ​ຕໍ່ ລັດຖະມົນຕີ​ການ​ຄ້າ ທ່ານ​ນາງ Yuko Obuchi
​ເຊິ່ງ​ເປັນ​ລູກ​ສາວ​ອະດີດ​ນາຍົກລັດຖະມົນຕີ ​ໄດ້​ເປີດ​ເຜີຍ​ອອກ​ມາ
ໃນ​ອາທິດ​ແລ້ວ​ນີ້ວ່າ ທ່ານ​ນາງໄດ້​ໃຊ້​ຈ່າຍ​ຫຼາຍ​ແສນ​ດອລລ່າ
ຈາກ​ກອງ​ທຶນ​ສຳ​ຫລັບ​ການ​ເລືອກຕັ້ງ ​ເພື່ອ​ນຳ​ໄປ​ຊື້​ປີ້ເບິ່ງການສະ​ແດງ ​ແລະ ຂອງຂວັນ​
ອື່ນຫຼາຍຢ່າງ​ ​ແຈກ​ພວກ​ປ່ອນ​ບັດ​ໃນ​ເຂດ​ເລືອກ​ຕັ້ງຂອງ​ທ່ານນາງ.

ພຽງ​ບໍ່ພໍ​ເທົ່າ​ໃດ​ຊົ່ວ​ໂມງ ຫຼັງຈາກ​ທ່ານ​ນາງ Obuchi ​ໄດ້​ລາ​ອອກ ລັດຖະມົນຕີ​ຍຸຕິ​ທຳ
ທ່ານນາງ Midori Matsushima ​ກໍໄດ້​ຍື່ນ​ໜັງ​ສືລາ​ອອກ ຍ້ອນ​ຖືກ​ກ່າວຫາວ່າ ທ່ານ​ນາງ​
ໄດ້​ລະ​ເມີດ​ກົດໝາຍ​ເລືອກ​ຕັ້ງ ​ໂດຍການ​ເອົາ​ ວີ​ເຈ້ຍທີ່​ມີ​ຊື່ ​ແລະ ​ຮູບຂອງທ່ານ​ນາງນັ້ນ
​ໄປແຈກ​ຢາຍ​ໃຫ້​ພວກ​ປ່ອນ​ບັດ ຢູ່​ໃນ​ເຂດເລືອກ​ຕັ້ງຂອງ​ທ່ານ​ນາງ. ທ່ານ​ນາງ ​ກ່າວວ່າ
​ພວກ​ວີ​ເຫຼົ່ານັ້ນ ຄວນ​ໄດ້ຮັບອະນຸຍາດ​ ໃຫ້​ເປັນຄື​ກັບ “​ໃບ​ປິວ​ໂຄສະນາ​ຫາສຽງ.”

ນາຍົກລັດຖະມົນຕີ Abe ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ “ຂ້າພະ​ເຈົ້າເປັນ​ຜູ້ ແຕ່ງຕັ້ງ​ເຂົາ​ເຈົ້າ ​
ແລະ​ ໃນ​ນາມ​ນາຍົກລັດຖະມົນຕີ ຂ້າພະ​ເຈົ້າກໍມີ​ຄວາມຮັບຜິດຊອບ​ເຊັ່ນ​ກັນ.”

ທ່ານ​ໄດ້​ຂໍອະ​ໄພ​ໂທດ​ ຕໍ່ປະຊາຊົນ​ຍີ່ປຸ່ນ ​ແລະ ກ່າວ​ວ່າ ທ່ານ​ຈະ​ແຕ່ງຕັ້ງຜູ້​ຂຶ້ນ​ມາ​ແທນ
ຕຳ​ແໜ່​ງເຂົາ​ເຈົ້າ ​ພາຍໃນແລງ​ມື້​ນີ້.

JAPAN RESIGNATIONS SOTVO
please wait

No media source currently available

0:00 0:01:00 0:00

Two of the five female ministers in Japanese Prime Minister Shinzo Abe's Cabinet have resigned over claims they misused political funds to buy voter support.

Allegations against Trade Minister Yuko Obuchi - the daughter of a former prime minister - began to emerge last week that she spent hundreds of thousands of dollars of election funds to subsidize the purchase of theater tickets and other gifts for her home constituency.

JAPANESE TRADE AND INDUSTRY MINISTER, YUKO OBUCHI, SAYING:
"Having economic policy or energy policy slowed down (by my problems) is not something that can be allowed.''

Just hours after Obuchi resigned, Justice Minister Midori Matsushima handed in her resignation over claims that she had violated election law by distributing paper fans with her name and picture on them to voters in her district. She said the fans should be allowed as "leaflets."

Prime Minister Abe said Monday he bears responsibility because he appointed the accused ministers.

Mr. Abe named former finance ministry official Yoichi Miyazawa the new trade minister, and former gender equality minister Yoko Kamikawa as justice minister.

The double resignations are the first significant problem for Mr. Abe since he swept to power in 2012, ending years of fragile governments that swapped out prime ministers on an annual basis.

Political funding scandals are a chronic problem in Japan. But the types of gifts and sums of money at the center of the latest allegations are relatively trivial compared with the record of previous governments.

XS
SM
MD
LG