ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການມາຕັ້ງຖິ່ນຖານ ຢູ່ດິນແດນໃໝ່ ເຕັມໄປດ້ວຍຄວາມຫວັງ ຂອງຍານາງເພັດ ພິມມະສອນ ພ້ອມຄອບຄົວ


ຍານາງເພັດ ພິມມະສອນ ທີ່ນະຄອນບອຍຊີ, ລັດໄອດາໂຮ
ຍານາງເພັດ ພິມມະສອນ ທີ່ນະຄອນບອຍຊີ, ລັດໄອດາໂຮ

ໃນລາຍ​ການຊຸມຊົນລາວ ໃນທະວີບອາເມຣິກາ ຂອງວີ​ໂອ​ເອພາກພາສາລາວ ແລງວັນອາທິດມື້ນີ້ ຍານາງເພັດ ພິມມະສອນ ຈາກນະຄອນບອຍ-ຊີ (Boise), ເມືອງເອກຂອງລັດໄອດາໂຮ (Idaho) ຢູ່ພາກຕາເວັນຕົກຕອນ ເໜືອ ຂອງສະຫະລັດ ຈະມາລົມສູ່ຟັງ ກ່ຽວກັບຊີວິດປະຫວັດ ການມາຕັ້ງຖິ່ນ ຖານໃໝ່ ຂອງຍານາງ ແລະຄອບຄົວ ແລະ ຊີວິດການເປັນຢູ່ຂອງຊາວລາວ ໃນເມືອງດັ່ງກ່າວແລະເຂດອ້ອມແອ້ມ ຊຶ່ງບົວສະຫວັນ ຈະນໍາເອົາບົດສໍາພາດ ມາສະ​ເໜີ​ທ່ານ ໃນອັນດັບຕໍ່ໄປ.

ຍານາງເພັດ ພ້ອມກັບຄອບຄົວຕອນຍັງນ້ອຍແລະຢູ່ໃນບ້ານໃໝ່, ຈັງຫວັດໜອງຄາຍ, ປະເທດໄທ
ຍານາງເພັດ ພ້ອມກັບຄອບຄົວຕອນຍັງນ້ອຍແລະຢູ່ໃນບ້ານໃໝ່, ຈັງຫວັດໜອງຄາຍ, ປະເທດໄທ

ຍານາງເພັດ ພິມມະສອນ ໄວ 40 ກວ່າປີ, ຜູ້ປະສານງານດ້ານການຂະຫຍາຍທຸລະກິດຂອງບໍລິສັດຜະລິດຄອມພີວເຕີ ຍີ່ຫໍ້ ເຮັດພີ HP ພ້ອມກັບຈັກພິມ ແລະອຸປະກອນອື່ນໆທີ່ກ່ຽວຂ້ອງກັບຄອມພິວເຕີ ໄດ້ຍ້າຍເຂົ້າມາຕັ້ງຖິ່ນຖານຢູ່ນະຄອນ ບອຍຊີ (Boise), ເມືອງເອກ ຂອງລັດໄອດາໂຮ (Idaho) ຢູ່ພາກຕາເວັນຕົກ ຕອນເໜືອຂອງສະຫະລັດ ຕັ້ງແຕ່ຕອນອາຍຸໄດ້ປະມານ 7 ປີ. ທ່ານນາງເລົ່າ ເຖິງປະຫວັດທີ່ມາຂອງຄອບຄົວຂອງທ່ານນາງກ່ອນຈະໄດ້ມາຕັ້ງຖິ່ນຖານ ໃນະຫະລັດນັ້ນ ສູ່ຟັງວ່າ:

ໃນການຕັດສິນ ໃຈຍົກຍ້າຍຖິ່ນຖານນັ້ນ ຊາວອົບພະຍົບໂດຍລວມແລ້ວ ກໍຈະ ຕົກຢູ່ສະພາບທີ່ຫຍຸ້ງຍາກ, ລະອິດລະອ້ຽວ ແລະທຸກການຕັດສິນໃຈ ລ້ວນແຕ່ມີ ຄວາມສຽ່ງສູງ, ຄອບຄົວຂອງຍານາງເພັດທີ່ພໍ່ແມ່ມີລູກ 4 ຄົນ ລວມທັງຍານາງ ນັ້ນ ກໍເຊັ່ນດຽວກັນ. ຍາງນາງເພັດເລົ່າເຖິງສະພາບເບື້ອງຕົ້ນຕອນໜີອອກຈາກ ບ້ານດອນສັງຄີ ໄປຢູ່ບ້ານໃໝ່ທີ່ຢູ່ຟາກນໍ້າຂອງກໍ້າປະເທດໄທຈົນຮອດການໄປຢູ່ ສູນອົບພະຍົບຊົ່ວຄາວໃນຟີລິບປິນກ່ອນມາສະຫະລັດນັ້ນສູ່ຟັງວ່າ:

ເກືອບວ່າທຸກຄົນທີ່ເປັນອົບພະຍົບໄປຕັ້ງຖິ່ນຖານໃໝ່ ເພື່ອສະແຫວງຫາໂອກາດ ສ້າງຖານະຄອບຄົວ ແລະອານາຄົດຈະຕ້ອງໄດ້ຜ່ານຜ່າອຸປະສັກນາງໆປະການ ນອກຈາກຂໍ້ຈໍາກັດໃນດ້ານພາສາ ແລະວັດທະນະທໍາແລ້ວ ກໍຍັງມີຂໍ້ຈໍາກັດທາງ ດ້ານການປະກອບອາຊີບ ຢູ່ໃນຫ້ອງການ ຫລືແບບນັກວິຊາການ ຢູ່ໃນປະເທດ ໃໝ່ນີ້ ດັ່ງຄອບຄົວຍານາງເພັດເອງ ທີ່ພໍ່ເຄີຍເປັນນາຍຄູແລະທ່ານຄູມາສະໄໝ ກ່ອນຈະໜີ ອອກຈາກບ້ານໄປນັ້ນ ຊຶ່ງຍານາງເລົ່າສູ່ຟັງວ່າ:

ຍານາງເພັດ ພ້ອມກັບພໍ່ ແລະນ້ອງໆຕອນມາຮອດສະຫະລັດໃໝ່ໆ ຢູ່ນະຄອນບອຍຊີ, ລັດໄອດາໂຮ
ຍານາງເພັດ ພ້ອມກັບພໍ່ ແລະນ້ອງໆຕອນມາຮອດສະຫະລັດໃໝ່ໆ ຢູ່ນະຄອນບອຍຊີ, ລັດໄອດາໂຮ

ຄ້າຍໆກັບຄົນລາວສ່ວນໃຫຍ່ທີ່ໄປຢູ່ໃນລັດໄອດາໂຮນັ້ນ ແມ່ຂອງຍານາງ ໃນ ຕອນມາໃໝ່ໆ ກໍແມ່ນເຮັດວຽກ ຢູູ່ໂຮງງານຜະລິດມັນຝຣັ່ງກອບ Potatoes Chip ແຫ່ງນຶ່ງຈົນຮອດອາຍຸກະສຽນແລ້ວແມ່ຂອງຍານາງກໍເກັບຄ່າເຊົ່າເຮືອນ ທີ່ໄດ້ຊື້ໄວ້ໃນເມື່ອກ່ອນນັ້ນ ພາຍຫຼັງທີ່ພໍ່ຂອງຍານາງເສຍຊີວິດໄປໄດ້ຊາວກວ່າ ປີແລ້ວ ຍ້ອນໂຣກມະເຮັງ. ສ່ວນຍາຍາງເອງແລະນ້ອງໆອີກ 3 ຄົນກໍໄດ້ເຂົ້າ ໂຮງຮຽນຈົນຈົບຊັ້ນສູງ ຊຶ່ງຍານາງເພັດເອງ ກໍຮຽນຈົບປະລິນຍາຕີ ຝ່າຍບັນຊີ ແລະເປັນນັກບັນຊີ ທີ່ໄດ້ຮັບການຢັ້ງຢືນ ຈາກສະຖາບັນຢັ້ງຢືນນັກບັນຊີທົ່ວໄປ ຂອງອາເມຣິກາ ຫລື CPA.

ຍານາງເພັດ, ແມ່ ແລະນ້ອງຊາຍ, ທ້າວຊະນະໄພ ໃນພິທີເຮັດກອງບວດຂອງນ້ອງຊາຍບວດ (ຊຸດຂາວ)
ຍານາງເພັດ, ແມ່ ແລະນ້ອງຊາຍ, ທ້າວຊະນະໄພ ໃນພິທີເຮັດກອງບວດຂອງນ້ອງຊາຍບວດ (ຊຸດຂາວ)

ລັດໄອດາໂຮເປັນລັດທີ່ມີຊື່ສຽງໃນດ້ານອຸດສາຫະກໍາທີ່ໃຊ້ເທັກໂນໂລຈີສູງແລະ ອຸດສະຫະກໍາປຸງແຕ່ງຜະລິດຕະພັນກະສິກໍາ. ລັດດັ່ງກ່າວມີຂໍ້ດີຫລາຍຢ່າງໂດຍ ສະເພາະແມ່ນຄ່າເຊົ່າສະຖານທີ່ຖືກ, ພາສີຕໍ່າ ແລະສໍານຽງເວົ້າຂອງຄົນອາເມ ຣິກັນໃນລັດດັ່ງກ່າວ ກໍຂ້ອນຂ້າງວ່າຟັງງ່າຍ ເມື່ອທຽບກັບຄົນ ໃນເຂດພາກໃຕ້ ຫລືອື່ນໆ ຈຶ່ງເໝາະແກ່ການເປັນຄົນຮັບໂທລະສັບ ເປັນຕົວແທນໃຫ້ແກ່ບໍລິສັດ ຕ່າງໆ ຊຶ່ງຍານາງເລົ່າເລື້ອງວຽກງານສູ່ຟັງວ່າ:

ເມື່ອມີຄົນໄປລົງທຶນຢູ່ໃນລັດດັ່ງກ່າວຫລາຍຈຶ່ງຫາຄົນມາເຮັດວຽກໃຫ້ຍາກ ແລະ ມີເງິນຄ່າແຮງງານສູງ ຊຶ່ງອີງຕາມຍານາງເພັດເວົ້າວ່າ ເງິນເດືອນຫລື ຄ່າແຮງ ງານພື້ນຖານແມ່ນ 18 ໂດລາ ຕໍ່ຊົ່ວໂມງ ຊຶ່ງສູງຫລາຍ ເມື່ອທຽບໃສ່ລັດອື່ນໆ. ຄົນລາວສ່ວນໃຫຍ່ໃນລັດນັ້ນກໍແມ່ນເຮັດວຽກຢູ່ໃນໂຮງງານຜະລິດຊິ້ນສ່ວນຄອມ ພິວເຕີ ດັ່ງທີ່ຍານາງເພັດເລົ່າສູ່ຟັງວ່າ:

ຍານາງເພັດ (ແພບ່ຽງສີແດງຖືກະຕ່າ)ໃນພິທີເຮັດກອງບວດຂອງນ້ອງຊາຍບວດ (ຊຸດຂາວ) ແລະແມ່
ຍານາງເພັດ (ແພບ່ຽງສີແດງຖືກະຕ່າ)ໃນພິທີເຮັດກອງບວດຂອງນ້ອງຊາຍບວດ (ຊຸດຂາວ) ແລະແມ່

ສ່ວນຍານາງເພັດນັ້ນ ຫລັງຮຽນຈົບກໍເຮັດວຽກເປັນນັກບັນຊີໄດ້ໄລຍະນຶ່ງແລ້ວກໍ ອອກມາເປັນຜູ້ປະສານງານ ດ້ານການຂະຫຍາຍທຸລະກິດ ຂອງບໍລິສັດເຮັດພີ HP. ທັງນີ້ກໍຍ້ອນຍານາງຮູ້ສຶກວ່າວຽກນັ້ນແມ່ນຂັດກັບຄວາມຮູ້ສຶກຂອງຕົນເອງ. ເພາະບາງຄັ້ງຍານາງກໍຮູ້ສຶກວ່າ ບໍລິສັດບັນຊີເອົາປຽບລູກຄ້າຫລາຍເກີນໄປໂດຍ ທີ່ເກັບເງິນຫລາຍບໍ່ສົມກັບໜ້າວຽກ ດັ່ງຍານາງເລົ່າສູ່ຟັງວ່າ:

ລັດໄອດາໂຮ ເປັນລັດທີ່ປະຊາຊົນສ່ວນໃຫຍ່ ເປັນຄົນຜິວຂາວອາໄສຢູ່ ສະນັ້ນ ບໍ່ຄ່ອຍມີອາຫານພື້ນເມືອງຂອງຊົນເຜົ່າກຸ່ມນ້ອຍທີ່ຫລາກຫລາຍເຊັ່ນຊາວອາເມ ຣິກັນເຊື້ອສາຍອາຟຣິກາ ແລະເຊື້ອຊາດເມັກຊິກໂກ ອາໄສຢູ່ຫລາຍ ດັ່ງຍານາງ ເພັດເລົ່າສູ່ຟັງວ່າ:

ເຊັ່ນດຽວກັນ ເນື່ອງຈາກລັດດັ່ງກ່າວ ບໍ່ຄ່ອຍມີອາຫານການກິນທີ່ຄົນເອເຊຍມັກ ກິນນັ້ນ ຄົນເຊື້ອສາຍລາວຢູ່ໃນລັດດັ່ງກ່າວກໍບໍ່ມີຫລາຍເມື່ອທຽບໃສ່ກັບລັດອື່ນໆ ຊຶ່ງທ່ານນາງເລົ່າສູ່ຟັງດັ່ງນີ້.

ເມື່ອທຽບກັບລັດຄາລິຟໍເນຍທີ່ເປັນລັດໃຫຍ່ແລະມີຄົນມາຈາກຫລາຍປະເທດ, ຫລາຍຊົນຊາດ ແລະຊົນເຜົ່າອາໄສຢູ່ນັ້ນລັດໄອດາໂຮ ກໍມີທັງຂໍ້ດີ ແລະຂໍ້ເສຍ ດັ່ງຍານາງ ເພັດຊີ້ແຈງໃຫ້ຟັງດັ່ງນີ້:


ງານບຸນສົງການ ປີ 2020 ຢູ່ວັດໄອດາໂຮໂພໄຊຍະຣາມ
ງານບຸນສົງການ ປີ 2020 ຢູ່ວັດໄອດາໂຮໂພໄຊຍະຣາມ

ສິ່ງທີ່ໂດດເດັ່ນສໍາລັບຄົນລາວຢູ່ໃນລັດໄອດາໂຮນັ້ນ ກໍມີການສ້າງຫໍພິພິດທະພັນ ຊຶ່ງຍານາງເພັດ ກໍນອນຢູ່ໃນຄະນະກໍາມະການ ສ້າງຕັ້ງຫໍພິພິດທະພັນທີ່ນໍາພາ ໂດຍ ດຣ. ປາຣິນາ ແລະຄາດວ່າ ຈະສໍາເລັດລົງ ໃນປີ 2022. ນອກຈາກນັ້ນ ກໍມີວັດລາວຢູ່ແຫ່ງນຶ່ງ ໃນເມືອງບອຍຊີ ແຕ່ກໍມີການຈໍາກັດໃນດ້ານການສ້າງສາ ອາຄານຕ່າງໆ ໃນທາງພຸດທະສາສະໜາເຊັ່ນສິມ ຊຶ່ງຍານາງເພັດຊຶ່ງເຄີຍເປັນຜູ້ ນຶ່ງ ໃນຄະນະກໍາມະການວັດລາວ ຢູ່ນະຄອນບອຍຊີ.

ນາງສັງຂານສົງພະໃນງານບຸນສົງການ ປີ 2020 ຢູ່ວັດໄອດາໂຮໂພໄຊຍະຣາມ
ນາງສັງຂານສົງພະໃນງານບຸນສົງການ ປີ 2020 ຢູ່ວັດໄອດາໂຮໂພໄຊຍະຣາມ

ລັດໄອດາໂຮ ເປັນລັດທີ່ຕັ້ງຕິດກັບການາດາຢູ່ທາງທິດເໜືອ ແລະຕັ້ງ ຢູ່ຮ່ອມພູ ໃຫຍ່ສອງໜ່ວຍ ແລະມີພູ Yellow Stone ກວາມເອົາຊາຍແດນ ຂອງໄອດາ ໂຮກັບລັດໄວໂອມິງ ແລະ ມົງທານາ. ສະນັ້ນຈຶ່ງມີແຫລ່ງທ່ອງທ່ຽວທໍາມະຊາດ ສໍາລັບພວກທີ່ໃຊ້ຊີວິດຢູ່ກັບທໍາມະຊາດຂອງພູຜາປ່າດົງທີ່ງົດງາມ. ມັນເປັນທີ່ດຶງ ດູດເອົາພວກດາລາສະແດງຮູບເງົາ ແລະມະຫາເສດຖີ ຫລືຄົນທີ່ມີຊື່ສຽງໂດ່ງດັງ ຫລາຍຄົນ ເຊັ່ນພວກຕະກຸນ Kennedy ກໍແມ່ນມັກໄປພັກຜ່ອນ ຢູ່ລັດນັ້ນ ດັ່ງ ຍານາງເພັດເຫລົ່າສູ່ຟັງວ່າ:

ພ້ອມກັນນັ້ນ ເນື່ອງຈາກລັດດັ່ງກ່ານີ້ ມີອາກາດແບບພິເສດຄືກາງເວັນອຸ່ນ ແລະ ກາງຄືນເຢັນຫລາຍ ແລະມີດິນເປັນພູໄຟເກົ່ານັ້ນແມ່ນເໝາະສົມແກ່ການປູກພືດ ບາງຊະນິດເປັນສິນຄ້າ ໂດຍສະເພາະແມ່ນມັນຝຣັ່ງ ທີ່ມີຫລາຍໆຊະນິດແລະມີ ຊື່ສຽງ ຈົນມີຫໍພິພິດທະພັນທີ່ເລົ່າເຖິງປະຫວັດຂອງການປູກພືດດັ່ງກ່າວໃຫ້ເປັນ ສິນຄ້າ ຕັ້ງແຕ່ ຊຸມປີ 1870 ພຸ້ນ ແລະກໍມີໂຮງງານຜະລິດມັນຝຣັ່ງກອບ ຫລື Potatoes Chip ທີ່ສົ່ງໄປຂາຍທົ່ວໂລກ. ນອກຈາກນັ້ນ ກໍມີຫົວຜັກບົ່ວໃຫຍ່ ສີເຫລືອງ ທີ່ມີຫົວກົມກ້ຽງງາມດີ ແລະສົ່ງອອກໄປຂາຍໃຫ້ ແກ່ການາດາ ປີລະ ຫລາຍລ້ານໂດລາ.

ທີ່ທ່ານຫາກໍໄດ້ຮັບຟັງຜ່ານໄປນັ້ນ ແມ່ນ​ລາຍ​ການຊຸມຊົນລາວ ໃນ ນະຄອນ ບອຍຊີລັດໂອດາໂຮ. ທ່ານຜູ້ຟັງທັງຫລາຍລາຍການຊຸມຊົນລາວຂອງພວກເຮົາຈະກັບມາພົບກັບທ່ານອີກ ໃນວັນອາທິດໜ້າເວລາດຽວກັນນີ້.

XS
SM
MD
LG