ເຈົ້າໜ້າທີ່ຈີນກ່າວວ່າ ແຜ່ນດິນໄຫວຂະໜາດຄວາມແຮງ 6.8 ໄດ້ສັ່ນສະເທືອນຖານພູຮິມາໄລ ຢູ່ບໍລິເວນພາກເໜືອຂອງທິເບດໃນວັນອັງຄານມື້ນີ້, ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 95 ຄົນ, ພ້ອມກັນນັ້ນ ຍັງໄດ້ສັ່ນສະເທືອນຕຶກອາຄານຫຼາຍແຫ່ງໃນປະເທດເພື່ອນບ້ານ ເນປານ, ພູຖານ ແລະ ອິນເດຍ ນໍາອີກດ້ວຍ.
ວິດີໂອທີ່ເຜີຍແຜ່ໂດຍໜ່ວຍດັບເພີງ ແລະ ກູ້ໄພ ຂອງທິເບດ ສະແດງໃຫ້ເຫັນເຈົ້າໜ້າທີ່ສຸກເສີນກຳລັງຊອກຫາຜູ້ລອດຊີວິດ, ໂດຍຂຸດເອົາຊາກຫັກພັງ ແລະເສດຊາກຂອງບ້ານເຮືອນທີ່ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງໃນເມືອງ ຊີກັດເຊ (Shigatse), ເຊິ່ງເປັນເມືອງໃຫຍ່ອັນດັບສອງໃນພູມິພາກພາກແຫ່ງນີ້. ວິດີໂອອີກອັນນຶ່ງສະແດງໃຫ້ເຫັນພະນັກງານກູ້ໄພ ດໍາເນີນການເຄື່ອນຍ້າຍຜູ້ເຄາະຮ້າຍອອກຈາກຊາກຫັກພັງຂອງຕຶກອາຄານທີ່ໄດ້ຮັບຄວາມເສຍຫາຍ, ເຊິ່ງອົງການຂ່າວ Reuters ສາມາດກວດສອບໄດ້ວ່າ ຢູ່ໃນເມືອງ ຊິກັດເຊ.
ແຜ່ນດິນໄຫວເກີດຂຶ້ນໃນເວລາ 9:05 ໂມງເຊົ້າ (ຕາມເວລາຢູ່ມນທ້ອງຖິ່ນ), ໂດຍຈຸດສູນກາງຂອງແຜ່ນດິນໄຫວຕັ້ງຢູ່ເມືອງ ທິງກຣີ (Tingri), ເຊິ່ງເປັນຂົງເຂດຊົນນະບົດທີ່ຮູ້ໃນອີກຊື່ນຶ່ງວ່າ ປະຕູເໜືອໄປສູ່ເຂດພູມິພາກ ເອເວີເຣສທ໌ (Everest) ທີ່ມີຄວາມເລິກ 10 ກິໂລແມັດ, ອີງຕາມສູນກາງເຄືອຂ່າຍແຜ່ນດິນໄຫວຂອງຈີນ. ໜ່ວຍງານດ້ານທໍລະນີວິທະຍາຂອງ ສະຫະລັດ ໄດ້ກໍານົດຄວາມແຮງຂອງແຜ່ນດິນໄຫວຄັ້ງນີ້ຢູ່ທີ່ 7.1.
ໂທລະພາບແຫ່ງລັດຂອງຈີນລາຍງານອອກມາຫຼັງຈາກ 6 ຊົ່ວໂມງຢູ່ບໍລິເວນເກີດເຫດໃນທິເບດວ່າ ມີຜູ້ເສຍຊີວິດຢ່າງໜ້ອຍ 95 ຄົນ ແລະ ໄດ້ຮັບບາດເຈັບອີກ 130 ຄົນ, ເຊິ່ງບໍ່ມີລາຍງານໃດໆກ່ຽວກັບການເສຍຊີວິດຢູ່ບໍລິເວນອື່ນ.
ອົງການຂ່າວ Reuters ສາມາດຢືນຢັນສະຖານທີ່ດັ່ງກ່າວໄດ້ບາງສ່ວນຈາກຕຶກອາຄານໃກ້ຄຽງ, ແຜນຜັງຂອງເສັ້ນທາງ, ເບື້ອງຫຼັງທີ່ເປັນພູ ແລະເສົາໄຟຟ້າທີ່ກົງກັບຮູບຖ່າຍຈາກດາວທຽມ. ໂດຍໄດ້ຮັບການຢືນຢັນຈາກວັນ ແລະເວລາທີ່ປາກົດຢູ່ເທິງພາບຖ່າຍເຫຼົ່ານັ້ນ.
ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ
A magnitude 6.8 earthquake rocked the northern foothills of the Himalayas near one of Tibet's holiest cities on Tuesday (January 7), Chinese authorities said, killing at least 95 people and shaking buildings in neighbouring Nepal, Bhutan and India.
Video released by Tibet Fire and Rescue showed emergency personnel searching for survivors, digging through rubble and debris of heavily damaged houses in what was given as Shigatse city, the region’s second-largest city. Another video showed rescue workers moving a victim on a stretcher from the rubble of a damaged building, which Reuters could verify was in Shigatse city.
The quake hit at 9:05 a.m. (0105 GMT), with its epicentre located in Tingri, a rural county known as the northern gateway to the Everest region, at a depth of 10 km (6.2 miles), according to the China Earthquake Networks Centre. The U.S. Geological Service put the quake's magnitude at 7.1.
At least 95 people were known to have been killed and 130 injured on the Tibetan side, China's state-run television reported six hours later. There were no reports of deaths elsewhere.
Reuters was able to partially confirm the location from nearby buildings, road layout, mountains in the background and utility poles that matched satellite imagery. The date was verified by the time stamp on the footage.
ຟໍຣັມສະແດງຄວາມຄິດເຫັນ