ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ສະໝັກປະທານາທິບໍດີ ຈາກພັກຣີພັບບຣິກັນ ເຂົ້າຮ່ວມງານບຸນປະຈໍາ ລັດໄອໂອວາ


ລາຍງານ: ບັນດາຜູ້ສະໝັກເຂົ້າຊິງເອົາຕໍາແໜ່ງປະທານາທິບໍດີຈາກພັກ ຣີພັບບຣິກັນ ເຂົ້າຮ່ວມງານບຸນປະຈໍາລັດ ໄອໂອວາ

ຜູ້ສະໝັກຈາກພັກຣີພັບບຣີກັນ ກໍາລັງໂຄສະນາຫາສຽງຢູ່ທີ່ງານບຸນປະຈໍາປີຂອງລັດໄອໂອວາ ເພື່ອດຶງດູດ​ເອົາຄວາມສົນໃຈຂອງບັນດາຜູ້ມີສິດປ່ອນ​ບັດ ທີ່ຈະເປັນ​ຜູ້ທໍາອິດໃນປະເທດ ເລືອກເອົາ​ຜູ້​ສະ​ໝັກ​ເປັນປະທານາທິບໍດີທີ່ພວກເຂົາເຈົ້າມັກທີ່ສຸດ ໃນການເລືອກຕັ້ງປີໜ້າ. ນັກຂ່າວ VOA ເຄນ ຟາຣາບອບ (Kane Farabaugh) ມີລາຍງານກ່ຽວກັບເລື້ອງນີ້, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ມີປະຊາຊົນຫຼາຍກວ່າ 1 ລ້ານຄົນ ເດີນທາງໄປທ່ຽວງານບຸນຂອງລັດໄອໂອວາ ໃນປີນີ້.

ແຕ່ປະຊາຊົນທີ່ອາໄສຢູ່ໃນເມືອງຊີດາ ແ​ຣປິດ ທ້າວຣິກ ສຕວດທ໌ (Rick Stewart) ບໍ່ໄດ້ໄປຮ່ວມງານ ເພື່ອເບິ່ງງົວເນີຍທີ່ມີຂະໜາດເທົ່າໂຕຈິງ ໃນປີນີ້. ລາວມາທີ່ນີ້ ເພື່ອສະແດງໜ້າທີ່ຂອງພົນລະເມືອງ.

ທ້າວຣິກ ສຕວດທ໌, ຜູ້ມີສິດປ່ອນ​ບັດໃນລັດໄອໂອວາ ກ່າວວ່າ:

“ມັນເປັນໂອກາດດີ ທີ່ຈະໄດ້ເຫັນບັນດາຜູ້ສະ​ໝັກ ເປັນປະທານາທິບໍດີທັງໝົດ. ຂ້ອຍຮູ້ສຶກວ່າ ມັນເປັນພາລະໜ້າທີ່ຂອງແຕ່ລະຄົນ ໃນຖານະພົນລະເມືອງຂອງລັດໄອໂອວາ ເພື່ອໄປປະຕິບັດໜ້າທີ່ ແລະເພື່ອເຮັດໜ້າທີ່ຂອງຂ້ອຍ ເນື່ອງຈາກວ່າ ທົ່ວປະເທດ ແມ່ນຂຶ້ນຢູ່ນໍາພວກເຮົາ ສໍາລັບພັກການເມືອງທີ່ຈະເລືອກເອົາຄົນທີ່ເກັ່ງ ແລະສະຫຼາດ ໃນເດືອນມັງກອນ ທີ່ຈະມາເຖິງນີ້.”

ຜູ້ດໍາລົງຕໍາແໜ່ງປະທານາທິບໍດີ ທ່ານໂຈ ໄບເດັນ ເບິ່ງຄືວ່າ ຈະໄດ້ຮັບການສະເໜີຊື່ສໍາລັບພັກເດໂມແຄຣັດ ເພື່ອລົງເລືອກຕັ້ງປະທານາທິບໍດີໃນປີ 2024 ນີ້, ແລະການສໍາຫຼວດຄວາມຄິດເຫັນຂອງປະຊາຊົນສະແດງໃຫ້ເຫັນວ່າ ອະດີດປະທານາທິບໍດີ ທ່ານດໍໂນລ ທຣໍາ ເປັນຜູ້ນໍາໜ້າສຳ​ລັບພັກຣີພັບບຣິກັນ.

ນາງຊີເລຍ ຄຣິສເວລ (Celia Chriswell), ປະຊາຊົນລັດໄອໂອວາ ກ່າວວ່າ:

“ຂ້ອຍຈະເວົ້າຄວາມຊື່, ຂ້ອຍເປັນຜູ້ສະໜັບສະໜຸນ ທ່ານທຣໍາ, ແຕ່ຂ້ອຍກໍຕ້ອງການໄດ້ຍິນ ວ່າຄົນອື່ນໆຈະເວົ້າແນວໃດ.”

ຜູ້ມີສິດເລືອກຕັ້ງໃນລັດໄອໂອວາ ນາງຊີເລຍ ຄຣິສເວລ ມີທາງເລືອກໃນແຖວໜ້າ ຢູ່ທີ່ເວທີໂຄສະນາຫາສຽງທາງການເມືອງ ໃນບ່ອນສະໝັກຂອງນະຄອນເດ ມອຍສ໌, ເຊິ່ງໄດ້ເຮັດໃຫ້ບັນດາຜູ້ແຂ່ງຂັນເຊັ່ນ ເຈົ້າເມືອງເມືອງໄມອາມີ ທ່ານແຟຣງຊິສ ຊົວເຣສ (Francis Saurez) ແລະນັກທຸລະກິດຊາຍ ທ່ານແພຣີ ຈອນສັນ (Perry Johnson), ໂດຍທັງສອງທ່ານເປັນຜູ້​ມີຄະແນນນຳ​ຫຼັງ​ທ່ານ ທຣໍາຢ່າງ​ຫຼວງ​ຫຼາຍ ໃນການສໍາຫຼວດຄວາມຄິດເຫັນ ເຊິ່ງ​ກໍເປັນໂອກາດທີ່ຈະເຮັດໃຫ້ການໂຄສະນາຂອງພວກເຂົາເຈົ້າ​ເປັນ​ທີ່​ນິ​ຍົມສູງຂຶ້ນ.

ນາງຄຣິສເວລ ກ່າວວ່າ:

“ບາງທີ ໃນປີ 2028 ໃຜຜູ້ນຶ່ງນຶ່ງເຫຼົ່ານີ້ ຈະເປັນປະທານາທິບໍດີທີ່ດີ. ບາງທີ ພວກເຂົາເຈົ້າອາດຈະເປັນຮອງປະທານາທິບໍດີທີ່ດີໃນປັດຈຸບັນນີ້.”

ທ່ານທຣໍາ ໄດ້ໄປຢ້ຽມຢາມລັດໄອໂອວາ ໜ້ອຍກວ່າບັນດາຜູ້ທີ່ພະຍາຍາມສະ
ເໜີຊື່ຄົນອື່ນໆ, ແມ່ນແລ້ວ ພວກເຂົາເຈົ້າຍັງຄົງມີຄວາມສຸກ ທ່າມກາງບັນດາຜູ້ສະໜັບສະໜຸນພັກຣີພັບບຣີກັນຢ່າງແຂງຂັນ.

ໃນຂະນະທີ່ບັນດາຜູ້ສະໝັກໄດ້ພາກັນປາກົດໂຕຢູ່ທີ່ເວທີຫາສຽງ ຫຼື ເຂົ້າຮ່ວມການໂອ້ລົມສົນທະນາກ່ຽວກັບ “ດ້ານທີ່ເປັນທໍາ” ຂອງຜູ້ປົກຄອງລັດໄອໂອວາ ທ່ານກິມ ເຣໂນລ (Kim Reynold), ທ່ານທຣໍາ ຊໍ້າພັດປະຕິເສດ ແລະເລືອກທີ່ຈະໄປຢ້ຽມຢາມງານບຸນຂອງລັດ ໃນວັນເສົາແລ້ວນີ້ ພຽງບໍ່ເທົ່າໃດຊົ່ວໂມງເທົ່ານັ້ນ ເພື່ອຍ່າງຊື່ນຊົມຍິນດີກັບຝູງຊົນ.

ເທີຣີ ຣໍາພ໌ (Terri Rumpf) ຈາກລັດອິນດຽນນາ, ມາທີ່ນີ້ເພື່ອມອງຫາທາງເລືອກອື່ນນອກຈາກ ທ່ານທຣໍາ ໂດຍສະເພາະ.

ເທີຣີ ຣໍາພ໌ ກ່າວວ່າ:

“ຖ້າພວກເຮົາຫາກເບິ່ງໂດຍລວມ, ການສົມທຽບກັນກັບ ທ່ານໄບເດັນ ດ້ວຍອາຍຸແລ້ວແມ່ນບໍ່ຄັກປານໃດ. ອີກຢ່າງນຶ່ງ, ລາວມີພາລະຫຼາຍໂພດ. ຂ້ອຍບໍ່ຕ້ອງການໃຫ້ມີການກໍ່ຈະລາຈົນຢູ່ໃນຖະໜົນເພີ້ມອີກ 4 ປີ.”

ໃນຂະນະດຽວກັນ, ສຕວດທ໌ ກໍສົງໄສວ່າ ທ່ານທຣໍາອາດຈະຊະນະ ທ່ານໄບເດັນ, ເຊິ່ງລາວກ່າວວ່າ:

“ພວກເຮົາຕ້ອງການໄຊຊະນະໂດຍລວມ. ຜູ້ສະໝັກທີ່ດີທີ່ສຸດ ທີ່ມີໂອກາດໃນການເລືອກຕັ້ງ ຄວນເປັນຜູ້ທີ່ໄດ້ຮັບການສະເໜີຊື່ຂອງພວກເຮົາ.”

ຟາຣາບອບ ຖາມວ່າ “ທ່ານທຣໍາ ແມ່ນຜູ້ລົງສະໝັກຜູ້ນັ້ນບໍ?”

ສຕວດທ໌ ຕອບວ່າ: “ຂ້ອຍບໍ່ເຊື່ອວ່າ ຊິແມ່ນລາວ.”

ສາດສະດາຈານທາງດ້ານວິທະຍາສາດການເມືອງ ຈາກມະຫາວິທະຍາໄລໄອໂອວາ ທ່ານທິມ ເຮໂກລ (Tim Hagle) ກ່າວວ່າ ບໍ່ແມ່ນ ສຕວດທ໌ ພຽງຄົນດຽວທີ່ສົງໄສດັ່ງນັ້ນ.

ທ່ານກ່າວວ່າ:

“ເວົ້າລັກສະນະແບບກົງໆໜ້ອຍນຶ່ງ, ເບິ່ງຄືຈະມີທ່າທີວ່າເປັນຈໍານວນຂອງພັກຣີພັບບຣີກັນ, ແຕ່ບໍ່ພຽງພໍໃນກໍລະນີນີ້ ທີ່ຈະປ່ຽນທ່າແຮງໄປຫາຜູ້ສະໝັກຄົນອື່ນໆໄດ້.”

ທ່ານເຮໂກລ ກ່າວວ່າ ມີການດໍາເນີນງານໄປໄດ້ດີສໍາລັບພັກການເມືອງຢູ່ໃນລັດໄອໂອວາ ເຊິ່ງເປັນສິ່ງສໍາຄັນ ສໍາລັບຜູ້ທີ່ກໍາລັງມີຄວາມຫວັງ ທີ່ຈະແຊງໜ້າ ທ່ານທຣໍາ ໃນການສະເໜີຊື່ລົງເລືອກຕັ້ງເຫຼົ່ານັ້ນ ເຊັ່ນຜູ້ປົກຄອງລັດຟລໍຣິດາ ທ່ານຣອນ ເດຊານທິສ.

ທ່ານເຮໂກລ ກ່າວວ່າ:

“ທ່ານເດຊານທິສ ຈໍາເປັນຕ້ອງດໍາເນີນງານໄດ້ດີຢ່າງອີຫຼີໃນລັດໄອໂອວາ, ຢ່າງໜ້ອຍ ຕ້ອງເປັນຜູ້ທີ່ເຂັ້ມແຂງຄົນທີ 2, ເພື່ອເຮັດໃຫ້ລາວມີໜ້າທີ່ການງານອື່ນໆກ່າວໄປຂ້າງໜ້າ. ແຕ່ສໍາລັບ ທ່ານທຣໍາ, ຖ້າລາວໄດ້ຮັບໄຊຊະນະ, ແລະໂດຍສະເພາະຢ່າງຍິ່ງ ຖ້າລາວໄດ້ຮັບໄຊຊະນະຢ່າງຖ້ວມລົ້ນຢູ່ໃນລັດໄອໂອວາ, ອາດເປັນເວລາປະມານນີ້ ໝາຍຄວາມວ່າ ລາວອາດຈະໄດ້ຮັບການສະເໜີຊື່ເພື່ອລົງສະໝັກ.”

ສຕວດທ໌ ກ່າວວ່າ ລາວຍັງບໍ່ໄດ້ຕັດສິນໃຈທີ່ຈະເລືອກຜູ້ສະໝັກຄົນໃດ.

ລາວກ່າວວ່າ:

“ຂ້ອຍເຊື່ອວ່າ ຜູ້ສະໝັກຈາກພັກຣີພັບບຣີກັນຫຼາຍໆຄົນ ດັ່ງທີ່ຂ້ອນເຫັນຈົນເຖິງທຸກມື້ນີ້ ສາມາດຊະນະ ທ່ານໄບເດັນ ໄດ້, ແລະນັ້ນ ມັນຈະດີສໍາລັບຂ້ອຍຫຼາຍ. ແຕ່ຂ້ອຍຍັງບໍ່ທັນເລືອກຜູ້ທີ່ມັກທີ່ສຸດ ຈົນກວ່າຂ້ອຍຊິໄດ້ເຫັນພວກເຂົາເຈົ້າໝົດທຸກຄົນ.”

ບັນດາຜູ້ມີສິດເລືອກຕັ້ງ ສາມາດປ່ອນບັດລົງຄະແນນສຽງໃນການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນຂອງລັດໄອໂອວາໄດ້ ໃນວັນທີ 15 ມັງກອນ ທີ່ຈະມາເຖິງນີ້.

Republican candidates are campaigning at the Iowa State Fair to court voters who will be the first in the nation to choose their preference for the party’s presidential nominee in next year’s election. VOA’s Kane Farabaugh has more from Iowa.

Over a million people visit the Iowa State Fair each year.

But Cedar Rapids resident Rick Stewart isn’t at this year’s event to see the life-size cow made of butter… he’s here to perform a civic duty.

Rick Stewart, Iowa Voter

“It’s a chance to see all the candidates for president. I feel it’s a personal obligation as an Iowan to go and do my homework because the rest of the country is relying on us to caucus intelligently next January.”

Incumbent President Joe Biden is the likely nominee for Democrats in the 2024 presidential election, and polling shows former President Donald Trump leads the Republican side.

Celia Chriswell, Iowa Voter

“I’ll be honest, I’m a Trump supporter, but I want to hear what the other people have to say.”

Iowa Voter Celia Chriswell had a choice location in the front row at the Des Moines Register’s Political Soapbox stage, which gives candidates like Miami mayor Francis Suarez and businessman Perry Johnson — both significantly trailing Trump in polling — a chance to make their campaign pitches.

Celia Chriswell, Iowa Voter

“Maybe in 2028 some of these people would be good for the presidency. Maybe they’re good for vice president right now.”

Trump has visited Iowa fewer times than others seeking the nomination, yet still enjoys strong support among Republican voters.

While most candidates appeared at the Soapbox or attended Iowa Governor Kim Reynolds’ “Fair Side” chats, Trump declined, preferring to visit the fair for a few hours on Saturday to walk among cheering crowds.

Terri Rumpf traveled from Indiana, specifically looking for an alternative to Trump.

Terri Rumpf, Indiana Voter

“If we get into the general, the comparisons with Biden with age is not a good thing. Plus, he’s got so much baggage. I don’t want all the riots in the streets for four more years.”

Stewart, meanwhile, has doubts about Trump being able to defeat Biden.

Rick Stewart, Iowa Voter

“We want to win the general election. The best candidate who has the chance of doing that should be our nominee.”

FARABAUGH: “Is Trump that candidate?”

STEWART: “I do not believe he is.”

University of Iowa political science Professor Tim Hagle says Stewart is not alone in his doubts.

Tim Hagle, University of Iowa Political Science Professor

“Quite frankly, that seems to be the attitude of a number of Republicans but not enough at this point to shift the momentum to some of the other candidates.”

Hagle says doing well in Iowa’s caucus is critical for those hoping to overtake Trump for the nomination, like Florida Governor Ron DeSantis.

Tim Hagle, University of Iowa Political Science Professor

“DeSantis really has to do well in Iowa, at least a very strong second, for him to have any viability going forward. But for Trump, if he wins, and especially if he wins big in Iowa, probably this time around it would portend that he would get the nomination.”

Stewart says he’s not ready to settle on a candidate.

Rick Stewart, Iowa Voter

“I believe that every Republican candidate I’ve seen so far could beat Biden, and that would be good for me. But I’m not going to pick a favorite until I’ve seen them all.”

Voters cast ballots in the Iowa caucus on January 15th.

XS
SM
MD
LG