ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທາງລົດໄຟ ຄວາມໄວສູງ ຈາກພາກໃຕ້ຈີນ ຫາວຽງຈັນ ເສັດສິ້ນແລ້ວ 90 ເປີເຊັນ


ການກໍ່ສ້າງທາງທົດໄຟຄວາມໄວສູງຢູ່ລາວ.
ການກໍ່ສ້າງທາງທົດໄຟຄວາມໄວສູງຢູ່ລາວ.

ເຖິງແມ່ນວ່າຈະມີການລະບາດຂອງພະຍາດໂຄວິດ-19 ຢູ່ໃນລາວ ແລະທົ່ວໂລກກໍຕາມ
ແຕ່ທາງລົດໄຟ ລາວ-ຈີນ ທີ່ເປັນຊ່ວງທໍາອິດຂອງໂຄງການລິເລີ້ມນຶ່ງແລວທາງນຶ່ງເສັ້ນ
ທາງທີ່ສຳຄັນຍິ່ງຂອງປັກກິ່ງຍັງຄົງດຳເນີນການກໍ່ສ້າງຢ່າງຕໍ່ເນື່ອງ ແລະຄາດວ່າ ຈະສໍາ
ເລັດຕາມແຜນການກໍຄືວັນທີ 2 ທັນວາ 2021 ນີ້, ແຕ່ວ່າ ການຊົດເຊີຍຄ່າເສຍຫາຍທາງ
ດ້ານຊັບສິນ ທີ່ໄດ້ຮັບກະທົບຈາກການສ້າງທາງລົດໄຟນັ້ນແມ່ນຍັງເປັນບັນຫາຫຍຸ້ງຍາກ
ຢູ່. ກິ່ງສະຫວັນ ມີລາຍງານເລື້ອງນີ້ ຈາກນັກຂ່າວຂອງພວກເຮົາທີ່ສໍາພາດກັບເຈົ້າໜ້າທີ່
ຂັ້ນສູງຂອງໂຄງການສ້າງທາງລົດໄຟ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ເຊີນຊົມວີດີໂອ
please wait

No media source currently available

0:00 0:01:00 0:00
ລິງໂດຍກົງ

ໄວຣັສໂຄໂຣນາ ກໍາລັງລະບາດໄປໃນທົ່ວໂລກ ແຕ່ກໍປາກົດວ່າ ບໍ່ໄດ້ສົ່ງຜົນກະທົບຕໍ່
ລາວພໍປານໃດ ທີ່ຈະເຮັດໃຫ້ແຜນການຂະໜາດໃຫຍ່ຂອງຈີນ ທີ່ຈະເຊື່ອມຕໍ່ລົດທາງ
ໄຟຄວາມໄວສູງຈາກເຂດພາຍໃນປະເທດທີ່ບໍ່ມີທາງອອກສູ່ທະເລຂອງຕົນ ໄປສູ່ທ່າ
ເຮືອຂອງສີງກະໂປ ທີ່ມີກິດຈະກຳເສດຖະກິດຢ່າງຫຼວງຫຼາຍ ໂດຍເສັ້ນທາງລົດໄຟນີ້
ຈະແລ່ນຜ່ານດິນແດນປະເທດຕ່າງໆ ໃນເຂດເອເຊຍຕາເວັນອອກສຽງໃຕ້. ການສ້າງ
ທາງລົດໄຟ ຊ່ວງທຳອິດ ທີ່ເລີ້ມຈາກນະຄອນຄຸນໝິງພາກໃຕ້ຂອງຈີນ ມາຮອດນະ
ຄອນຫລວງວຽງຈັນ ທີ່ມີຄວາມຍາວ 414 ກິໂລ ແມັດ ແລະໄດ້ວາງສີລາລືກໃນ 5 ປີ
ກ່ອນນັ້ນ ແມ່ນມີອຸໂມງແລະຂົວຫຼາຍກວ່າສິບແຫ່ງ ແລະກໍ່ສ້າງຜ່ານພູຜາຕະຫລອດ
ທັງແມ່ນໍ້າຕ່າງໆຫຼາຍສາຍທາງພາກ ເໜືອຂອງລາວ. ໂຄງການທີ່ມີມູນຄ່າເກືອບຮອດ
6 ຕື້ໂດລານີ້ ໄດ້ສຳເລັດໄປແລ້ວຢ່າງໜ້ອຍ 91 ເປີເຊັນ ແລະຈະເລີ້ມເປີດບໍລິການ
ຕາມແຜນການກໍຄືໃຫ້ ທັນກັບການສະເຫຼີມສະຫຼອງ ວັນຊາດລາວ, ວັນທີ 2 ທັນວາ
2021 ນີ້, ອີງຕາມການສໍາພາດຂອງພະນັກງານຂັ້ນສູງ ທ່ານນຶ່ງຂອງໂຄງການທາງ
ລົດໄຟລາວ-ຈີນ ຊຶ່ງທ່ານໃຫ້ລາຍລະອຽດດັ່ງນີ້: ​


