ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເສ​ດຖະກິດ​ ຂອງ​ ເກົາຫຼີເໜືອ ຫົດ​ໂຕ​ລົງ ຢ່າງແຮງ ​ໃນ​ປີ 2017 ຜ່ານມາ


ລົດຂົນສົ່ງລໍຖ້າໃຫ້ກວດສິນຄ້າຢູ່ຊາຍແດນທາງເບື້ອງຈີນ ທີ່ສົ້ນຂົວມິດຕະພາບ ຂ້າມແມ່ນໍ້າ ຢາລູ ທີ່ເຊື່ອມຕໍ່ ແຂວງຊິນຸຍຈູຂອງເກົາຫລີເໜືອ ໃສ່ກັບເມືອງແດນດອງ, ແຂວງຫລຽວນິ່ງ ຂອງຈີນໃນວັນທີ 24 ພຶດສະພາ 2018
ລົດຂົນສົ່ງລໍຖ້າໃຫ້ກວດສິນຄ້າຢູ່ຊາຍແດນທາງເບື້ອງຈີນ ທີ່ສົ້ນຂົວມິດຕະພາບ ຂ້າມແມ່ນໍ້າ ຢາລູ ທີ່ເຊື່ອມຕໍ່ ແຂວງຊິນຸຍຈູຂອງເກົາຫລີເໜືອ ໃສ່ກັບເມືອງແດນດອງ, ແຂວງຫລຽວນິ່ງ ຂອງຈີນໃນວັນທີ 24 ພຶດສະພາ 2018

ເສ​ດຖະກິດ​ຂອງ​ເກົາຫລີ​ເໜືອຫົດ​ໂຕ​ລົງ 3.5 ​ເປີ​ເຊັນ​ໃນ​ປີ​ກາຍ​ນີ້ ຍ້ອນ​ມີ​ການ​ລົງ​
ໂທດ​ຂອງ​ສາກົນ​ ຕໍ່​ປະ​ເທດ​ດັ່ງກ່າວ, ອີງ​ຕາມ​ການ​ຄາດ​ຄະ​ເນ​ຂອງ​ທະນາຄານ​ກາງ​
ເກົາຫລີ​ໃຕ້ ທີ່​ເປີດ​ເຜີ​ຍ​ໃຫ້ຮູ້ ໃນ​ວັນ​ສຸກ​ມື້ນີ້. ​ແຕ່ເກົາຫລີ​ເໜືອ ບໍ່​ໄດ້ ພິມ​ເຜີ​ຍ​ແຜ່​ສະຖິ
ຕິດ້ານ​ເສດຖະກິດ​ແຕ່​ຢ່າງໃດ​ເລີຍ.

​ໂດຍເຄີຍມີ​ການ​ຂະຫຍາຍ​ໂຕ 3.9 ​ເປີ​ເຊັນ​ ໃນ​ປີ 2016 ຜ່ານ​ນັ້ນ ການ​ທີ່​ມີສະພາບ​
ເສດຖະກິດຫລຸດ​ລົງ​ເຊັ່ນ​ນີ້ ຖືວ່າ​ເປັນ​ການ​ຫລຸດ​ລົງ​ຢ່າງ​ຫລວງຫລາຍ ໃນ​ຮອບ​ນານ
​ກວ່າ 20 ປີມານີ້ ​ນັບ​ແຕ່​ມີຫົດ​ໂຕ​ຂອງ​ເສດຖະກິດຢູ່​ໃນ​ອັດຕາ ​6.5 ​ເປີ​ເຊັນ​ໃນ​ປີ 1997
​ໃນ​ຕອນ​ທີ່​ປະ​ເທດ​ຄອມ​ມີ​ວນິສທີ່ຢູ່​ໂດດດ່ຽວ​ດັ່ງກ່າວໄດ້ຮັບຜົນ​ກະທົບຈາກ​ໄພ​ອຶດ​ຫົວ,
ອີງ​ຕາມທະນາຄານ​ກາງ​ເກົາຫລີຫລື BOK.

ທະນາຄານ​ກາງ​ເກົາຫລີ ​ເວົ້າອີກ​ວ່າ ຍ້ອນ​ວ່າ​ມີ​ການ​ລົງ​ໂທດ ອຸດ​ສາ​ຫະກໍາ​ຂຸດ​ຄົ້ນບໍ່​ແຮ່
​ຂອງ​ເກົາຫລີ​ເໜືອຈຶ່ງຫລຸດ​ລົງ 11 ​ເປີ​ເຊັນ ຊຶ່ງ​ເປັນ​ການ​ຫລຸດ​ລົງ​ຢ່າງ​ແຮງ ​ເມື່ອ​ທຽບ​ໃສ່​
ກັບ​ການ​ເພີ້ມຂຶ້ນ​ໃນ​ອັດຕາ 8.4 ​ເປີ​ເຊັນ​ໃນ​ປີ 2016.

ທ. ກິມ ຈົງ ອຶນ, ຜູ້ນໍາເກົາຫລີເໜືອໃຫ້ຄໍາຊີ້ນໍາໃນຂະນະລົງຢ້ຽມຢາມເຂດໂຮງງານຜະລິດເຄື່ອງຈັກ ຂຸດຄົ້ນຖ່ານຫີນ (ພາບຖ່າຍໂດຍສໍານັກງານສູນກາງຂ່າວສານຂອງເກົາຫລີເໜືອທີ່ນະຄອນພຽງຢາງ ໃນວັນທີ 17 ກໍລະກົດ 2018)
ທ. ກິມ ຈົງ ອຶນ, ຜູ້ນໍາເກົາຫລີເໜືອໃຫ້ຄໍາຊີ້ນໍາໃນຂະນະລົງຢ້ຽມຢາມເຂດໂຮງງານຜະລິດເຄື່ອງຈັກ ຂຸດຄົ້ນຖ່ານຫີນ (ພາບຖ່າຍໂດຍສໍານັກງານສູນກາງຂ່າວສານຂອງເກົາຫລີເໜືອທີ່ນະຄອນພຽງຢາງ ໃນວັນທີ 17 ກໍລະກົດ 2018)

ຂະ​ແໜງການ​ອຸດ​ຫະຫະກໍາຜະລິດສິນຄ້າ, ກະສິກໍາ ​ແລະ​ການປະມົງ​ກໍ​ຫລຸດ​ລົງ ​ເຊັ່ນ​ກັນ
ພາຍຫລັງ​ທີ່​ມີ​ການ​ຂະຫຍາຍ​ໂຕ​ອອກ​ ໃນ​ປີ​ກ່ອນ​ນັ້ນ.

ສິນຄ້າສົ່ງ​ອອກ​ໄດ້​ຫລຸດ​ລົງ​ຢ່າງໜັກ​ໃນອັດຕາ 37.2 ​ເປີ​ເຊັນລົງ​ມາເປັນ 1.77 ຕື້​ໂດ​ລາ ​
ໃນຂະນະ​ທີ່​ສິນຄ້າ​ນໍາ​ເຂົ້າ​ເພີ້ມຂຶ້ນ 1.8 ​ເປີ​ເຊັນ​ເປັນ 3.78 ຕື້​ໂດ​ລາ, ອີງ​ຕາມລາຍ​ງານ​
ຂອງທະນາຄານ​ກາງ​ເກົາຫລີ.

ມັນ​ແມ່ນ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ເກົາຫລີ ທີ່​ເຮັດ​ໃຫ້ເສດຖະກິດ​ເກືອບ​ວ່າ ພັງ​ທະ​
ລາຍ​ລົງ ​ໂດຍ​ທີ່ໄດ້ຫລຸດລົງ 99.7 ​ເປີ​ເຊັນ​ຕໍ່​ປີ ເປັນ 900,000 ​ໂດ​ລາ, ພາຍຫລັງ​ທີ່ເກົາ
ຫລີ​ໃຕ້​ໄດ້​ປິດ​ເຂດອຸດ​ສະຫະ​ກໍາຮ່ວມແຄ​ຊອງຢູ່​ໃນເກົາຫລີເໜືອນັ້ນລົງ.

ດັ່ງ​ທີ່​ທະນາຄານ​ກາງເກົາຫລີຄາດ​ຄະ​ເນ​ ເກົາຫລີເໜືອ ມີ​ລາຍ​ຮັບສະເລ່ຍແຫ່ງຊາດ
ສູງ​ກວ່າ 1,000 ​ໂດ​ລາໜ້ອຍນຶ່ງ ຕໍ່ຄົນ ​ໃນ​ຂະນະ​ທີ່ຮັບສະເລ່ຍແຫ່ງ​ຊາດ ຂອງເກົາຫລີ
​ໃຕ້ ສູງ​ກວ່ານັ້ນ 23 ​ເທື່ອ.

ສະພາ​ຄວາມໝັ້ນຄົງ​ຂອງອົງການ​ສະຫະ​ປະຊາ​ຊາດໃນ​ປີ​ກາຍ​ນີ້ ໄດ້ເປັນ​ເອກະສັນ​ກັນ
​ລົງ​ໂທດຕໍ່ຖ່ານ​ຫີນ ​ແລະ​ສິນຄ້າຊັບພະຍາກອນ​ດ້ານແຮ່​ທາດ​ອື່ນໆ ທີ່​ເປັນສິນຄ້າ​ຂາ​ອອກ​
ຫລັກ​ຂອງເກົາຫລີເໜືອ ​ເພີ້ມ​ໃສ່​ການ​ລົງ​ໂທດ​ຕໍ່ສິນຄ້າ​ກະ ສິກໍາ, ການ​ປະມົງ ​ແລະ​ແຜ່ນ
ແພທີ່​ມີ​ຢູ່ ​ເພື່ອ​ເປັນ​ການ​ຕັດ​ເສັ້ນທາງ ບໍ່​ໃຫ້​ປະ​ເທດ​ດັ່ງກ່າວ​ເຂົ້າ​ເຖິງ​ເງິນຕາ​ຕ່າງປະ​ເທດ
​ທີ່​ແຂງ​ເພື່ອ​ເປັນ​ການ​ຕອບ​ໂຕ້​ຕໍ່ການ​ສືບຕໍ່​ໂຄງການ​ຜະລິດ​ອາວຸດ​ນິວ​ເຄລຍ ​ແລະລູກ
ສອນ​ໄຟ​ຂີ​ປະ​ນາ​ວຸດ​ທີ່​ຮ້າຍ​ແຮງ​ຂອງ​ພຽງຢາງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG