ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະຕິກິລິຍາຕໍ່ການຊັບຊ້ອນ ຄະນະລັດຖະບານຄືນໃໝ່ ໂດຍໄດ້ປ່ຽນລັດຖະມົນຕີ 3 ທ່ານ


ສຳນັກງານນາຍົກລັດຖະມົນຕີ ທີ່ນະຄອນຫຼວງວຽງຈັນ
ສຳນັກງານນາຍົກລັດຖະມົນຕີ ທີ່ນະຄອນຫຼວງວຽງຈັນ

ທ່າມກາງສະພາບເສດຖະກິດທີ່ປະສົບບັນຫາໄພເງິນເຟີ້ຖີບຕົວສູງຂຶ້ນຢູ່ນີ້​ ພາຍຫລັງເລືອກເອົານາຍົກລັດຖະມົນຕີຄົນໃໝ່ແລ້ວ, ທາງການລາວກໍໄດ້ຊັບຊ້ອນ ຄະນະລັດຖະບານຄືນໃໝ່ ໂດຍໄດ້ປ່ຽນລັດຖະມົນຕີ 3 ທ່ານຂອງກະຊວງ ທີ່ກ່ຽວພັນທາງເສດຖະກິດຫລາຍທີ່ສຸດ ໄປຮັບໜ້າທີ່ອື່ນ. ການປ່ຽນແປງ ດັ່ງກ່າວນີ້ ເຮັດໃຫ້ຄົນລາວບາງຄົນຄິດວ່າ ມັນອາດຈະເປັນສັນຍານບົ່ງບອກໃນທາງທີ່ດີ ໃນການປາບປາມການສໍ້ລາດບັງຫລວງ ແຕ່ເຂົາເຈົ້າກໍບໍ່ຄິດວ່າ ມັນຈະພາໃຫ້ມີການປ່ຽນແປງ ໃນດ້ານເສດຖະກິດໄດ້ຫລາຍປານໃດ ເພາະການປັບປຸງຄວາມໂປ່ງໃສໃນຄະນະລັດຖະບານ ບໍ່ໄດ້ຄືບໜ້າຫລາຍພໍ . ນັກຂ່າວຂອງພວກເຮົາມີ​ລາຍ​ງານເລື້ອງນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ໄດ້ 1 ເດືອນພໍດີ ຫລັງຈາກທ່ານສອນໄຊ​ ສີພັນດອນ ທີ່ເມື່ອກ່ອນ ເປັນ​ຮອງນາຍົກລັດຖະມົນຕີນັ້ນໄດ້ຖືກຮັບຮອງໃຫ້ເປັນນາຍົກລັດຖະມົນຕີ ໂດຍສະພາ​ແຫ່ງຊາດ​ລາວແລ້ວ ກໍໄດ້ມີການຮັບຮອງເອົາການຊັບຊ້ອນລັດຖະມົນຕີສາມທ່ານຂອງ ກະຊວງທີ່ສໍາຄັນກ່ຽວຂ້ອງກັບເສດຖະກິດ. ໂດຍໃນນັ້ນໄດ້ຍົກຍ້າຍ ທ່ານ​ສັນ​ຕິ​ພາບ ພົມ​ວິ​ຫານ, ເຈົ້າແຂວງສະຫວັນນະເຂດມາເປັນລັດຖະມົນຕີກະຊວງການເງິນແທນທ່ານ ບຸນໂຈມ ອຸບົນປະເສີດ ທີ່ຖືກຍົກຍ້າຍໄປຮັບໜ້າທີ່ໃໝ່ ໃນແຂວງສະຫວັນນະເຂດ. ​ທ່ານ​ໂພ​ໄຊ ໄຊ​ຍະ​ສອນ, ເຈົ້າແຂວງສາລະວັນ ເຂົ້າມາ​ຮັບ​ຕໍາແໜ່ງ ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພະ​ລັງ​ງານ​ ແລະ​ບໍ່​ແຮ່ ແທນ ທ່ານດາວົງ ພອນແກ້ວ ທີ່ຖືກຍົກຍ້າຍໄປຮັບໜ້າທີ່ ຢູ່ແຂວງສາລະວັນ ແລະທ່ານ​ງາມ​ປະ​ສົງ ເມືອງ​ມະ​ນີ ໄດ້ຂຶ້ນມາເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ໂຍ​ທາ ​ແລະ​ຂົ​ນ​ສົ່ງ ແທນທ່ານ ວຽງສະຫວັດ ສີພັນດອນ ຜູ້ທີ່ຖືກຍົກຍ້າຍ ໄປຮັບໜ້າທີ່ໃໝ່ ໃນແຂວງຫລວງນໍ້າທາ. ການຊັບຊ້ອນຄະນະລັດຖະບານຄືນໃໝ່ຄັ້ງນີ້ ມີບາງຄົນ ເຊັ່ນນັກທຸລະກິດ ທ່ານນຶ່ງໃນນະຄອນຫລວງວຽງຈັນ ເຫັນວ່າ ມັນຄົງຈະເປັນໄປຕາມຈຸດປະສົງ ຂອງທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີຄົນໃໝ່ ຊຶ່ງມັນອາດຈະມີທ່າອ່ຽງທີ່ດີຂຶ້ນ ແລະຄິດວ່າ ການປັບປ່ຽນຜູ້ນໍາສໍາຄັນທາງເສດຖະກິດ ໃນຄະນະລັດຖະບານອາດຈະຍັງສືບຕໍ່ມີຢູ່ ແຕ່ມັນອາດຈະບໍ່ໄດ້ນໍາຄວາມຫວັງໃໝ່ຫຍັງຫລາຍ ມາໃຫ້ປະຊາຊົນ ເພາະວ່າ ທ່ານສອນໄຊເອງ ຊຶ່ງເປັນລູກຊາຍຂອງທ່ານ ຄໍາໄຕ ສີພັນດອນ ຜູ້ເຄີຍມີອໍານາດສູງສຸດໃນພັກ ແລະລັດຖະບານມາກ່ອນ ແລະກໍມີພື້ນຖານມາຈາກຝ່າຍທະຫານຫລາຍກວ່າດ້ານເສດຖະກິດ ຊຶ່ງທ່ານໃຫ້ ຄໍາເຫັນດັ່ງນີ້:

“ທ່ານສອນໄຊນີ້ລາວ ບໍ່ມີຄວາມຮູ້ດ້ານເສດຖະກິດໜາ ລາວມີແຕ່ເປັນທະຫານ ໜະ ແຕ່ວ່າກະດີຢູ່ບ່ອນວ່າ ມີການປັບຄະນະລັດຖະບານຫວ່າງນຶ່ງຫັ້ນ ເພິ່ນຂຽນ ໄປຫາສະພາແຫ່ງຊາດເພິ່ນວ່າ ໃຫ້ປັບໄດ໋ຫັ້ນນະ ໃຫ້ສັນຕິພາບ ມາເປັນລັດຖະມົນຕີກະຊວງການເງິນສາ ເພາະວ່າ ສັນຕິພາບແຕ່ກີ້ ໄປຢູ່ທະນະຄານການຄ້າໄດ໋ ເພິ່ນຫັ້ນ ລະກະປ່ຽນບາງແຂວງຫັ້ນ, ບາງລັດຖະມົນຕີຫັ້ນ, ບໍ່ໄດ້ຕັ້ງແຕ່ແຜນການ ການລົງທຶນໜິ ຍັງບໍ່ທັນໄກ້ປັບໜິນະ ກະຢາກໃຫ້ປັບໂຕນີ້ກ່ອນ ດຶງເສດຖະກິດໃຫ້ ມັນແໜ້ນຫັ້ນໜາ ແຕ່ວ່າ ເຂົາກະລົບລ້າງຮ້ານແລກ ປ່ຽນ ກະແຂງໂຕຂຶ້ນໜ້ອຍນຶ່ງຕະວາ ເງິນຫັ້ນ. ປິດ 113 ຮ້ານ ສຸດທ້າຍໄດ໋ ແຕ່ກີ້ 100 ຮ້ານ ປິດໝົດຫລະ.”

ແຕ່ທາງການກໍບອກວ່າ ມັນອາດຈະຫຍຸ້ງຍາກໄປກວ່ານັ້ນຖ້າການປິດຮ້ານແລກປ່ຽນ ນີ້ບໍ່ໄດ້ມີການຄວບຄຸມ ແລະມີການເປີດຮ້ານແລກປ່ຽນເງິນຕາທີ່ຈໍາເປັນ ໃຫ້ປະ ຊາຊົນໄດ້ແລກປ່ຽນເງິນຕາ ເຊັ່ນຢູ່ໃນຮ້ານປອດພາສີຕາມດ່ານຊາຍແດນສາກົນ, ໃນສະໜາມບິນ, ໂຮງແຮມລະດັບ 5 ດາວ ແລະຮ້ານສັບພະສິນຄ້າຕ່າງໆ.

ຄ້າຍໆກັນນີ້ ທາງພະນັກງານຂອງລັດຖະບານທ່ານນຶ່ງ ກໍຄິດວ່າ ການຊັບຊ້ອນ ບັນດາລັດຖະມົນຕີຄັ້ງນີ້ ຄິດວ່າແມ່ນເປັນຄວາມພະຍາຍາມຂອງລັດຖະບານທີ່ຈະປັບປຸງເສດຖະກິດ ແລະການເງິນໃຫ້ຄ່ອງຕົວຂຶ້ນ ຊຶ່ງທ່ານໃຫ້ຄໍາເຫັນດັ່ງນີ້:

“ເພື່ອປັບປຸງສະພາບເສດຖະກິດຫັ້ນແຫລະໃຫ້ມັນສອດຄ່ອງ ໃຫ້ມັນຄົງຕົວ. ຄັນບໍ່ປັບມັນກະຊິເຟີ້ເລື້ອຍໆ ມັນບໍ່ໄດ້ ເງິນກະຊິເຟີ້ ອີ່ຫຍັງກະເຟີ້ ຜູ້ໃດເຮັດໄດ້ກະຊິເອົາຜູ້ນັ້ນຕິ ຕາມເບິ່ງໜິ ກະລອງເບິ່ງ. ກະຊິແມ່ນເງິນ ມັນບໍ່ເຂົ້າລະບົບທະ ນາຄານເຂົາຊິປັບໃໝ່ ຄັນເງິນຕາບໍ່ເຂົ້າທະນະຄານແລ້ວມັນກະເຮັດໃຫ້ເງິນໜິ ອອກນອກ ເປັນເງິນຂອງບຸກຄົນເດ່ ເພື່ອຊອກຫາຜົນກໍາໄລ ມັນກະເຮັດໃຫ້ເງິນເຟີ້ ”

ພ້ອມກັນນັ້ນຄົນລາວບາງຄົນຄິດວ່າ ການຊັບຊ້ອນຄະນະລັດຖະະບານໃໝ່ນີ້ ຄິດວ່າເປັນສັນຍານທີ່ຂ້ອນຂ້າງຈະດີກໍເປັນໄດ້ ໃນດ້ານການຕ້ານການສໍ້ລາດ ບັງຫລວງ ຊຶ່ງເປັນການພະຍາຍາມປະຕິບັດຕາມທິດທາງທີ່ທາງຫວຽດນາມ ໄດ້ປະຕິບັດຫວ່າງໝໍ່ໆມານີ້. ດັ່ງທີ່ນັກທຸລະກິດທີ່ກ່າວມາຂ້າເທິງນັ້ນໃຫ້ຄໍາເຫັນວ່າ:

“ເຂົາກະເລີ້ມກວດແລ້ວໄດ໋. ທ່ານພັນຄໍາກະຖືກກວດສອບແລ້ວໄດ໋ຫັ້ນ. ຫວຽດ ນາມເຂົາເອົາໜັກແທ້ໄດ໋ ປົດຮອດປະທານປະເທດພຸ້ນໄດ໋ ຫວຽດນາມນະ. ຕາມຕິດຕາມໜິ ຫວຽດນາມມັນມີ 3-4 ບັນຫາໄດ໋ ເຂົາເຈົ້າປົດປະທານປະເທດ, ປະທານພັກຫັ້ນໜະ. ອັນ 1 ແມ່ນພວກທຸລະກິດ ເຂົ້າມາສະໄໝໂຄວິດຫັ້ນນະ ຊື້ຈ້າງຈອບອອຍກັນໄດ໋ ຈິ່ງໄດ້ເຂົ້າມາໄດ໋.”

ສ່ວນທາງອົງການວ່າດ້ວຍຄວາມໂປ່ງໃສສາກົນ ຫລື Transparency International ນັ້ນ ໄດ້ຈັດໃຫ້ລາວເປັນທີ 126 ໃນຈໍານວນທັງໝົດ 180 ປະເທດໃນໂລກ ເພາະລາວໄດ້ຄະແນນດ້ານຄວາມໂປ່ງໃສຢູ່ 31 ຄະແນນໃນ ປີ 2022 ຊຶ່ງເປັນຄະແນນສູງກວ່າປີ 2021 ຢູ່ 1 ຄະແນນ ແລະກໍຖືວ່າ ເປັນຄະແນນຄວາມໂປ່ງໃສສູງກວ່າເວລາໃດໝົດໃນຮອບ 10 ປີ ນັບແຕ່ປີ 2012 ທີ່ໄດ້ຄະແນນຕໍ່າສຸດ ກໍຄື 21 ຄະແນນນັ້ນ. ແຕ່ແນວໃດກໍຕາມ ມັນກໍຍັງເປັນການປັບປຸງດ້ານການສໍ້າລາດບັງຫລວງທີ່ມີຄວາມກ້າວໜ້າໜ້ອຍ ເມື່ອທຽບໃສ່ກັບປະເທດຫວຽດນາມ ທີ່ບັນດາຜູ້ນໍາລາວຖືວ່າ ເປັນຕົວແບບໃນການສ້າງນະໂຍບາຍເກືອບວ່າ ໃນທຸກດ້ານມາແຕ່ດົນນານນັ້ນ. ໃນປີ 2022 ຜ່ານມາຫວຽດນາມຖືກຈັດຢູ່ໃນອັນດັບທີ 77 ໂດຍໄດ້ຄະແນນດ້ານຄວາມໂປ່ງໃສຢູ່ 44 ຄະແນນ ຊຶ່ງສູງທີ່ສຸດໃນຮອບ 10 ປີ ນັບແຕ່ໃນປີ 2012 ທີ່ໄດ້ 31 ຄະແນນນັ້ນ.

XS
SM
MD
LG