ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເອກະສານຂອງ ເຄືອຂ່າຍ FinCEN ສະແດງໃຫ້ເຫັນ ທະນາຄານຫຼາຍແຫ່ງ ເຄື່ອນຍ້າຍ ກອງທຶນ ທີ່ໜ້າສົງໄສ


ຜູ້ຊາຍຄົນນຶ່ງຍ່າງກາຍກະຊວງການເງິນ ສະຫະລັດ, ນະຄອນຫຼວງ ວໍຊິງຕັນ.
ຜູ້ຊາຍຄົນນຶ່ງຍ່າງກາຍກະຊວງການເງິນ ສະຫະລັດ, ນະຄອນຫຼວງ ວໍຊິງຕັນ.

ທະນາຄານຫຼາຍແຫ່ງໃນໂລກໄດ້ເຄື່ອນຍ້າຍກອງທຶນທີ່ຖືກກ່າວຫາວ່າຜິດກົດໝາຍຂະໜາດໃຫຍ່ ໃນໄລຍະເກືອບສອງທົດສະວັດທີ່ຜ່ານມາ, ເຖິງແມ່ນວ່າຈະຖືກໝາຍທຸງແດງ ກ່ຽວກັບ ຕົ້ນທີ່ມາຂອງເງິນນັ້ນກໍຕາມ, ບໍລິສັດສື່ມວນຊົນ BuzzFeed ແລະ ສື່ມວນຊົນອື່ນໆໄດ້ລາຍງານໃນວັນອາ ທິດວານນີ້, ໂດຍອ້າງເຖິງເອກະສານລັບທີ່ຖືກມອບໃຫ້ລັດຖະບານ ສະຫະລັດ ໂດຍທະນາຄານຕ່າງໆ.

ລາຍງານຕ່າງໆຂອງສື່ມວນຊົນແມ່ນອີງໃສ່ລາຍງານກິດຈະກຳຕ້ອງສົງໄສ ຫຼື SARs ທີ່ຖືກຫົ່ວໄຫຼອອກມາ, ເຊິ່ງຮ່າງໂດຍທະນາຄານ ແລະ ບໍລິສັດການເງິນອື່ນໆ ພ້ອມກັບເຄືອຂ່າຍການດຳເນີນການຕໍ່ອາຊະຍາກຳດ້ານການເງິນຂອງກະຊວງການເງິນ ສະຫະລັດ ຫຼື FinCEN.

ລາຍງານ SARs, ເຊິ່ງການລາຍງານເວົ້າວ່າໄດ້ລະບຸຫຼາຍກວ່າ 2,100 ສະບັບນັ້ນ, ບໍລິສັດຂ່າວ BuzzFeed ໄດ້ຮັບມາ ແລະ ໄດ້ແລກປ່ຽນກັບສະມາຄົມນັກຂ່າວສືບສວນສາກົນ ຫຼື ICIJ ແລະ ອົງ ການສື່ມວນຊົນອື່ນໆ.

ທັງໝົດນັ້ນ, ICIJ ໄດ້ລາຍງານວ່າ ເອກະສານຕ່າງໆປະກອບມີຂໍ້ມູນ ກ່ຽວກັບ ການໂອນເງິນຫຼາຍກວ່າ 2 ພັນຕື້ໂດລາໃນລະຫວ່າງປີ 1999 ແລະ 2017,​ ເຊິ່ງຖືກໝາຍວ່າໜ້າສົງໄສ ໂດຍພະແນກການປະຕິບັດຕາມຂໍ້ກຳນົດພາຍໃນຂອງສະຖາບັນການເງິນຕ່າງໆ. ລາຍງານ SARs ບໍ່ຈຳເປັນຕ້ອງໄດ້ພິສູດ ກ່ຽວກັບ ການກະທຳຜິດໃດໆ ແລະ ລາຍງານເອກະສານທີ່ຮົ່ວໄຫຼອອກມາໂດຍ ICIJ ນັ້ນ ແມ່ນເສດສ່ວນນ້ອຍໆຂອງລາຍງານທີ່ຖືກຮ່າງຂຶ້ນກັບ FinCEN.

ທະນາຄານຫ້າແຫ່ງທີ່ໄດ້ປາກົດຢູ່ໃນເອກະສານດັ່ງກ່າວຫຼາຍກວ່າໝູ່ແມ່ນ ທະນາຄານ HSBC ຈຳກັດມະຫາຊົນ, JPMorgan Chase & Co, ທະນາຄານ Deutche Bank AG, ທະນາຄານ Standard Chartered ຈຳກັດມະຫາຊົນ ແລະ Bank of New York Mellon Corp, ອີງຕາມ ການລາຍງານຂອງ ICIJ.

ລາຍງານ SARs ໄດ້ສະໜອງຂໍ້ມູນລັບທີ່ສຳຄັນຂອງຄວາມພະຍາຍາມໃນທົ່ວໂລກ ເພື່ອຢຸດການຟອກເງິນ ແລະ ອາຊະຍາກຳອື່ນໆ. ລາຍງານຂອງສື່ມວນຊົນໃນວັນອາທິດວານນີ້ ໄດ້ວາດພາບຂອງລະບົບທີ່ແມ່ນທັງຂາດແຫຼ່ງຊັບພະຍາກອນ ແລະ ມີຢ່າງເຫຼືອລົ້ນ, ທີ່ເຮັດໃຫ້ເງິນທຶນທີ່ຜິດກົດ ໝາຍຈຳນວນຫຼວງຫຼາຍເຄື່ອນຜ່ານລະບົບການທະນາຄານ.

ທະນາຄານແຕ່ລະແຫ່ງມີເວລາສູງສຸດ 60 ວັນທີ່ຈະຮ່າງລາຍງານ SARs ຫຼັງຈາກວັນຂອງການກວດພົບການໂອນເງິນທີ່ສາມາດລາຍໄດ້ຄັ້ງທຳອິດ, ອີງຕາມ ຫ້ອງການກວດສອບບັນຊີຂອງສະ ກຸນເງິນ ຂອງກະຊວງການເງິນ. ICIJ ໄດ້ກ່າວວ່າໃນບາງກໍລະນີທະນາຄານຕ່າງໆບໍ່ສາມາດມີ່ຈະລາຍງານການໂອນເງິນທີ່ຕ້ອງສົງໄສ ຈົນກວ່າຫຼາຍປີຫຼັງຈາກເຂົາເຈົ້າໄດ້ດຳເນີນການແລ້ວ.

ລາຍງານ SARs ຍັງໄດ້ສະແດງໃຫ້ເຫັນວ່າ ທະນາຄານຕ່າງໆມັກຈະເຄື່ອນຍ້າຍເງິນທຶນສຳລັບບໍລິສັດຕ່າງໆທີ່ໄດ້ລົງທະບຽນໃນບັນດາປະເທດທີ່ຕັ້ງຢູ່ນອກ ຊາຍຝັ່ງ, ເຊັ່ນເກາະ ເວີຈິນ ອັງກິດ, ແລະ ບັນຊີທີ່ບໍ່ຮູ້ຈັກວ່າເປັນຂອງໃຜ, ອີງຕາມການກ່າວຂອງລາຍງານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG