ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພາລະກິດ ການກູ້ໄພ ໃນຖໍ້າຂອງ ໄທ ໄດ້ເລີ່ມຂຶ້ນແລ້ວ


ຕຳຫຼວດ ໄທ ຄົນນຶ່ງ ຍາມພື້ນທີ່ແຫ່ງນຶ່ງ ພາຍໃຕ້ຮ່າຝົນທີກຳລັງ
ຕົກໜັກ ໃກ້ໆກັບຖໍ້າຫຼວງ, ຈັງຫວັດຊຽງຣາຍ. 7 ກໍລະກົດ, 2018.
ຕຳຫຼວດ ໄທ ຄົນນຶ່ງ ຍາມພື້ນທີ່ແຫ່ງນຶ່ງ ພາຍໃຕ້ຮ່າຝົນທີກຳລັງ ຕົກໜັກ ໃກ້ໆກັບຖໍ້າຫຼວງ, ຈັງຫວັດຊຽງຣາຍ. 7 ກໍລະກົດ, 2018.

ບັນດາເຈົ້າໜ້າທີ່ ໄທ ເວົ້າວ່າ ພາລະກິດ ເພື່ອນຳເອົາເດັກຊາຍ 12 ຄົນ ແລະ ຄູຝຶກ
ເຕະບານຂອງເຂົາເຈົ້າອອກມາຈາກຖໍ້າ ທີ່ເຂົາເຈົ້າຕິດຄ້າງຢູ່ນັ້ນໄດ້ເລີ່ມຂຶ້ນແລ້ວ.

ນັກດຳນໍ້າຕ່າງປະເທດ 13 ຄົນ ແລະ ຄົນ ໄທ 5 ຄົນ ໄດ້ເຂົ້າຮ່ວມໃນພະລະກິດກູ້ໄພ
ດັ່ງກ່າວ. ເດັກຊາຍແຕ່ລະຄົນ ຈະໄດ້ຮັບການຕິດຕາມໂດຍນັກດຳນໍ້າສອງຄົນ. ເຂົາ
ເຈົ້າຄາດວ່າຈະເຄື່ອນຈາກຖໍ້າທີ່ຖືກນໍ້າຖ້ວມນັ້ນປະມານ 9 ໂມງແລງ ຕາມເວລາໃນ
ທ້ອງຖິ່ນຂອງວັນອາທິດມື້ນີ້.

ບັນດາເຈົ້າໜ້າທີ່ເວົ້າວ່າ ມັນອາດໃຊ້ເວລາລະຫວ່າງ 2 ຫາ 4 ວັນ ກ່ອນພວກເດັກ
ນ້ອຍທຸກຄົນ ຈະອອກມາໄດ້.

ຝົນກຳລັງຕົກ ໃນພາກເໜືອຂອງ ໄທ ບ່ອນທີ່ພວກເດັກຊາຍ ແລະ ຄູຝຶກຂອງເຂົາເຈົ້າ
ຕິດຄ້າງຢູ່ບ່ອນແຫ້ງ ຂະໜາດນ້ອຍ ໃນຖໍ້າທີ່ຖືກນໍ້າຖ້ວມນັ້ນ, ເຮັດໃຫ້ມັນກາຍເປັນ
ພາລະກິດ ທີ່ມີຄວາມຮີບດ່ວນຂຶ້ນຕື່ມ ໃນການຊ່ວຍເຫຼືອກຸ່ມທີ່ຕິດຄ້າງນັ້ນ.

ໃນຂະນະດຽວກັນ, ລະດັບອົກຊີເຢັນ ຢູ່ໃນຖໍ້າແມ່ນ ໄດ້ຫຼຸດລົງ, ເຮັດໃຫ້ຮ່າງກາຍຂອງ
ຜູ້ຕິດຄ້າງຢູ່ໃນຖໍ້ານັ້ນຮູ້ສຶກອິດເມື່ອຍ ເຊິ່ງເຂົາເຈົ້າບໍ່ໄດ້ມີເຂົ້າ ຫຼື ນໍ້າໃຫ້ກິນ ໃນເວລາ
ທີ່ເຂົາເຈົ້າໄດ້ຫາຍສາບສູນໄປຈາກວັນທີ 23 ມິຖຸນາ ຫາ ວັນຈັນທີ່ຜ່ານມາ, ເມື່ອເຂົາ
ເຈົ້າໄດ້ຖືກພົບເຫັນເລິກ ເຂົ້າໄປໃນຖໍ້າ 10 ກິໂລແມັດໃນພາກເໜືອຂອງ ໄທ.

ການໃຊ້ເຄື່ອງຈັກປໍ້ານໍ້າອອກ ໄດ້ເຮັດໃຫ້ລະດັບນໍ້າຢູ່ໃນຖໍ້າຫຼຸດລົງ, ແຕ່ຝົນຊຸດໃໝ່
ອາດບໍ່ພຽງແຕ່ເຮັດໃຫ້ບໍລິເວນດັ່ງກ່າວນັ້ນຖືກນໍ້າຖ້ວມຄືນ, ແຕ່ຍັງຈະເຮັດໃຫ້ ຄື້ນ
ນໍ້າໃນຊ່ອງທາງທີ່ແຄບນັ້ນ ແຮງຂຶ້ນ ເຊິ່ງພວກນັກກູ້ໄພ ແລະ ພວກເດັກນ້ອຍນັ້ນ
ຕ້ອງລອຍນໍ້າດ້ວຍຄວາມຊ່ວຍເຫຼືອຈາກອຸປະກອນດຳນໍ້າ ເພື່ອອອກມາຈາກຖໍ້າ.

ອາສາສະໝັກຄົນນຶ່ງ, ເຊິ່ງແມ່ນນັກຊ່ຽວຊານດຳນໍ້າ, ໄດ້ເສຍຊີວິດໃນວັນພະຫັດທີ່
ຜ່ານມາ ໃນຂະນະທີ່ລາວໄດ້ວາງຖັງອາກາດສຳຮອງໄວ້ຢູ່ຕາມທາງທາງອອກ ຜ່ານ
ທາງທີ່ແຄບ ແລະ ມີນໍ້າຖ້ວມວຽນໄປວຽນມາ. ທ່ານ ສະໝານ ກຸນັນ, ອະດີດທະຫານ
ຊີລ, ໄດ້ໝົດອາກາດຫາຍໃຈ ແລະ ຈົມນໍ້າຕາຍ ໃນເວລາທີ່ທ່ານລອຍນໍ້າອອກມາ
ຈາກຖໍ້າ. ການຕາຍຂອງທ່ານ ໄດ້ເນັ້ນໃຫ້ເຫັນເຖິງຄວາມຫຍຸ້ງຍາກຂອງການຝຶກ
ຊ້ອມພວກເດັກຊາຍນັ້ນ ຜູ້ທີ່ບໍ່ໄດ້ຮຽນລອຍນໍ້າມາກ່ອນ ແລະ ບໍ່ມີປະສົບການກັບໃຊ້
ອຸປະກອນດຳນໍ້າ ເພື່ອທຳການເດີນທາງ 6 ຊົ່ວໂມງຜ່ານສະພາບການຕ່າງໆ ທີ່ເປັນ
ສິ່ງທ້າທາຍຕໍ່ນັກດຳນໍ້າທີ່ມີປະສົບການສູງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG