ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງລົດໄຟ ລາວ-ຈີນ ມີຄວາມສໍາຄັນ ແກ່ລາວຫລາຍ ແຕ່ວ່າໜີ້ສິນຈາກໂຄງການ ເພີ້ມຄວາມກົດດັນແກ່ລາວຫຼາຍເຊັ່ນກັນ ອີງຕາມນັກຊ່ຽວຊານ


ນຶ່ງໃນສະຖານີລົດໄຟຄວາມໄວສູງ ຢູ່ໃນແຂວງອຸດົມໄຊ
ນຶ່ງໃນສະຖານີລົດໄຟຄວາມໄວສູງ ຢູ່ໃນແຂວງອຸດົມໄຊ

ນັກເສດຖະສາດບາງຄົນ ເວົ້າວ່າ ທາງລົດໄຟລາວ- ຈີນຈະສ້າງປະ ໂຫຍດຢ່າງ ຫລວງຫລາຍໃຫ້ແກ່ລາວໃນພາຍໜ້າ ແຕ່ເນື່ອງຈາກວ່າ ລາວມີໜີ້ ສາທາລະນະສະສົມຫລາຍຢູ່ແລ້ວ ໜີ້ສິນຈາກໂຄງການໃຫຍ່ທີ່ວ່ານີ້ ກໍໄດ້ເພີ້ມຄວາມກົດດັນຈາກໜີ້ສິນໃຫ້ແກ່ລາວຫລາຍເຊັ່ນກັນ. ບົວສະຫວັນ ມີລາຍລະອຽດເລື້ອງນີ້ ມາສະເໜີທ່ານໃນ ອັນດັບຕໍ່ໄປ.

ໃນເດືອນໜ້ານີ້ກໍຈະຮອດຄົບຮອບສອງປີແຫ່ງການເລີ້ມເປີດນໍາໃຊ້ທາງລົດໄຟລາວ-ຈີນ ຢ່າງເປັນປະຫວັດການແລ້ວ. ໂຄງການທີ່ມີມູນຄ່າ 5.9 ຕື້ໂດລາຊຶ່ງເທົ່າກັບປະມານ 1 ສ່ວນ 3 ຂອງລວມຍອດຜະລິດຕະພັນພາຍໃນ ຫລື GDP ຂອງລາວນີ້ເປັນສ່ວນນຶ່ງຂອງໂຄງການລິເລີ້ມນຶ່ງແລວທາງນຶ່ງເສັ້ນທາງຊຶ່ງເອີ້ນຫຍໍ້ວ່າ BRI ຂອງຈີນທີ່ສ້າງຕັ້ງຂຶ້ນມາໄດ້ 10 ປີ ພໍດີ. ໃນການໄປຮ່ວມກອງປະຊຸມຄັ້ງທີ 3 ຂອງ BRI ທີ່ນະຄອນຫຼວງປັກກິ່ງໃນທ້າຍເດືອນແລ້ວນີ້ ທ່ານທອງລຸນ ສີສຸລິດ, ປະທານປະເທດລາວ ໄດ້ສັນລະເສີນທາງລົດໄຟລາວ-ຈີນນີ້ວ່າ ເປັນຜົນງານທີ່ໂດດເດັ່ນອັນນຶ່ງຂອງໂຄງການ BRI ໃນລາວ.

ສ່ວນ ດຣ. ມານະ ສຸດທິຈັກ, ນັກເສດຖະສາດລາວ-ອາເມຣິກັນ ກໍໃຫ້ຄໍາເຫັນວ່າ ປັດຈຸບັນນີ້ເນື່ອງຈາກວ່າໂຄງການນີ້ເຮັດໃຫ້ລາວມີໜີ້ເພີ້ມຂຶ້ນປະມານ 1 ຕື້ກວ່າ ໂດລາ ໃນໄລຍະສັ້ນມັນອາດຈະຍັງບໍ່ທັນນໍາປະໂຫຍດມາໃຫ້ລາວໄດ້ຢ່າງຫຼວງ ຫຼາຍ ເທື່ອແຕ່ມັນເປັນໂຄງການທີ່ສໍາຄັນ ຊຶ່ງທ່ານໃຫ້ຄໍາເຫັນວ່າ:

