ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ປ. ໂຄລອມເບຍ ປະກາດວ່າ ຈະສືບຕໍ່ ມຸ່ງໝັ້ນ ສ້າງສັນຕິພາບ ຫຼັງຈາກໄດ້ລາງວັນໂນແບລ


ທ່ານນາງ Kaci Kullmann Five ປະທານກຳມະການ ລາງວັນໂນແບລ ປະກາດວ່າ ປະທານາທິບໍດີ ໂຄລອມເບຍ ທ່ານ Juan Manuel Santos ເປັນຜູ້ໄດ້ຮັບ ລາງວັນໂນແບລ ຂະແໜງສັນຕິພາບ ປະຈຳປີ 2016.
ທ່ານນາງ Kaci Kullmann Five ປະທານກຳມະການ ລາງວັນໂນແບລ ປະກາດວ່າ ປະທານາທິບໍດີ ໂຄລອມເບຍ ທ່ານ Juan Manuel Santos ເປັນຜູ້ໄດ້ຮັບ ລາງວັນໂນແບລ ຂະແໜງສັນຕິພາບ ປະຈຳປີ 2016.

ປະທານາທິບໍດີໂຄລອມເບຍ ທ່ານ Juan Manuel Santos ຖືກ​ປະກາດ​ ໃຫ້​ເປັນ​ຜູ້ຮັບ​ລາງວັນ​ໂນ​ແບ​ລ ຂະ​ແໜງ​ສັນຕິພາບ ​ໃນ​ວັນ​ສຸກ​ມື້ນີ້ ​ໃນ​ການ​ດຳ​ເນີນຄວາມ​ພະຍາຍາມ​ຂອງ​ທ່ານ​ ເພື່ອ​ເຮັດ​ໃຫ້​ບັນຫາ​ຂັດ​ແຍ້​ງ ທີ່​ດຳ​ເນີນ​ມາ​ເປັນ​ເວລາຫ້າ​ທົດ​ສະ​ວັດ ​ກັບ​ພວກ​ກະບົດ​ມາກ​ຊິ​ສ ສິ້ນສຸດ​ລົງ.

ທ່ານ Santos ກ່າວ​ຕໍ່​ຜູ້ອຳນວຍການ ​ຂອງ​ສະ​ຖາ​ບັນ​ນໍ​ເວ ​ທີ່​ນະຄອນ​ອັອສ​ໂລ​ ​ເວລາ​ຜູ້ ອຳນວຍການໂທລະສັບ​ໄປ​ແຈ້ງ​ຂ່າວກ່ຽວ​ກັບ​ການ​ໄດ້​ຮັບ​ລາງວັນ​ຂອງ​ທ່ານນັ້ນວ່າ “ຂ້າ ພະ​ເຈົ້າຮູ້ສຶກ​ເປັນ​ກຽດ ​ແລະ​ຮູ້​ບຸນຄຸນ​ເປັນ​ທີ່​ສຸດ ນີ້​ເປັນ​ເຫດການ​ທີ່​ມີ​ຄວາມ​ສຳຄັນ​ຫຼາຍ ສຳລັບ​ປະ​ເທ​ດ ຂອງ​ຂ້າ​ພະ​ເຈົ້າ ສຳລັບ​ພວກ​ເຄາະ​ຮ້າຍ ​ຈາກສົງຄາມ​ນີ້ ​ແລະ​ນີ້ ​ແມ່ນ​ຄວາມ​ໝັ້ນໝາຍ​ ເພື່ອ​ຈະ​ສືບ​ຕໍ່​ພະຍາຍາມນຳ​ເອົາ​ສັນຕິພາບ ​ມາສູ່​ປະ​ເທດ​ຂອງ​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າຮູ້​ສຶກ​ເປັນ​ກຽດ​ທີ່​ສຸດ ຂອບ​ໃຈ​ຫຼາຍໆ ຂອບ​ໃຈ​ຫລາຍໆ.”

