ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

200 ລ້ານ​ຄົນ​ ໃນທົ່ວ​​ໂລກ ສ່ຽງຕໍ່ການ ​ຖືກ​ສຳຜັດ ກັບສານ​ພິດ (ວີດິໂອ)


Report: Health of 200 Million Threatened by Pollution
please wait

No media source currently available

0:00 0:03:03 0:00
ລິງໂດຍກົງ
ບັນດາ​ ນັກອະນຸລັກ​ສະພາບ​ແວ​ດລ້ອມ​ ເຕືອນວ່າ ຂະນະ​ນີ້ ມີ​
ປະຊາຊົນ 200 ລ້ານ​ຄົນ​ໃນທົ່ວໂລກ ທີ່ສ່ຽງຕໍ່ການ​ຖືກ​ເຜີຍ​ແບ​
ໃສ່​ຫລື​ສຳຜັດ ກັບຄວາມ​ເປື້ອນ​ເປິ​ຂອງ​ສານ​ພິດ​. ສະຖາ​ບັນ
Blacksmith Institute ​ໃນ​ສະຫະລັດ ແລະສະພາກາ​ຂຽວຫຼື
Green Cross ທີ່​ປະ​ເທດ Switzerland ​ໄດ້​ພິມ​ອອກ​ເຜີຍ​ແຜ່
​ລາຍ​ງານ​ປີ 2013 ທີ່​ເວົ້າ​ເຖິງ​ບ່ອນ​ທີ່​ເປື້ອນ​ເປິ ​ຮ້າຍ​ແຮງ​ທີ່ສຸດ
ຂອງ​ໂລກ ​ແລະກິດຈະ​ກໍາ​ຕ່າງໆ​ຂອງມະນຸດ ທີ່​ພາ​ໃຫ້​ເປັນ​ເຊັ່ນ
ນັ້ນ. Zlatica Hoke ລາຍ​ງານ​ຈາກ​ວໍ​ຊິງ​ຕັນ ຊຶ່ງ​ທອງ​ປານຈະ​
ນໍາ​ມາສະ ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ


ຊາກ​ທີ່​ເນົ່າເປື່ອຍຂອງປາວານ ​ໄດ້​ຖືກ​ພັດ​ເຂົ້າຊາຍ​ຫາດ​ຕ່າງໆ
ຂອງ​ແຫຼ່ງຜະລິດ​ນໍ້າມັນ​ ເຂດ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ​ກາ​ນາ ​ໃນ​ບໍ່​ເທົ່າໃດ​ປີຜ່ານມາ​ນີ້ ​ໂຮມ​ທັງ​ເຫັນຊາກ​ປາ​ວານອີກ​ຢ່າງ​ໜ້ອຍແປດ​ຊາກ​ນັບ​ຕັ້ງ​ແຕ່​ເດືອນ​ກັນຍາ​ເປັນ​ຕົ້ນ​ມາ ຊຶ່ງນາຍ Emma nuel Quarshie ຄົນ​ງານ​ກໍ່ສ້າງຈາກ​ເມືອງ​ນະ​ຄອນ​ຫຼວງ Accra ເກີດມີ​ຄວາມ​ສົງໄສ​ໃນ​ເລຶ່ອງນີ້.

ນາຍ Emmanuel ​ເວົ້າ​ວ່າ: “ຂ້ອຍ​ແປກ​ໃຈ​ຫຼາຍ ​ເພາະວ່າ​ ຂ້ອຍ​ຄິດ​ວ່າ ປົກກະ ຕິ​ແລ້ວ​ປາວານ​ຈະ​ບໍ່​ຕາຍ​ແບບ​ນັ້ນ ສະ​ນັ້ນ​ຂ້ອຍຈຶ່ງ​ແປກ​ໃຈ​ ທີ່​ເຫັນ ປາວານ​ສີ່​ໂຕ​ຕາຍຢູ່ຕາມຝັ່ງ ​ຂ້ອຍ​ຈຶ່ງຄິດ​ວ່າ ມີ​ຫຍັງເປັນ​ໄປຢູ່​ໃນທະ​ເລ ກ່ອນ​ສິ່ງ​ທັງ​ໝົດ​ເຫຼົ່າ​ນີ້​ຈະ​ເກີດ​ຂຶ້ນມາ. ຂ້ອຍ​ຄິດ​ວ່າ​ປາວານ​ອາດ​ລອຍ​ໄປ​ຕໍາ​ກັບ​ກໍ່າ​ປັ່ນ ບໍ່​ຫຼື​ຍ້ອນແນວ​ໃດ​ແນວ​ນຶ່ງ ສະ​ນັ້ນ​ທີ່​ຈິງ​ແລ້ວ ມັນຈຶ່ງ​ເປັນ​ຄໍາ​ຖາມ​ທີ່​ໃຫຍ່​ໂຕ​ສົມ ຄວນ.”

