ບັນດາຜູ້ລົງຄະແນນສຽງໃນປະເທດ ສຣີລັງກາ ໄດ້ເລືອກເອົາປະທານາທິບໍດີຄົນໃໝ່ຂອງເຂົາເຈົ້າ.
ທ່ານ ໂກຕາບາຢາ ຣາຈາປັກຊາ, ຜູ້ທີ່ມີອາຍຸ 70 ປີ ແລະ ໄດ້ຄວບຄຸມກອງທັບ ໃນການເອົາຊະນະກຸ່ມແບ່ງແຍກດິນແດນ ຕາມິລ ເມື່ອ 10 ປີທີ່ຜ່ານມາ, ແມ່ນຜູ້ນຳຄົນໃໝ່ຂອງປະເທດດັ່ງກ່າວ.
ຄູ່ແຂ່ງຂອງທ່ານ, ທ່ານ ຊາຈິດ ເປຣມາດາຊາ, ອາຍຸ 52 ປີ, ລູກຊາຍຂອງອະດີດປະທານາທິບໍດີທີ່ຖືກລອບສັງຫານ ທ່ານ ຣານາຊິງ ເປຣມາດາ, ໄດ້ສະແດງຄວາມຍິນດີກັບໄຊຊະນະຂອງທ່ານ ຣາຈາປັກຊາ.
ນຶ່ງໃນບັນຫາຫຼັກໃນການໂຄສະນາຫາສຽງຂອງການເລືອກຕັ້ງປະທານາທິບໍດີຄັ້ງທີ 7 ຂອງ ສຣີລັງກາ ແມ່ນຄວາມປອດໄພແຫ່ງຊາດ ລຸນຫຼັງການໂຈມຕີລະເບີດສະຫຼະຊີບທີ່ໄດ້ແຮງຈູງໃຈຈາກກຸ່ມລັດອິສລາມ ໃນວັນ ອີສເຕີ ທີ່ໄດ້ສັງຫານປະຊາຊົນ 269 ຄົນ. ກຸ່ມ ຕາມິລ ແລ ມຸສລິມ ໄດ້ມີຄວາມເປັນຫ່ວງ ກ່ຽວກັບ ການກັບຄືນມາມີອຳນາດຂອງທ່ານ ຣາຈາປັກຊາ ຜູ້ທີ່ມີຄະແນນນຳໜ້ານັ້ນ, ເຊິ່ງແມ່ນອະດີດເຈົ້າໜ້າທີ່ປ້ອງກັນປະເທດຫົວຈັດ ພາຍໃຕ້ອ້າຍຂອງທ່ານ, ອະດີດປະທານາທິບໍດີ ມາຮິນດາ ຣາຈາປັກຊາ.
ທ່ານ ຣາຈາປັກຊາ ໄດ້ສັນຍາທີ່ຈະປະຕິຮູບ ກ່ຽວກັບ ການຮັກສາຄວາມປອດໄພແຫ່ງຊາດ.
ຜູ້ລົງຄະແນນສຽງໃນພາກເໜືອຂອງ ສຣີລັງກາ ໄດ້ເດີນທາງໄປສະຖານທີ່ເລືອກຕັ້ງດ້ວຍລົດເມໃນວັນເສົາວານນີ້ໄດ້ຖືກໂຈມຕີດ້ວຍປືນ ແລະ ກ້ອນຫີນ, ແລະ ຖືກກີດກັ້ນດ້ວຍຕີນລົດທີ່ຖືກຈູດຫຼາຍຊົ່ວໂມງກ່ອນການເລືອກຕັ້ງໄດ້ໄຂຂຶ້ນ. ສະມາຊິກທ່ານນຶ່ງຂອງຄະນະກຳມາທິການ ການເລືອກຕັ້ງໄດ້ເອີ້ນການໂຈມຕີດັ່ງກ່າວວ່າ ຄວາມພະຍາຍາມທີ່ຈະຈຳແນກຄົນກຸ່ມນ້ອຍ. ອົງການຂ່າວ AFP ຂອງ ຝຣັ່ງ ໄດ້ລາຍງານວ່າສອງຄົນໄດ້ຮັບບາດເຈັບໃຈເຫດການນັ້ນ.
Voters in Sri Lanka have elected a new president.
Gotabaya Rajapaksa, who is 70 and who oversaw the military defeat of the Tamil separatists 10 years ago, is the country's new leader.
His rival, Sajith Premadasa, the 52-year-old son of of assassinated ex-president Ranasinghe Premadasa, has congratulated Rajapaksa on his win.
One of the central issues in campaigning for Sri Lanka's seventh presidential election was national security in the wake of the deadly Islamic State-inspired suicide bomb attacks on Easter that killed 269 people. Both Tamils and Muslims were concerned about a return to power of front-runner Rajapaksa, a hardline former defense official under his older brother, ex-President Mahinda Rajapaksa.
Rajapaksa has promised an overhaul of national security.
Muslim voters in northern Sri Lanka traveling by bus to polling stations Saturday were attacked by gunfire and stones, and blocked by burning tires hours before polls opened. A member of the Elections Commission called the assault an effort to marginalize the minority group.The French news agency AFP reported two people were injured in the incident.