ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ອົບພະຍົບ ເລີ້ມຕົ້ນຊີວິດໃໝ່ ຂອງເຂົາເຈົ້າ ທີ່ຮ້ານກາເຟ ໃນລັດຈໍເຈຍ


Refugees Start Life Anew at Georgia Coffee Shop
please wait

No media source currently available

0:00 0:02:47 0:00

ຮ້ານກາເຟອົບພະຍົບທີ່ເມືອງ Clarkston ລັດ Georgia ບໍ່ແມ່ນຮ້ານກາເຟທຳມະດາ

ການຍ້າຍເຂົ້າໄປຢູ່ປະເທດໃໝ່ ເພື່ອຊອກຄົ້ນຫາໂອກາດອັນໃໝ່ ອາດເປັນການປ່ຽນ
ແປງທີ່ໜ້າຕື່ນເຕັ້ນສຳລັບຫລາຍໆຄົນ. ເຖິງຢ່າງໃດກໍດີ ສຳລັບຊາວອົບພະຍົບແລ້ວ ການຫລົບໜີຈາກປະເທດມາ ແລະການພັດພາກຈາກຄົນຮັກຄົນແພງ ມາຕັ້ງຕົ້ນຊີວິດ
ໃໝ່ ໃນດິນແດນທີ່ບໍ່ລຶ້ງແກ່ນ ກໍອາດເປັນເລື້ອງລຳບາກຢູ່. ຢູ່ໃນເມືອງ Clarkston ລັດ
Georgia ຮ້ານກາເຟແຫ່ງນຶ່ງພວມສ້າງຄວາມພະຍາຍາມຢ່າງຈິງໆຈັງໆໃນໄລຍະຂ້າມ
ຜ່ານໃຫ້ແກ່ພວກອົບພະຍົບເຂົ້າສູ່ຊີວິດໃໝ່ຂອງພວກເຂົາເຈົ້າຢູ່ໃນອາເມຣິກາ. ເອັມ
ຣອນ ເຈດູນ ປະຈຳວີໂອເອ ມີລາຍງານເລື້ອງນີ້ ດັ່ງສາລີຈະສເໜີລາຍລະອຽດໃນອັນ
ດັບຕໍ່ໄປ.

ເມືອງ Clarkston ລັດ Georgia ເປັນບ້ານເຮືອນຂອງພວກມາຢູ່ອາໄສ ຈາກຫລາຍ
ກວ່າ 40 ປະເທດ ທີ່ປາກເວົ້າປະມານ 60 ພາສາດ້ວຍກັນ. ຂົງເຂດນ້ອຍໆທີ່ກວມເອົາ
ເນື້ອທີ່ 2.7 ກມ ມົນທົນ ມັກຈະເວົ້າກັນວ່າ ເປັນເມືອງນ້ອຍ ທີ່ມີຄວາມຫລາກຫລາຍທີ່
ສຸດໃນອາເມລິກາ.

ຮ້ານກາເຟແຫ່ງນຶ່ງຢູ່ໃນເມືອງນີ້ ແມ່ນກິຕີ ເມີເຣ ເປັນເຈົ້າຂອງ ແຕ່ຮ້ານດັ່ງກ່າວ ບໍ່ໄດ້
ແມ່ນຮ້ານກາເຟທຳມະດາ ມັນຮັບໃຊ້ສັງຄົມຕາມທີ່ຕ້ອງການ ນອກຈາກບໍລິການແຕ່ກາ
ເຟຊື່ໆ. ມັນຮັບເອົາແຕ່ພວກອົບພະຍົບມາເປັນຄົນງານ. ນາງເມີເຣເວົ້າວ່າ ລາວຢາກ
ທັບມ້າງແນວຄິດທາງລົບທີ່ມີຕໍ່ຊາວອົບພະຍົບ ຊຶ່ງນາງເວົ້າວ່າ:

“ຂ້າພະເຈົ້າຮູ້ສຶກວ່າ ເວລາໂລກແນມເບິ່ງພວກອົບພະຍົບ ເຂົາເຈົ້າຈະແນມເຫັນແຕ່
ແນວບໍ່ດີ ຄືວ່າພວກເຂົາເຈົ້າຈະມາຂູດ ມາແຫ້ນ ຫລືເປັນພວກທີ່ເປັນອັນຕະລາຍ ແລະ
ຂ້າພະເຈົ້າຮູ້ດີ ວ່າອັນນັ້ນມັນບໍ່ແມ່ນຄວາມຈິງ.”

ຮ້ານກາເຟຂອງອົບພະຍົບດັ່ງກ່າວ ຈະບໍລິການໂຄງການອົບຮົມນຶ່ງປີ ບ່ອນທີ່ພວກ
ລູກຈ້າງ ຈະໄດ້ຮຽນພາສາອັງກິດ ແລະຄວາມຮູ້ພື້ນຖານອື່ນໆ. ນາງ ຊົມໄມຢາ ມາກ
ຊູດີ ແມ່ນຄົນຊົງກາເຟຜູ້ນຶ່ງ ຢູ່ໃນຮ້ານນີ້. ລາວເວົ້າວ່າ ລາວເຕີບໃຫຍ່ຂຶ້ນມາເປັນຄົນ
ຜູ້ນຶ່ງ ທີ່ໄດ້ມາພົບພໍ້ບ້ານເຮືອນທີ່ຫາງໄກຈາກບ້ານເຮືອນ ຊຶ່ງນາງເວົ້າວ່າ:

“ຂ້າພະເຈົ້າໄດ້ຮຽນຮູ້ກ່ຽວກັບຕົວເອງ ຮຽນຮູ້ກ່ຽວກັບຄວາມໄຝ່ຝັນ. ຂ້າພະເຈົ້າໄດ້ຮຽນ
ຮູ້ກ່ຽວກັບການເຕີບໃຫຍ່ ຮຽນອ່ານ ຮຽນຂຽນ ຮູ້ວາງແຜນສຳລັບອະນາຄົດ ບໍ່ດັ່ງນັ້ນຂ້າ
ພະເຈົ້າກໍຈະເປັນຄົນຫລົງທີບ ຢູ່ໜີ້ ຢູ່ໃນອາເມລິກາ.

ເຊັ່ນດຽວກັນກັບຊົມໄມຢາ ມາກ ອາລ ອາມາສ ກໍເຮັດວຽກ ຢູ່ໃນຮ້ານກາເຟອົບພະຍົບ
ນີ້ ເປັນຄົນຊົງກາເຟຄືກັນ, ຫລັງຈາກນຶ່ງປີແລ້ວ ລາວກໍໄດ້ເຂົ້າໄປຢູ່ໃນໂຄງການນຶ່ງທີ່ໃນ
ທີ່ສຸດ ກໍໄດ້ນຳພາລາວ ໄປສູ່ການເປັນເຈົ້າຂອງທຸລະກິດສົ່ງອາຫານ. ລາວກ່າວວ່າ ບໍ່ມີ
ອັນໃດທີ່ຈະເປັນໄປໄດ້້ ຖ້າປາດສະຈາກຮ້ານກາເຟອົບພະຍົບ ແລະກິຕີ ເມີເຣ. ມາກ
ອາລ ອາມາສ ອະດີດຄົນງານໃນຮ້ານກາເຟດັ່ງກ່າວເວົ້າວ່າ:

“ທຳອິດຂ້າພະເຈົ້າໄດ້ຫັດປາກຫັດເວົ້າພາສາອັງກິດ ຂອງຂ້າພະເຈົ້າ ແລະໄດ້ຮຽນຮູ້
ກ່ຽວກັບປະຊາຄົມດັ່ງກ່າວ ແລະກໍໄດ້ຮ່ວມຢູ່ໃນໂຄງການຝຶກອົບລົມ ບ່ອນທີ່ຂ້າພະເຈົ້າ
ໄດ້ຮຽນຮູ້ກ່ຽວກັບເລື້ອງທຸລະກິດແລະໄດ້ຮູ້ຈັກກັບຜູ້ຄົນຕ່າງໆຢູ່ເຂດຄຸ້ມດຽວກັນເພາະ
ສະນັ້ນ ປະສົບການຂອງຂ້າພະເຈົ້າ ຈາກ ຮ້ານກາເຟອົບພະຍົບຈຶ່ງໄດ້ສອນໃຫ້ຂ້າພະ
ເຈົ້າຮູ້ຫລາຍຢ່າງ ແລ້ວຫລັງຈາກນັ້ນ ກໍໄດ້ກາຍເປັນຄອບຄົວດຽວກັນ ເປັນໝູ່ຄູ່ກັນ."

ກິຕີ ເວົ້າວ່າ ລາວຢາກກໍ່ສ້າງຂົວໄຕ່ ລະຫວ່າງພວກອົບພະຍົບກັບປະຊາຄົມທ້ອງຖິ່ນ
ໃນເມືອງ ຄລາກສຕັນ ປະຊາຄົມທີ່ພວມເຕີບໂຕຂຶ້ນທຸກມື້ ເວລາພວກອົບພະຍົບນັບມື້
ນັບຫລາຍຂຶ້ນ ພາກັນຍົກຍ້າຍເຂົ້າາມາຢູ່.

ກິຕີ ເມີເຣ ເຈົ້າຂອງຮ້ານກາເຟອົບພະຍົບເວົ້າວ່າ:

“ພວກເຮົາໄດ້ຕັດສີນໃຈວ່າ ພວກເຮົາຢາກລົງເລິກ ແທນທີ່ຈະຂະຫຍາຍກວ້າງອອກໄປ. ແລະພວກເຮົາຢາກລົງທຶນໃນໝູ່ພວກຜູ້ຄົນ. ແລະສິ່ງທີ່ເປັນອັນຍິ່ງໃຫຍ່ກໍຄື ພວກເຮົາ
ສາມາດເຮັດສິ່ງທີ່ພວກເຮົາກຳລັງເຮັດຢູ່ກັບປະຊາຄົມອົບພະຍົບ ບໍ່ແມ່ນແຕ່ສະເພາະ
ມັນຫັ້ນເທົ້ານັ້ນ. ເພາະສະນັ້ນ ພວກເຮົາທັງໝົດ ແມ່ນປະກອບສ່ວນໃນ
ພາລະກິດນີ້ນຳກັນ.”

ແລະໃນການແນມໄປເບິ່ງຊີວິດຂອງພວກອົບພະຍົບເຫລ່ົານີ້ບາງຄົນ ແລະເລື້ອງຜົນ
ສຳເລັດຂອງພວກເຂົາເຈົ້າ ເຮົາຈະເຫັນວ່າ ກິຕີ ແມ່ນໄດ້ປະກອບພາລະກິດຂອງລາວ
ຢ່າງໄດ້ຮັບຜົນສຳເລັດເປັນຢ່າງດີ.

ເຊີນອ່ານເລື້ອງນີ້ຕື່ມເປັນພາສາອັງກິດ

XS
SM
MD
LG