ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍງານປະຈໍາປີ 2019 ຂອງກະຊວງການຕ່າງປະເທດ ສຫລ ກ່ຽວກັບເສລີພາບ ໃນການນັບຖືສາສະໜາ ໃນລາວ


ບົດລາຍງານດ້ານເສລີພາບໃນການນັບຖືສາສະໜາປະຈໍາປີ 2020 ຂອງຄະນະກໍາມະການວ່າດ້ວຍເສລີພາບໃນການນັບຖືສາສະໜໜາສາກົນ ຂອງສະຫະລັດ
ບົດລາຍງານດ້ານເສລີພາບໃນການນັບຖືສາສະໜາປະຈໍາປີ 2020 ຂອງຄະນະກໍາມະການວ່າດ້ວຍເສລີພາບໃນການນັບຖືສາສະໜໜາສາກົນ ຂອງສະຫະລັດ

ກະຊວງການຕ່າງປະເທດສະຫະລັດເວົ້າຢູ່ໃນບົດລາຍງານດ້ານເສລີພາບ ໃນການນັບຖືສາສະໜາ ປີ 2019 ຂອງຕົນນັ້ນວ່າ ຢູ່ໃນລາວບ່ອນທີ່ຄົນສ່ວນໃຫຍ່ນັບຖືສາສະໜາພຸດນັ້ນ ມີລາຍງານມາຈາກພວກຜູ້ນໍາສາສະໜາກຸ່ມນ້ອຍ ເຊັ່ນ ສາສະໜາຄຣິສຕຽນວ່າ ການຈໍາກັດເສລີພາບໃນການນັບຖືສາສະໜາທີ່ບໍ່ເໝາະສົມຍັງມີຫລາຍຢູ່ ໂດຍສະເພາະໃນເຂດຊົນນະບົດ ທີ່ຢູ່ຫ່າງໄກສອກຫຼີກ ເນື່ອງຈາກພວກເຈົ້າໜ້າທີ່ທ້ອງຖິ່ນບາງຄົນ ຍັງບໍ່ມີຄວາມເຂົ້າໃຈກ່ຽວກັບເສລີພາບໃນການນັບຖືສາສະໜາ ດັ່ງລະບຸໄວ້ໃນລັດຖະທໍາມະນູນລາວ. ແຕ່ໃນຂະນະດຽວກັນ ອົງການບໍ່ຂຶ້ນກັບລັດຖະບານແຫ່ງນຶ່ງຂອງສະຫະລັດກໍເວົ້າວ່າ ສະພາບການກ່ຽວກັບເສລີພາບ ໃນການນັບຖືສາສະໜາໃນລາວໄດ້ຮັບການປັບປຸງໃຫ້ດີຂຶ້ນມາຕະຫລອດ ໃນໄລຍະ 17 ປີຜ່ານມານີ້ ຊຶ່ງບົວສະຫວັນ ຈະນໍາລາຍລະ ອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ກະຊວງການຕ່າງປະເທດສະຫະລັດເວົ້າ ຢູ່ໃນບົດລາຍງານດ້ານເສລີພາບໃນການນັບຖືສາສະໜາ ປະຈໍາປີ 2019 ຂອງຕົນວ່າ ໃນປີ 2019 ລາວມີພົນລະເມືອງປະມານ 7 ລ້ານ 3 ແສນຄົນ. ໃນນັ້ນ ພວກທີ່ນັບຖືສາສະໜາກຸ່ມນ້ອຍ ກວາມເອົາພຽງແຕ່ 3 ເປີເຊັນກວ່າເທົ່ານັ້ນ. ສ່ວນທີ່ເຫລືອ ກໍຄື 64.7 ເປີເຊັນ ແມ່ນນັບຖືສາສະໜາພຸດນິກາຍຫິນະຍານ ໃນຂະນະທີ່ອີກ 31.4 ເປີ ເຊັນແມ່ນບໍ່ນັບຖືສາສະໜາໃດໝົດ. ອີງຕາມແນວໂຮມສ້າງຊາດທີ່ເປັນອົງການຂອງພັກປະຊາຊົນປະຕິວັດລາວ ຮັບຜິດຊອບຄຸ້ມຄອງທາງສາສະໜາຮ່ວມກັນກັບກະຊວງພາຍໃນແລ້ວ ລາຍງານສະບັບນີ້ບອກວ່າ ຢູ່ໃນສາສະໜາກຸ່ມນ້ອຍນັ້ນ ແມ່ນລວມມີສາສະໜາຄຣິສຕຽນ ຊຶ່ງກວາມເອົາ 1.7 ເປີເຊັນ ຂອງພົນລະເມືອງລາວ ແລະສາສະໜາອື່ນໆ ອີກ ເຊັ່ນສາສະໜາອິສລາມ, ບາຮາຍ, ສາສະໜາພຸດນີກາຍມະຫາຍານ, ການນັບຖືຜີ ແລະນັບຖືວິນຍານ ຂອງບັນພະບູລຸດ ລວມກັນກວາມເອົາບໍ່ຮອດ 3 ເປີເຊັນ ຂອງພົນລະເມືອງທັງໝົດຂອງປະເທດ.

ລາຍງານສະບັບດັ່ງກ່າວເວົ້າອີກວ່າ ມີລາຍງານຈາກບັນດາຜູ້ນໍາທາງສາສະໜາ ກຸ່ມນ້ອຍຢູ່ໃນລາວ ທີ່ບອກວ່າ ພວກເຈົ້າໜ້າທີ່ໃນເຂດເມືອງໃຫຍ່ ແລະໃນບາງ ຕົວເມືອງນ້ອຍ ສ່ວນຫລາຍແລ້ວ ມີຄວາມເຂົ້າໃຈກ່ຽວກັບລັດຖະທໍາມະນູນຂອງ ລາວ ທີ່ເວົ້າວ່າພົນລະເມືອງລາວ “ມີສິດ ແລະເສລີພາບທີ່ຈະນັບຖື ຫລືບໍ່ນັບຖື ສາສະໜາໃດກໍໄດ້” ແລະກົດໝາຍທີ່ກ່ຽວຂ້ອງກັນນັ້ນ ດີສົມຄວນ ແລະລັດຖະ ບານ ກໍໃຫ້ໄດ້ການຮັບຮູ້ຢ່າງເປັນທາງການວ່າ ຢູ່ລາວມີສາສະໜາຢູ່ 4 ສາສະ ໜາດ້ວຍກັນຄື: ສາສະໜາພຸດ, ຄຣິສຕຽນ, ອິສລາມແລະບາຮາຍ. ແຕ່ໂດຍອີງ ໃສ່ລາຍງານຂອງອົງການຂ່າວຕ່າໆ ລາຍງານຂອງກະຊວງການຕ່າງ ປະເທດສະຫະລັດສະບັບນີ້ເວົ້າວ່າ ຍັງສືບຕໍ່ມີ ລາຍງານເລື້ອຍໆວ່າ ມີການຈັບກຸມພວກນັບ ຖືສາສະໜາກຸ່ມນ້ອຍເປັນຕົ້ນແມ່ນພວກນັກຖືສາສະໜາຄຣິສຕຽນ ໂດຍສະເພາະ ແມ່ນຢູ່ໃນເຂດຫ່າງໄກສອງຫລີກ. ອີງຕາມການລາຍງານ ຂອງ ໜັງສືພິມ Asia News, ເອເຊຍເສຣີຫລື RFA ແລະແຫລ່ງຂ່າວໃນທ້ອງຖິ່ນ, ບົດລາຍງານປະຈໍາປີສະບັບນີ້ເວົ້າວ່າ ໃນເດືອນມີນາ 2018 ມີການຈັບກຸມສະມາຊິກຄົນນຶ່ງຂອງໂບດຄຣິສຕະຈັກຂ່າວປະເສີດ ຫຼື Lao Evangelical Church ຢູ່ໃນເມືອງພິນ, ແຂວງສະຫວັນນະເຂດໃນຂໍ້ກ່າວຫາວ່າ ຕັດກົກໄມ້ຕົ້ນນຶ່ງຢູ່ໃນປ່າປົກປ້ອງແຫ່ງນຶ່ງ. ແຕ່ວ່າຊາຍຄົນນັ້ນກັບເວົ້າວ່າ ຕົນຖືກຈັບກໍຍ້ອນວ່າ ເປັນຄົນນັບຖືສາສະໜາຄຣິສຕຽນ ແລະເວົ້າວ່າໃນໄລຍະທີ່ລາວ ຢູ່ໃນບ່ອນຄຸມຂັງ ນັ້ນ ຕໍາຫລວດໄດ້ທຸບຕີຫົວລາວ ຊຶ່ງເຮັດໃຫ້ລາວຫູໜວກໄປຊົ່ວໄລຍະນຶ່ງແລະ ເອົາໄຟຟ້າຊັອດລາວ ແລ້ວຈຶ່ງປ່ອຍລາວໃນ 7 ວັນຕໍ່ມາ.

ບົດລາຍງານສະບັບນີ້ເວົ້າອີກວ່າໃນເດືອນຕໍ່ມາກໍຄື ເດືອນເມສາ 2018 ພວກເຈົ້າໜ້າທີ່ໄດ້ກັກຂັງພົນລະເມືອງອາເມຣິກັນ 3 ຄົນເປັນເວລາ 10 ວັນຢູ່ແຂວງ ຫລວງນໍ້າທາຍ້ອນໄດ້ແຈກໜັງສືໂຄສະນາດ້ານສາສະໜາແລະເອກະສານອື່ນໆ ໂດຍບໍ່ໄດ້ຮັບອະນຸຍາດຈາກລັດຖະບານ. ເຈົ້າໜ້າທີ່ທ້ອງຖິ່ນໄດ້ເຕືອນປະຊາຊົນ ບໍ່ໃຫ້ປ່ຽນສະສະໜາໄປນັບຖືສາສະໜາຄຣິສຕຽນ ແລະຫ້າມຊາວຄຣິສຕຽນບໍ່ໃຫ້ ເຕົ້າໂຮມກັນ ເພື່ອທໍາພິທີທາງສາສະໜາ, ອີງຕາມຂ່າວສານຕ່າງໆ ທີ່ຜູ້ຂຽນບົດລາຍງານນີ້ໄດ້ຮັບ.

ໃນດ້ານກົດໝາຍນັ້ນ ດໍາລັດເລກທີ 184 ຂອງລັດຖະບານ ໄດ້ກໍານົດຫຼັກການ ແລະກົດລະບຽບໃນດ້ານຄຸນສົມບັດຂອງພະນັກງານລັດອອກມາ ຊຶ່ງມີຈຸດປະສົງສ່ວນນຶ່ງເພື່ອຮັບປະກັນວ່າ ເຈົ້າໜ້າທີ່ທ້ອງຖິ່ນອອກບັດປະຈໍາຕົວໃຫ້ຄົນທີ່ນັບຖືສາສະໜາຄຣິສຕຽນ ຢູ່ໃນເຂດຊົນນະບົດ ແຕ່ລາຍງານນີ້ເວົ້າວ່າ ອີງຕາມການບອກເລົ່າຂອງຜູ້ນໍາທາງສາສະໜາ ຢູ່ໃນແຂວງຫົວພັນນັ້ນ, ເຈົ້າໜ້າທີ່ຂັ້ນເມືອງບາງຄົນ ໄດ້ສັ່ງໃຫ້ຜູ້ນໍາໃນຂັ້ນບ້ານ ປະຕິເສດບໍ່ອະນຸມັດຄໍາຮ້ອງໃດໆ ທີ່ຂໍເຮັດ ບັດປະຈໍາຕົວ ຫລືເອກະສານອື່ນໆ ຈາກລັດຖະບານ ທີ່ໄດ້ລົງທະບຽນກັບຫ້ອງ ການລັດຖະບານທ້ອງຖິ່ນວ່າ ເປັນຄົນນັບຖືສາສະໜາຄຣິສຕຽນ.

