ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເມືອງ Tacloban ເລີ້ມຝັງສົບໝູ່ ພວກເສຍຊີວິດ ຍ້ອນ ໄຕ້ຝຸ່ນ Haiyan (ສະໄລດ໌/ວີດີໂອ)


ພວກທະຫານອັດຖົງຊາກສົບ ຫຼັງຈາກຄອບຄົວພວກເຄາະຮ້າຍ
ຢັ້ງຢືນຊື່ ພວກທີ່ເສຍຊີວິດໄປແລ້ວ ທີ່ເມືອງ Tacloban, ຟີລິບປິນ ວັນທີ 13 ພະຈິກ 2013.
ພວກທະຫານອັດຖົງຊາກສົບ ຫຼັງຈາກຄອບຄົວພວກເຄາະຮ້າຍ ຢັ້ງຢືນຊື່ ພວກທີ່ເສຍຊີວິດໄປແລ້ວ ທີ່ເມືອງ Tacloban, ຟີລິບປິນ ວັນທີ 13 ພະຈິກ 2013.
ຫົວເມືອງ​ແຫ່ງ​ນຶ່ງ​ໃນ​ພາກ​ກາງຂອງ​ຟີ​ລິບ​ປີນ ​ເລີ້ມ​ທຳ​ການ​ຝັງ
​ສົບ​ພວກ​ທີ່​ເສຍ​ຊີວິດ​ຫຼາຍ​ສິບ​ຄົນໃສ່​ໃນ​ຂຸມຝັງ​ສົບ​ໝູ່ໃນ​ຂະນະ​
ທີ່​ພວກ​ລອດ​ຊີວິດຈາກ​ພາຍຸ​ໄຕ້​ຝຸ່ນ ​Haiyan ​ທີ່ສິ້ນຄວາມຫວັງ​
ຫຼາຍ​ຂຶ້ນ​ ລໍຖ້າ​ສະບຽງ​ບັນ​ເທົາ​ທຸກ​ມາ​ຮອດ​ນັ້ນ.

ຈຳນວນ​ຜູ້​ເສຍ​ຊີວິດ​ຈາກ​ລົມພາຍຸ​ໄຕ້​ຝຸ່ນ​ທີ່​ເກີດ​ຂຶ້ນ​ໃນ​ວັນ​ສຸກ​ສັບ
ປະດາ​ຜ່ານ​ມາ​ນີ້ ປັດຈຸບັນແມ່ນ​ຢູ່​ໃນ​ຈຳນວນ 2 ພັນ 3 ຮ້ອຍ 57
ຄົນ ​ເຖິງ​ແມ່ນ​ເປັນ​ທີ່​ແນ່ນອນ​ວ່າ ຈຳນວນ​ດັ່ງ ກ່າວຈະ​ເພີ່ມ​ຂຶ້ນ​ອີກ.
​ໃນ​ເມືອງ Tacloban ທີ່​ຖືກ​ລົມພາຍຸ​ປະ​ທະ​ຮ້າຍ​ແຮງ​ທີ່​ສຸດນັ້ນ ມີ
​ຫຼາຍ​ສົບ​ທີ່​ກຳລັງ​ເປື່ອຍ​ເນົ່າ ​ຢັ່ງ​ຢາຍ​ຢູ່​ຕາມ​ຖະໜົນ ຫຼື​ບໍ​ກໍ​ຖືກ​ທັບ
​ຢູ່​ກ້ອງ​ຊາກສະຫຼັກ​ຫັກ​ພັງ.

US Moves Carrier, Amphibious Ships to Disaster Area
please wait

No media source currently available

0:00 0:01:46 0:00
ລິງໂດຍກົງ


ຊາກ​ສົບ​ຈຳນວນ​ນຶ່ງ​ໄດ້​ຖືກ​ຝັງ​ລົງ​ໃນ​ຂຸມ​ຝັງ​ສົບ​ໝູ່ ​ໃນ​ວັນ​ພະຫັດ​ມື້​ນີ້​ ຢູ່​ຂ້າງ​ນອກຕົວ​ເມືອງ ດັ່ງກ່າວ​ບໍ່​ໄກ​ປານ​ໃດ. ບໍ່​ມີ​ພິທີ​ຝັງ​ສົບ​ຢ່າງ​ເປັນ​ທາງ​ການ ​ແລະ​ກໍ​ບໍ່​ເປັນ​ທີ່​ຈະ​ແຈ້ງວ່າ ພວກ​ຊາກສົບ​ເຫຼົ່າ​ນີ້ ມີ​ການ​ພິສູດຢືນຢັນ​ຊື່​ຫຼື​ບໍ?.

