ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາຍງານ ການຫຼຸດກຳລັງ ທະຫານ ສຫລ ລົງ ໃນອັຟການິສຖານ ກໍ່ໃຫ້ເກີດ ຄວາມກັງວົນ ແລະການຄາດເດົາຕ່າງໆ


ທ່ານນາຍພົນ ສກັອດ ມີເລີ ຂອງສະຫະລັດ ກຳລັງພົບປະກັບ ຜູ້ປົກຄອງແຂວງນານກາຣຮາຣ ທ່ານ ຮາຢາທູລາ ເຮຢາຕ ໃນວັນທີ 23 ທັນວາ 2018.
ທ່ານນາຍພົນ ສກັອດ ມີເລີ ຂອງສະຫະລັດ ກຳລັງພົບປະກັບ ຜູ້ປົກຄອງແຂວງນານກາຣຮາຣ ທ່ານ ຮາຢາທູລາ ເຮຢາຕ ໃນວັນທີ 23 ທັນວາ 2018.

ມີລາຍງານວ່າ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກຳລັງພິຈາລະນາຈະຕັດ
ຈຳນວນທະຫານອາເມຣິກັນ ໃນອັຟການິສຖານ ລົງເຄິ່ງນຶ່ງ ໃນສອງສາມສັບປະດາ ຈະ
ມາເຖິງນີ້. ການເຄື່ອນໄຫວດັ່ງ​ກ່າວແມ່ນຍັງບໍ່ທັນ ໄດ້ຮັບການຢືນ​ຢັນໂດຍຄະນະລັດ
ຖະບານ ສະຫະລັດ ເທື່ອ ຊຶ່ງເລື່ອງນີ້ ໄດ້ສ້າງ​ຄວາມ​ຕື່ນ​ຕົກ​ໃຈ ໃຫ້ແກ່ບັນດາເຈົ້າໜ້າທີ່
ຢູ່ໃນປະເທດ ທີ່ຖືກສົງຄາມທຳລາຍລ້າງຜານ ແລະຢູ່ອ້ອມຮອບຂົງເຂດ. ອາຢາດຊ໌ ກູບ
ລາຍງານມາຈາກ ນະຄອນຫຼວງ ອິສລາມາບັດ ຂອງປາກິສຖານ ຊຶ່ງໄຊຈະເລີນສຸກ ຈະ
ນຳລາຍ ລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.


ລາຍງານຂ່າວ ເມື່ອສັບປະດາແລ້ວນີ້ ກ່ຽວກັບແຜນການຫລຸດກຳລັງທະຫານສະຫະລັດ
ໃນອັຟການິສຖານລົງນັ້ນ ໄດ້ມີຂຶ້ນໃນເວລາທີ່ພວກເຈົ້າໜ້າທີ່ ອັຟການິສຖານ ແລະ
ບັນດາ ປະເທດຢູ່ໃນຂົງເຂດ ກຳລັງພະຍາຍາມປະເມີນ ວ່າ ແມ່ນຫຍັງຢູ່ເບື້ອງຫລັງ
ຄວາມຮີບດ່ວນ ທີ່ຜິດປົກກະຕິນີ້ ກ່ຽວກັບການຊຸກຍູ້ ໂດຍສະຫະລັດ ໃຫ້ເຈລະຈາ
ເພື່ອຍຸຕິສົງຄາມ ກັບກຸ່ມຕາລີບານຄືນໃໝ່ ຊຶ່ງເປັນ ວິທີການທີ່ເຮັດໃຫ້ ລັດຖະບານ
ກາບູລ ບໍ່ໄດ້ເຂົ້າຮ່ວມນຳເລີຍ.

ບັນດາເຈົ້າໜ້າທີ່ອັຟການິສຖານ ກໍບໍ່ໄດ້ໃຫ້ຄວາມສຳຄັນຢ່າງເປີດເຜີຍຂອງການຫລຸດ
ກຳລັງທະຫານສະຫະລັດ ລົງ ແຕ່ພາຍໃນສ່ວນຕົວແລ້ວ ພວກເຂົາເຈົ້າ ມີ ຄວາມເປັນ
ຫ່ວງນຳ ກອງກຳລັງຮັກສາຄວາມປອດໄພແຫ່ງຊາດ ທີ່ກຽມພ້ອມຈະຕໍ່ສູ້ ຊຶ່ງອາດຈະປະ
ເຊີນກັບການທ້າທາຍທີ່ສຳຄັນຍິ່ງ ໃນການຕ້ານຢັນ ການບຸກໂຈມຕີຂອງກຸ່ມຕາລີບານ
ໂດຍປາດສະຈາກ ການສະໜັບສະໜຸນ ຂອງສະຫະລັດ.

ຜູ້ບັນຊາການຂອງກອງກຳລັງນານາຊາດ ທີ່​ເປັນ​ຄົນອາເມຣິກັນ ໃນອັຟການິສຖານ
ໄດ້ຫາທາງທີ່ຈະຜ່ອນເບົາ ຄວາມເປັນຫ່ວງເປັນໃຍດັ່ງ​ກ່າວ ຂອງອັຟການິສຖານ.

ທ່ານນາຍພົນ ອອສຕິນ ສກັອດ ມີເລີ ຜູ້ບັນຊາການຂອງສະຫະລັດ ກ່າວວ່າ “ທ່ານກໍ
ໄດ້ເຫັນຂ່າວລືແບບດຽວກັນ ກັບຂ້າພະເຈົ້າໄດ້ເຫັນ ຈາກໜັງສືພິມຕ່າງໆ ແຕ່ຂ້າ
ພະເຈົ້າ ຮັບຮອງໄດ້ວ່າ ກ່ອນອື່ນໝົດ ຂ້າພະເຈົ້າບໍ່ໄດ້ຮັບຄຳສັ່ງໃດໆ ສະນັ້ນ ບໍ່ມີ
ຫຍັງປ່ຽນແປງ. ແຕ່ຖ້າຫາກຂ້າພະເຈົ້າໄດ້ຮັບຄຳສັ່ງ ຂ້າພະເຈົ້າ ຄຶດວ່າ ມັນມີ
ຄວາມສຳຄັນ ສຳລັບທ່ານ ທີ່ຢາກຈະຮູ້ວ່າ ພວກເຮົາຍັງຈະຢູ່ກັບກຳລັງຮັກສາ
ຄວາມປອດໄພ. ແມ່ນກະທັງ ຖ້າຂ້າພະເຈົ້າຈະນ້ອຍລົງກົ່ວເກົ່າ ຈັກໜ້ອຍນຶ່ງ
ພວກເຮົາ ກໍຈະໃຊ້ໄດ້ຢູ່.”

ລົດຫຸ້ມເກາະຕິດອາວຸດ ຂອງທະຫານສະຫະລັດ ກຳລັງແລ່ນລາດຕະເວນ ແມ່ນເຫັນໄດ້ໃນກະຈົກຂອງລົດຄັນນຶ່ງ ໃນນະຄອນຫຼວງ ກາບູລ ຂອງອັຟການິສຖານ, ວັນນທີ 23 ສິງຫາ 2017.
ລົດຫຸ້ມເກາະຕິດອາວຸດ ຂອງທະຫານສະຫະລັດ ກຳລັງແລ່ນລາດຕະເວນ ແມ່ນເຫັນໄດ້ໃນກະຈົກຂອງລົດຄັນນຶ່ງ ໃນນະຄອນຫຼວງ ກາບູລ ຂອງອັຟການິສຖານ, ວັນນທີ 23 ສິງຫາ 2017.

ເຖິງຢ່າງໃດກໍດີ ບັນດານັກວິເຄາະດ້ານການເມືອງໃນກາບູລ ກໍເຫັນລາຍງານ ກ່ຽວກັບ
ແຜນການຫລຸດກຳລັງລົງນັ້ນ ວ່າ ເປັນຜົນມາຈາກ ການພົບປະ ລະຫວ່າງ ສະຫະລັດ
ແລະບັນດາເຈົ້າໜ້າທີ່ຂອງກຸ່ມຕາລີບານ ຢູ່ໃນ ສະຫະລັດ ອາຣັບເອເມີເຣັສ. ພວກນັກ
ວິເຄາະບາງສ່ວນ ຄາດໝາຍວ່າ ຈະມີການຕອບສະໜອງຕໍ່ທ່າທີ ແບບດຽວກັນ ເຊັ່ນວ່າ
ຫລຸດຜ່ອນໃນການສູ້ລົບ ຈາກພວກກະບົດ ໃນໄວໆນີ້.

ທ່ານ ອິນຕີຊາຣ ຄາດິມ ນັກວິເຄາະດ້ານການເມືອງຊາວອັຟການິສຖານ ກ່າວວ່າ “ລາຍ
ງານ ການປະກາດຂອງປະທານາທິບໍດີ ທຣຳ ທີ່ຈະ​ຖອນທະຫານອາ ເມຣິກັນ 7,000
ຄົນ ອອກມາຈາກ ອັຟການິສຖານ ໃນໄວໆນີ້ ຫຼືບາງທີ ໃນລະດູຮ້ອນທີ່ຈະມາເຖິງ
ແມ່ນມີສ່ວນກ່ຽວຂ້ອງ ກັບສັນຕິພາບຂອງອັຟການິສຖານ ແລະພວກເຮົາກໍເບິ່ງໂລກ
ໃນແງ່ດີ ເພື່ອຢາກໃຫ້ມີຜົນທີ່ດີ ອອກມາຈາກນັ້ນ.”

ບັນດາເຈົ້າໜ້າທີ່ ແລະນັກວິເຄາະທັງຫຼາຍຢູ່ໃນປະເທດເພື່ອນບ້ານ ປາກິສຖານ ຊຶ່ງ
ປາກົດວ່າ ໄດ້ໃຫ້ການຄຸ້ມກັນ ບັນດາຜູ້ນຳກຸ່ມຕາລີບານ ອັຟການິສຖານນັ້ນ ກ່າວວ່າ
ພວກເຂົາເຈົ້າ ໄດ້ຄາດຫວັງມາເປັນເວລາຍາວນານ ການຖອນກຳລັງ ຂອງສະຫະລັດ
ແຕ່ການຫລຸດກຳລັງຢ່າງກະທັນຫັນນັ້ນ ອາດຈະມີຜົນຕິດຕາມ ມາຕ່າງໆນາໆ ທີ່ບໍ່ເພິ່ງ
ປາດຖະໜາ.

ທ່ານ ຣາອຸຟ ຮາຊານ ອະດີດນັກການທູດຂອງປາກິສຖານ ກ່າວວ່າ “ຜົນທີ່ຕິດຕາມ
ມາຕ່າງໆ ສຳລັບອັຟການິສຖານ ແລະ ສຳລັບຂົງເຂດ ຂ້າພະເຈົ້າຄຶດວ່າ ເປັນໄປໄດ້
ທີ່ພວກເຮົາ ຈະຕ້ອງໄດ້ລໍຖ້າຈັກໜ້ອຍນຶ່ງ ເພື່ອທີ່ຈະສາມາດຕີລາຄາມັນໄດ້ ຢ່າງ
ເໝາະສົມ. ແຕ່ຂ້າພະເຈົ້າຄຶດວ່າ ອັນນີ້ແມ່ນບາດກ້າວໃຫຍ່ ຊຶ່ງ ໃນທີ່ສຸດ ຈະເປັນ
ການຍຶດເອົາອັຟການິສຖານ ໂດຍກຸ່ມຕາລີບານ.”

ທ່ານ ມູຊາຮີດ ຮູເຊນ ສະມາຊິກ ຄະນະກຳມະການ ຮັບຜິດຊອບດ້ານການຕ່າງປະເທດ
ຂອງສະພາສູງປາກິສຖານ ກ່າວວ່າ “ມັນສະແດງໃຫ້ເຫັນວ່າ ມັນເປັນມາດຕະການ
ສ້າງຄວາມໝັ້ນໃຈ ຫຼື ເອີ້ນຫຍໍ້ວ່າ CBM ໃຫ້ແກ່ ກຸ່ມຕາລີບານ ໃນອັຟການິສຖານ
ແລະມັນຍັງສະແດງໃຫ້ເຫັນວ່າ ປາກິສຖານ ຈະມີບົດບາດທີ່ສຳຄັນ ໃນການສົ່ງເສີມ
ສັນຕິພາບ ຢູ່ໃນອັຟການິສຖານ ເພາະວ່າ ເສັ້ນທາງໄປສູ່ສັນຕິພາບ ໃນກາບູລ ແມ່ນ
ຈະຕ້ອງຜ່ານ ອິສລາມາບັດ.”

ບັນດານັກວິເຄາະບາງສ່ວນ ໄດ້ປະ​ຕິ​ເສດ​ເຖິງຄວາມເປັນໄປໄດ້ ຂອງການກັບຄືນ ມາກຳ
ອຳນາດ ໂດຍກຸ່ມຕາລີບານ ໃນກາບູລ ແລະການນຳເອົາສັນຍາລັກ ໃນດ້ານອິສລາມ ທີ່
ເປັນບັນຫາຖົກຖຽງກັນ ເຂົ້າມາເປັນລັດຖະບານ ໃນປະເທດ ບ່ອນທີ່ການສຶກສາ ສຳລັບ
ພວກເດັກຍິງ ແລະກິດຈະກຳຕ່າງໆ ຂອງພວກແມ່ຍິງ ໄດ້ຖືກຫ້າມນັ້ນ.

ທ່ານ ອາຊິຟ ດູຣານີ ອະດີດເອກອັກຄະລັດຖະທູດຂອງປາກິສຖານ ປະຈຳນະຄອນ
ກາບູລ ກ່າວວ່າ “ພວກຕາລີບານທີ່ໂຕ້ແຍ້ງ ກ່າວວ່າ ພວກເຂົາເຈົ້າ ໄດ້ນຳເອົາ
ສັນຕິພາບມາ​ສູ່ ອັຟການິສຖານ ໃນເວລາທີ່ພວກເຂົາເຈົ້າ ປົກຄອງປະເທດຢູ່.
ເວົ້າກົງໆສະ ອັນນັ້ນ ເປັນສັນຕິພາບ ຂອງຂຸມຝັງສົບ.”


ເຖິງຢ່າງໃດກໍຕາມ ສ່ວນພວກທີ່ຍັງສົງໄສ ບໍ່ຄາດໝາຍວ່າ ກຸ່ມຕາລີບານ ຈະສົນໃຈ
ເລື້ອງການປະນີປະນອມ ໃນດ້ານການເມືອງ ກັບພື້ນຖານຄວາມເປັນຈິງ ທີ່ເກີດຂຶ້ນ
ມາໃໝ່ ຢູ່ໃນອັຟການິສຖານ.

Reports of US Drawdown in Afghanistan Fuel Regional Concerns, Speculation
please wait

No media source currently available

0:00 0:02:58 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

U.S. President Donald Trump is reportedly considering cutting in half the number of American troops in Afghanistan in coming weeks. The move, not yet confirmed by the U.S. administration, has shocked officials in the war-ravaged country and around region. Ayaz Gul reports from Islamabad.

The news last week of reported plans for the U.S. troop drawdown in Afghanistan came at a time when Afghans and regional countries were still trying to assess the unusual urgency behind a renewed U.S. push for negotiating an end to the war with the Taliban, a process that effectively sidelined the Kabul government.

Publicly, Afghan officials have dismissed the importance of the drawdown, but privately they are concerned their embattled national security forces would face critical challenges in containing the Taliban advances without U.S. support.

The American commander of international forces in Afghanistan sought to allay Afghan concerns.

(Gen. Austin Scott Miller, U.S. Commander)
"You have seen the same rumors I have, from the newspapers, but all I would assure you is first of all I have no orders, so nothing changed. But if I do get orders, I think it is important for you to know that we are still with the security forces. Even if I have to get a little bit smaller, we will be okay."

However, political commentators in Kabul see the reported drawdown plans as an outcome of meetings between U.S. and Taliban officials in the United Arab Emirates. Some are expecting similar gestures such as a reduction in hostilities from insurgents soon.

(Intizar Khadim, Afghan political analyst)
"The (reported) announcement of President Trump of 7,000 American soldiers to leave Afghanistan very soon or may be in the coming summer is relevant to the Afghan peace and we are optimistic for a positive impact of that."

Officials and commentators in neighboring Pakistan, which allegedly harbors Afghan Taliban leaders, say they had long anticipated a U.S. withdrawal but an abrupt drawdown would have undesirable consequences.

(Rauf Hassan, Former Pakistani Diplomat)
"The consequences for Afghanistan and for the region I think we would possibly have to wait a little longer to be able to appropriately gauge that. But I think this is a big step to the ultimate takeover of Afghanistan by (the) Taliban."

(Mushahid Hussain, Pakistan Senate Foreign Affairs Committee)
"It shows it's a CBM (confidence building measure) for the Afghan Taliban and it also shows that Pakistan is going to play a pivotal role for promoting peace in Afghanistan because the road to peace in Kabul lies through Islamabad."

Some analysts rule out the possibility of the Taliban regaining power in Kabul and reintroducing their controversial brand of Islamist administration in the country where education for girls and women's outdoor activities were banned.

(Asif Durrani, Former Pakistani Ambassador to Kabul)
"Taliban apologists say that they brought peace in Afghanistan when they were ruling. Frankly, that was the peace of the graveyard."

Skeptics, however, do not expect the Taliban would be interested in a political reconciliation with new existing ground realities in Afghanistan.

XS
SM
MD
LG