ເມື່ອເວົ້າເຖິງການລົງທະບຽນໃນການດໍາເນີນພາລະກິດທາງສາສະໜານັ້ນເຈົ້າ ໜ້າທີ່ກະຊວງພາຍເວົ້າວ່າໃນເມື່ອກ່ອນ, ລັດຖະບານໄດ້ຊຸກຍູ້ໃຫ້ຄົນທີ່ນັບຖືສາສະໜາຄຣິສຕຽນໃນຫລາຍໆນິກາຍນັ້ນວ່າ ໃຫ້ລົງທະບຽນຢູ່ໃນນາມຂອງໂບດຄຣິສຕະຈັກຂ່າວປະເສີດ ຫລື Lao Evangelical Church ແຕ່ວ່າໄດ້ ມີນະໂຍບາຍໃໝ່ອອກມາ, ໃນເດືອນສິງຫາປີ 2018 ນັ້ນ ໂບດມື້ທີເຈັດຂອງ ພວກນັບຖືນິກາຍແອັດເວັນທິສ ຫລື Seventh-day Adventist Church ຊຶ່ງເປັນອົງການສາສະໜາຄຣິສຕຽນໃໝ່ໃນລາວກໍສາມາດລົງທະບຽນຂອງຕົນ ເອງຢ່າງເປັນອິດສະຫລະກັບລັດຖະບານໄດ້.

ອີກດ້ານນຶ່ງພວກຜູ້ນໍາທາງສາສະໜາຍັງສືບຕໍ່ເວົ້າວ່າ ດໍາລັດ 315 ທີ່ອອກມາ ໃນປີ 2016 ໄດ້ລະບຸເຈດຈໍານົງວ່າ ຈະເຮັດໃຫ້ກົດລະບຽບໃນການປະຕິບັດສາສະໜາກິດຈະແຈ້ງຂຶ້ນກວ່າເກົ່າ ແຕ່ວ່າ ລັດຖະບານ ຊຶ່ງເປັນຜູ້ມີສິດຕັດສິນຊີ້ຂາດໃນການອອກໃບອະນຸຍາດໃຫ້ປະຕິບັດສາສະໜາກິດນັ້ນ ແມ່ນມີຂໍ້ກໍານົດທີ່ເຮັດໃຫ້ເກີດຄວາມຫຍຸ້ງຍາກຂຶ້ນ ຊຶ່ງບາງຄັ້ງກໍໄດ້ນໍາໄປໃຊ້ ເປັນຂໍ້ຈໍາກັດ ໃນການເດີນທາງເພື່ອຈຸດປະສົງທາງສາສະໜາ.

ອີງຕາມບົດລາຍງານປະຈໍາປີ 2019 ນີ້ ບັນດາກຸ່ມຄຣິສຕຽນຍັງສືບຕໍ່ລາຍງານວ່າ ມີບັນຫາໃນການສ້າງໂບດຢູ່ໃນບາງຂົງເຂດ. ມີເຫດການຢູ່ໃນເຂດຊົນນະບົດບາງ ແຫ່ງທີ່ພວກເຈົ້າໜ້າທີ່ ໄດ້ລົບກວນພວກທີ່ນັບຖືສາສະໜາຄຣິສຕຽນ ທີ່ໄປເຕົ້າໂຮມກັນສູດມົນຢູ່ເຮືອນ ແລະໃນສະຖານທີ່ອື່ນໆ ທີ່ບໍ່ໄດ້ລົງທະບຽນວ່າ ອະນຸຍາດໃຫ້ເປັນບ່ອນຊຸມນຸມ ກັນທາງສາສະໜານັ້ນ. ບົດລາຍງານສະບັບນີ້ ຍັງສັງເກດອີກວ່າ ບັນດາສະມາຊິກຂອງສາສະໜາກຸ່ມນ້ອຍເວົ້າວ່າ ພວກເຂົາເຈົ້າຕ້ອງໄດ້ ປິດອໍາການນັບຖືສາສະໜາຂອງເຈົ້າເພື່ອຈະໄດ້ເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ, ເຂົ້າ ເຮັດການນໍາລັດຖະບານ ແລະເຂົ້າເປັນທະຫານ ແລະເພື່ອຈະຫລີກລ້ຽງການຖືກຈໍາແນກທາງສາສະໜາໄດ້ ໃນສະຖາບັນເຫລົ່ານີ້.

ແຕ່ຢ່າງໃດກໍຕາມ ໂດຍໄດ້ຮັບການອະນຸຍາດລ່ວງໜ້າ ແລະໂດຍບໍ່ໃຫ້ມີການຊັກຊວນໃຫ້ປ່ຽນສາສະໜາຢ່າງເປີດແປນ ເຈົ້າໜ້າທີ່ລັດຖະບານກໍອະນຸຍາດໃຫ້ຄົນລາວ ແລະ ຊາວຕ່າງຊາດທີ່ອາໄສໃນລາວຈັດງານສະແດງດົນຕີກາງແຈ້ງ ໃຫ້ຄົນທົ່ວໄປເບິ່ງ ໄດ້ສາມປີລຽນກັນມາແລ້ວ. ງານສະແດງດົນຕີ ເພັງສວດມົນໃນສາສະໜາຄຣິສຕຽນສາກົນໄດ້ຈັດຂຶ້ນໃນເດືອນພະຈິກ 2018 ຢູ່ສູນການ ຄ້າໄອເຕັກ (ITECC) ໂດຍມີນັກສິນລະປິນຈາກທັງຈາກພາຍໃນ ແລະຕ່າງປະເທດມາຮ່ວມສະແດງ.

ກ່ອນໜ້ານນັ້ນ ປະຊາຄົມນັບຖືສາສະໜາບາຮາຍ ໃນນະຄອນຫລວງວຽງຈັນກໍໄດ້ຈັດງານສະຫລອງວັນຄົບຮອບ 200 ປີຂອງພະເຈົ້າບັບ (Bab) ຊຶ່ງເປັນຜູ້ສໍາຄັນໃນການກໍ່ຕັ້ງສາສະໜາບາຮາຍ ໂດຍມີຜູ້ຕາງໜ້າຫລາຍຄົນຈາກກະຊວງ ພາຍໃນ ແລະຈາກສະພາແຫ່ງຊາດ ເຂົ້າຮ່ວມ. ແລະທ່ານ ບຸນທະວີ ພອນທະ ສິນ (Bounthavy Phonethasine), ຮອງຫົວໜ້າກົມສາສະໜາ ທີ່ແນວລາວສ້າງຊາດກໍໄດ້ໄປກ່າວຄໍາປາໄສຢຢູ່ໃນງານນັ້ນ ພ້ອມທັງເຂົ້າໄປຫາປະຊາຄົມ ບາຮາຍ ເພື່ອດໍາເນີນງານຮ່ວມກັນເພື່ອປັບປຸງເຮັດໃຫ້ “ປະຊາຄົມລາວດີຂຶ້ນກວ່າເກົ່າ.”

ສ່ວນສະຖານເອກອັກຄະລັດຖະທູດສະຫະລັດ ປະຈໍາລາວ ໃນເດືອນກັນຍາຂອງປີດຽວກັນນັ້ນ ກໍໄດ້ຈັດງານຄອນເສີດຫລາຍຄັ້ງເພື່ອໃຫ້ກຸ່ມວົງດົນຕີເພັງສວດມົນອາເມຣິກັນໃຫ້ຄົນລາວເບິ່ງ ຊຶ່ງເປັນການ “ແລກປ່ຽນດົນຕີລະຫວ່າງສາສະໜາ” ສູງສຸດຂອງປະເທດ.”

ໃນດ້ານການສ້າງນິຕິກໍາທີ່ກ່ຽວຂ້ອງກັບເສລີພາບ ແລະຄຸ້ມຄອງກິດຈະກໍາທາງສາສະໜານັ້ນ, ອີງຕາມອົງການສາສະໜາພຸດຕ່າງໆແລ້ວ, ບັນດາພຸດທະສາສະນິກະຊົນທີ່ມີຊື່ສຽງ ໄດ້ເຮັດວຽກຮ່ວມກັບລັດຖະບານໃນການຮ່າງນິຕິກໍາເພື່ອຮັບປະກັນວ່າ ກົດໝາຍຕ່າງໆ ສະທ້ອນໃຫ້ເຫັນເຖິງບົດບາດຂອງສາສະໜາພຸດ ຢູ່ໃນວັດທະນະທໍາລາວ. ແຕ່ຢ່າງໃດກໍຕາມສະພາແຫ່ງຊາດກໍໄດ້ຈັດການຝຶກອົບຮົມ 3 ມື້ ກ່ຽວກັບເສລີພາບໃນການນັບຖືສາສະໜາ ໃນເດືອນ ຕຸລາ 2018 ຊຶ່ງມີຜູ້ ຕາງໜ້າຂອງອົງການຈັດຕັ້ງທາງສາສະໜາຫລາຍແຫ່ງ ຕະຫຼອດທັງບັນດາເຈົ້າ ໜ້າທີ່ລັດຖະບານຂັ້ນສູນກາງ ແລະຂັ້ນແຂວງເຂົ້າຮ່ວມນໍາ. ພວກເຈົ້າໜ້າທີ່ຂັ້ນສູນກາງເວົ້າວ່າ ພວກເພິ່ນຍັງສືບຕໍ່ ເດີນທາງໄປຍັງເຂດແຂວງຕ່າງໆ ເພື່ອຝຶກອົບຮົມບັນດາເຈົ້າໜ້າທີ່ ໃນການຈັດຕັ້ງປະຕິບັດ ດໍາລັດເລກທີ 315 ແລະກົດ ໝາຍອື່ນໆທີ່ຄຸ້ມຄອງສາສະໜາຢ່າງຖືກຕ້ອງ.

ພ້ອມກັນນັ້ນ ເຈົ້າໜ້າທີ່ສະຖາບັນການພົວພັນກັນໃນໂລກ ຫຼື Global Enga-gement (IGE) ຊຶ່ງເປັນອົງການບໍ່ຂຶ້ນກັບລັດຖະບານ ທີ່ຕັ້ງຢູ່ໃນສະຫະລັດກໍໃຫ້ຄໍາເຫັນວ່າ ສະພາບການເສລີພາບໃນການນັບຖືສາສະໜາຢູ່ລາວ ແມ່ນໄດ້ ຮັບການປັງປຸງໃຫ້ດີຂຶ້ນເລື້ອຍໆ ໃນຕະຫລອດ 17 ປີຜ່ານມານີ້ເມື່ອທຽບໃສ່ຕອນທໍາອິດທີ່ທ່ານໄດ້ໄປຢ້ຽມຢາມລາວ. ທ່ານເວົ້າວ່າ ກະຊວງພາຍໃນໄດ້ມີບົດບາດອັນຫຼໍ່ແຫຼມສໍາຄັນ ໃນການສົ່ງເສີມເສລີພາບໃນການນັບຖືສາສະໜາໃນປີນັ້ນ ແລະແນວຄວາມຄິດ ແລະຄວາມເຂົ້າໃຈກ່ຽວກັບເສລີພາບ ໃນການນັບຖືສາສະໜາ ໃນບັນດາເຈົ້າໜ້າທີ່ຂັ້ນສູນກາງນັ້ນແມ່ນດີສົມຄວນ ແຕ່ໃນຂະນະດຽວກັນ ກໍມີຫລາຍຄົນຢູ່ໃນລັດຖະບານທີ່ຍັງເຊື່ອວ່າ ສາສະໜາພຸດຄວນເປັນສາສະໜາດຽວເທົ່ານັ້ນໃນປະເທດ ແລະເຈົ້າໜ້າທີ່ໃນລະດັບທ້ອງຖິ່ນບາງຄົນ ກໍຍັງບໍ່ເຂົ້າໃຈຍັງບໍ່ທັນເຂົ້າໃຈກັນຢ່າງກວ້າງຂວາງ ກ່ຽວກັບເສລີພາບໃນການນັບຖືສາສະໜາໃນລາວ.

ທີ່ທ່ານໄດ້ຮັບຟັງຜ່ານໄປນັ້ນ ແມ່ນລາຍງານປະຈຳປີຂອງກະຊວງການຕ່ງປະເທດສະຫະລັດ ກ່ຽວກັບເສລີພາບໃນການນັບຖືສາສະໜາ ຢູ່ໃນປະເທດລາວ.

ອ່ານກ່ຽວກັບລາຍງານນີ້ເພີ້ມເປັນພາສາອັງກິດຈາກະຊວງການຕ່າງປະເທດສະຫະລັດ

XS
SM
MD
LG