ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບົດສຶກສາຄົ້ນຄວ້າ ພົບເຫັນວ່າ ສິດເສລີພາບ ໃນໂລກ ຕົກຕ່ຳລົງ ເປັນປີທີ 10 ຕິດຕໍ່ກັນ


Report: World Freedom in Decline for 10th Year
please wait

No media source currently available

0:00 0:02:50 0:00

ເຊີນຊົມວີດີໂອ ລາຍງານນີ້

ບົດສຶກສາຄົ້ນຄວ້າໃໝ່ສະເໜີແນະວ່າ ການຕົກຕ່ຳລົງຂອງ
ເສດຖະກິດ ໃນທົ່ວໂລກ ແລະ ຄວາມວິຕົກກັງວົນເລື່ອງຄວາມ
ວຸ້ນວາຍຂອງສັງຄົມ ທີ່ນຳໄປສູ່ການປາບປາມ ທາງດ້ານການ
ເມືອງທີ່ເພີ່ມຂຶ້ນ ໂດຍລັດຖະບານຜະເດັດການທັງຫຼາຍ ໃນປີ
2015. ບົດລາຍງານປີ 2015 ທີ່ໄດ້ມີ​ການພິມເຜີຍແຜ່ ໂດຍ
ອົງການ Freedom House ຊຶ່ງ​ເປັນກຸ່ມທີ່ບໍ່​ເຂົ້າຂ້າງ​ອອກ​ຂາ
ໄດ້ຈັດອັນດັບ ສິດເສລີພາບປະຊາທິປະໄຕ ຂອງປະເທດຕ່າງໆ ໃນທົ່ວໂລກ. ຜູ້ສື່ຂ່າວ
ຂອງວີໂອເອ Chris Simkins ມີລາຍງານກ່ຽວກັບເລື່ອງນີ້ ຊຶ່ງໄຊຈະເລີນສຸກ ຈະນຳມາ
ສະເໜີທ່ານ ໃນອັນດັບຕໍ່ໄປ.

ສົງຄາມກາງເມືອງຢູ່ໃນຊີເຣຍ ແລະ ຄວາມບໍ່ໝັ້ນຄົງ ຢູ່ແຫ່ງ ອື່ນໆ ໃນຕາເວັນອອກກາງ ໄດ້ເຮັດໃຫ້ຂົງເຂດນີ້​ເປັນເຂດທີ່ມີສິດເສລີ ພາບທີ່ຂີ້ຮ້າຍທີ່ສຸດ ເຂດນຶ່ງຢູ່ໃນໂລກ.

ບົດລາຍງານຂອງອົງການ Freedom House ປີ 2015 ກ່າວວ່າ 72 ປະເທດ ໄດ້ປະສົບ
ກັບບັນຫາຂັດແຍ້ງຕ່າງໆ, ດ້ານການເມືອງ ແລະດ້ານເສດຖະກິດ ຊຶ່ງເປັນເຊື້ອເພີງລຸກ​
ໄໝ້​ເຮັດໃຫ້ສິດເສລີພາບ ໃນໂລກຕົກຕ່ຳລົງ ເປັນປີທີ 10 ຕິດຕໍ່ກັນ.

ທ່ານນາງ Vanessa Tucker ຈາກອົງການ Freedom House ເວົ້າວ່າ “ພວກເຮົາໄດ້
ເຫັນວ່າ ສິດເສລີພາບໃນຫຼາຍຮູບແບບ ທີ່ກ່ຽວພັນກັບ ສິດເສລີພາບ ໃນການໂຮມຊຸມ
ນຸມ, ສິດເສລີພາບ ໃນການຄົບຫາສະມາຄົມ, ການ​ປົກຄອງ​ດ້ວຍຕົວບົດກົດໝາຍ,
ຄວາມເປັນອິດສະ ຫຼະຂອງລະບົບຕຸລາການ, ແທ້ຈິງແລ້ວ ​ໃນ​ທຸກໆ​ດ້ານ ພວກເຮົາ
ໄດ້ພົບເຫັນວ່າ ມີການຊຸດໂຊມລົງ ໃນຂົງ​ເຂດ​ເຫລົ່ານັ້ນ.”

