ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ມ້ວນທ້າຍປີ 2017 ດ້ວຍໄຊຊະນະ ຈາກການຮັບຜ່ານ ກົດໝາຍພາສີ


ປະທາານາທິບໍດີ ດໍໂນລ ທຣຳ ກ່າວຄຳປາໄສ ໃນລະຫວ່າງງານການຮັບຜ່ານກົດໝາຍພາສີ ຢູ່ເດີ່ນຫຍ້າທາງທິດໃຕ້ຂອງທຳນຽບຂາວ. ນະຄອນຫຼວງ ວໍຊິງຕັນໃນວັນທີ 20 ທັນວາ, 2017.
ປະທາານາທິບໍດີ ດໍໂນລ ທຣຳ ກ່າວຄຳປາໄສ ໃນລະຫວ່າງງານການຮັບຜ່ານກົດໝາຍພາສີ ຢູ່ເດີ່ນຫຍ້າທາງທິດໃຕ້ຂອງທຳນຽບຂາວ. ນະຄອນຫຼວງ ວໍຊິງຕັນໃນວັນທີ 20 ທັນວາ, 2017.

ປະທານາທິບໍດີ ດໍໂນລ ທຣຳ ຄາດວ່າ ຈະລົງນາມໃນຮ່າງກົດໝາຍຕັດພາສີ ໃຫ້ເປັນ
ກົດໝາຍໃນສັບປະດານີ້, ເປັນການມ້ວນທ້າຍປີ ປີທຳອິດທີ່ສັ່ນຄອນ ໃນການດຳລົງ
ຕຳແໜ່ງຂອງທ່ານ ເຊິ່ງເຕັມໄປດ້ວຍຄວາມໜ້າປະຫຼາດທາງການເມືອງ ແຕ່ຂາດ
ຄວາມສຳເລັດທາງນິຕິບັນຍັດທີ່ສຳຄັນ. ຈາກຈຸດເລີ່ມຕົ້ນ, ທ່ານ ທຳ ປາກົດວ່າ ໄດ້
ສ້າງຄວາມເປັນຫ່ວງທີ່ສຸດ ດ້ວຍການເອົາໃຈຖານທີ່ໝັ້ນທາງການເມືອງຂອງທ່ານ,
ເປັນແຜນຍຸດທະສາດທີ່ມີຄວາມສ່ຽງ ເຊິ່ງສາມາດເຮັດໃຫ້ທ່ານປະທານາທິບໍດີ ຕົກຢູ່
ໃນຄວາມສ່ຽງ ໃນການເລືອກຕັ້ງລັດຖະສະພາກາງສະໄໝໃນປີໜ້າ. ນັກຂ່າວແຫ່ງ
ຊາດຂອງວີໂອເອ ຈິມ ມາໂລນ ມີລາຍງານເພີ່ມເຕີມຈາກນະຄອນຫຼວງ ວໍຊິງຕັນ, ເຊິ່ງ
ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ຈາກໄລຍະທຳອິດໃນການດຳລົງຕຳແໜ່ງຂອງທ່ານນັ້ນ, ທ່ານ ດໍໂນລ ທຣຳ ໄດ້ປະຕິ
ຍານວ່າ ຈະປະຕິບັດຄຳສັນຍາ ໃນລະຫວ່າງການໂຄສະນາຫາສຽງຂອງທ່ານໃຫ້ໄດ້.

ປະທານາທິບໍດີ ດໍໂນລ ທຣຳ ກ່າວວ່າ “ຈາກມື້ນີ້ເປັນຕົ້ນໄປ, ວິໄສທັດໃໝ່ ຈະເປັນຜູ້ບໍ
ລິຫານດິນແດນຂອງພວກເຮົາ. ຈາກມື້ນີ້ເປັນຕົ້ນໄປ, ມັນຈະມີແຕ່ ອາເມຣິກາ ມາກ່ອນ
ໝູ່, ອາເມຣິກາ ຈະເປັນສິ່ງທຳອິດ.”

ແຕ່ປີ 2017 ແມ່ນປີທີ່ເຕັມໄປດ້ວຍຄວາມວຸ້ນວາຍຂອງປະທານາທິບໍດີນັບຕັ້ງແຕ່ການ
ຂັດແຍ້ງໃນ ທວິດເຕີ ກັບພວກວິພາກວິຈານໄປຫາຄວາມລົ້ມແຫຼວ ກ່ຽວກັບ ກົດໝາຍ
ປະກັນສຸຂະພາບ ແລະ ການກວດສອບ ເລື່ອງຣັດເຊຍ ທີ່ກຳລັງດຳເນີນຢູ່ ເຊິ່ງບໍ່ມີທ່າ
ທາງວ່າຈະສິ້ນສຸດລົງເມື່ອໃດ.

ທ່ານ ດໍໂນລ ທຣຳ ກ່າວວ່າ “ເຂົາເຈົ້າກຳລັງໃຊ້ເງິນຫຼາຍລ້ານໂດລາ. ມັນບໍ່ມີການສົມ
ຮູ້ຮ່ວມຄິດກັນຢ່າງແນ່ນອນ. ຂ້າພະເຈົ້າບໍ່ໄດ້ໂທລະສັບຫາ ຣັດເຊຍ. ຂ້າພະເຈົ້າບໍ່ມີ
ຫຍັງກ່ຽວຂ້ອງກັບ ຣັດເຊຍ.”

ທ່ານ ແລຣີ ຊາບາໂຕ້ ກ່າວວ່າ ການດີ້ນຮົນໃນປີທຳອິດຂອງທ່ານ ທຣຳ ໄດ້ສະທ້ອນ
ໃຫ້ເຫັນຢູ່ໃນການສຳຫຼວດຄວາມຄິດເຫັນທີ່ຕົກຕໍ່າຂອງມະຫາຊົນ.

ທ່ານ ແລຣີ ຊາບາໂຕ້ ຈາກມະຫາວິທະຍາໄລລັດ ເວີຈິເນຍເວົ້າວ່າ “ມັນບໍ່ແມ່ນພຽງ

ແຕ່ປະຊາຊົນອາເມຣິກັນ ປະມານ 60 ເປີເຊັນເທົ່ານັ້ນທີ່ບໍ່ເຫັນດີກັບຜົນງານໃນໜ້າ
ວຽກຂອງທ່ານ. ສິ່ງທີ່ສຳຄັນແທ້ໆແມ່ນ ປະຊາຊົນຫຼາຍເຖິງ 2 ເທົ່າ ແມ່ນບໍ່ເຫັນດີຢ່າງ
ແຮງກັບຜົນງານການເຮັດວຽກຂອງທ່ານ ເມື່ອສົມທຽບໃສ່ກັບຊາວ ອາເມຣິກັນ ຜູ້ທີ່
ເຫັນດີໃນຜົນງານຂອງທ່ານຢ່າງແຮງ.”

ທ່ານ ທຣຳ ຄາດວ່າຈະໄດ້ຮັບການສະໜັບສະໜູນກ່ຽວກັບ ການຕັດພາສີຂອງທ່ານ,
ຊຶ່ງຈະຊ່ວຍຮັບປະກັນວ່າ ຜູ້ສະໜັບສະໜູນຫຼັກຂອງທ່ານຈະຍັງຄົງຢູ່ກັບທ່ານ ອີງຕາມ
ການກ່າວຂອງນັກວິເຄາະທ່ານ ໂຣເບີດ ໂຈນສ໌ ນັ້ນ.

ທ່ານ ໂຣເບີດ ໂຈນສ໌ ຈາກສະຖາບັນຄົ້ນຄວ້າສາສະໜາສາທາລະນະກ່າວວ່າ “ຂ້າພະ
ເຈົ້າຄິດວ່າ ປະຊາຊົນເບິ່ງຄືຈະບໍ່ໄປໃສ. ສະນັ້ນພວກເຮົາເຫັນພວກຜູ້ສະໜັບສະໜູນ
ທ່ານ ທຣຳ ທີ່ມີຢູ່ໃນຖານທີ່ໝັ້ນຂອງທ່ານນັ້ນຈະບໍ່ເຄື່ອນຍ້າຍໄປໃສ. ຕົວຢ່າງກໍຄື
ພວກຄົນຜິວຂາວທີ່ນັບຖືຄຣິສຈຽນຫຼາຍກວ່າ 7 ໃນຈຳນວນ 10 ຄົນ ແມ່ນຈະໃຫ້ສະ
ໜັບສະໜູນທ່ານ.”

ພັກເດໂມແຄຣັດ ໄດ້ເສຍໄຊ ໃນກົດໝາຍພາສີ, ແຕ່ໄດ້ປະສົບຄວາມສຳເລັດ ໃນການ
ເລືອກຕັ້ງເມື່ອບໍ່ດົນມານີ້ ໂດຍເຮັດໃຫ້ທ່ານ ທຣຳ ເປັນຈຸດໃຈກາງຂອງບັນຫາ, ກຽມ
ພ້ອມສຳລັບການສະໜັບສະໜູນທີ່ອາດຈະເປັນໄປໄດ້ ໃນການເລືອກຕັ້ງລັດຖະສະພາ
ໃນປີ 2018.

ຜູ້ນຳສະພາສູງພັກເດໂມແຄຣັດ ທ່ານ ຈັກ ຊູເມີ ກ່າວວ່າ “ຮ່າງກົດໝາຍພາສີສະບັບນີ້
ຈະເປັນໂສ້ລ່າມຂາຂອງສະມາຊິກພັກຣີພັບບລີກັນທຸກຄົນ. ຖ້າເຂົາເຈົ້າຍັງບໍ່ຮຽນຮູ້
ເທື່ອ, ເຂົາເຈົ້າກໍຈະໄດ້ຮຽນຮູ້ໃນເດືອນກັນຍາປີໜ້າ.”

ຕາມປະຫວັດສາດແລ້ວ, ການເລືອກຕັ້ງກາງສະໄໝ ບໍ່ໄດ້ມີຄວາມເມດຕາຕໍ່ປະທານາ
ທິບໍດີທີ່ດຳລົງຕຳແໜ່ງປີທຳອິດປານໃດ. ອີງຕາມການກ່າວຂອງທ່ານນາງ ມັອລລີ
ເຣໂນລ໌ສ.

ທ່ານນາງ ມັອລລີ ເຣໂນລ໌ສ ຈາກສະຖາບັນ ບຣຸກຄິງສ໌ ກ່າວວ່າ “ສິ່ງນຶ່ງທີ່ພວກເຮົາ
ຮູ້ດີ ກໍແມ່ນວ່າແນວໃດກໍຕາມ ພັກການເມືອງຂອງປະທານາທິບໍດີ ປົກກະຕິຈະເສຍ
ບ່ອນນັ່ງຫຼາຍບ່ອນໃນການເລືອກຕັ້ງກາງສະໄໝຄັ້ງທຳອິດ ຂອງລັດຖະບານປະທານາ
ທິບໍດີ ແລະ ມັນຈະຮ້າຍແຮງຂຶ້ນເມື່ອປະທານາທິບໍດີ ແມ່ນບໍ່ໄດ້ຮັບຄວາມນິຍົມຊົມ
ຊອບ ແລະ ສຳລັບບ່ອນ ທີ່ທ່ານຢູ່ໃນທາງການເມືອງນັ້ນ ອາດຈະສົ່ງຜົນກະທົບສຳລັບ
ພັກຣີພັບບລີກັນໃນປີ 2018.”

ສິ່ງທ້າທາຍທີ່ສຳຄັນຂອງທ່ານ ທຣຳ ສຳລັບປີໃໝ່ ແມ່ນການຂະຫຍາຍຖານສະໜັບສະ
ໜູນຂອງທ່ານ. ອີງຕາມການກ່າວຂອງນັກສຳຫຼວດຄວາມຄິດເຫັນທ່ານ ແຟຣັງ
ນິວຜອດ

ທ່ານ ແຟຣັງ ນິວຜອດ ຈາກອົງການຢັ່ງຫາງສຽງ ກາລລັບ ກ່າວວ່າ “ສຳລັບທ່ານທີ່ຈະ
ໄດ້ຮັບຄວາມນິຍົມຊົມຊອບທີ່ເພີ່ມສູງຂຶ້ນນັ້ນ, ແນວໃດແນວນຶ່ງ ທ່ານຕ້ອງຍ້າຍພວກ
ເດໂມແຄຣັດ ແລະ ພວກທີ່ບໍ່ສັງກັດພັກໃດ ອອກຈາກບ່ອນທີ່ຕອນນີ້ທ່ານມີຄະແນນ
ຄວາມເຫັນພ້ອມປະມານ 30 ເປີເຊັນນັ້ນ, ຊຶ່ງມັນກໍເປັນເລື່ອງຍາກຫຼາຍ.”

ນອກຈາກມັນຈະມີການພິກລັອກ, ທ່ານ ທຣຳ ອາດມີໂຊກຊະຕາ ໄດ້ເດີນຕາມບາດ
ກ້າວຂອງຜູ້ທີ່ດຳລົງຕຳແໜ່ງກ່ອນໜ້າທ່ານ ຄືທ່ານ ບາຣັກ ໂອບາມາ ແລະ ທ່ານ
George W. Bush, ເຊິ່ງທັງສອງ ທ່ານໄດ້ປະສົບກັບຄວາມຜ່າຍແພ້ໃນການເລືອກ
ຕັ້ງກາງສະໄໝມາແລ້ວ.

XS
SM
MD
LG