Nobel Peace Award Announcement
please wait

No media source currently available

0:00 0:00:36 0:00

ທ່ານ Santos ​ແລະ​ຜູ້ນຳ​ຂອງ​ກຸ່ມ​ກຳລັງ​ປະກອບອາວຸດ​ປະຕິວັດ​ໂຄ​ລອມ​ເບຍ​ທີ່​ເອີ້ນຫຍໍ້ ວ່າ FARC ທ່ານ Timoleon Jimenez ທີ່​ຮູ້​ກັນ​ໃນ​ອີກ​ຊື່​ນຶ່ງ​ວ່າ Timochenko ນັ້ນ ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ສັນຕິພາບ​ຄັ້ງປະ​ຫວັດ​ສາດໃນ​ເດືອນ​ແລ້ວນີ້ເພື່ອ​ຍຸຕິ​ບັນຫາ​ຂັດ​ແຍ້​ງ ທີ່​ດົນ​ນານ​ທີ່​ສຸດ​ ໃນ​ອາ​ເມຣິກາ​ກາງ ​ເຖິງ​ແມ່ນ​ວ່າ ສົນທິສັນຍາ​ດັ່ງກ່າວ ​ໄດ້​ຖືກ​ປະຕິ​ເສດ ​ໂດຍ​ບັນດາ​ຜູ້​ມີ​ສິດ​ປ່ອນ​ບັດ​ສ່ວນ​ໃຫຍ່ ​ໃນການ​ລົງ​ປະຊາ​ມະຕິ​ໄປແລ້ວກໍ​ຕາມ.

​ເຖິງ​ແມ່ນ​ວ່າ ຂໍ້​ຕົກລົງ​ນີ້​ໄດ້​ຖືກ​ປະຕິ​ເສດ ​ແຕ່​ທ່ານ Santos ກໍ​ໄດ້​ສັນຍາ​ວ່າ​ຈ ຟື້ນຟູ​ແຜນ ການ​ສັນຕິພາບ​ຄືນ​ໃໝ່ຊຶ່ງ​ຊາວ​ໂຄ​ລອມ​ເບຍ​ຫລາຍໆ​ຄົນ​ມອງ​ເຫັນ​ວ່າ ​ໃຫ້ການ​ຜ່ອນຜັນ​ຫລາຍ​ເກີນ​ໄປ​ແກ່​ພວກ​ກະບົດ FARC.

ພວກຄັດຄ້ານຕໍ່ຂໍ້ຕົກລົງສັນຕິພາບ
ພວກຄັດຄ້ານຕໍ່ຂໍ້ຕົກລົງສັນຕິພາບ

ຄະ​ກຳມະການ​ສະ​ເໜີ​ຊື່​ໃນ​ການ​ໃຫ້​ລາງວັນ​ໂນ​ແບ​ລ ກ່າວ​ຢູ່​ໃນ​ຖະ​ແຫຼງຂ່າວ​ສະບັບນຶ່ງ​ ວ່າ “ຄວາມ​ຈິງ​ແລ້ວສ່ວນ​ໃຫຍ່​ຂອງ​ບັນດາຜູ້​ມີ​ສິດປ່ອນ​ບັດບໍ່​ເຫັນ​ພ້ອມກັບ​ຂໍ້​ຕົກ​ລົງສັນ ຕິພາບ ບໍ່​ໄດ້​ໝາຍ​ຄວາມ​ສະ​ເໝີ​ໄປ​ວ່າ ຂັ້ນຕອນ​ການ​ສ້າງສັນ​ຕິພາບ ​ໄດ້​ຕາຍ​ໄປແລ້ວ. ການ​ລົງ​ປະຊາ​ມະຕິ ບໍ່​ແມ່ນ​ການ​ລົງ​ຄະ​ແນນ​ສຽງ ​ເພື່ອສະໜັບສະໜຸນ ​ຫຼືຕໍ່ຕ້ານ​ສັນຕິ ພາບ.”

