ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທີມແຣມສ໌ ເອົາຊະນະທີມ ເບັງໂກລສ໌ ໃນການແຂ່ງຂັນ ອາເມຣິກັນຟຸດບອລແຫ່ງຊາດ ຫຼື NFL Super Bowl


ທ້າວຄຸມເປີ ຄັບປ໌ ໄດ້ຖືກສະເໜີຊື່ ໃຫ້ເປັນນັກກິລາດີເດັ່ນທີ່ສຸດ ຂອງເກມການແຂ່ງຂັນ NFL Super Bowl LVI ໂດຍສິ້ນສຸດການແຂ່ງຂັນດ້ວຍການຮັບບາບໄດ້ 8 ເທື່ອ ໃນໄລຍະລວມທັງໝົດ 84.1 ແມັດ ແລະໄດ້ທັ​ຈດາວ 2 ເທື່ອ. (Reuters/Mike Segar) 
ທ້າວຄຸມເປີ ຄັບປ໌ ໄດ້ຖືກສະເໜີຊື່ ໃຫ້ເປັນນັກກິລາດີເດັ່ນທີ່ສຸດ ຂອງເກມການແຂ່ງຂັນ NFL Super Bowl LVI ໂດຍສິ້ນສຸດການແຂ່ງຂັນດ້ວຍການຮັບບາບໄດ້ 8 ເທື່ອ ໃນໄລຍະລວມທັງໝົດ 84.1 ແມັດ ແລະໄດ້ທັ​ຈດາວ 2 ເທື່ອ. (Reuters/Mike Segar) 

ທີມ ແຣມສ໌ ​ຂອງລອສແອນເຈີລິສ ໄດ້ບຸກຂຶ້ນມາໃນຊ່ວງເວລາສຸດທ້າຍ ເມື່ອແລງວັນອາທິດວານນີ້ ໂດຍການນຳເອົາບານຜ່ານເສັ້ນ​ປະ​ຕູຂອງທີມຄູ່ແຂ່ງໄດ້ ຄືຊິນຊິນນາຕີ ​ເບັງໂກລສ໌ ທີ່ເອີ້ນວ່າ ທັຈດາວ (touchdown) ພາຍໃນສອງນາທີສຸດທ້າຍ ຈຶ່ງໄດ້ຮັບຄະແນນຕື່ມເປັນ 23 ຕໍ່ 20 ໃນການແຂ່ງຂັນຊິງ​ແຊ້ມອາເມຣິກັນຟຸດບອລແຫ່ງຊາດ ຫຼືທີ່ເອີ້ນກັນວ່າ Super Bowl ນັ້ນ.

ຫຼັງຈາກທີ່ມີຄະແນນນຳໜ້າ 13 ຕໍ່ 10 ເມື່ອຕອນເຄິ່ງທຳອິດ ທີມແຣມສ໌ ກໍໄດ້ນຳຫຼັງທີມເບັງໂກລສ໌ ຢ່າງໄວວາ ໃນເຄິ່ງທີສອງ ໂດຍຜູ້ຮັບບານຈາກທີມເບັງໂກລສ໌ ທ້າວທີ ຮິກກິນສ໌ (Tee Higgins) ສາມາດຮັບບານສົ່ງມາຈາກຜູ້ໂຍນບານ ຫຼືຄົວເຕີແ​ບັກ ໄດ້ແລ້ວແລ່ນຜ່ານເຂົ້າເສັ້ນ​ປະ​ຕູຂອງຄູ່ຕໍ່ສູ້ ໄລຍະ 68.5 ແມັດ ຈຶ່ງໄດ້ touchdown.

ທີມຊິນຊິນນາຕີ ໄດ້​ເຂົ້າສູ່ຊ່ວງເວລາທີ 4 ສຸດທ້າຍຂອງການແຂ່ງຂັນ ໂດຍມີຄະແນນນຳໜ້າ 20 ຕໍ່ 16 ແຕ່ບໍ່ສາມາດທຳຄະແນນຕື່ມ ທີ່ນຳໜ້າຢູ່ນັ້ນໄດ້.

ເຫຼືອອີກພຽງ 6 ນາທີກວ່າໆໃນການ​ແຂ່ງ​ຂັນ ຄົວເຕີແບກຂອງທີມແຣມສ໌ ທ້າວແມດຕີວ ສແຕຟເຟີດ (Matthew Stafford) ນຳທີ​ມ​ຂອງ​ລາວດ້ວຍແຜນ​ຫລິ້ນເກມ 15 ຄັ້ງ ໂດຍໃຊ້ເວລາ 5 ນາທີ ເພື່ອນຳເອົາບານໄປ ໃຫ້ເຖິງເສັ້ນປະ​ຕູຄູ່ຕໍ່ສູ້ ໄລຍະ 72.2 ແມັດ ແລະກໍໄດ້ສິ້ນສຸດເກມ ດ້ວຍການໂຍນບານ ໃຫ້ຜູ້ຮັບ ທ້າວຄຸມເບີ ຄັບປ໌ (Cooper Kupp) ເຂົ້າເສັ້ນໄຊ ຈາກໄລຍະ 0.9 ແມັດ ໄດ້ ທັຈດາວ.

ທີມເບັງໂກລສ໌ ພຽງແຕ່ສາມາດນຳເອົາບານຜ່ານໄປເຖິງກາງສະໜາມ ໃນການບຸກຄັ້ງສຸດທ້າຍຂອງພວກເຂົາເຈົ້າ ກ່ອນທີ່ຈະເສຍບານໄປໃຫ້ທີມຝ່າຍຄູ່ຕໍ່ສູ້ ຈຶ່ງໄດ້ກໍ່ໃຫ້ເກີດການສະເຫຼີມສະຫຼອງ ໄຊຊະນະຂອງທີມແຣມສ໌ ຢູ່ນອກເສັ້ນສະໜາມກິລາ.

ທ້າວຄັບປ໌ ໄດ້ຖືກສະເໜີຊື່ໃຫ້ເປັນນັກກິລາດີເດັ່ນທີ່ສຸດ ຂອງເກມການແຂ່ງຂັນ ໂດຍສິ້ນສຸດການແຂ່ງຂັນດ້ວຍການຮັບບາບໄດ້ 8 ເທື່ອ ໃນໄລຍະລວມທັງໝົດ 84.1 ແມັດ ແລະໄດ້ທັ​ຈດາວ 2 ເທື່ອ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

The Los Angeles Rams staged a late comeback Sunday night, scoring a touchdown in the final two minutes to defeat the Cincinnati Bengals 23-20 in the National Football League’s Super Bowl.

After holding a 13-10 lead at halftime, the Rams fell behind quickly in the second half, yielding a 75-yard touchdown to Bengals receiver Tee Higgins.

Cincinnati went into the final quarter ahead 20-16, but could not add to its lead.

With just over six minutes left in the game, Rams quarterback Matthew Stafford led a 15-play, five-minute drive that covered 79 yards and finished with the game-winning one-yard touchdown pass to receiver Cooper Kupp.

The Bengals were only able to get to midfield in their last-gasp drive before turning the ball over on downs, setting off celebrations on the Rams’ sideline.

Kupp was named the game’s most valuable player, finishing with eight catches for 92 yards and two touchdowns.

XS
SM
MD
LG