ຜູ້ຍົກຍ້າຍຖິ່ນຖານ ແລະ ອົບພະຍົບ ໃຊ້ຜ້າຫົ່ມນອນຂອງພວກເຂົາເຈົ້າຮັກສາຄວາມອຸ່ນ ໃນຂະນະທີ່ພວກເຂົາເຈົ້າຍ່າງຕາມພື້ນທີ່ປົກຄຸມດ້ວຍຫິມະ ຫຼັງຈາກໄດ້ຂ້າມຜ່ານເຂດ ຊາຍແດນຂອງປະເທດ ມາເຊໂດເນຍ ເຂົ້າສູ່ປະເທດ ເຊີເບຍ, ໃກ້ກັບໝູ່ບ້ານ ມິຣາໂຕວັກ, ວັນທີ 18 ມັງກອນ 2016.
ຜູ້ຍົກຍ້າຍຖິ່ນຖານ ແລະ ອົບພະຍົບ ໃຊ້ຜ້າຫົ່ມນອນຂອງພວກເຂົາເຈົ້າຮັກສາຄວາມອຸ່ນ ໃນຂະນະທີ່ພວກເຂົາເຈົ້າຍ່າງຕາມພື້ນທີ່ປົກຄຸມດ້ວຍຫິມະ ຫຼັງຈາກໄດ້ຂ້າມຜ່ານເຂດ ຊາຍແດນຂອງປະເທດ ມາເຊໂດເນຍ ເຂົ້າສູ່ປະເທດ ເຊີເບຍ, ໃກ້ກັບໝູ່ບ້ານ ມິຣາໂຕວັກ, ວັນທີ 18 ມັງກອນ 2016.

​ການຄົ້ນຄວ້າ ທີ່ດຳເນີນການໂດຍອົງການທີ່ມີຫ້ອງການຕັ້ງຢູ່ໃນະຄອນ ຫຼວງວໍຊິງຕັນ
ໄດ້ຈັດໃຫ້ 50 ປະເທດ ແລະອານາເຂດຕ່າງໆ ວ່າ “ບໍ່ມີສິດເສລີພາບ”. ບົດລາຍງານ
ກ່າວວ່າ ການລ່ວງລະເມີດສິດເສລີພາບຮ້າຍແຮງທີ່ສຸດ ແມ່ນຢູ່ໃນ ປະເທດຊີເຣຍ.
ສ່ວນແຫ່ງອື່ນໆ ທີ່ຖືກຈັດຢູ່ໃນບັນຊີລາຍຊື່ເຊັ່ນກັນ ແມ່ນຢູ່ໃນເຂດປົກຄອງ​ຕົນ​ເອງທິເບດ
ຂອງຈີນ, ໂຊມາເລຍ, ເກົາຫຼີເໜືອ, ອຸສເບັກກິສຖານ ແລະ ເອຣິເທຣຍ.

ບົດລາຍງານ ບົ່ງຊີ້ໃຫ້ເຫັນວ່າ ປະຊາຊົນຢູ່ໃນບັນດາປະເທດເຫຼົ່ານັ້ນ ໄດ້ທົນທຸກກັບ
ການກົດຂີ່ຢ່າງໜັກໜ່ວງ ໃນຂະນະທີ່ພວກຜູ້ນຳຜະເດັດ ການ ໄດ້ທຳການປາບປາມ
ບັນດານັກເຄື່ອນໄຫວເພື່ອສິດທິມະນຸດ ແລະ ພວກຕິຕຽນຄົນອື່ນໆ.

ແຕ່ ອີງຕາມບົດລາຍງານແລ້ວ ພາກຕາເວັນອອກກາງ ແລະ ເຂດອາຟຣິກາເໜືອ ແມ່ນ
ໄດ້ຖືກຈັດຢູ່ໃນບັນຊີລາຍຊື່ ຂອງພາກພື້ນ ທີ່ມີການລ່ວງລະເມີດຮ້າຍແຮງສຸດເຊັ່ນກັນ.

ທ່ານນາງທັກເກີ້ ເວົ້າວ່າ “ອັນທີ່ພວກເຮົາເຫັນ ໂດຍສະເພາະຢູ່ໃນພາກຕາເວັນອອກ
ກາງ ກໍແມ່ນວ່າ ພວກທີ່ປົກຄອງປະເທດມາ ເປັນເວລາຍາວນານ ທີ່ຢູ່ໃນຕຳແໜ່ງ
ໃນປັດຈຸບັນ ແລະ ແມ່ນກະທັງ ໃນບາງກໍລະນີ ຖືວ່າເປັນພັນທະມິດ ກັບປະເທດ
ຕາເວັນຕົກ, ແທ້ຈິງແລ້ວ ເປັນພາຄີທີ່ບໍ່ໝັ້ນຄົງເລີຍ ແລະປະເທດຕາເວັນຕົກ ສືບຕໍ່
ຫວັງຜົນປະໂຫຍດ ກັບພວກເຂົາເຈົ້າ ໃນໄລຍະຍາວ ຂ້າພະເຈົ້າຄິດວ່າ ແມ່ນເປັນ
ການເດີມພັນທີ່ບໍ່ດີແທ້ໆ.”

ອົງການ Freedom House ກ່າວວ່າ ບັນດາປະເທດທີ່ເປັນປະຊາທິປະໄຕ ໄດ້ຖືກກົດດັນ
ໂດຍການໂຈມຕີກໍ່ການຮ້າຍຫຼາຍບັ້ນ ແລະໄດ້ຮັບຄວາມເຄັ່ງຕຶງ ທີ່ເກີດຈາກການຫຼັ່ງໄຫລ
ເຂົ້າ​ໄປຂອງອົບພະຍົບ ໃນຈຳນວນທີ່ບໍ່ເຄີຍມີມາກ່ອນ ເຮັດໃຫ້ປະເທດເຫຼົ່ານັ້ນ ຈຳກັດ
ຮັດແຄບ ສິດເສລີພາບຕ່າງໆ ຂອງພົນລະເຮືອນນຳດ້ວຍ.

ທ່ານນາງທັກເກີ້ ເວົ້າອີກວ່າ “ສະນັ້ນ ມັນມີຄວາມສຳຄັນຢ່າງຍິ່ງ ຢູ່ໃນບັນດາປະເທດ
ທີ່ກຳລັງປະເຊີນໜ້າກັບ ບັນຫາທ້າທາຍອັນໃຫຍ່ຫລວງ ເຊິ່ງເກືອບທັງໝົດ ແມ່ນພົວ
ພັນກັບຄື້ນຟອງຂອງການຍົກຍ້າຍຖິ່ນຖານຂອງອົບພະຍົບ ທີ່ພວກເຂົາເຈົ້າ ສືບຕໍ່
ຊັ່ງຊາ ໜ້າທີ່ຂອງລັດຖະບານທີ່ຈະຕ້ອງປົກປ້ອງພົນລະເຮືອນ ແລະ ຈະຕ້ອງປ້ອງກັນ
ຜົນປະໂຫຍດຕ່າງໆ ຂອງປະເທດຊາດ ພ້ອມກັນກັບການບຳລຸງຮັກສາ ພື້ນຖານສິດ
ເສລີພາບ ຢ່າງຕໍ່ເນື່ອງ.”

ບັນດາປະເທດທີ່ຖືກ ອົງການ Freedom House ຕຳນິຕິຕຽນ ນັ້ນ ສ່ວນຫຼາຍ ແມ່ນຈະ
ກ່າວປະນາມກຸ່ມນີ້. ຣັດເຊຍ ໄດ້ເອີ້ນອົງການດັ່ງກ່າວ ວ່າ ເປັນອົງການທີ່ລຳອຽງ ແລະ
ໄດ້ກ່າວຫາວ່າເປັນອົງການທີ່ຮັບໃຊ້ຜົນປະໂຫຍດຂອງສະຫະລັດ.

ບົດລາຍງານດັ່ງກ່າວ ໄດ້ພົບເຫັນວ່າ 61 ປະເທດ ໄດ້ມີປະຫວັດຂອງຄວາມກ້າວໜ້າ ໃນ
ການພະຍາຍາມຈັດໃຫ້ມີສິດເສລີພາບຫຼາຍຂຶ້ນ ແລະ ໄດ້ອ້າງເຖິງປະເທດ ໃນທະວີບ
ອາເມຣິກາ ລາຕິນ ສຳລັບການຍົກຍ້ອງນີ້.

ທ່ານນາງທັກເກີ້ ເວົ້າຕື່ມວ່າ “ພື້ນທີ່ແຫ່ງນຶ່ງທີ່ສຳຄັນ ແມ່ນທະວີບອາເມຣິກາ ລາຕິນ
ທ່ານໄດ້ເຫັນວ່າ ໃນໄລຍະ 5 ຫາ 10 ປີ ຜ່ານມາ ໄດ້ມີການປາບປາມ ຕໍ່ພື້ນຖານຂອງ
ສິດທິມະນຸດຫຼາຍຢ່າງ ແລະ ພວກເຮົາໄດ້ເຫັນວ່າ ແນວໂນ້ມອັນນັ້ນ ໃນປັດຈຸບັນນີ້
ແມ່ນຕ່າວປີ້ນ ໃນບາງອັນ.”

ບົດລາຍງານ ສະເໜີແນະວ່າ ການຫຼຸດນ້ອຍຖອຍລົງທີ່ສຳຄັນທີ່ສຸດ ຕໍ່ສິດເສລີພາບ ຂອງ
ໂລກ ຕະຫຼອດທົດສະວັດທີ່ຜ່ານມາ ແມ່ນຢູ່ໃນດ້ານ ສິດເສລີພາບ ໃນການສະແດງອອກ
ຊຶ່ງ​ຄວາມ​ຄິດ​ຄວາມ​ເຫັນ ແລະການ ປົກຄອງ​ດ້ວຍຕົວບົດກົດໝາຍ.

A new study suggests global economic downturns and fear of social unrest led to increased political repression by authoritarian governments in 2015. The 2015 report published by the non-partisan group, Freedom House, rated the degree of democratic freedoms in nations around the world.VOA's Chris Simkins has more on the story.

The civil war in Syria and instability elsewhere in the Middle East made the region one of the the worst areas for freedomin the world.

The 2015 Freedom House report says 72 countries experienced conflicts, political and economic problems which fueled a decline in global freedoms for the 10th consecutive year.

(VANESSA TUCKER, FREEDOM HOUSE)
"We saw that in the various freedoms related to freedom of assembly, freedom of association, rule of law, the independence of the judiciary, really across the board we saw deterioration in all of those areas."

Research by the Washington-based organization designates 50 countries and territories as "Not Free".The worst offenders the report says were places like Syria. Others making the list are the Tibetan Autonomous Region of China, Somalia, North Korea, Uzbekistan and Eritrea.

The report indicates people in those places suffered significant setbacks as authoritarian leaders cracked down on rights activists and other critics.

But, according to the report, the Middle East and North Africa regions were ranked the worst.

(VANESSA TUCKER, FREEDOM HOUSE )
"What we're seeing, particularly in the Middle East, is that a lot of longtime rulers that have been in place and are even, in some cases, considered Western allies, are actually not stable partners. And continuing to bank on them in the long run, I think, is a really bad bet".

Freedom House says democratic countries pressured by terrorist attacks and the strain caused by unprecedented numbers of migrants also clamped down on civil liberties.

(VANESSA TUCKER, FREEDOM HOUSE)
"So it's particularly important that in the countries that are facing the biggest challenges, which is almost all of them related to this wave of migration, that they continue to balance the government's duty to protect civilians and to protect national interests with the ongoing maintenance of basic freedoms."

Countries criticized by Freedom House often denounce the group.Russia has called the organization biased and accused it of serving U.S. interests.

The report did find that 61 nations recorded progress in efforts to establish greater freedoms, and cited Latin America for praise.

(VANESSA TUCKER, FREEDOM HOUSE)
"One major area was Latin America, you saw that in the past 5-10 years, that there was a real crackdown on a lot of fundamental rights and we've seen that that trend is now reversing somewhat."

The report suggests the most significant setbacks to global freedom over the last decade have been in the areas of freedom of expression and the rule of law.

XS
SM
MD
LG