ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຄ່າປັບໄໝ ໂຮງງານເຫຼັກກ້າໃນ ຫວຽດນາມ ສູງທີ່ສຸດເປັນສະຖິຕິ


ຜູ້ຄັດຄ້ານດ້ານການເມືອງ ທ່ານ Nguyen Quang A (ກາງ) ຖືປ້າຍເຊິ່ງອ່ານວ່າ "ບໍລິສັດ Formasa ເປັນຜູ້ທຳລາຍສິ່ງ
ແວດລ້ອມ ແລະ ເປັນອາຊະຍາກອນ." ໃນລະຫວ່າງການ
ປະທ້ວງໃນນະຄອນຫຼວງ ຮາໂນ່ຍ, ຫວຽດນາມ. 1 ພຶດສະພາ, 2016.
ຜູ້ຄັດຄ້ານດ້ານການເມືອງ ທ່ານ Nguyen Quang A (ກາງ) ຖືປ້າຍເຊິ່ງອ່ານວ່າ "ບໍລິສັດ Formasa ເປັນຜູ້ທຳລາຍສິ່ງ ແວດລ້ອມ ແລະ ເປັນອາຊະຍາກອນ." ໃນລະຫວ່າງການ ປະທ້ວງໃນນະຄອນຫຼວງ ຮາໂນ່ຍ, ຫວຽດນາມ. 1 ພຶດສະພາ, 2016.

ບັນດາຜູ້ສັງເກດການ ແລະ ນັກເຄື່ອນໄຫວໃນ ຫວຽດນາມ ກ່າວວ່າ ຄ່າປັບໄໝມົນລະພິດ ທີ່ສູງເປັນປະຫວັດການ ຕໍ່ໂຮງງານເຫຼັກກ້າທີ່ຕ່າງປະເທດເປັນເຈົ້າຂອງ ບໍ່ໄດ້ຊົດເຊີຍຄ່າ ເສຍຫາຍໃຫ້ແກ່ຜູ້ໄດ້ຮັບເຄາະທັງໝົດ ທັງບໍ່ໄດ້ສົ່ງຄຳເຕືອນແຮງພໍໃຫ້ແກ່ພວກໂຮງງານ ສົ່ງສິນຄ້າອອກແຫ່ງອື່ນໆຂອງປະເທດ.

ບໍລິສັດເຫຼັກ Formosa Ha Tin ທີ່ໄດ້ຮັບທຶນຊ່ວຍເຫຼືອຈາກ ໄຕ້ຫວັນ ໄດ້ຖືກກ່າວຫາວ່າ ປ່ອຍຂອງເສຍທີ່ເປັນພິດລົງໃສ່ມະຫາສະໝຸດໃນເດືອນເມສາທີຜ່ານມາ, ເປັນສາເຫດ ເຮັດໃຫ້ປາ 80 ໂຕນຖືກພັດຂຶ້ນເທິງຫາດຊາຍ ເຊິ່ງເປັນໄພພິບັດທາງສິ່ງແວດຄັ້ງໜຶ່ງທີ່ມີ ຄວາມຮ້າຍແຮງທີ່ສຸດຂອງປະເທດ.

ຊາວບ້ານຝັງປາທີ່ຕາຍແລ້ວຢູ່ເທິງຫາດຊາຍໃນແຂວງ Quang Binh, ຫວຽດນາມ.
ຊາວບ້ານຝັງປາທີ່ຕາຍແລ້ວຢູ່ເທິງຫາດຊາຍໃນແຂວງ Quang Binh, ຫວຽດນາມ.

ໃນເດືອນມິຖຸນາທີ່ຜ່ານມາ, ລັດຖະບານໄດ້ປັບໄໝໂຮງງານ ເປັນເງິນ 500 ລ້ານໂດລາ, ເຊື່ອວ່າຈະເປັນຈຳນວນທີ່ຫຼາຍທີ່ສຸດຕໍ່ໂຮງງານໃນປະເທດ ຫວຽດນາມ, ໃນການເຮັດໃຫ້ ປາຕາມແນວຊາຍຝັ່ງຍາວ 200 ກິໂລແມັດທາງພາກຕາເວັນອອກສຽງໃຕ້ຂອງນະຄອນ ຫຼວງ ຮາໂນ່ຍ ຕາຍໄປ. ບໍລິສັດຜະລິດເຫຼັກດັ່ງກ່າວ ຍັງໄດ້ຂໍຄະມາໂທດ ແລະ ເຫັນດີທີ່ ຈະອະນາໄມລະບົບບຳບັດນ້ຳເສຍ.

ແຕ່ປະຊາຊົນທີ່ລຶ້ງເຄີຍກັບບັນຫານີ້ກ່າວວ່າ ຄ່າປັບໄໝນີ້ ບໍ່ສາມາດໄປຊົດເຊີຍຄວາມ ເສຍຫາຍທີ່ຍັງມີຕໍ່ໄປກັບຊາວປະມົງ, ສະຖານທີ່ຕາກອາກາດ ແລະ ປະຊາຊົນໃນທ້ອງ ຖິ່ນຜູ້ທີ່ອາດຈະໄດ້ຕິດໂຣກຜິວໜັງຈາກການສຳຜັດກັບນ້ຳຢູ່ນັ້ນ. ພວກເຂົາເຈົ້າຫວັງວ່າ ບັນດາເຈົ້າໜ້າທີ່ ຫວຽດນາມ ຈະທຳການທົດສອບນ້ຳໃນມະຫາສະໝຸດເພື່ອຮັບປະກັນ ວ່າ ຕອນນີ້ມັນປອດໄພແລ້ວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG