ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປະທານາທິບໍດີ ສະຫະລັດ ກ່າວຄຳປາໄສ​ ກ່ຽວກັບ ສະພາບການ ຂອງປະເທດຊາດ


President Trump Makes an Appeal for Unity in a Divided Country
please wait

No media source currently available

0:00 0:02:44 0:00

ປະທານາ​ທິບໍດີສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ​ໄດ້​ກ່າວ​ຄຳ​ປາ​ໄສແຫ່ງຄວາມເປັນເອກ
ກະພາບແລະຄວາມກ້າວໜ້າ ໃນຄໍ່າຄືນວັນອັງຄານວານນີ້ ຢູ່ໃນລາຍງານຄັ້ງທຳອິດ
ຂອງທ່ານ ກ່ຽວກັບສະພາບການຂອງປະເທດຊາດຊ້ອງໜ້າກອງປະຊຸມຮ່ວມຂອງບັນ
ດາສະມາຊິກສະພາທັງຫຼາຍ. ຫົວໜ້າ​ນັກ​ຂ່າວ​ຂອງ​ວີ​ໂອ​ເອປະ​ຈະ​ທຳນຽບຂາວ​ Steve Herman ລາຍງານວ່າ ​ຢູ່ໃນ​ຄຳປາໄສຂອງທ່ານນັ້ນ ​ທ່ານ​ທຣຳໄດ້ສັນລະ​ເສີນເສດຖະ
ກິດສະຫະລັດທີ່ຂະຫຍາຍຕົວອອກຢ່າງໃຫຍ່ ໄດ້ຮຽກຮ້ອງເອົາງົບປະມານໃນຈຳນວນ
1 ພັນ 5 ຮ້ອຍຕື້ໂດລາ ສຳຫຼັບໂຄງລ່າງພື້ນຖານ ແລະສະເໜີວ່າ ໃຫ້ພວກຊາວໜຸ່ມ ​ທີ່​
ໄດ້ຖືກນຳເຂົ້າມາຍັງສະຫະລັດແບບຜິດກົດໝາຍນັ້ນ ໃຫ້ໄດ້ຮັບໂອກາດ ໃນ​ການ​ໂອນ
ເປັນສັນຊາດໄດ້ ໃນເວລາ 12 ປີ ຊຶ່ງວັນນະສອນ ຈະນຳລາຍອຽດກ່ຽວກັບເລື່ອງນີ້ ມາ
ສະເໜີທ່ານ ໃນອັນດັບຕໍ່ໄປ.

ປະທານາ​ທິບໍດີ ທຣຳ ​ໄດ້ເວົ້າ​ໄປ​ຕາມ​ຂໍ້ຄວາມ​ທີ່​ຂຽນ​ໄວ້ ໂດຍໄດ້​ກ່າວ​ສັນສະ​ເສີນ
ຜົນສຳ​ເລັດ​ຂອງ​ລັດຖະບານ​ຂອງທ່ານ ​ແລະ​ກ່າວ​ເຖິງທ່າທີທີ່ແຂງແກ່ນ ຕໍ່ໄພຂົ່ມຂູ່​
ຈາກ​ຕ່າງປະ​ເທດ.

ປະທານາ​ທິບໍດີສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ​ກ່າວ​ວ່າ “ຢູ່​ໃນ​ທົ່ວ​ໂລກ, ພວກ​ເຮົາ​
ປະ​ເຊີນໜ້າ​ ກັບ​ລັດ​ທິຈອມປອມ, ພວກ​ກຸ່ມ​ກໍ່​ການ​ຮ້າຍ ​ແລະ​ຄູ່​ແຂ່ງຕ່າງໆ ​ເຊັ່ນ
ປະເທດ​ຈີນ ແລະຣັດ​ເຊຍ ທີ່​ທ້າ​ທາຍ​ຕໍ່​ຜົນ​ປະ​ໂຫຍ​ດຂອງພວກເຮົາ ຕໍ່ເສດ​ຖະກິດຂອງພວກເຮົາ ​ແລະຕໍ່​ຄຸນຄ່າຂອງ​ພວກ​ເຮົາ. ​ໃນ​ການ​ປະ​ເຊີນ​ໜ້າ​ກັບ​
ສິ່ງ​ຊົ່ວ​ຮ້າຍ​ທີ່​ເປັນ​ອັນຕະລາຍທັງຫຼາຍ​ທັງ​ປວງນີ້ ພວກ​ເຮົາຮູ້ດີ​ວ່າ​ ຄວາມ​ອ່ອນ​ແອ
​ ​ແມ່ນເປັນ​ເສັ້ນທາງ​ທີ່​ແນ່ນອນ​ທີ່​ສຸດ ທີ່​ນຳໄປ​ສູ່ຄວາມ​ບໍ່​ລົງ​ຮອຍ​ກັນ ​ແລະ​ຄວາມ​
ບໍ່​ກ້ຳ​ເກິ່ງ​ທາງ​ອຳນາດ ແມ່ນ​ເປັນຄວາມແນ່ນອນ​ທີ່​ສຸດທີ່ຈະນຳໄປສູ່ການປ້ອງກັນ
ຢ່າງແທ້ຈິງ​ແລະ​ຍິ່ງໃຫຽ່ຂອງ​ພວກ​ເຮົາ.”

ບັນດາສະມາຊິກຂອງລັດຖະສະພາທີ່ເປັນແມ່ຍິງ, ພາກັນສວມໃສ່ເສື້ອຜ້າສີດຳ ທີ່ສະແດງເຖິງຂະບວນການ ຂ້ອຍກໍຄືກັນ ຫຼື #MeToo movement ແລະເຄື່ອງໝາຍຂອງພວກເຄາະຮ້າຍຂອງການຖືກຂົ່ມຂືນສຳເລົາ ປີ 1944 ທ່ານນາງເຣຊີ ເທເລີ (Recy Taylor), ທີ່ໄດ້ໄປຮອດໄປເຖິງລັດຖະສະພາ ເພື່ອຮັບຟັງ ທ່ານດໍໂນລ ທຣຳ ທີ່ກ່າວຄຳປາໄສ ກ່ຽວກັບສະພາບການຂອງປະເທດຊາດ
ບັນດາສະມາຊິກຂອງລັດຖະສະພາທີ່ເປັນແມ່ຍິງ, ພາກັນສວມໃສ່ເສື້ອຜ້າສີດຳ ທີ່ສະແດງເຖິງຂະບວນການ ຂ້ອຍກໍຄືກັນ ຫຼື #MeToo movement ແລະເຄື່ອງໝາຍຂອງພວກເຄາະຮ້າຍຂອງການຖືກຂົ່ມຂືນສຳເລົາ ປີ 1944 ທ່ານນາງເຣຊີ ເທເລີ (Recy Taylor), ທີ່ໄດ້ໄປຮອດໄປເຖິງລັດຖະສະພາ ເພື່ອຮັບຟັງ ທ່ານດໍໂນລ ທຣຳ ທີ່ກ່າວຄຳປາໄສ ກ່ຽວກັບສະພາບການຂອງປະເທດຊາດ

​ເກົາຫຼີ​ເໜືອ ທີ່​ພະຍາຍາມ​ຈະ​ສ້າງ​ຫົວ​ລູກ​ສອນ​ໄຟ​ ທີ່​ສາມາດ​ບັນຈຸ​ລະ​ເບີດ​ນິວ​ເຄລຍ
ສົ່ງ​ມາ​ເຖິງ​ສະຫະລັດ ​ແລະພັນທະ​ມິດ​ທັງຫຼາຍ ​ແມ່ນ​ໄດ້​ຖືກ​ແຍກ​ອອກ​ມາປະນາມ.
ທ່ານ​ທຣຳ ກ່າວ​ວ່າ “ມັນ​ແມ່ນລະບອບ​ການ​ປົກຄອງທີ່​ມີ​ລັກ​ສະ​ນະ​ຊົ່ວຮ້າຍ.”

ທ່ານປະ​ທາ​ນາ​ທິບໍດີ ​ໄດ້​ທຳການຂໍຮ້ອງ ເພື່ອສ້າງຄວາມປອງດອງຊາດທາງດ້ານ
ການເມືອງພາຍ​ໃນ ເພື່ອ​ພັດທະນາ​ໂຄງ​ລ່າງ​ພື້ນຖານ​ໃຫ້ກ້າວໜ້າທັນສະໄໝ ແລະ
ປະຕິຮູບນະ​ໂຍບາຍຄົນ​ເຂົ້າ​ເມືອງ.

ປະທານາ​ທິບໍດີ ທຣຳ ​ກ່າວ​ວ່າ “ໃນຄ່ຳ​ຄືນ​ນີ້ ຂ້າພະ​ເຈົ້າຂໍ​ຮຽກຮ້ອງ​ໃຫ້​ພວກ​ເຮົາ​
ທຸກ​ຄົນ ຈົ່ງປະໄວ້ບ່ອນນຶ່ງຕ່າງຫາກ ​ຄວາມ​ເຫັນທີ່​ແຕກ​ຕ່າງ​ກັນ​ນັ້ນ ​ແລ້ວມາຊອກ
​ຫາ​ເອົາສິ່ງທີ່​ພວກ​ເຮົາເຫັນ​ຄືກັນ ເພື່ອ​ຮຽກຮ້ອງເອົາ​ການ​ທ້ອນ​ໂຮມ​ກັນຂອງພວກ
ເຮົາ ທີ່​ມີ​ຄວາມຈຳ​ເປັນສຳລັບ​ປະຊາຊົນ ​ແລະ​ນີ້ ຄືກະ​ແຈດອກ​ສຳຄັນ.”

​ໄດ້​ມີ​ຈຳນວນ​ສະມາຊິ​ກສະພາ​ຝ່າຍ​ຄ້ານ​ຫຼາຍ​ທ່ານ ປະທ້ວງບໍ່​ເຂົ້າ​ມາຮ່ວມຮັບ​ຟັງ​
ຄຳ​ປາ​ໄສ​ຂອງ​ປະທານາທິບໍດີຄັ້ງນີ້.

ປະທາ​ນາທິບໍດີ ດໍໂນລ ທຣຳ ກ່າວຄຳປາໄສກ່ຽວກັບສະພາບການຂອງປະເທດຊາດ ຊ້ອງໜ້າບັນດາສະມາຊິກທຸກພັກຝ່າຍ ໃນຫ້ອງໂຖງລັດຖະສະພາ, ວໍຊີງຕັນ, 30 ມັງກອນ 2018.
ປະທາ​ນາທິບໍດີ ດໍໂນລ ທຣຳ ກ່າວຄຳປາໄສກ່ຽວກັບສະພາບການຂອງປະເທດຊາດ ຊ້ອງໜ້າບັນດາສະມາຊິກທຸກພັກຝ່າຍ ໃນຫ້ອງໂຖງລັດຖະສະພາ, ວໍຊີງຕັນ, 30 ມັງກອນ 2018.

ບັນດາ​ສະມາຊິກ​ຂອງລັດຖະສະພາຄົນ​ຜີວດຳ ຫຼື Congressional Black Caucus
ພາກັນ​ສວມ​ໃສ່​ເສື້ອຜ້າ​ທີ່​ເປັນ​ລາຍ ຂອງ​ຊົນ​ເຜົ່າ​ອາ​ຟຣິກາ​ເພື່ອ​ຮວມຕົວ​ກັນ ຕໍ່ຕ້ານ
ຄຳເຫັນ​ຂອງທ່ານ​ທຣຳ ເມື່ອບໍ່ດົນນີ້ ທີ່ມີຕໍ່ພວກປະ​ເທດຕ່າງໆໃນ​ອາ​ຟຣິກາ.