​ແຕ່​ບັນດາ​ນັກ​ອະນຸລັກ​ສະພາບ​ແວດ​ລ້ອມ ບໍ່​ໄດ້​ແປກ​ໃຈ​ຫຼາຍ​ປານ​ໃດໃນ​ເລຶ່ອງນີ້. ​ພວກ​ເຂົາ​ເຈົ້າ​ເວົ້າ​ວ່າ ອຸດສາຫະກໍາ​ນໍ້າມັນ​ທີ່​ກໍາລັງ​ເຕີບ​ໂຕ​ຂຶ້ນນັບ ມື້​ຂອງ​ປະ​ເທດ​ກາ​ນານັ້ນ ​ແມ່ນ​ມີ​ທ່າ​ທາງວ່າ​ເປັນ​ສາ​ເຫດ​ສຳ​ຄັນທີ່​ໄດ້​ເຂັ່ນຂ້າ ສັດ​ນໍ້າ​ເຫຼົ່າ​ນັ້ນ.

ນອກ​ເໜືອ​ຈາກ​ນີ້​ແລ້ວ ​ໃນ​ອາທິດ​ຜ່າ​ນມາ​ ອົງການ​ສະພາບ​ແວດ​ລ້ອມ​ ຂອງ​ Swiss ​ແລະ​ຂອງ​ສະຫະລັດ ​ໄດ້​ຮ່ວມ​ກັນ​ລະບຸ ​ເອົາ​ຄຸ້ມ​ຊານ​ເມືອງແຫ່ງ​ນຶ່ງນອກ​ນະຄອນຫຼວງ Accra ຂອງ​ປະ​ເທດ​ກາ​ນາ​ໃຫ້​ເປັນ​ບ່ອນ​ທີ່​ໄດ້​ຮັບ​ການຂົ່ມຂູ່​ ຫຼາຍ​ທີ່ສຸດ​ໂດຍ​ຂີ້​ເຫຍື້​ອ ​ຫຼືສິ່ງ​ເສດ​ເຫຼືອ​ຕ່າງໆທີ່​ມີ​ສານພິດ. ຄຸ້ມ Agbogbloshie ​ເປັນ​ບ່ອນ​ຖິ້ມ​ຂີ້​ເຫຍື້ອແຫ່ງ​ນຶ່ງ​ສໍາ​ຫຼັບ​ເຄຶ່ອງອີ​ເລັກ​ໂທ​ຣນິກ ຕູ້​ເຢັນ ເຕົາ​ໄມໂຄຣ​ເວ​ຟ ​ແລະ​ໂທລະທັດ ທີ່​ໃຊ້​ແລ້ວ. ການ​ຈູດ​ເຜົາໂລ​ຫະ ໜັກ ​ແລະ​ສິ່ງ​ເສດ​ເຫຼືອ​ອື່ນໆດ້ານອຸດສາຫະກໍາ ຈະ​ປ່ອຍອາຍ​ພິດ ​ທີ່​ຈະປະ​ປົນໄປ​ຕາມ​ອາກາດ ​ຊຶມເຂົ້າ​ໄປ​ໃນ​ບ້ານເຮືອນ ​ໃນ​ຕະລາດ​ອາຫານແລະ​ຕາມ ສະຖານ​ທີ່​ສາທາລະນະ​ອື່ນໆ ທີ່​ພາ​ໃຫ້​ເກີດ​ພະຍາດ​ຕ່າງໆ ​ເຊັ່ນ ​ເດັກ​ເກີດ​ມາບໍ່​ສົມບູນ ​ແລະ​ເຖິງ​ຂັ້ນ​ເສຍຊີວິດ​ໄປ​ກໍ​ມີ.

​ເປັນເວລາ​ຫຼາຍ​ກວ່າ 25 ປີຜ່າ​ນມາແລ້ວ ຫຼັງ​ຈາກ​ໄດ້​ເກີດໄພພິບັດ​ດ້ານນີວ​ເຄຼຍ ​ເມື່ອ​ປີ 1986 ​ແຕ່​ໂຮງໄຟຟ້າ​ປະລະມະ​ນູ ທີ່​ເມືອງ Chernobyl ປະ​ເທດ​ Ukraine ຍັງ​ສືບ​ຕໍ່​ເປັນ​ໄພ​ຂົ່ມຂູ່​ດ້ວຍ​ສານພິດຢູ່​ຕໍ່​ມາ​ຂະ​ນະ​ທີ່​ກໍາມັນ​ຕະພາບ​ລັງ​ສີ ທີ່ສະ​ສົມຢູ່​ໃນດິນຫຼັງ​ຈາກ​ໂຮງໄຟ​ຟ້າ​ດັ່ງ​ກ່າວໄດ້​ເກີດ​ລະ​ເບີດ ​ນັ້​ນ ໄດ້​ສ້າງຄວາມ​ເປື້ອນ​ເປິ​ໃຫ້​ແກ່​ພືດ​ຜັກ ​ແລະ​ສັດ​ຕ່າງໆ​ຢູ່ໃນ​ຂົງ​ເຂດ.

ອີກ​ແຫ່ງ​ນຶ່ງ ຄື ​ເມືອງ Villa Inflamable ຢູ່​ໃກ້​ນະ​ຄອນ​ຫຼວງ Buenos Aires ປະ​ເທດ​ອາ​ເຢັນ​ຕິ​ນາ ​ນັບ​ວ່າ​ເປັນ​ເມືອງ​ທີ່ຢູ່​ໃນ​ສະພາບ​ຊຸດ​ໂຊມ​ຜຸ ພັງທີ່​ເປື້ອນ​ເປິ​ທີ່​ສຸດ​ແຫ່ງ​ນຶ່ງ​ຢູ່​ໃນ​ເຂດ​ອ່າງ​ແມ່​ນໍ້າ Matanza-Riachuelo. ​Horacio Rojas ​ເປັນ​ຫົວ ໜ້າ​ກຸ່ມ​ສະໜັບສະໜຸນ​ນໍ້າ​ສະອາດ​ທ້ອງ​ຖິ່ນ ທີ່​ເອີ້ນ​ວ່າກຸ່ມ Foro Hidrico de Lanus ເວົ້າ​ວ່າ ສີຂາວໆທີ່​ເຮົາ​ເຫັນ​ນັ້ນ ​ແມ່ນ​ເປັນ​ສານ​ເຄມີ ທີ່​ຖອກ​ເທ​ລົງ​ໃສ່ນໍ້າ​ໂດຍ​ກົງ.

ແມ່​ຍິງ​ທີ່​ມີ​ລູກ​ສາມ​ຄົນ​ຜູ້ນີ້ ເວົ້າ​ວ່າ ເຂົາ​ເຈົ້າ​ບໍ່​ສາ​ມາດ​ເປີດ​ປະ​ຕູ​ປ່ອງ​ຢ້ຽມ​ໄດ້​ຍ້ອນ​ມີ​ກິ່ນ​ເໝັນ​ຫລາຍ.

ນາງ Mariette Liefferink ນັກ​ອະນຸລັກ​ສະ​ພາບ​ແວດ​ລ້ອມ​ຊາວ​ອາ​ຟຣິກາໃຕ້ ທີ່​ກໍາ ລັງ​ປະຕິບັດ​ງານ​ເພື່ອ​ສ້າງ​ໃຫ້​ເກີດ​ຄວາມ​ຕື່ນ​ຕົວ​ຫຼາຍ​ຂຶ້ນ ກ່ຽວ​ກັບ ຄວາມ​ເປື້ອນ​ເປິ ທີ່​ມາ​ຈາກ​ການ​ຂຸດ​ຄົ້ນ​ແຮ່​ທາດ​ໃນ​ປະ​ເທດ​ຂອງນາງ. ຢູ່​ທີ່​ນີ້ ນາງກໍາລັງ​ສະ​ແດງ​ໃຫ້​ກຸ່ມ​ນັກ​ການ​ເມືອງ​ຊາວ​ອາ​ຟຣິກາໃຕ້ເບິ່ງ​ສະພາບ​ຂອງ ນໍ້າ​ທີ່​ເປື້ອນ​ເປິ​ ຊຶ່ງ​ມີ​ນ້ຳ​ກົດ​ຈາກ​ການ​ຂຸດ​ບໍ່​ຄໍາ ​ແລະບໍ່​ແຮ່​ເຈືອ​ປົນ​ຢູ່.

