ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ທຣຳ ຄາດວ່າ ຈະແຕ່ງຕັ້ງ ທ່ານພາວແວລ ເປັນຫົວໜ້າ ທະນາຄານກາງ ຄົນໃໝ່


ຜູ້ບໍລິຫານທະນາຄານກາງ ທ່ານ ເຈໂຣມ ພາວແວລ ກ່ອນເຂົ້າຮ່ວມ ກອງປະຊຸມຄະນະກຳມະການ ໃນນະຄອນຫຼວງ ວໍຊິງຕັນ. 30 ພະຈິກ, 2015.
ຜູ້ບໍລິຫານທະນາຄານກາງ ທ່ານ ເຈໂຣມ ພາວແວລ ກ່ອນເຂົ້າຮ່ວມ ກອງປະຊຸມຄະນະກຳມະການ ໃນນະຄອນຫຼວງ ວໍຊິງຕັນ. 30 ພະຈິກ, 2015.

ປະທານາທິບໍດີ ດໍໂນລ ທຣຳ ຄາດວ່າ ຈະແຕ່ງຕັ້ງທ່ານ ເຈໂຣມ ພາວແວລ ເປັນຫົວໜ້າ ທະນາຄານກາງ ສະຫະລັດ ຄົນໃໝ່.

ທ່ານ ທຣຳ ມີແຜນທີ່ຈະປະກາດການແຕ່ງຕັ້ງຢ່າງເປັນທາງການ ໃນວັນພະຫັດມື້ນີ້ ທີ່
ສວນກຸຫຼາບຂອງ ທຳນຽບຂາວ.

ທ່ານໄດ້ຂຽນຂໍ້ຄວາມລໍ້ຫຼິ້ນໃນ ທວິດເຕີ ວ່າ “ຂ້າພະເຈົ້າຄິດວ່າພວກ ທ່ານຈະມີຄວາມ
ພູມໃຈຢ່າງຍິ່ງກັບຄົນຜູ້ນີ້.”

ໜັງສືພິມ ວໍລ ສຕຣີດ ເຈີໂນລ ໄດ້ລາຍງານໂດຍອ້າງແຫຼ່ງຂ່າວ ທີ່ບໍ່ອອກຊື່ ໃນຕອນ
ແລງຂອງວັນພຸດວານນີ້ວ່າ ບັນດາເຈົ້າໜ້າທີ່ທຳ ນຽບຂາວ ໄດ້ແຈ້ງໃຫ້ທ່ານ ພາວແວລ
ຮູ້ວ່າ ທ່ານຈະເຂົ້າຮັບຕຳແໜ່ງ ແທນປະທານທະນາຄານກາງ ທ່ານນາງ ຈາແນັດ
ແຢລເລັນ ເມື່ອການດຳລົງຕຳແໜ່ງຂອງເພິ່ນສິ້ນສຸດລົງໃນຕົ້ນປີໜ້າ. ອົງການຂ່າວ
ອື່ນໆກໍຍັງໄດ້ກ່າວວ່າ ທ່ານ ພາວແວລ ແມ່ນທາງເລືອກຂອງທ່ານ ທຣຳ.

ທ່ານ ພາວແວລ ແມ່ນນຶ່ງໃນບັນດາຜູ້ບໍລິຫານທະຫານຄານກາງຢູ່ແລ້ວ. ບັນດານັກວິ
ເຄາະກ່າວວ່າ ທ່ານແມ່ນສະມາຊິກພັກຣີພັບບລີກັນ ທີ່ມີ ແນວທາງເປັນກາງ ຜູ້ທີ່ປາກົດ
ວ່າມີແນວໂນ້ມຈະສືບຕໍ່ແຜນຍຸດທະສາດ ຂອງລັດຖະບານກາງ ກ່ຽວກັບ ການຂຶ້ນອັດ
ຕາດອກເບ້ຍເທື່ອລະນ້ອຍ. ລາຍງານຂອງໜັງສືພິມ ເຈີໂນລ ໄດ້ເຕືອນວ່າ ທ່ານ ທຣຳ
ຜູ້ທີ່ໄດ້ຍົກຍ້ອງທ່ານນາງ ແຢລເລັນ ເມື່ອບໍ່ດົນມານີ້, ອາດຍັງຈະປ່ຽນ ຄວາມຄິດຂອງ
ທ່ານຢູ່.

ທ່ານ ພາວແວລ ຈະເປັນຕົວເລືອກຄົນກາງ ສຳລັບທ່ານ ທຣຳ, ຜູ້ທີ່ຍັງ ໄດ້ພິຈາລະນາ
ປະທານທະນາຄານກາງຄົນປັດຈຸບັນ ທ່ານນາງ ຈາແນັດ ແຢລເລັນ ພ້ອມກັບນັກເສດ
ຖະກິດມະຫາວິທະຍາໄລ ສແຕນຝອດ ທ່ານ ຈອນ ເທເລີ ແລະ ອະດີດຜູ້ບໍລິຫານທະ
ນາຄານກາງ ທ່ານ ເຄວິນ ວາຊ໌.

ໃນຂະນະທີ່ມີການຄາດວ່າ ທ່ານ ພາວແວລ ຈະສືບຕໍ່ແນວທາງທີ່ລະມັດ ລະວັງຂອງ
ທ່ານນາງ ແຢລເລັນ ເພື່ອຂຶ້ນອັດຕາດອກເບ້ຍນັ້ນ, ບັນດານັກເສດຖະເສດກ່າວວ່າ
ທ່ານອາດຢຸດກົດລະບຽບ ດ້ານການເງິນບາງຢ່າງເພື່ອຫຼີກລ່ຽງວິກິດການດ້ານການເງິນ
ອີກຄັ້ງ ຄືຄັ້ງທີ່ໄດ້ກໍ່ໃຫ້ເກີດຄວາມວຸ້ນວາຍໃນຕະຫຼາດຕ່າງໆ ໃນລະຫວ່າງເສດຖະກິດ
ຕົກຕໍ່າໃນປີ 2007-2008. ທ່ານ ທຣຳ ໄດ້ຕຳໜິວ່າ ກົດລະບຽບ ຕ່າງໆນັ້ນໄດ້ສ້າງ
ຄວາມເສຍຫາຍຕໍ່ທະນາຄານ ແລະການເຕີບໂຕຂອງເສດຖະກິດ. ທ່ານນາງ ແຢລເລັນ,
ຜູ້ທີ່ໄດ້ຖືກເລືອກເປັນປະທານ ທະນາຄານກາງໂດຍປະທານາທິບໍດີ ບາຣັກ ໂອບາມາ,
ໄດ້ອອກ ມາສະໜັບສະໜູນຢ່າງເປີດເຜີຍ ຕໍ່ກົດລະບຽບດ້ານການເງິນທີ່ເຄັ່ງຄັດກວ່າ
ເກົ່າ ເຊິ່ງໄດ້ມີຜົນບັງຄັບໃຊ້ໃນປີ 2010.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Who Will Be the Next Fed Chief?
please wait

No media source currently available

0:00 0:02:25 0:00

XS
SM
MD
LG