​ໃນ​ການ​ໂຕ້ຕອບ​ຢ່າງ​ເປັນ​ທາງ​ການ​ຈາກພັກ​ເດ​ໂທ​ແຄຣັດ ຊື່​ຂອງ​ທ່ານ​ ທຣຳ ບໍ່ເຄີຍ​
ໄດ້ຖືກເອີ່ຍເຖິງຈັກເທື່ອ ​ໂດຍນ້ອງຊາຍ​ຂອງ​ພໍ່​ຕູ້ຂອງເພິ່ນ ​ຜູ້ນຶ່ງ ກໍ​ແມ່ນ​ຢູ່​ບັນດາ​
ປະທານາທິບໍດີ​ທີ່​ມີ​ຊື່​ສຽງ​ທີ່​ສຸດ​ໃນ​ສັດຕະວັດ​ທີ 20.

ສະມາຊິກ​ສະພາ​ຕ່ຳ ສັງກັດ​ພັກ​ເດ​ໂມ​ແຄຣັດ ​ທ່ານໂຈ ​ແຄັນ​ເນີ​ດີ ທີ 3 ກ່າວ​ວ່າ
“ການ​ກ່າວ​ເຍາະ​ເຍີ້​ຍທັບ​ຖົມ ອາດ​ຈະ​ໄດ້​ເລື່ອງ ​ເຈັບປວດ. ມັນ​ອາດ​ຈະ​ເຮັດ​ເປັນ
​ຮອຍ​ດ່າງ​ໄດ້ ​ແຕ່​ວ່າ ມັນບໍ່​ເຄີຍ​ ​ແມ່ນ​ແຕ່​ຄັ້ງ​ດຽວ ​ໃນ​ປະຫວັດສາດ​ຂອງ​ສະຫະລັດ
ທີ່​ຈະ​ສາມາດ​ທຽບເທົ່າ​ຄວາມ​ແຮງ​ກ້າ​ແລະ​ຂວັນໃຈຂອງ​ຜູ້​ຄົນ​ທີ່​ຮວມຕົວ​ກັນ​ເພື່ອ
ປົກ​ປ້ອງ​ຄຸນຄ່າ​ຂອງອະນາ​ຄົດ​ພວກ​ເຂົາ​ເຈົ້າໄດ້.”

​ປະທາ​ນາທິບໍດີ ທຣຳ ຢືນນິ້ງ ກ່ອນທີ່ຈະກ່າວຄຳປາໄສກ່ຽວກັບສະພາບການຂອງປະເທດຊາດ ຊ້ອງໜ້າບັນດາສະມາຊິກທຸກພັກຝ່າຍ ໃນຫ້ອງໂຖງລັດຖະສະພາ, ວໍຊີງຕັນ, 30 ມັງກອນ 2018.
​ປະທາ​ນາທິບໍດີ ທຣຳ ຢືນນິ້ງ ກ່ອນທີ່ຈະກ່າວຄຳປາໄສກ່ຽວກັບສະພາບການຂອງປະເທດຊາດ ຊ້ອງໜ້າບັນດາສະມາຊິກທຸກພັກຝ່າຍ ໃນຫ້ອງໂຖງລັດຖະສະພາ, ວໍຊີງຕັນ, 30 ມັງກອນ 2018.

​ຢູ່ໃນ​ປະ​ເທດ ​ທີ່​ມີ​ແຕກ​ແຍກ​ຢ່າງ​ເລີກ​ເຊິ່ງ ກ່ຽວ​ກັບ​ປະທານາທິບໍດີ​ຄົນທີ 45 ຂອງ​ປະ​ເທດ
ແມ່ນ​ເບິ່ງ​ຄື​ວ່າ ຄຳປາໄສຂອງເພິ່ນ ​ຈະບໍ່​ໂນ້ມໜ່ຽວ​ຫັນເຫແນວຄິດຂອງ​ພວກ​ລົງ​ຄະ​ແນນ​ສຽງຫຼາຍເປີເຊັນພໍທໍ່ໃດ.

ສ່ວນ ທ່ານ ສະຕີ​ບ​ເວັນ​ ໄປ​ເຟີ ຈາກ​ສະ​ຖາ​ບັນ​ບຣຸກຄິງ ກ່າວ​ວ່າ “ຂ້າພະ​ເຈົ້າ​ຄິດ​ວ່າ
ພວກທີ່ຢູ່ຂ້າ​ງທ່ານ ​ໄດ້ຍິນ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ຈາກ​ຄຳ​ປາໄສ​ຂອງ​ທ່ານ ທີ່​ພວກ​ເຂົາເຈົ້າ
ມັກ ​ແຕ່​ວ່າໂດຍ​ທົ່ວ​ໄປ​ແລ້ວ ຄວາມ​ຄິດ​ຂອງ​ຂ້າພະ​ເຈົ້າ​ນັ້ນແມ່ນ​ວ່າ ມັນ​ກໍຈະລົງເອີຍ ໄປຕາມສຽງ ​ສາທາລະນະຊົນນັ້ນເອງ. ຂ້າພະ​ເຈົ້າ​ໝາຍ​ຄວາມວ່າ ມັນ​ຍາວ ຍາວ​ກວ່າ
1 ຊົ່ວ​ໂມງ​ 20 ນາທີ ​ແລະ​ມັນບໍ່​ໄດ້​ມີ​ໃຫ້ຄວາມ​ຄິດຫຽັງ ​ທີ່​ຈະ​ນຳ​ໄປ​ສູ່​ການ​ກ້າວ​ໄປ​
ຂ້າງ​ໜ້າ. ມັນ​ເປັນ​ແບບ​ ລາຍ​ຊື່​ຄວາມ​ຄວາມ​ຄິດ​ເຫັນ ​ແຕ່​ບໍ່​ມີ​ຄວາມເປັນແກ່ນສານຫຽັງ.”

ທ່ານ​ສະຕີ​ບ​ ​ເຮີ​ມັນ ນັກ​ຂ່າວ​ວີ​ໂອ​ເອ ກ່າວ​ວ່າ “​ເຖິງ​ແມ່ນ​ວ່າ ປະທານາທິບໍດີ​ຈະ​ຮຽກ
ຮ້ອງໃຫ້ເຕົ້າ​ໂຮມ​ກັນ ​ແລະ​ປະກາດ​ໃນ​ປີ​ທຳ​ອິດ​ຂອງ​ທ່ານ ​ວ່າ​ເປັນ​ປະທານາທິບໍດີ
​ທີ່ມີຜົນສຳ​ເລັດ​ຍິ່ງ​ໃຫຍ່ກໍຕາມ, ແຕ່ເມກໝອກພາຍຸ​ຝົນ ກໍຍັງບົດ​ບັງປົກຄຸມ​ຢູ່​ຂ້າ​ງຢູ່ຢ່າງຫຼວງຫຼາຍ. ຄະນະ​ກຳມະການ​ສືບສວນ​ພິ​ເສດ ​ຍັງ​ຈະ​ສືບ​ຕໍ່​ ດຳ​ເນີນ​ສືບສວນ
ຢູ່​ຕໍ່​ໄປ ກ່ຽວ​ກັບ​ການ​ຕິດ​ຕໍ່​ພົວພັນ​ຂອງ​ຄະນະ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ​ທຣຳ ກັບ
ຣັດ​ເຊຍ ​ໃນ​ຂະນະ​ທີ່​ມີ​ການ​ເລືອກ​ຕັ້ງ​ປະທາ​ນາທິບໍດີ ປີ 2016 ທີ່​ວ່າ ປະທານາທິບໍດີ
​ນັ້ນ​ເອງ ​ເປັນ​ຜູ້​ທີ່​ຂັດຂວາງການ​ຕຸລາການ​ຫຼື​ບໍ່”


ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ເຊີນຊົມ: ການກ່າວຄຳປາໄສຂອງປ. ທຣຳ ກ່ຽວກັບສະພາບການຂອງປະເທດຊາດ

President Trump Makes an Appeal for Unity in a Divided Country
please wait

No media source currently available

0:00 0:02:44 0:00

XS
SM
MD
LG