​ຂະນະ​ດຽວ​ກັນ ​ສະບຽງເຂົ້າປາ​ອາຫານ ນ້ຳ​ດື່ມ​ນ້ຳ​ໃຊ້​ທີ່​ສະອາດ​ແລະ​ສິ່ງ​ທີ່​ຈຳ​ເປັນ​ຂັ້ນ​ພື້ນ ຖານ​ອື່ນໆແມ່ນ​ບໍ່​ມີ​ພຽງພໍ ສຳລັບ​ພວກ​ບໍ່​ມີ​ບ່ອນຢູ່​ບ່ອນ​ອາ​ໄສຫຼາຍ​ແສນ​ຄົນ ຊຶ່ງ​ບາງ​ຄົນ​ກໍ​ໄດ້​ພາກັນ​ທຳ​ການ​ລັກຂະ​ໂມ​ຍ​ເອົາ​ສິ່ງ​ເຫຼົ່າ​ນີ້ ​ເພື່ອ​ເອົາ​ຊີວິດ​ລອດ. ຜູ້​ລອດ​ຊີວິດຄົນ​ນຶ່ງ​ກ່າວ​ວ່າ ລາວ​ບໍ່ໄດ້​ຮັບ​ການ​ຊ່ອຍ​ເຫຼືອ​ໃດໆມາ​ເປັນ​ເວລາ 6 ມື້​ແລ້ວ ຫຼັງ​ຈາກເກີດ​ພາຍຸ.

ທ່ານ​ນາງ Valerie Amos ຫົວໜ້າ​ອົງການ​ບັນ​ເທົາ​ທຸກ​ດ້ານ​ມະນຸດສະທຳ​ສະຫະ​ປະຊາ​ຊາດ ທີ່​ໄດ້​ທຳ​ການ​ຢ້ຽມຢາມ​ເມືອງ Tacloban ​ໃນ​ວັນ​ພຸດ​ວານ​ນີ້ ກ່າວ​ວ່າ ທ່ານ​ນາງ​ມີ ຄວາມ​ໂສກ​ເສົ້າ​ທີ່​ສຸດ​ທີ່​ວ່າ “ການ​ຊ່ອຍ​ເຫຼືອ​ຍັງ​ບໍ່​ທັນ​ໄດ້​ໄປ​ຮອດ​ໄປ​ເຖິງ​ພວກ​ທີ່​ຕ້ອງການ ຄວາມ​ຊ່ອຍ​ເຫຼືອ​ໝົດ​ສູ່​ຄົນ ​ໂດຍ​ຍອມຮັບ​ຮູ້​ວ່າ ພວກ​ເຮົາ​ໄດ້​ປ່ອຍ​ໃຫ້ປະຊາຊົນ​ເຫຼົ່າ​ນີ້ຕົກ​ຢູ່​ໃນ​ສະພາບ​ສິ້ນຫວັງ​ແບບ​ນີ້.”

Devastated Infrastructure Hampers Aid Efforts
please wait

No media source currently available

0:00 0:01:39 0:00
ລິງໂດຍກົງ


​ເຖິງ​ຢ່າງ​ໃດ​ກໍ​ດີ ຈຳນວນ​ຂອງ​ການ​ຊ່ອຍ​ເຫຼືອ​ດ້ານ​ວັດຖຸ​ທີ່​ສົ່ງ​ໄປ​ຍັງ​ຂົງ​ເຂດ​ທີ່​ໄດ້​ຮັບ​ຜົນກະທົບ​ໄດ້​ເພີ່ມ​ຂຶ້ນ​ເລື້ອຍໆ ຊຶ່ງ​ສິ່ງ​ຂອງ​ຊ່ອຍ​ເຫຼືອ​ເຫຼົ່າ​ນີ້​ສ່ວນ​ຫຼາຍ​ຍັງ​ຕົກ​ຄ້າງ​ຢູ່ທີ່​ເດີ່ນ​ເຮືອບິນ ຫຼື​ໃນ​ເຂດ​ອື່ນໆ​ຍ້ອນ​ຂາດ​ນ້ຳມັນ​ເຊື້ອ​ໄຟ ​ແລະ​ຍ້ອນ​ຖະໜົນ​ຫົນທາງ​ຍັງ​ຖືກ​ກີດ​ກັນ​ດ້ວຍ​ສິ່ງ​ສະຫຼັກ​ຫັກ​ພັງ​ນັ້ນ​ຢູ່.

ສະພາບ​ການ​ດັ່ງກ່າວ​ ຄາດ​ວ່າ​ຈະ​ດີ​ຂຶ້ນ​ໃນ​ຕອນ​ແລງ​ວັນ​ພະຫັດ​ມື້​ນີ້ ພ້ອມ​ດ້ວຍ​ການ​ເດີນທາງ
ໄປຮອດ​ຂອງ​ກຳ​ປັ່​ນບັນທຸກ​ເຮືອ​ບິນ USS George Washington ແລະກຳ​ປັ່ນອື່ນໆຂອງສະ
ຫະລັດຊຶ່ງກຳລັງບັນທຸກພວກເຮືອບິນແລະເຮືອບິນເຮລີຄອບເຕີ ທີ່ຈະສາມາດໃຊ້ພວກເຮືອບິນ
ເຫຼົ່ານີ້ຂົນສະບຽງບັນເທົາທຸກໄປຮອດໄປເຖິງປະຊາຊົນໃນເຂດຫ່າງໄກຕ່າງໆໄດ້.




XS
SM
MD
LG