ຄະນະ​ກຳມະການ​ ກ່າວ​ວ່າ ການ​ລົງ​ຄະ​ແນນ​ສຽງ​ປະຕິ​ເສດ ບໍ່​ໄດ້​ໝາຍ​ເຖິງ​ ການລົງ​ຄະ​ແນນ​ສຽງ​ຕໍ່ຕ້ານ​ສັນຕິພາບ ​ແຕ່​ເປັນ​ການ​ຕໍ່ຕ້ານ​ຂໍ້​ຕົກລົງ​ສັນຕິພາບ​ທີ່​ສະເພາະ​ເຈາະ​ຈົງ ​ແລະ​ຊຸກຍູ້​ໃຫ້​ທຸກ​ພັກ​ຝ່າຍ ສືບ​ຕໍ່​ການ​ເຈລະຈາ​ຫາລື​ແຫ່ງ​ຊາດທີ່ແນ​ໃສ່​ເພື່ອ​ສ້າງ​ຄວາມ​ກ້າວໜ້າ​ໃຫ້​ແກ່​ຂັ້ນຕອນ​ສັນຕິພາບ.

ປະທານາທິບໍດີໂຄລອມເບຍ ທ່ານ Juan Manuel Santos (ຊ້າຍແຖວໜ້າ) ແລະຜູ້ບັນຊາການ ກຳລັງປະຕິວັດ ໂຄລອມເບຍ ທ່ານ Rodrigo Londono ຊຶ່ງຮູ້ກັນໃນຊື່ຫຼິ້ນວ່າ Timochenko ຈັບມືກັນ ໃນລະຫວ່າງ ການເຊັນ ຂໍ້ຕົກລົງສັນຕິພາບ
ປະທານາທິບໍດີໂຄລອມເບຍ ທ່ານ Juan Manuel Santos (ຊ້າຍແຖວໜ້າ) ແລະຜູ້ບັນຊາການ ກຳລັງປະຕິວັດ ໂຄລອມເບຍ ທ່ານ Rodrigo Londono ຊຶ່ງຮູ້ກັນໃນຊື່ຫຼິ້ນວ່າ Timochenko ຈັບມືກັນ ໃນລະຫວ່າງ ການເຊັນ ຂໍ້ຕົກລົງສັນຕິພາບ

ຄະນະ​ກຳມະການ​ກ່າວ​ວ່າ “​ເພື່ອ​ສ້າງ​ຄວາມ​ກ້ຳ​ເກິ່ງ​ລະຫວ່າງ​ຄວາມ​ຈຳ​ເປັນໃນການ​ສ້າງ ຄວາມ​ປອງ​ດອງ​ຊາດ ​ແລະ​ເພື່ອ​ຄ້ຳປະກັນ ​ຄວາມ​ເປັນ​ທຳ ຕໍ່​ພວກ​ເຄາະ​ຮ້າຍ ຈະ​ເປັນ​ບັນ ຫາ​ທ້າ​ທາຍ​ທີ່​ມີ​ຄວາມ​ສຳຄັນ​ເປັນ​ພິ​ເສດ​ ຈະ​ບໍ່​ມີ​ຄຳ​ຕອບ​ງ່າຍໆ ກ່ຽວ​ກັບ​ວ່າ​ເລື້ອງນີ້​ຈະ​ບັນ ລຸ​ກັນ​ໄດ້​ແນວ​ໃດ​.”

ບັນດາ​ຜູ້​ມີ​ສິດ​ປ່ອນ​ບັດ ​ໄດ້​ປະຕິ​ເສດ​ບໍ່​ເຫັນ​ພ້ອມ​ກັບ​ຂໍ້​ຕົກລົງ​ສັນຕິພາບ ດ້ວຍ​ຄະ​ແນນ​ສຽງ 50.2 ຄື​ພຽງ​ແຕ່ 54,000 ສຽງ​ເທົ່າ​ນັ້ນ. ການ​ຢັ່ງ​ຫາງ​ສຽງ​ປະຊາຊົນ​ກ່ອນ​ການ​ປ່ອນ​ບັດ​ໃນ​ມື້ວັນ​ອາທິດ ທຳນາຍ​ວ່າ ການ​ລົງ​ປະຊາ​ມະຕິ​ດັ່ງກ່າວ ຈະ​ຜ່ານ​ດ້ວຍ​ຄະ​ແນນ​ສຽງ​ສອງ​ຕໍ່​ນຶ່ງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG