ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພັກຣີພັບບລີກັນ ທີ່ຄວບຄຸມ ທັງສອງສະພາ ອາດປ່ຽນແປງ ນະໂຍບາຍ ການຕ່າງປະເທດ ຂອງ ປ. ໂອບາມາ


Republican Control of Congress Could Change Obama Foreign Policy
please wait

No media source currently available

0:00 0:03:05 0:00

ເບິ່ງວີດີໂອ ລາຍງານເລື້ອງນີ້

ພັກຣີພັບບລີກັນ ທີ່ມີກຳນົດຈະ​ເຂົ້າຄວບ​ຄຸມ ສະພາ​ສູງສະຫະລັດ
ໃນຕົ້ນປີໜ້າ​ນີ້ ຫຼັງຈາກ​ໄດ້ຮັບໄຊຊະນະ ໃນການ​ເລືອກ​ຕັ້ງກາງ
​ສະໄໝ​ເມື່ອວັນອັງ ຄານທີ 4 ພະຈິກ​ຜ່ານ​ມາ ອາດຈະເຮັດໃຫ້
ປະທານາທິບໍດີ ບາຣັກ​ ໂອ​ບາ​ມາ ​ປະ​ເຊີນ​ໜ້າກັບສະພາບການ
ທີ່ແຕກຕ່າງອອກໄປ ໃນດ້ານ​ນະ​ໂຍບາຍ​ຕ່າງປະ​ເທດ ​ໃນ​ລະ
ຫວ່າງ 2 ປີ ສຸດ​ທ້າ​ຍ ຂອງ​ການດຳລົງຕຳແໜ່ງ ຂອງ​ທ່ານ​ນັ້ນ.
ຜູ້​ສື່​ຂ່າວວີ​ໂອ​ເອ ປະຈຳກະຊວງຕ່າງປະເທດ ​Scott Stearns
ມີ​ລາຍ​ງານ​ກ່ຽວ ກັບເລື້ອງ​ນີ້ ຊຶ່ງ​ໄຊ​ຈະ​ເລີ​ນສຸກ ຈະ​ນຳ​ມາ​ສະ​ເໜີ
​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ທ່ານ Guy Ziv ສາ​ສະ​ດາ​ຈານ ຈາກ​ມະຫາວິທະຍາ​ໄລ ອາ​ເມຣິກັນ ກ່າວ​ວ່າ ການ​ທີ່ພັກ
ຣີພັບ​ບລີ​ກັນ ຄວບ​ຄຸມ​ທັງ​ສອງສະພາ​ຂອງ​ສະຫະລັດນັ້ນ ຈະ​ຈຳກັດ​ຂອບເຂດ​ໃນ​ການ
ເຄື່ອນ​ໄຫວ ຂອງປະທານາທິບໍດີ ກ່ຽວ​ກັບ 2 ​ເປົ້າໝາຍໃຫຍ່ສຸດ​ ໃນນະ​ໂຍບາຍ​ການ​ຕ່າງ
ປະ​ເທດຂອງ​ທ່ານ.

ທ່ານ Ziv ເວົ້າວ່າ “ອັນ​ນີ້ ມັນ​ຈະ​ສ້າງ​ຄວາມ​ຍຸ້ງ​ຍາກຫຼາຍຂຶ້ນອີກ ສຳ​ຫລັບ ປະທານາທິບໍດີ ໂອ​ບາ​ມາ ທີ່ຢາກ​ຈະ​ເຮັດ​ໃຫ້​ມີ​ຄວາມ​ກ້າວໜ້າ​ແບບ​ ທີ່​ທ່ານ​ຕ້ອງການຢາກ​ເຫັນ ​ ​ທັງໃນການ​ເຈລະຈາກັບ​ອີຣ່ານ ກໍ​ຄື​ການ​ເຈລະຈາເລື້ອງ​ນິວ​ເຄລຍຂອງອີຣ່ານນັ້ນ ​ແລະ ຂັ້ນຕອນການສ້າງ​ສັນຕິພາບ ​ລະຫວ່າງ ອິສຣາ​ແອ​ລ ​ແລະ ປາ​ແລ​ສ​ໄຕ​ນ໌. ທັງສອງບັນຫາ​ນີ້ ແມ່ນເປັນທີ່ໜ້າເສຍໃຈ ໄດ້ຖືກ​ນຳ​ມາ​ໃຊ້​ ຫຼາຍໆ​ປີມາແລ້ວ ເປັນ​ເກມເຕະບານ ຂອງພັກການເມືອງ ຢູ່ໃນລັດຖະສະພາ.”

ການເຈລະຈາ ກ່ຽວກັບໂຄງການນິວເຄລຍຂອງອີຣ່ານ ແມ່ນມີກຳນົດທີ່ຈະ ສິ້ນສຸດລົງ ໃນທ້າຍເດືອນນີ້ ໂດຍທີ່ຄະນະເຈລະຈາ ຂອງນາໆຊາດກຳລັງ ດຳເນີນການ ເພື່ອຊັກ
ຊວນໃຫ້ອີຣ່ານ ຈຳກັດກິດຈະກຳຕ່າງໆ ທາງດ້ານປະລະມານູຂອງຕົນ ເພື່ອເປັນການ
ແລກປ່ຽນ ກັບການຜ່ອນຜັນບາງສ່ວນ ໃນການລົງໂທດ ທາງດ້ານເສດຖະກິດນັ້ນ.

ສະມາຊິກ​ສະພາສູງ ​ຂອງພັກຣີພັບບລີກັນຫຼາຍໆທ່ານ ແມ່ນລະມັດລະວັງ ກ່ຽວກັບ ຂໍ້
ຕົກລົງ ທີ່ອະນຸຍາດໃຫ້ເຕຫະຣ່ານສືບຕໍ່ ການກັ່ນທາດຢູເຣນຽມໃດໆກໍຕາມ ແຕ່ ທ່ານ
ໂອບາມາ ໄດ້ອະນຸມັດໄປແລ້ວ ທີ່ຈະຍົກເລີກການລົງໂທດຕ່າງໆ ຂອງສະຫະລັດ ໂດຍ
ບໍ່ໄດ້ຮັບການອະນຸມັດ ຈາກລັດຖະສະພາ.

ນັກວິເຄາະຈາກສະຖາບັນ Cato ທ່ານ Justin Logan ກ່າວວ່າ ອັນນັ້ນ ອາດສາມາດ
ປ່ຽນແປງໄດ້ ໃນຂະນະທີ່ພັກຣີພັບບລີກັນ ທຳການເຄື່ອນໄຫວ ເພື່ອປະ ເຊີນໜ້າກັບ
ອີຣ່ານໂດຍກົງ ຢ່າງໜັກແໜ້ນຫຼາຍຂຶ້ນອີກ.

ທ່ານ Logan ເວົ້າວ່າ “ຍັງມີໂອກາດຢູ່ ທີ່ກະແສຟອງສ່ວນໃຫຍ່ ຂອງພັກຣີພັບ
ບລີກັນ ແລະ ​ການເຂົ້າຄວບຄຸມສະພາສູງນັ້ນ ມີໂອກາດ ທີ່ຈະນຳສະເໜີຮ່າງ
ກົດໝາຍລົງໂທດຕໍ່ອີຣ່ານ ໂດຍທີ່ບໍ່ລວມອຳນາດຍົກເລີກຂອງປະທານາທິບໍດີ.
ແຕ່ວ່າ ອັນນັ້ນ ແມ່ນບັງຄັບໃຫ້ລັດຖະສະພາ ຕ້ອງຮັບເອົາ ຄວາມຮັບ ຜິດຊອບ
ສຳຫລັບນະໂຍບາຍນັ້ນ ແລະ ກໍຈະມີຮອຍນິ້ວມືຂອງພັກ ໃນນະໂຍບາຍ ນັ້ນ
ອີກດ້ວຍ. ແລະຕາມປະຫວັດສາດແລ້ວ ມັນເປັນໜ້າເປັນຫ່ວງຫຼາຍ ທີ່ຈະເຮັດ
ເຊັ່ນນັ້ນ.”

ທ່ານ Robert Manning ນັກວິເຄາະ ຈາກສະພາ Atlantic ກ່າວວ່າ ທ່ານ John McCain ສະມາຊິກສະພາສູງ ສັງກັດພັກຣີພັບບລີກັນ ແມ່ນເປັນຜູ້ນຳພາ ການຕຳໜິຕິຕຽນ ຂອງພັກ ກ່ຽວກັບການໃຫ້ຄວາມສະໜັບສະໜຸນ ທີ່ມີການຊັກຊ້າ ຕໍ່ພວກຕໍ່ຕ້ານລັດຖະບານ ນິຍົມ ແນວທາງປານກາງ ຢູ່ໃນຊີເຣຍ ແລະ ອາດ ຈະຊຸກຍູ້ໃຫ້ມີບົດບາດ ທາງດ້ານທະຫານ ທີ່ຫ້າວຫັນຫຼາຍຂຶ້ນອີກ.

ທ່ານ Manning ເວົ້າວ່າ “ຂ້າພະເຈົ້າ ຄິດວ່າ ໃນເບື້ອງຂອງຄວາມໝັ້ນຄົງແລ້ວ ທ່ານຈະເຫັນໄດ້ຢ່າງແນ່ນອນວ່າ ສະມາຊິກ​ສະພາສູງ McCain ຈະ​ເປັນ​ຜູ້ນຳ
ຄະນະກຳມະການກອງທັບ ໃນສະພາສູງ ແລະ ຂ້າພະເຈົ້າຄິດວ່າ ອາດຈະມີການ
ໂຕ້ຖຽງ ກ່ຽວກັບ ການໃຊ້ຈາຍ​ໃນດ້ານ ປ້ອງກັນປະເທດ ແລະ ບາງ ສ່ວນຂອງ
ກິດຈະກຳຕ່າງໆ ທາງດ້ານທະຫານຂອງພວກເຮົາ ຢູ່ໃນຕາເວັນອອກກາງ ແລະ
ແຫ່ງອື່ນ.”

ໃນຂະນະທີ່ສະຫະລັດ ໄດ້ເລີ້ມໂຄງການເຝິກແອບ ແລະ ປະກອບອາວຸດ ໃຫ້ແກ່ພວກ
ຕໍ່ຕ້ານລັດຖະບານຊີເຣຍ ແຕ່ບັນຫານີ້ບໍ່ມີທ່າທາງວ່າ ຈະບໍ່ຫາຍໄປຢ່າງແນ່ນອນ ກໍຍ້ອນ
ວ່າ ເປັນການຕໍ່ສູ້ຕ້ານ ພວກຫົວຮຸນແຮງລັດອິສລາມ.

ທ່ານ Logan ນັກວິ​ເຄາະ​ຈາກ​ສະ​ຖາ​ບັນ Cato ​ເວົ້າວ່າ “​ໃນ​ເມື່ອມີ​ໂຄງການ ຈັດຕັ້ງ
ຢູ່​ແລ້ວ. ມັນ​ບໍ່​ປະ​ຕິ​ບັດ​ໄປ​ຕາມ​ທາງ ທີ່ສະມາຊິກ​ສະພາສູງ McCain ຢາກ​ໃຫ້​ມັນ​
ເປັນໄປ. ສະນັ້ນ ຂ້າພະ​ເຈົ້າຄິດ​ວ່າ ການ​ປ່ຽນ​ແປງ​ອັນ​ນີ້ ອາດ​ຈະ​ເປັນວິທີໃດ​ແທ້
ຂອງ​ການ​ສົນທະນາກັນ ທີ່​ຈະ​ເກີດ​ຂຶ້ນຕໍ່​ໄປ ການ​ພິຈາລະນາ​ ທີ່​ເກີດ​ຂຶ້ນມານັ້ນ​
ຈະອອກ​ມາໃນ​ຮູບໃດ ​ແລະ ວິທີ​ໃດ ທີ່​ພັກ​ຣີພັບ​ບລີ​ກັນ ​ໃນ​ສະພາ​ສູງ​ສາມາດສົ່ງ​
ຜົນ​ກະທົບ ໃຫ້​ສື່​ມວນ​ຊົນມາ​ສົນ​ໃຈ​ເອົາ​ຂ່າວ ໃນອັນ​ທີ່​ໄດ້​ກ່າວ​ເຖິງ​ເລື້ອງນະ​ໂຍ
ບາຍ​ ຂອງ​ປະທານາທິບໍດີນັ້ນ.”

​ໂຄສົກຍິງ ​ກະ​ຊວງ​ການ​ຕ່າງປະ​ເທດ ທ່ານ​ນາງ Jen Psaki ກ່າວ​ວ່າ ບັນດາ​ນັກ​ການ​ທູດ
ສະຫະລັດ ​ໃຫ້​ຄວາມຮ່ວມ​ໄມ້​ຮ່ວມ​ມືທໍ່ໆກັນ​ ແກ່​ຜູ້​ໃດ​ກໍ່ຕາມ ທີ່​ຄວບ​ຄຸມ​ລັດຖະສະພາ.

ທ່ານ​ນາງ Psaki ​ເວົ້າວ່າ “ກະຊວງ​ການ​ຕ່າງປະ​ເທດ ​ແມ່ນ​ມີໂຄງ​ສ້າງ​ ທີ່​ບໍ່​ມີ​ການ​
ລຳອຽງ ​ແລະ​ ເປັນ​ພາກສ່ວນ​ນຶ່ງບ່ອນ​ທີ່ ພວກ​ເຮົາ​ເຮັດ​ວຽກ​ຮ່ວມ​ກັນ​ກັບ ພັກ​
ເດໂມ​ແຄຣັດ ​ແລະ ພັກຣີພັບ​ບລີ​ກັນ ສະນັ້ນ ພວກ​ເຮົາ​ຈະ​ສືບ​ຕໍ່​ເຄື່ອນ​ໄຫວໄປ​
ຂ້າ​ງໜ້າ​ ດ້ວຍ​ສິ່ງ​ທີ່​ກ່າວ​ມານັ້ນ ​ໃນ​ຈິດ​ສຳ​ນຶກ.”

ໃນ​ຂະນະ​ທີ່ ລັດຖະມົນຕີ​ຕ່າງປະ​ເທດ ທ່ານ John Kerry ດຳລົງຕຳແໜ່ງຢູ່​ນັ້ນ ​ໄດ້​ມີ​
ລາຍງານຂ່າວ ໃນ​ລະຫວ່າງ​ການໂຄສະນາ​ຫາ​ສຽງນີ້ ​ໂດຍ​ອ້າງ​ແຫ​ລ່ງຂ່າວ ໃນລັດຖະບານ ທ່ານ ​ໂອ​ບາ​ມາ ທີ່ຕຳ​ນິຕິ​ຕຽນ ການດຳເນີນນະ​ໂຍບາຍ​ ​ການ​ຕ່າງປະ​ເທດ​ ທີ່ບໍ່ມີການຈຳກັດ ຈາກ​ປະທ​ານາ​ທິບໍດີ. ​ໂຄສົກ​ຍິງ ທ່ານ​ນາງ Psaki ​ກ່າວ​ວ່າ ທຳນຽບຂາວ​ ​ແມ່ນ “​ໄດ້​ແຈ້ງ​ອອກ​ມາ​ ຢ່າງຈະ​ແຈ້ງ​ແລ້ວ​ວ່າ ທ່ານ​ຈະ​ມານະ​ແຫ່ງ​ນີ້ຢູ່​.”

XS
SM
MD
LG