ນາງ Mariette ​ເວົ້າ​ວ່າ: ​ຂໍ້​ຄວາມຂອງ​ຂ້າພະ​ເຈົ້າ ​ຕໍ່ຜູ້ຕາງໜ້າ​ກໍ​ແມ່ນ ຖ້າ​ຫາກການ​ຂຸດບໍ່​ແຮ່​ເລີ້ມ​ຂຶ້ນ ຈະ​ຕ້ອງ​ຈັດ​ໃຫ້​ມີກົດ​ລະ​ບຽບ​ຄຸ້ມ​ຄອງ​ທີ່​ເ​ຄັ່ງ​ຄັດ​ໄວ້ ຄື ຈະ​ຕ້ອງ​ມີ​ການ​ອອກ​ຂໍ້​ກຳ​ນົດທາງ​ດ້ານ​ການ​ເງິນ ບໍ່ແມ່ນສະ​ເພາະ​ແຕ່​ຄ່າ ​ໃຊ້​ຈ່າຍ ​ແລະ​ຜົນ​ກະທົບ​ໃນ​ລະຫວ່າງ​ການ​ຂຸດ​ຄົ້ນ​ແຮ່​ທາດ​ເທົ່າ​ນັ້ນ ​ແຕ່​ມັນຍັງ​ຈະ​ມີຜົນ​ກະທົບ​ທີ່​ສາມາດຄຸກ​ຄາມ​ສືບ​ຕໍ່​ໄປ​ເລື້ອຍໆເປັນ​ເວລາ​ຫຼາຍ​ຮ້ອຍ​ປີ ​ໃນ​ກໍລະນີ​ທີ່ນ້ຳກົດຈາກບໍ່​ແຮ່​ຖືກ​ລະບາຍອອກ​ໄປນັ້ນ.”

ອົງການ​ອະນຸລັກ​ສະພາບແວ​ດລ້ອມ​ສະຫະລັດ ​ແລະ Switzerland ​ເວົ້າ​ວ່າ ປະຊາຊົນ 200 ລ້ານ​ຄົນ​ໃນ​ທົ່ວ​ໂລກ​ແມ່ນ​ຕົກຢູ່​ໃນ​ຄວາມ​ສ່ຽງ​ສູງ​ຈາກ ຄວາມ​ເປື້ອນ​ເປິ​ຂອງ​ສານ ພິດທີ່​ມາ​ຈາກ​ສິ່ງ​ເສດ​ເຫຼືອຂອງ​ອຸດສາຫະກໍາແລະ ​ກິດຈະ​ກໍາ​ຂອງ​ມະນຸດ ​ແລະ​ຈໍານວນ​ດັ່ງກ່າວ​ນີ້​ ກໍາລັງ​ເພີ່ມ​ຂຶ້ນ​ໄປ​ນັບ​ມື້.

ຕົວຢ່າງ ​ເຫດ​ລະ​ເບີດທີ່​ໂຮງໄຟຟ້າ​ນີວ​ເຄຼຍ Chernobyl ສະ​ແດງ​ໃຫ້ເຫັນ​ວ່າ ຂັ້ນ​ຕອນ​ໃນ​ການ​ທໍາ​ຄວາມ​ສະອາດ​ເພື່ອ​ກໍາຈັດ​ທ​ກໍາ​ມະຕະ​ພາບ​ລັງ​ສີທີ່​ຮົ່ວ​ໄຫຼ​ອອກ​ມາ​ ໃຫ້​ໝົດ​ໄປ​ນັ້ນ ຍັງ​ຈະ​ຊັກ​ຊ້າ​ທີ່​ສຸດຢູ່.
XS
SM
MD
LG