ປະທານາທິບໍດີ ໃນຍຸກສະໄໝການແບ່ງແຍກສີຜິວ ຄົນສຸດທ້າຍຂອງອາຟຣິກາໃຕ້ ທ່ານ F.W. de Klerk ໄດ້ຖືກຕົກເປັນເປົ້າໝາຍ ຂອງພັກຄອງແກຣັສແຫ່ງຊາດຂອງອາຟຣິກາ ທີ່ມີອຳນາດ ແລະຄົນອື່ນໆອີກຫຼາຍຄົນ ນັບຕັ້ງແຕ່ທ່ານໄດ້ກ່າວວ່າ ທ່ານບໍ່ເຊື່ອວ່າລະບົບການແບ່ງແຍກເຊື້ອຊາດນັ້ນ ເປັນອາຊະຍາກຳຕໍ່ຕ້ານມະນຸດຊາດ.
ໃນຂະນະທີ່ຄວາມເຫັນຂອງທ່ານ ທີ່ໄດ້ກ່າວໄປເມື່ອຕົ້ນເດືອນນີ້ ໄດ້ກໍ່ໃຫ້ເກີດຄວາມຄຽດແຄ້ນຂຶ້ນ ບັນດານັກວິຊາການຂອງອາຟຣິກາທັງຫຼາຍ ໄດ້ຊີ້ໃຫ້ເຫັນວ່າ ຄວາມຮູ້ສຶກຂອງການຫລົງລືມຢູ່ທະວີບແຫ່ງນີ້ກ່ຽວກັບອະດີດ ແລະວ່າ ຄວາມຄິດເຖິງຄວາມຫລັງທີ່ໄດ້ຖືກທີ່ຖືກຍົກຂຶ້ນມາຜິດທີ່ນີ້ ບໍ່ເປັນປາກົດການທີ່ສະເພາະແຕ່ຢູ່ໃນອາຟຣິກາໃຕ້ເທົ່ານັ້ນ.
ທ່ານເດີ ເຄຣີກ ໄດ້ມີສ່ວນຮ່ວມ ໃນການຍຸຕິການແບ່ງແຍກສີຜິວ ໂດຍການປ່ອຍຕົວ ທ່ານແນວສັນ ແມນແດລາ ອອກຈາກຄຸກ ແລະໄດ້ນຳມາຊຶ່ງປະຊາທິປະໄຕ ໃນປີ 1994. ທ່ານເດີ ເຄຣີກ ໄດ້ຮັບລາງວັນໂນແບລ ປີ 1993 ຮ່ວມກັບ ທ່ານແມນແດລາ ສຳລັບບົດບາດຂອງພວກເພິ່ນທັງສອງ ໃນການຍຸຕິລະບອບການແບ່ງແຍກສີຜິວ ທີ່ເປັນການປະພຶດຕໍ່ພວກຄົນຂອງປະເທດທີ່ບໍ່ແມ່ນຜິວຂາວ ທີ່ອາໄສຢູ່ເປັນສ່ວນໃຫຍ່ ດັ່ງກັບເປັນພົນລະເມືອງຊັ້ນສອງຂອງປະເທດ.
ສີ່ສິບຫ້າເປີເຊັນຂອງຊາວອາຟຣິກາໃຕ້ໃນປັດຈຸບັນນີ້ ຍັງບໍ່ທັນໄດ້ເກີດເທື່ອ ໃນເວລາໃດ ທີ່ອັນນັ້ນໄດ້ເກີດຂຶ້ນ. ແຕ່ບາດແຜຂອງການແບ່ງແຍກສີຜິວ ຍັງຄົງຝັກເລີກຢູ່ ໃນຂະນະທີ່ເຫັນໄດ້ໂດຍການແລກປ່ຽນຄວາມຄິດເຫັນກັນທີ່ຮ້ອນແຮງ ລະຫວ່າງ ທ່ານດຳ ເຄຣີກ ກັບ ຜູ້ປະກາດຂ່າວຂອງໂທລະພາບ SABC.
ນັກຂ່າວ ທ່ານມາແນລີສີ ດູບາສ ໄດ້ກົດດັນອະດີດປະທານາທິບໍດີ ໃຫ້ເຫັນດີນຳ ການຈຳແນກປະເພດ ຂອງລະບົບດັ່ງກ່າວ ເປັນອາຊະຍາກຳຕໍ່ຕ້ານມະນຸດຊາດ ຂອງອົງການສະຫະປະຊາຊາດ.