ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາຍ​ງານ ແຈ້ງວ່າ ໂລກ​ເຮົາ ໄດ້​ສູນ​ເສຍ ສັດ​ປ່າ 60 ເປີ​ເຊັນ ນັບ​ແຕ່​ປີ 1970 ເປັນ​ຕົ້ນ​ມາ


New Report Documents Rapid Wildlife Population Loss
please wait

No media source currently available

0:00 0:02:06 0:00

ລາຍ​ງານ​ສະ​ບັບ​ໃໝ່ ແຈ້ງວ່າ ມີ​ການ​ຫລຸດ​ລົງ ຢ່າງວ່ອງ​ໄວ ຂອງ​ພວກ​ສັດ​ປ່າ

ລາຍ​ງານ​ຂອງ​ອົງ​ການກອງ​ທຶນ​ສັດ​ປ່າ​ໂລກຫຼື World Wildlife Fund ​ທີ່​ຫາ​ກໍ​ນຳ​ອອກ
​ເຜີຍ​ແຜ່ ໄດ້​ໃຫ້​ລາຍ​ລະ​ອຽດ ກ່ຽວ​ກັບການ​ຫລຸດ​ລົງ​ຢ່າງວ່ອງ​ໄວຂອງ​ຊີ​ວະ​ນາໆ​ພັນໃນ
ໂລກ. ໂດຍ​ທົ່ວ​ໄປ​ແລ້ວ ອັດ​ຕາ​ເປີ​ເຊັນ ​ຂອງ​ສັດ​ທຸກ​ຊະນິດ ບໍ່​ວ່າ​ຈະ​ຢູ່​ເທິງ​ໜ້າ​ດິນ ພື້ນ
​ທະ​ເລ ແລະ​ເທິງ​ອາ​ກາດ ແມ່ນ​ໄດ້​ຫລຸດ​ລົງ​ຢ່າງໄວ​ວາ ນັບ​ແຕ່ປີ 1970 ເປັນ​ຕົ້ນ​ມາ.ນັກ​
ຂ່າວ​ວີ​ໂອ​ເອ Kevin Enochs ມີລາຍງານ​ກ່ຽວ​ກັບ​ເລື້ອງນີ້ຊຶ່ງ​ໄພ​ສານຈະນຳເອົາລາຍ
ລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ສະ​ຖິ​ຕິ​ແມ່ນ​ຈະ​ແຈ້ງ ແລະ​ເປັນ​ທີ່​ໜ້າ​ຕົກ​ໃຈ.

ທ່ານ​ນິກ ເຊ​ແຣນ ຈາກ​ອົງ​ການກອງ​ທຶນ​ສັດ​ປ່າ ກ່າວ​ວ່າ “ປະ​ຊາ​ກອນ​ຂອງ​ສັດ​ລ້ຽງ​ລູກ​
ດ້ວຍ​ນ້ຳ​ນົມ ນົກ ແລະ​ປາໄດ້​ຫລຸດ​ລົງ 60 ເປີ​ເຊັນຢູ່​ໃນ​ທົ່ວ​ໂລກ ນັບແຕ່​ປີ 1970 ຫາ
ປີ 2014 ແລະພວກ​ສັດ​ທີ່​ອາ​ໄສ​ຢູ່​ໃນ​ນ້ຳ​ຈືດ ແມ່ນ​ຫລຸດ​ລົງປະ​ມານ 80 ເປີ​ເຊັນ.”

ແລະກໍ​ບໍ່​ເປັນ​ເລື້ອງ​ທີ່​ແປກ​ໃຈ​ເລີຍ ທີ່ການ​ກະ​ທຳ​ຂອງ​ມະ​ນຸດ ຄື​ສາ​ເຫດ​ທີ່​ພາ​ໃຫ້​ສັດ​ເຫຼົ່າ
​ນີ້​ຫລຸດ​ລົງ.

ທ່ານນາງ​ແຄ​ຣີ ຊີ​ຊາ​ຣີ​ໂອ ຈາກ​ອົງ​ການກອງ​ທຶນ​ສັດ​ປ່າກ່າວ​ວ່າ “ການ​ກະ​ທຳ​ຂອງ​ມະ​
ນຸດຄື​ສາ​ເຫດ​ຫຼັກ ທີ່​ພວກ​ເຮົາ​ພົບ​ເຫັນ​ວ່າ ເຮັດ​ໃຫ້​ສັດ​ເຫຼົ່າ​ນີ້​ຫຼຸດ​ລົງ ຊຶ່ງ​ຕົ້ນ​ຕໍ​ແລ້ວກໍ​
ແມ່ນ​ຄວາມ​ຮຽກ​ຮ້ອງ​ຕ້ອ​ງ​ການຂອງ​ພວກ​ເຮົາ ຄວາມ​ຕ້ອງ​ການ​ທີ່​ມີ​ເພີ້ມ​ຂຶ້ນ​ຂອງ​ມະ​
ນຸດ​ ໃນ​ດ້ານ​ອາ​ຫານ ພະ​ລັງ​ງານ ແລະ​ນ້ຳ.”

ກິດ​ຈະ​ການ​ດັ່ງ​ກ່າວ ໄດ້​ຂັບ​ດັນ ​ໃຫ້​ມີ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແຕ່​ຜູ້​ຂຽນ​ລາຍ
​ງານ​ກ່າວ​ວ່າ ມີ​ບົດ​ຮຽນ​ທີ່​ພວກ​ເຮົາ​ສາ​ມາດ​ຮຽນ​ຮູ້​ ຈາກ​ການ​ທີ່​ໂລກ​ມາ ​ປຸ້ມ​ລຸມ​ກັນ​ແບບ
​ໃດ ເພື່ອ​ຫລຸດ​ການ​ປ່ອຍ​ແກັ​ສ​ເຮືອນ​ແກ້ວ.

ທ່ານ​ນາງຊີ​ຊາ​ອີ​ໂອ​ກ່າວ​ວ່າ “ເມື່ອ​ພວກ​ເຮົາ​ຄິດ​ກ່ຽວ​ກັບ​ວ່າ ໂລກ​ຕອບ​ຮັບ​ແບບ​ໃດ​ກັບ​
ໄພ​ຂົ່ມ​ຂູ່ ​ໃນການ​ປ່ຽນ​ແປງ​ຂ​ອງ​ດິນ​ຟ້າ​ອາ​ກາດ ແລະ​ຊຸກ​ຍູ້ ​ໃຫ້​ມີ​ຂໍ້​ຕົກ​ລົງ​ປາ​ຣີສະ​ບັບ
​ປີ 2015 ເພື່ອ​ແກ້​ໄຂ​ການ​ປ່ຽນ​ແປງດິນ​ຟ້າ​ອາ​ກາດ ພວກ​ເຮົາ​ຕ້ອງ​ການ​ຂໍ້​ຕົກ​ລົງ​ແບບ
​ດຽວ​ກັນ​ນີ້ ໃນ​ລະ​ດັບ​ໂລກ ສຳ​ລັບ​ຜູ້​ຄົນ​ແລະ​ທຳ​ມະ​ຊາດ.”

ແລະ​ທ່ານ​ນາງຊີ​ຊາ​ອີ​ໂອ ຊີ້​ໃຫ້​ເຫັນ​ວ່າ ເລື້ອງ​ລາວ​ຂອງ​ຄວາມ​ສຳ​ເລັດ ໃນ​ການ​ຟື້ນ​ໂຕ​
ຄືນ​ຂອງ​ໝີ​ດ່າງ​ແພນ​ດາ ແລະ​ການ​ເພີ້ມ​ຈຳ​ນວນ​ຂຶ້ນ​ຂອງ​ເສືອ ​ຢູ່​ໃນ​ປ່າ​ດົງ​ຕາມ​ທຳ​ມະ​
ຊາດນັ້ນ ແມ່ນ​ເປັນ​ເຄື່ອງ​ພິ​ສູດ​ໃຫ້​ເຫັນ​ວ່າ ສິ່ງ​ທີ່​ກຳ​ລັງ​ເກີດ​ຂຶ້ນນັ້ນ ແມ່ນ​ສາ​ມາດ​ຕ່າວ
​ປີ້ນ​ໄດ້.

ທ່ານ​ນາງຊີ​ຊາ​ອີ​ໂອ ກ່າວ​ວ່າ “ໃນ​ຂະ​ນະ​ທີ່​ລາຍ​ງານນີ້ ແມ່ນ​ເປັນ​ການ​ເຕືອນ ແຕ່​ຂ້າ​ພະ
​ເຈົ້າ​ຄິດ​ວ່າ ເນື້ອ​ໄນ​ກໍແມ່ນ​ວ່າ ຍັງ​ບໍ່​ທັນ​ເປັນ​ການ​ຊ້າ​ ຈົນ​ເກີນ​ໄປ ທີ່​ຈະ​ປັບ​ປ່ຽນ​ທິດ​ທາງ​.
ຊີ​ວິດ​ແມ່ນ​ສາ​ມາດປັບ​ໄດ້ ມັນ​ສາ​ມາດ​ຟື້ນ​ໂຕ​ຄືນ​ ຖ້າ​ພວກ​ເຮົາ ເອົາ​ບາດ​ກ້າວ​ຮ່ວມ​ກັນ
ພວກ​ເຮົາ​ສາ​ມາດ​ຕ່າວ​ປີ້ນ ​ທ່າ​ອຽງ​ເຫຼົ່າ​ນີ້​ ແລະ​ຄ້ຳ​ປະ​ກັນ​ກ່ຽວ​ກັບ​ການ​ດຳ​ລົງ​ຄົງ​ຢູ່​ຂອງ​
ສັດ​ໃນ​ໂລກ​ຂອງ​ເຮົາສຳ​ລັບ​ອະ​ນຸ​ຊົນ​ຮຸ້ນ​ຕໍ່ໆ​ໄປໃນ​ອະ​ນາ​ຄົດ.”

ເພື່ອ​ຊ່ວຍ​ໃຫ້​ສັດ​ຕ່າງໆ​ຟື້ນ​ໂຕ​ຄືນ ອົງ​ການກອງ​ທຶນ​ສັດ​ປ່າ​ໂລກ ຮຽກ​ຮ້ອງ​ໃຫ້​ລັດ​ຖະ​
ບານ​ຂອງ​ປະ​ເທດ​ຕ່າງໆ ລົງ​ນາມ​ໃນ​ສັນ​ຍາ​ວ່າ​ດ້ວຍ​ຊີ​ວະ​ນາໆ​ພັນ​ພາຍໃນ​ປີ 2020
ຊຶ່ງ​ສັນ​ຍາ​ດັ່ງ​ກ່າວນີ້ ຈະ​ສ້າງ​ເສັ້ນ​ທາງ ໄປ​ສູ່​ການ​ອະ​ນຸ​ລັກ​ ສະ​ຖານຕ່າງໆ​ຂອງ​ໂລກ
ແລະ​ຕ່າວ​ປີ້ນ​ການ​ຫ​ລຸດ​ລົງ​ຂອງ​ຊີ​ວະ​ນາໆ​ພັນ.

ທ່ານ​ນາງຊີ​ຊາ​ອີ​ໂອ ກ່າວ​ວ່າ “ສັນ​ຍານີ້​ໄດ້​ຕັ້ງ​ເປົ້າ​ໝາຍ​ຕ່າງໆ​ເອົາ​ໄວ້ ເຊັ່ນ​ເປີ​ເຊັນ
​ຂອງ​ຂົງ​ເຂດ​ທີ່​ຈະ​ມີ​ການ​ປົກ​ປັກ​ຮັກ​ສາ ພາຍ​ໃຕ້​ອຸດ​ທະ​ຍານ​ຕ່າງໆ ແລະເຂດ​ປ່າ
ສະ​ຫງວນ ສຳ​ລັບ​ສັດ​ທີ່​ມີ​ຖິ່ນ​ກຳ​ເນີດ​ ໃນ​ເຂດນັ້ນ ແລະ​ເຂດ​ປ່າ​ສະ​ຫງວນ​ຂອງ​ປະ
ຊາ​ຄົມ​ຊະ​ນິດ​ອື່ນໆ.”

ອົງ​ການກອງ​ທຶນ​ສັດ​ປ່າໂລກ ຫຼື WWF ກ່າວ​ວ່າ ຊັບ​ພະ​ຍາ​ກອນ​ທັງ​ໝົດ ​ທີ່​ໂລກ ​ໄດ້
ສະ​ໜອງ​ໃຫ້​ແກ່​ພວກ​ເຮົາ ເມື່ອ​ເວົ້າ​ເຖິງ​ເລື້ອງ​ອາ​ຫານ ໄມ້​ທ່ອນແລະ​ພະ​ລັງ​ງານແລ້ວ
ແມ່ນ​ມີ​ມູນ​ຄ່າ​ປະ​ມານ 125 ພັນ​ຕື້​ໂດລາ ໃນ​ແຕ່​ລະ​ປີ.

ເປົ້າ​ໝາຍ​ໃນ​ເວ​ລານີ້​ກໍ​ຄື ຊອກ​ຫາ​ຊ່ອງ​ທາງ ​ເພື່ອ​ເຮັດ​ໃຫ້​ຊີ​ວະ​ນາໆ​ພັນ​ ທີ່​ຮັ່ງ​ມີ​ຕາມ​
ທຳ​ມະ​ຊາດ ທັງ​ໝົດ​ຂອງ​ໂລກ ມີ​ຄວາມ​ຍືນ​ຍົງ ແລະ​ຍັງ​ມີ​ເຫຼືອ​ຢູ່ ​ສຳ​ລັບ ​ອະ​ນຸ​ຊົນ​ຮຸ້ນ
​ຕໍ່​ໆ​ໄປ.

A just-released report from the World Wildlife Fund details a rapid decline in the world's biodiversity. In general, the percentage of all kinds of animals in the land, sea and air have declined rapidly since 1970. VOA's Kevin Enochs reports.

The statistics are stark, and alarming.

"Populations of mammals, birds and fish declined between 1970 and the year 2014 by 60 percent globally, and in fresh water habitats, the figure is some 80 percent."

And it's no surprise that human activity is mainly to blame.

"Human activity is the driver of the declines we're seeing, primarily our demand, our increasing demand for food, energy, water…"

That activity is driving climate change. But the authors say there are lessons we can learn from how the world came together to act on curbing greenhouse gases.

"When we think about how the world responded to the climate threat and forged a pact in Paris in 2015 to address climate change, we need a similar deal at the global level for people and nature."

And Cesareo points to success stories like the Giant Panda's recovery, and the rising population of tigers in the wild as proof that what is happening is reversible.

"While the report is very sobering, I think the message is also that it's not too late to course correct. Life is resilient, it bounces back so if we take concerted action, we can reverse these trends and ensure a living planet for future generations."

To help life bounce back, the World Wildlife Fund is calling on governments to sign onto a Convention on Biological Diversity in 2020. It creates a pathway to conserve the world's wild places and reverse the planet's shrinking biodiversity.

"It has set targets for things like percentage of area to be preserved under parks and indigenous reserves and other types of community conserved areas."

The WWF says all of the resources the earth provides us: in terms of food, lumber, and energy for instance, all told are worth about 125 trillion dollars a year.

The goal now is to find a way to make that all rich natural biodiversity sustainable and available for generations to come.

XS
SM
MD
LG