ໂຕນີ້ເຮົາເວົ້າເຖິງຜົນປະໂຫຍດຕໍ່ສັງຄົມຜູ້ໃຊ້ບໍລິການລົດໄຟ. ນຶ່ງມັນເຮັດໃຫ້ ແຮງງານໜີ້ນະເຄື່ອນໄຫວໄດ້ສະດວກຂຶ້ນ ຊຶ່ງເປັນການດີສໍາລັບເສດຖະກິດ ຊຶ່ງຫຼາຍໆ ຄົນບໍ່ເບິ່ງ, ຍັງບໍ່ທັນໄດ້ຍິນຜູ້ໃດເວົ້າເລີຍ ແລະປະຊາຊົນໂດຍທົ່ວໄປ ເຫັນວ່າໄປໃຊ້ ໄປຈ່າຍ ໄປທ່ຽວຫຼວງພະບາງ ແລະກະແຂວງອື່ນໆ ທາງເໜືອ ຢ່າງໜ້ອຍກະຢູ່ແຖວໃກ້ໆລາງລົດໄຟ, ມັນກະສ້າງປະໂຫຍດຂຶ້ນມາ. ແຕ່ວ່າ ຖ້າຫາກລາງລົດໄຟໂຕນີ້ ມັນເຊື່ອມຕໍ່ໄປຫາໄທລົງໄປຮອດສິງກະໂປເລີຍນະ ລາວຈະໄດ້ປະໂຫຍດຫລາຍ.”

ທາງລົດໄຟນີ້ເປັນໂຄງການຕົວຢ່າງອັນນຶ່ງທີ່ສ້າງຂຶ້ນພາຍໃຕ້ຮູບການຊ່ວຍເຫຼືອແບບຈໍາກັດຂອງໂຄງການ BRI ໂດຍທີ່ມີອັດຕາສ່ວນຂອງໜີ້ຕໍ່ເງິນທຶນສົມທົບຢູ່ 60: 40 ຊຶ່ງກໍຄືມີໜີ້ຂອງໂຄງການເທົ່າກັບ 3.54 ຕື້ໂດລາ ແລະ ເງິນທຶນສົມທົບ 2.3 ຕື້ໂດລາ ຊຶ່ງໃນນັ້ນລັດຖະບານຈີນແມ່ນເອົາໃສ່ 1.63 ຕື້ໂດລາ ແລະລັດຖະບານລາວຮັບຜິດຊອບໃນການຫາເງິນມາໃສ່ 730 ລ້ານໂດລາ ຊຶ່ງໃນນັ້ນ ລັດຖະບານລາວ ກໍຢືມຈາກທະນາຄານ Eximbank ຂອງຈີນ 480 ລ້ານໂດລາ ສ່ວນເຫຼືອ ແມ່ນເອົາມາຈາກແຫຼ່ງອື່ນໂດຍຈ່າຍເປັນງວດໆ ໄປໃນແຕ່ລະປີ, ອີງຕາມບົດລາຍງານທີ່ຫາກໍ່ພິມອອກມາໃນອາທິດນີ້ ໂດຍຫ້ອງທົດລອງຄົ້ນຄວ້າ AidData ໃນມະຫາວິທະຍາໄລ William & Mary ຊຶ່ງ ເປັນມະຫາວິທະຍໄລລັດເວີຈີເນຍ.

ແຕ່ໜີ້ສິນມາຈາກໂຄງການທີ່ວ່ານີ້ ກວມເອົາມູນຄ່າໃຫຍ່ທີ່ສຸດໃນໜີ້ສິນແບບເຊື່ອງ ຊ້ອນຂອງລາວທີ່ມີຕໍ່ຈີນ ດັ່ງທີ່ ດຣ. ແບຣດດລີ ພາກສ໌ (Bradley Parks), ນັກຊ່ຽວຊານຜູ້ນຶ່ງໃນທິມນັກຄົ້ນຄວ້າກ່ຽວກັບສະພາບໜີ້ສິນ ແລະ ໂຄງການ BRI ຂອງຈີນຈາກ AidData ໂອ້ລົມກັບພວກເຮົາຜ່ານທາງອີເມລວ່າ:

“AidData ຄາດຄະເນວ່າ ໜີ້ສິນສາທາລະນະສະສົມຂອງລາວຕໍ່ຈີນເທົ່າກັບປະ ມານ 10.4 ຕື້ໂດລາ (ຫຼື 54.7ເປີເຊັນຂອງ GDP). ແຕ່ຖ້າເຈົ້າເພີ້ມແຫຼ່ງໜີ້ທີ່ບົ່ມຊ້ອນ (ຫຼື ເຊື່ອງຊ້ອນ”) ຂອງໜີ້ສາທາລະນະທີ່ມີຕໍ່ຈີນແລ້ວ, ຕົວເລກນີ້ຈະເພີ້ມຂຶ້ນເປັນປະມານ 17 ຕື້ໂດລາ ຊຶ່ງເທົ່າກັບ 88.9 ເປີເຊັນຂອງ GDP ຂອງລາວ.”

ທ່ານກ່າວຕໍ່ໄປວ່າ: “ເພື່ອ​ສະໜອງ​ທຶນໃນ​ການ​ກໍ່ສ້າງ​ເສັ້ນທາງ​ລົດ​ໄຟ​ໄລຍະ 418 ກິ​ໂລ​ແມັດ​ ລະ ຫວ່າງ​ນະຄອນຫຼວງ​ວຽງ​ຈັນໄປຫາຊາຍ​ແດນ​ຈີນແລະລາວ, ​ໄດ້ມີການ​ສ້າງ​ພາຫະ ນະເພື່ອ​ຈຸດປະສົງ​ພິ​ເສດ ຫລື SPV ​ທີ່ເອີ້ນ​ວ່າ ບໍລິສັດ​ທາງ​ລົດ​ໄຟ​ລາວ-ຈີນ​ຈຳກັດ ຫລື LCRC ຊຶ່ງເປັນບໍລິສັດທີ່ມີພັນທະຈໍາກັດ ແລະການຮ່ວມ​ທຶນກັນ​ລະ​ຫວ່າງ​ສາມ​ບໍ​ລິ​ສັດ​ລັດ​ຂອງ​ຈີນ (ມີ​ຫຸ້ນ​ສ່ວນ​ໃນກໍາມະ​ສິດຢູ່ 70 ເປີເຊັນ) ແລະລັດ​ວິ​ສາ​ຫະ​ກິດ​ຂອງ​ລາວ (ມີ​ຫຸ້ນ​ສ່ວນໃນ​ກຳ​ມະ​ສິດ 30 ເປີເຊັນ), ທະນາຄານ Eximbank ຂອງຈີນໄດ້ໃຫ້ LCRC ຢືມ 3.54 ຕື້​ໂດ​ລາ.”

ດຣ. ພາກສ໌ເວົ້າອີກວ່າ: ເນື່ອງຈາກວ່າບໍ່ໄດ້ຖືຫຸ້ນສ່ວນໃຫຍ່ຫລືເກີນກວ່າ 50 ເປີເຊັນ ໃນບໍລສັດ LCRC, [ລາວ] ບໍ່ຈໍາເປັນຕ້ອງເປີດເຜີຍໜີ້ສິນ [ຮ່ວງ 1.06 ຕື້ໂດລາ] ວ່າ ເປັນພັນທະທີ່ອາດຕ້ອງໄດ້ຊໍາລະຄືນໃຫ້ແກ່ລະບົບລາຍງານໜີ້ສິນ ຂອງທະນາຄານໂລກ ຫລື DRS ຮູ້,” ຊຶ່ງເລື້ອງນີ້ທາງທີມຄົ້ນຄວ້າຂອງທ່ານເວົ້າວ່າ ມັນໜ້າເປັນຫ່ວງເພາະວ່າຖ້າຫາກບໍລິສັດນີ້ບໍ່ສາມາດຈ່າຍໜີ້ຄືນໄດ້ ມັນມີຄວາມຄາດຫວັງກັນວ່າ ລັດຖະບານລາວຊຶ່ງເປັນເຈົ້າພາບຂອງໂຄງການນີ້ ຕ້ອງໄດ້ຈ່າຍໜີ້ແທນ.

ນີ້ເປັນພຽງແຕ່ໜີ້ສິນຂອງລາວທີ່ມີຕໍ່ຈີນເທົ່ານັ້ນ, ເມື່ອລວມເອົາໜີ້ສາທາລະນະ ຂອງລາວ ແລະໜີ້ທີ່ລັດຖະບານຮັບປະກັນແລ້ວລາວມີໜີ້ເກີນກວ່າ 110 ເປີ ເຊັນ ຂອງ GDP ຂອງຕົນອີກໃນປີ 2022, ອີງຕາມບົດລາຍງານສະບັບຫຼ້າສຸດຂອງທະນາຄານໂລກ.(https://documents1.worldbank.org/curated/en/099060923122518058/pdf/P17962811201b491164fc14b071a710122bc24998063.pdf)

ສະນັ້ນ ຈຶ່ງອາດເວົ້າໄດ້ວ່າໂຄງການທາງລົດໄຟທີ່ວ່ານີ້ເປັນຕົວຜັກດັນອັນສໍາຄັນ ເຮັດໃຫ້ໜີ້ສິນຂອງລາວເພີ້ມຂຶ້ນຢ່າງຫຼວງຫຼາຍໂດຍສະເພາະແມ່ນໜີ້ທີ່ມີຕໍ່ຈີນ.

ແຕ່ຢ່າງໃດກໍຕາມ ດຣ. ພາກສ໌ກໍໃຫ້ຄໍາເຫັນວ່າ:

"ເປັນຈັ່ງຊີ້ ຈີນບໍ່ຢືນຢູ່ລ້າໆ ແລະເບິ່ງໂຄງການລິເລີ້ມພື້ນຖານໂຄງລ່າງສໍາຄັນ ລະດັບໂລກຂອງຕົນພັງທະລາຍລົງ ແລະໃຫ້ໄຫມ້ຖິ້ມດອກ, ອັນນັ້ນຈະບໍ່ເກີດຂຶ້ນໄດ້."

ເພື່ອຊ່ວຍປະເທດເຫຼົ່ານີ້ໃຫ້ມີເງິນຈ່າຍໜີ້ທີ່ຄ້າງຄາ ແລະສືບຕໍ່ຈ່າຍໜີ້ໃນໂຄງ ການ BRI ໄດ້ ປັກກິ່ງນໍາໃຊ້ທັງມາດຕະການໄລຍະສັ້ນ ແລະໄລຍະຍາວໂດຍ ການສ້າງລະບົບທີ່ເອີ້ນວ່າ “ການອຸ້ມຊູໂຄງການນຶ່ງແລວທາງ ນຶ່ງເສັ້ນທາງ ຫລື “Bails out on the Belts and Road”, ອີງຕາມດຣ. ພາກສ໌ ຊຶ່ງໃນກໍລະ ນີຂອງລາວ ນັ້ນທ່ານກ່າວວ່າ: ຈີນ ໄດ້ຊ່ວຍກອບກູ້ລາວໃນດ້ານໜີ້ສິນໃນຫລາຍແບບ. ໃນປີ 2020 ທະນາຄານກາງຂອງຈີນໄດ້ອອກເງິນກູ້ແບບສຸກເສີນມູນຄ່າປະມານ 300 ລ້ານໂດລາໃຫ້ແກ່ທະນາຄານກາງຂອງລາວເພື່ອເພີ້ມຄັງສໍາຮອງເງິນຕາຕ່າງປະເທດແກ່ລາວ (ທີ່ຕົກເຖິງລະດັບອັນຕະລາຍທີ່ບໍ່ພໍຮອດຈ່າຍຄ່ານໍາເຂົ້າສິນຄ້າ ແລະບໍລິການ 2 ເດືອນ.”

ແຕ່ຢ່າງໃດກໍຕາມທ່ານກໍສະຫລຸບວ່າ “ທາງລົດໄຟລາວຈີນຈະສາມາດສ້າງລາຍຮັບພຽງພໍເພື່ອຈະຈ່າຍໜີ້ທີ່ກູ້ຢືມມາຈາກທະນາຄານ Eximbank ຂອງຈີນໄດ້ບໍ່” ນັ້ນຍັງເປັນຄໍາຖາມທີ່ບໍ່ທັນມີໃຜຕອບໄດ້ເທື່ອ ເຖິງແມ່ນວ່າລັດຖະບານລາວ ມີຄາດຫວັງໄວ້ວ່າ ທາງລົດໄຟນີ້ຈະເລີ້ມສ້າງກໍໄລໄດ້ໃນປີ 2027 ນີ້ກໍຕາມ.

XS
SM
MD
LG