ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ສະມາຊິກສະພາສູງ ພັກຣີພັບບລີກັນ ໂຕ້ຖຽງກັນ ກ່ຽວກັບ ການສະເໜີຊື່ ລັດຖະມົນຕີຕ່າງປະເທດ ຂອງທ່ານ ທຣຳ


ຜູ້ອຳນວຍການອົງການສືບລັບ ທ່ານ ໄມ ພອມເປໂອ ໃຫ້ປາກຄຳ ໃນລະຫວ່າງ ການພິຈາລະນາຄະດີ ກ່ຽວກັບ "ໄພຂົ່ມຂູ່ທົ່ວໂລກ" ທີ່ລັດຖະສະພາ ແຄັບປິຕອລ, ນະຄອນຫຼວງ ວໍຊິງຕັນ. 13 ມີນາ, 2018.
ຜູ້ອຳນວຍການອົງການສືບລັບ ທ່ານ ໄມ ພອມເປໂອ ໃຫ້ປາກຄຳ ໃນລະຫວ່າງ ການພິຈາລະນາຄະດີ ກ່ຽວກັບ "ໄພຂົ່ມຂູ່ທົ່ວໂລກ" ທີ່ລັດຖະສະພາ ແຄັບປິຕອລ, ນະຄອນຫຼວງ ວໍຊິງຕັນ. 13 ມີນາ, 2018.

ສະມາຊິກສະພາສູງ ສະຫະລັດ 2 ທ່ານ ໄດ້ປະທະຄາລົມກັນ ໃນວັນອາທິດວານນີ້
ກ່ຽວກັບ ການສະເໜີຊື່ ໂດຍປະທານາທິບໍດີ ດໍໂນລ ທຣຳ ທີ່ຢາກໃຫ້ທ່ານ ໄມ
ພອມເປໂອ ຜູ້ອຳນວຍການ ອົງການສືບລັບ CIA ເປັນລັດຖະມົນຕີວ່າການຕ່າງປະ
ເທດ ແລະ ຮອງຫົວໜ້າອົງການສືບລັບ CIA ທ່ານນາງ ຈີນາ ແຮສແປລ ໃຫ້ເຂົ້າ
ຄວບຄຸມ ອົງການນີ້ແທນ ທ່ານພອມເປໂອນັ້ນ.

ຖ້າໄດ້ຮັບການຮັບຮອງ ທ່ານນາງ ແຮສແປລ ຈະເປັນຜູ້ອຳນວຍການ ເພດຍິງຄົນ
ທຳອິດ ຂອງອົງການ CIA ໃນຮອບ 70 ປີ ຂອງປະວັດສາດສະຫະຣັດ.

ສະມາຊິກສະພາສູງ ທ່ານ ລິນເຊ ແກຣມ (Linsey Graham) ຈາກລັດແຄໂຣໄລນາ
ໃຕ້ ໄດ້ຄາດໝາຍວ່າ ທັງທ່ານ ພອມເປໂອ ແລະ ທ່ານນາງ ແຮສແປລ ຈະຖືກຮັບຮອງ
ເອົາ ໂດຍສະພາສູງ ຢູ່ທີ່ອົງການຂ່າວ CNN. ທ່ານບໍ່ໄດ້ເອົາຫົວຊານຳ ຜູ້ທີ່ຄັດຄ້ານຕໍ່
ການສະເໜີຊື່ທ່ານນຶ່ງ ຄືສະມາຊິກສະພາສູງ ທ່ານ ແຣນດ໌ ພອລ ຈາກລັດ ເຄນທັກກີ
ຜູ້ທີ່ທ່ານແກຣມ ຖືວ່າເປັນ “ຜູ້ທີ່ແຍກໂຕອອກ” ຈາກກຸ່ມບັນດາສະມາຊິກສະພາສັງ
ກັດພັກຣີພັບບລີກັນ.

ທ່ານ ພອລ ກໍຢູ່ທີ່ອົງການຂ່າວ CNN ໄດ້ໂຕ້ຖຽງກັບທ່ານ ພອມເປໂອ ໂດຍກ່າວວ່າ
ທ່ານ ພອມເປໂອ ສະໜັບສະໜູນ ການອະນຸມັດຂອງສະຫະລັດ ເພື່ອປ່ຽນລະບອບ
ການປົກຄອງ ຂອງບາງປະເທດ ຢູ່ຕ່າງປະເທດ. ທ່ານ ແຣນດ໌ ໄດ້ກ່າວວ່າ ທ່ານນາງ
ແຮສແປລ ໄດ້ເຊື່ອມໂຍງກັບ ການທໍລະມານ ພວກທີ່ຖືກສົງໄສວ່າເປັນກຸ່ມກໍ່ການຮ້າຍ
ຂອງອົງການສືບລັບ ຢູ່ສະຖານທີ່ລັບໆ ນອກປະເທດ.

ທ່ານ ພອລ ຍັງໄດ້ກ່າວອີກວ່າ ທ່ານຈະ “ເຮັດສິ່ງໃດກໍຕາມທີ່ເຮັດໄດ້” ເພື່ອຈະຂັດ
ຂວາງການຮັບຮອງເອົາທັງສອງທ່ານ ໃນສະພາສູງ ບ່ອນທີ່ພັກຣີພັບບລີກັນ ມີຄະ
ແນນສຽງສ່ວນຫຼາຍ ໜ້ອຍດຽວ ຄື 51 ສຽງ ຕໍ່ 49 ສຽງນັ້ນ. ທ່ານ ພອລ ໄດ້ກ່າວຕໍ່
ໄປວ່າ ຖ້າຈຳເປັນ ທ່ານຈະໃຊ້ວິທີ ກ່າວອະພິປາຍຢ່າງບໍ່ເຊົາ ທີ່ເອີ້ນວ່າ filibusber
ໃນການກີດກັນພວກເພິ່ນຕໍ່ການຮັບຮອງເອົາເຂົາເຈົ້ານັ້ນ.

ສ່ວນທ່ານ ແກຣມ ໄດ້ອະທິບາຍວ່າ ທ່ານນາງ ແຮສແປລ ເປັນ “ຜູ້ທີ່ມີຄຸນສົມບັດສູງ”
ໃນຂະນະທີ່ຍອມຮັບຮູ້ເຖິງການສະໜັບສະໜູນ ຂອງ “ການເສີມຂະຫຍາຍເທັກນິກ
ໃນການສອບສວນຕ່າງໆ” ທີ່ປະກອບດ້ວຍ ການໃຊ້ນ້ຳເທໃສ່ໜ້າ ຊຶ່ງເປັນການເຮັດ
ໃຫ້ຄ້າຍຄືກັບສະພາບຈົມນ້ຳ ຕໍ່ພວກທີ່ຖືກສົງໄສວ່າເປັນກຸ່ມກໍ່ການຮ້າຍ ພາຍຫລັງ
ຈາກເກີດການໂຈມຕີກໍ່ການຮ້າຍ ໃນປີ 2001 ຕໍ່ສະຫະລັດ. ອົງການ CIA ບໍ່ອະນຸ
ຍາດ ໃຫ້ໃຊ້ເທັກນິກດັ່ງກ່າວອີກຕໍ່ໄປ.

ທ່ານ ແກຣມ ໄດ້ເວົ້າວ່າ “ຂ້າພະເຈົ້າ ຍິນດີ ທີ່ຈະເຫັນທ່ານນາງ ຮັບຮູ້ເຖິງນະໂຍບາຍ
ນີ້ວ່າ ຈະບໍ່ອະນຸຍາດອີກຕໍ່ໄປ.”

ທ່ານ ພອລ ໄດ້ກ່າວອີກວ່າ ທ່ານບໍ່ຄິດວ່າ ທ່ານ ພອມເປໂອ ອະດີດສະມາຊິກສະພາ
ຈາກລັດ ແຄນຊັດ ກ່ອນໜ້າທີ່ທ່ານ ທຣຳ ໄດ້ຕັ້ງໃຫ້ທ່ານເປັນຜູ້ອຳນວຍການ ຊີໄອເອ
ນັ້ນ ຈະເປັນຜູ້ “ເໝາະສົມດີ” ໃນຖານະເປັນນັກການທູດລະດັບສູງຂອງປະເທດ ແທນ
ທ່ານ ເຣັກສ໌ ທີລເລີຊັນ ຜູ້ທີ່ໄດ້ຖືກປົດອອກຈາກຕຳແໜ່ງ ເມື່ອສັບປະດາແລ້ວນີ້ ໂດຍ
ທ່ານ ທຣຳ ຫຼັງຈາກໄດ້ປະຕິບັດໜ້າທີ່ມາໄດ້ນຶ່ງປີ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG