ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກຍີ່ປຸ່ນ ຮຽກໃຫ້​ມີ ການເລືອກຕັ້ງ ກ່ອນ​ກຳ​ນົດ ເພື່ອ ຮັບມືກັບ ສະພາບ ເສດຖະກິດ ຖົດຖອຍ


ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe (ກາງ) ຖະແຫຼງຕໍ່ສື່ມວນຊົນ ທີ່ບ້ານພັກຂອງທ່ານ ຢູ່ໂຕກຽວ (3 ກໍລະກົດ 2014)
ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe (ກາງ) ຖະແຫຼງຕໍ່ສື່ມວນຊົນ ທີ່ບ້ານພັກຂອງທ່ານ ຢູ່ໂຕກຽວ (3 ກໍລະກົດ 2014)

​ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ປະກາດຍຸບ
ລັດຖະບານຂອງທ່ານ ໂດຍຮຽກໃຫ້ມີ ການເລືອກຕັ້ງໃໝ່
ເພື່ອໃຫ້ໄດ້ຮັບການສະໜັບສະໜຸນຈາກປະຊາຊົນໃນການ
ປະຕິຮູບເພີ້ມຕື່ມ ທາງດ້ານເສດຖະກິດ ທີ່ຈະກະຕຸກຊຸກຍູ້
ໃຫ້ມີການເຕີບໂຕນັ້ນ. Brian Padden ຜູ້ສື່ຂ່າວວີໂອເອ
ລາຍງານວ່າ ການເຄື່ອນໄຫວນີ້ ມີຂຶ້ນຫລັງຈາກມີຂ່າວວ່າ ເສຖກິດຂອງຍີ່ປຸ່ນໄດ້ກ້າວເຂົ້າສູ່ສະພາບຖົດຖອຍໂດຍທີ່
ບໍ່ຄາດຄິດ. ໄພສານ ຈະນຳເອົາລາຍລະອຽດຂອງເລື່ອງນີ້
ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ນາຍົກລັດຖະມົນຕີ Shinzo Abe ປະກາດວ່າ ທ່ານຈະຍຸບສະພາຕ່ຳ ຂອງຍີ່ປຸ່ນ ໃນວັນ
ສຸກທີ 21 ພະຈິກນີ້ ແລະຈັດໃຫ້ມີການເລືອກຕັ້ງສະພາແຫ່ງຊາດໃນກາງເດືອນທັນວາ.

ການປະກາດຂອງທ່ານ ຍັງໄດ້ເລື່ອນເວລາກ່ຽວກັບແຜນການຂຶ້ນພາສີໃນການຂາຍສິນ
ຄ້າ ຊຶ່ງຄາດວ່າ ຈະມີີຜົນບັງຄັບ ໃນເດືອນຕຸລາປີໜ້າ ແຕ່ເວລານີ້ມີທ່າທາງວ່າ ຈະເລື່ອນ ເວລາອອກໄປຕື່ມອີກ 18 ເດືອນ.

ນາຍົກລັດຖະມົນຕີ Abe ຫວັງວ່າຈະໄດ້ຮັບການສະໜັບສະໜຸນຢ່າງແຂງຂັນຈາກປະຊາ ຊົນໃນການເລືອກຕັ້ງ ຄັ້ງຈະມານີ້ ເພື່ອສືບຕໍ່ ນະໂຍບາຍການເຕີບໂຕຂອງທ່ານ ທີ່ຮູ້ກັນ ໃນນາມ Abenomics ນັ້ນ. ທ່ານກ່າວໃນວັນອັງຄານວານນີ້ວ່າຖ້າຫາກລັດຖະບານຂອງ ທ່ານຈະຖືກເລືອກ ໃຫ້ກັບຄືນເຂົ້າມາກຳອຳນາດອີກ ທ່ານຈະບໍ່ເລື່ອນເວລາໃນການຂຶ້ນ ພາສີແຕ່ຢ່່າງໃດເລີຍ.

ທ່ານ Abe ໄດ້ເຂົ້າກຳອຳນາດໃນເດືອນທັນວາ ປີ 2012 ພ້ອມດ້ວຍແຜນການຟື້ນຟູເສດ ຖະກິດຂອງປະເທດທີ່ໃຫຍ່ເປັນອັນດັບ 3 ຂອງໂລກ. ນອກນັ້ນ ຜູ້ນຳນິຍົມແນວທາງເດີມ ທ່ານນີ້ຍັງໃຫ້ຄຳໝັ້ນສັນຍາທີ່ຈະກະຕຸກຊຸກຍູ້ເສດຖະກິດໂດຍການໃຊ້ຈ່າຍເພີ້ມຂຶ້ນຂອງ ລັດຖະບານ ຮັກສາອັດຕາດອກເບ້ຍ ໃຫ້ຢູ່ໃນລະດັບຕ່ຳ ແລະຫລຸດຜ່ອນ ລະບຽບການ ຕ່າງໆລົງ ແລະປາກົດວ່າ ນະໂຍບາຍຂອງທ່ານ ແມ່ນໄດ້ຜົນໃນລະດັບໃດລະດັບນຶ່ງ ລາ ຄາຮຸ້ນ ແລະການວ່າຈ້າງຄົນເຂົ້າເຮັດວຽກເຮັດການກໍເພີ້ມຂຶ້ນ.

ແຕ່ພາຍໃຕ້ຄວາມກົດດັນ ຈາກພວກທີ່ຢາກໃຫ້ລັດຖະບານຄວບຄຸມງົບປະມານຂອງລັດ ຖະບານກາງ ຊຶ່ງບາງຄົນຢູ່ພາຍໃນພັກຂອງທ່ານເອງນັ້ນ ທ່ານກໍໄດ້ຂຶ້ນອັດຕາພາສີຂາຍ ສິນຄ້າຫຼືພາສີຜູ້ບໍລິໂພກເມື່ອເດືອນເມສາຜ່ານມາເພື່ອເຮັດໃຫ້ໜີ້ສາທາລະນະຂອງຍີ່ປຸ່ນ ຊຶ່ງສູງກວ່າສອງເທົ່າຂອງຍອດຜະລິດຮວມພາຍໃນຫຼືຈີດີພີີຂອງປະເທດນັ້ນ ຫລຸດລົງ.

ທ່ານ Masazumi Wakatabe ອາຈານສອນວິຊາເສດຖະສາດທີ່ມະຫາວິທະຍາໄລ Wa-
seda ໃນນະຄອນຫຼວງໂຕກຽວ ໃຫ້ເຫດຜົນວ່າ ສະພາບຖົດຖອຍຢ່າງກະທັນຫັນ ຢູ່ໃນຍີ່
ປຸ່ນ ແມ່ນມາຈາກການຂຶ້ນພາສີເມື່ອໄວໆມານີ້.

ທ່ານ Wakatabe ເວົ້າວ່າ “ດັ່ງນັ້ນ ຫລັງຈາກການຂຶ້ນພາສີຜູ້ບໍລິໂພກ ໃນເດືອນເມ ສາຜ່ານມາແລ້ວ ໂຕເລກຜູ້ບໍລິໂພກ ກໍໄດ້ຢຸດເຊົາ ບໍ່ມີການເຕີບໂຕ ແລະໂຕເລກ ການລົງທຶນອື່ນໆກໍເຊັ່ນດຽວກັນ ບໍ່ມີການເໜັງຕີງເລີຍ. ນັ້ນກໍຄືເຫດຜົນ ທີ່ພາໃຫ້ ຂ້າພະເຈົ້າຄິດວ່າ ຍ້ອນຜູ້ບໍລິໂພກແລະການລົງທຶນແມ່ນປະກອບເປັນເກືອບ 80
ເປີເຊັນຂອງຍອດຜະລິດຮວມພາຍໃນຫຼືຈີດີພີຂອງຍີ່ປຸ່ນ.”

ສະພາບເສດຖະກິດຖົດຖອຍ ຢູ່ໃນຍີ່ປຸ່ນ ມີຂຶ້ນໃນເວລາດຽວກັນ ກັບທີ່ການເຕີບໂຕຂອງ ຈີນກໍຊັກຊ້າລົງ ຂະນະທີ່ລັດຖະບານຂອງປະເທດດັ່ງກ່າວ ພະຍາຍາມ ທີ່ຈະເຮັດໃຫ້ເສດ ຖະກິດໄດ້ຮັບການຂັບດັນຫຼາຍຂຶ້ນ ຈາກຜູ້ບໍລິໂພກພາຍໃນປະເທດ ແລະຫລຸດໜ້ອຍລົງ ຈາກການສົ່ງອອກແລະການລົງທຶນ.

ການຊັກຊ້າລົງ ໃນການນຳເຂົ້າສິນຄ້າຂອງຍີ່ປຸ່ນ ແມ່ນມີທ່າທາງວ່າຈະພາໃຫ້ເກີດຜົນກະ ທົບໃນທາງລົບ ລະດັບໃດລະດັບນຶ່ງ ຕໍ່ຂົງເຂດເອເຊຍທັງມວນ. ຕະຫຼາດຮຸ້ນຂອງເອເຊຍ ໄດ້ຕົກລາຄາ ຫລັງຈາກມີຂ່າວວ່າ ເສດຖະກິດຂອງຍີ່ປຸ່ນໄດ້ມີການຖົດຖອຍ.

ເສດຖະກິດຂອງຢູໂຣບ ກໍຢູ່ໃນສະພາບຖົດຖອຍເຊັ່ນດຽວກັນ. ເມື່ອໄວໆມານີ້ນາຍົກລັດ ຖະມົນຕີອັງກິດ ທ່ານ David Cameron ໄດ້ເຕືອນ ກ່ຽວກັບສະພາບເສດຖະກິດຕົກຕ່ຳ ຮອບທີສອງຂອງໂລກ ທີ່ພວມມອງເຫັນ ເປັນລາງໆນັ້ນ. ທ່ານຂຽນລົງໃນໜັງສືພິມອັງກິດ ສະບັບນຶ່ງວ່າ “ເຂດໃຊ້ເງິນຢູໂຣພວມຕົກຢູ່ໃນສະພາບທີ່ບໍ່ໝັ້ນຄົງໃນການທີ່ອາດຈະເກີດ ສະພາບເສດຖະກິດຖົດຖອຍຮອບສາມ ດ້ວຍອັດຕາຄົນຫວ່າງງານສູງ ການເຕີບໂຕຫຼຸດ
ລົງ ແລະມີຄວາມສ່ຽງຢ່າງແທ້ ຈິງທີ່ຈະເຮັດໃຫ້ລາຄາຕົກຕ່ຳລົງ ນຳດ້ວຍ.”

ແລະໃນຂະນະທີ່ເສດຖະກິດຂອງອັງກິດພວມເຕີບໂຕຢູ່ນີ້ ທ່ານກ່າວວ່າ “ບັນຫາໃນຂອບ ເຂດທີ່ກວ້າງຂວາງຂຶ້ນຂອງເສດຖະກິດໂລກ ແມ່ນເປັນໄພຂົ່ມຂູ່ຢ່າງແທ້ຈິງຕໍ່ການຟື້ນໂຕ ຄືນຂອງເສດຖະກິດໃນປະເທດ.”

ອາຈານ Wakatabe ກ່າວວ່າ ສະພາບເສດຖະກິດຖົດຖອຍຂອງຍີ່ປຸ່ນ ດ້ວຍໂຕຂອງມັນ ເອງແລ້ວ ບໍ່ມີທ່າທາງວ່າຈະເຮັດໃຫ້ຕະຫລາດຂອງໂລກຕົກຕ່ຳຢ່າງ ຮ້າຍແຮງ.

ອາຈານ Wakatabe ເວົ້າວ່າ “ຂ້າພະເຈົ້າບໍ່ຄິດວ່າ ການຊັກຊ້າລົງໃນການເຕີບໂຕ ຢູ່ຂອງຍີ່ປຸ່ນ ຈະກໍ່ໃຫ້ເກີດສະພາບຫລົ້ມສະຫຼາຍທາງດ້ານການເງິນໃນໂລກ ຫລື ແມ່ນຫຍັງໃນທຳນອງນັ້ນ. ຍີີ່ປຸ່ນເປັນປະເທດທີ່ສຳຄັນແຕ່ຍີ່ປຸ່ນກໍບໍ່ສຳຄັນໃນລະ ດັບນັ້ນ ຫລືຂ້າພະເຈົ້າບໍ່ຄິດວ່າມັນຈະເກີດຂຶ້ນໄດ້.”

ເຖິງແມ່ນສະຫະລັດຍັງສືບຕໍ່ມີການເຕີບໂຕໃນທາງບວກຢູ່ກໍຈິງ ແຕ່ຄວາມຄາດຫວັງກ່ຽວ ກັບເສດຖະກິດໂລກທີ່ອ່ອນແອລົງນັ້ນ ອາດຈະເປັນຄວາມວິຕົກກັງວົນໄດ້ ຖ້າຫາກການ ບໍລິໂພກພາຍໃນປະເທດຫລຸດໜ້ອຍລົງ.

ໃນຂະນະທີ່ສະພາບເສດຖະກິດຖົດຖອຍໃນຍີ່ປຸ່ນ ອາດຈະບໍ່ເຮັດໃຫ້ ລະບົບເສດຖະກິດ ຂອງໂລກພັງລົງກໍຈິງ ແຕ່ອາຈານ Wakatabe ເວົ້າວ່າ ມັນກໍບໍ່ມີທ່າທີວ່າຈະເປັນແຮງຂັບ ດັນເພື່ອໃຫ້ມີການເຕີບໂຕໄດ້ຢ່າງໜ້ອຍກໍພາຍໃນໄລຍະສັ້ນນີ້.

XS
SM
MD
LG