“ວຽກຫລັກໆຂອງມັນ ດຽວນີ້ເນາະ ໂດຍສະເພາະວຽກດິນຖົມແຄມທາງມັນກະ 90%
ເນາະ, ວຽກຂົວ ຫລືວ່າວຽກເສົາຂົວໂດຍລວມແມ່ນສໍາເລັດແລ້ວ 95%. ດຽວນີ້ກະຍັງແຕ່
ວຽກຂົວເນາະ, ວຽກຕິດຕັ້ງລາງ ໂດຍສະເພາະວຽກອຸບມຸງຫັ້ນກະມີແຕ່ຢູ່ທາງຈີນຫັ້ນລະ
ແມ່ນມັນຍາວກວ່າໝູ່. ສະເລ່ຍແລ້ວໂດຍລວມແລ້ວແມ່ນສໍາເລັດໄປແລ້ວປະມານ 91,
ຫລື 92 ເປີເຊັນແລ້ວ.”

ດັ່ງວີໂອເອໄດ້ສະເໜີຢູ່ໃນລາຍງານໃນຫລາຍຄັ້ງຜ່ານມາ, ເສັ້ນທາງລົດໄຟດັ່ງ ກ່າວເປັນ
ພາກສ່ວນນຶ່ງຂອງໂຄງການລິເລີ້ມນຶ່ງແລວທາງນຶ່ງເສັ້ນທາງທີ່ສຳຄັນຍິ່ງຂອງປັກກິ່ງ ຊຶ່ງ
ຈະເລີ້ມຈາກຄຸນໝິງເມືອງເອກຂອງແຂວງຢູໜານ ປະເທດຈີນ ຄາດວ່າ ຈະຊ່ວຍບັນດາ
ຂົງເຂດ ທີ່ຢູ່ຫ່າງໄກສອກຫລີກ ເຈາະເຂົ້າໄປຫາເສດຖະກິດທີ່ໃຫຍ່ທີ່ສຸດ ຂອງເຂດເອ
ເຊຍຕາເວັນອອກສຽງໃຕ້ ໃນຂະນະດຽວກັນ ກໍຈະຊ່ວຍໃຫ້ຈີນເສີມຂະຫຍາຍອິດທິພົນ
ທາງການເມືອງຂອງຕົນຕໍ່ບັນດາປະເທດ ຢູ່ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ໄດ້
ຫລາຍຂຶ້ນ ດັ່ງທີ່ທ່ານ ເມີເຣ ໄຮເບີດ ຈາກສູນກາງ ການສຶກສາ ກ່ຽວກັບຍຸດທະສາດ
ແລະສາກົນທີ່ຕັ້ງຢູ່ນະຄອນຫລວງວໍຊິງຕັນແລະຜູ້ຂຽນປຶ້ມທີ່ຊື່ວ່າ “Under Beijng’s
Shadow: Southeast Asia’s China Challenge” ທີ່ຫາກໍ່ພິມເຜີຍແຜ່ ເມື່ອມໍ່ໆ
ມານີ້ວ່າ: “ທາງລົດໄຟຈາກຄຸນໝິງ ໄປຫາສິງກະໂປ ເປັນບູລິມະສິດສູງ ສໍາລັບຈີນ. ມັນ
ຈະອຳນວຍຄວາມສະດວກ ຂົງເຂດທາງພາກຕາເວັນຕົກຂອງຈີນທີ່ທຸກຍາກ ຊຶ່ງໃນປັດ
ຈຸບັນນີ້ ເປັນພື້ນທີ່ບໍ່ມີທາງອອກສູ່ທະເລ ເຂົ້າຫາເຂດຕ່າງໆ ທີ່ຮັ່ງມີກວ່າໃນເອເຊຍຕາ
ເວັນສຽງໃຕ້ໄດ້ຫຼາຍຂຶ້ນ ມັນຈະເສີມຂະຫຍາຍ ການຄ້າຂາຍ ແລະການທ່ອງທ່ຽວ”

ທາງຝ່າຍລັດຖະບານລາວ ກໍໃຫ້ການສະໜັບສະໜຸນຕໍ່ໂຄງການດັ່ງກ່າວສຸດຂີດ ດັ່ງທີ່
ທ່ານສອນໄຊ ສີພັນດອນ, ຮອງນາຍົກ ລັດຖະມົນຕີແລະລັດຖະມົນຕີກະ ຊວງແຜນ
ການ ແລະການລົງທຶນ ຖະແຫລງໃນສອງເດືອນຜ່ານມານີ້ວ່າ ການລະບາດຂອງ
ໂຄວິດ-19 ຈະບໍ່ກະທົບຕໍ່ແຜນການພັດທະນາພື້ນຖານໂຄງລ່າງໃນລາວ ແລະລັດ
ຖະບານລາວຈະໃຫ້ການສະໜັບສະໜຸນສົ່ງເສີມໃນທຸກໆດ້ານ ເພື່ອເຮັດໃຫ້ການຈັດ
ຕັ້ງປະຕິບັດໂຄງການດຳເນີນໄປໄດ້ຢ່າງສະດວກ ແລະຈະ ບໍ່ມີອຸປະສັກຂັດຂວາງ
ໃດໆທັງສິ້ນ.

ແຕ່ຢ່າງໃດກໍຕາມ ໃນດ້ານການຊົດເຊີຍຄ່າເສຍຫາຍໃຫ້ແກ່ເຈົ້າຂອງທີ່ດິນ ແລະຊັບ
ສິນ ທີ່ໄດ້ຮັບຜົນກະທົບຈາກໂຄງການດັ່ງກ່າວນີ້ແມ່ນຍັງບໍ່ທັນຄົບຖ້ວນເທື່ອ ແລະກໍ
ຍັງເປັນບັນຫາຫຍຸ້ງຍາກຢູ່ດັ່ງການໃຫ້ສໍາພາດຂອງເຈົ້າໜ້າທີ່ຄົນດັ່ງກ່າວວ່າ:

“ຄ່າຊົດເຊີຍມັນກະຍັງຢູ່ຫັ້ນລະ ມັນກະຍາກແນ່.”

ພ້ອມກັນນັ້ນ ການຊົດເຊີຍຄ່າເສຍຫາຍດັ່ງກ່າວກໍປາກົດວ່າບໍ່ຄ່ອຍເປັນທີ່ເພິ່ງພໍໃຈ
ຂອງເຈົ້າຂອງຊັບສິນທີ່ຖືກກະທົບນັ້ນຫລາຍປານໃດ ແຕ່ເຂົາເຈົ້າ ກໍຕ້ອງໄດ້ ຍອມ
ເສຍສະລະ ດັ່ງການໃຫ້ສໍາພາດຂອງ ປະຊາຊົນທ່ານນຶ່ງໃນ ເຂດເມືອງນາ ຊາຍທອງ
ຢູ່ນະຄອນຫລວງວຽງຈັນກັບວີໂອເອ ກ່ຽວກັບບັນຫາດັ່ງກ່າວວ່າ :

ລິງໂດຍກົງ

“ກະພໍໃຈຢູ່ຫັ້ນລະ ບໍ່ພໍກະໄດ້ພໍຫັ້ນລະ ຊິເຮັດຈັ່ງໃດ ເພື່ອຄວາມຈະເລີນຂອງບ້ານ
ເມືອງເດ ຊິເຮັດແນວໃດ ກະໂອເຄ ກະໂອເຄ ໄປຈັ່ງຊັ້ນຫລະ

ສະຫລຸບແລ້ວ ການລະບາດຂອງພະຍາດໂຄວິດ-19 ຢູ່ໃນລາວ ແລະທົ່ວໂລກປາກົດ
ວ່າບໍ່ໄດ້ເຮັດໃຫ້ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ທີ່ເປັນຊ່ວງທໍາອິດຂອງໂຄງ
ການລິເລີ້ມນຶ່ງແລວທາງ ນຶ່ງເສັ້ນທາງທີ່ສຳຄັນຍິ່ງຂອງປັກກິ່ງນັ້ນ ຊັກຊ້າລົງພໍເທົ່າໃດ
ແຕ່ການຊົດເຊີຍຄ່າເສຍຫາຍ ໃຫ້ທີ່ປະຊາຊົນທີ່ຖືກກະທົບຈາກໂຄງການດັ່ງກ່າວ
ແມ່ນຍັງມີການຊັກຊ້າແລະກໍບໍ່ຄ່ອຍເປັນທີ່ເພິ່ງພໍໃຈຂອງເຈົ້າ ຂອງຊັບສິນປານໃດ.

XS
SM
MD
LG