ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊື່ຂອງສະຖານທີ່ ທີ່ສະແດງເຖິງ ການຈຳແນກ ສີຜິວໃນ ອອສເຕຣເລຍ ຈະຖືກລຶບອອກຈາກ ແຜນທີ່ໝົດ


ອຳນາດການປົກຄອງເຂດ Northern Territory ໄດ້ຂໍໃຫ້
ຄະນະກຳມະການທາງການ ຫາວິທີ ເພື່ອປ່ຽນຊື່ ທີ່ເປັນຕາ
ລັງກຽດຂອງສະຖານທີ່ພວກນີ້ ດ້ວຍຄຳເວົ້າ ຫຼື ສຳນວນ
ຂອງພາສາ ອາໂບຣິຈິນີສ.
ອຳນາດການປົກຄອງເຂດ Northern Territory ໄດ້ຂໍໃຫ້ ຄະນະກຳມະການທາງການ ຫາວິທີ ເພື່ອປ່ຽນຊື່ ທີ່ເປັນຕາ ລັງກຽດຂອງສະຖານທີ່ພວກນີ້ ດ້ວຍຄຳເວົ້າ ຫຼື ສຳນວນ ຂອງພາສາ ອາໂບຣິຈິນີສ.

ລັດ Northern Territory ຂອງປະເທດ ອອສເຕຣເລຍ ຈະປ່ຽນຊື່ ທີ່ສະແດງເຖິງການ
ຈຳແນກສີຜິວ ໃນສະຖານທີ່ ທີ່ສຳຄັນຫຼາຍແຫ່ງຂອງ ລັດ ທີ່ໄດ້ທຳລາຍກຽດສັກສີ ຂອງ
ກຸ່ມຄົນພື້ນເມືອງດັ່ງກ່າວມາດົນນານ. ພວກເຂົາເຈົ້າຈະປະຕິບັດຕາມມາດຕະການ
ຕ່າງໆທີ່ຄ້າຍຄືກັນ ໃນລັດ Queensland. ນັກຂ່າວວີໂອເອ Phil Mercer ລາຍງານ
ມາຈາກ ນະຄອນ Sydney, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ
ໃນອັນດັບຕໍ່ໄປ.

ບັນທຶກຂອງຊື່ຢ່າງເປັນທາງການຂອງເຂດ Northern Territory ໄດ້ສະແດງໃຫ້ເຫັນ
ຫຼາຍລາຍຊື່ ພ້ອມດ້ວຍຄຳສັບທີ່ດູໝິ່ນຄື “Blackgin.”

ຄຳສັບນີ້ອ້າງເຖິງສຳນວນທີ່ຖືກໃຊ້ໂດຍຄົນ ອອສເຕຣເລຍ ຜິວຂາຍ ທີ່ອະທິບາຍເຖິງ
ແມ່ຍິງ ອາໂບຣິຈິນີສ ຫຼື ຈິນ (Gin) ເຊິ່ງແມ່ນຊົນເຜົ່າພື້ນເມືອງຂອງປະເທດ, ຜູ້ທີ່ຖືກ
ໃຊ້ເປັນການບໍລິການທາງເພດ. ຊື່ຂອງສະຖານທີ່ໆແບ່ງແຍກສີຜິດແຫ່ງອື່ນໆລວມທັງ,
“ຫ້ວຍ Murdering” ແລະ “ຂຸມກະໂຫຼກ,” ເຊິ່ງມີຕົ້ນກຳເນີດມາຈາກການສັງຫານຄົນ
ພື້ນເມືອງນັ້ນ, ກໍຈະຖືກປ່ຽນຊື່ເຊັ່ນກັນ.

ອຳນາດການປົກຄອງເຂດ Northern Territory ໄດ້ຂໍໃຫ້ຄະນະກຳມະການທາງການ
ຫາວິທີເພື່ອປ່ຽນຊື່ທີ່ເປັນຕາລັງກຽດຂອງສະຖານທີ່ພວກນີ້ ດ້ວຍຄຳເວົ້າ ຫຼື ສຳນວນ
ຂອງພາສາ ອາໂບຣິຈິນີສ.

ຜູ້ປົກຄອງເຂດ Northern Territory ທ່ານ Michael Gunner ກ່າວວ່າ ຊື່ຂອງສະ
ຖານທີ່ ສະໄໝຫົວເມືອງຂຶ້ນບາງແຫ່ງ ຄວນຖືກປ່ຽນແປງ.

ທ່ານ Michael Gunner ກ່າວວ່າ “ມັນມີບາງບ່ອນ ທີ່ເຫັນໄດ້ຊັດເຈນ ແມ່ນຈະຖືກແກ້
ໄຂ, ແຕ່ຂ້າພະເຈົ້າຄິດວ່າ ມັນມີຄວາມສຳຄັນຫຼາຍ ທີ່ສືບລົມຫາຍໃຈເຂົ້າເລິກໆ, ແລະ
ເຮັດວຽກຜ່ານເລື່ອງພວກນີ້ ໂດຍວິທີ ທີ່ຈະເຮັດໃຫ້ ມັນມີຄວາມໝາຍທີ່ເໝາະສົມ ແລະ
ຮັບຮູ້ເຖິງຄົນຜູ້ທຳອິດ ແລະ ພາສາພວກນັ້ນ ທີ່ມີຢູ່ທີ່ນີ້ກ່ອນໜ້າພວກເຮົາມາ ຕັ້ງຫຼາຍ
ພັນປີ.”

ການເຄື່ອນໄຫວທີ່ຄ້າຍຄືກັນກໍກຳລັງດຳເນີນຢູ່ ໃນລັດ Queensland, ບ່ອນທີ່ຊື່ເຊິ່ງ
ສະແດງເຖິງການແບ່ງແຍກສີຜິວ ແມ່ນກຳລັງຖືກລຶບລ້າງອອກຈາກແຜນທີ່.

ຕົວຢ່າງທີ່ຮູ້ຈັກດີທີ່ສຸດ ກ່ຽວກັບ ຊື່ຂອງສະຖານທີ່ສຳຄັນ ທີ່ຖືກປ່ຽນເປັນຊື່ ອາໂບຣິຈິນີສ
ຂອງເຂົາເຈົ້າ ຢ່າງປະສົບຄວາມສຳເລັດນັ້ນກໍແມ່ນ Uluru ເຊິ່ງຮູ້ຈັກກ່ອນໜ້ານີ້ ໂດຍຊື່
ສະໄໝຫົວເມືອງຂຶ້ນຂອງມັນວ່າ Ayers Rock.

ແນວໃດກໍຕາມ, ບັນດານັກວິຊາການໄດ້ເຕືອນວ່າ ການເຄື່ອນໄຫວດັ່ງກ່າວ ອາດຈະບໍ່
ໄດ້ຮັບຄວາມນິຍົມໂດຍທົ່ວໄປໃນປະເທດ ອອສເຕຣເລຍ, ເປັນປະເທດທີ່ເຂົາເຈົ້າກ່າວ
ວ່າ ເຄີຍມີບັນຫາ ໃນການຍອມຮັບປະຫວັດສາດຫົວເມືອງຂຶ້ນທີ່ໂຫດຮ້າຍຂອງເຂົາເຈົ້າ,
ເຊິ່ງຜູ້ຍ້າຍເຂົ້າມາຕັ້ງຖິ່ນຖານໄດ້ຂ້າປະຊາຊົນ ອາໂບຣິຈິນນີສ ຈຳນວນຫຼວງຫຼາຍ.

ໃນເດືອນກໍລະກົດທີ່ຜ່ານມາ, ບັນດານັກຄົ້ນຄວ້າໄດ້ຜະລິດສິ່ງທີ່ເຂົາເຈົ້າໄດ້ເວົ້າວ່າ
ແຜນທີ່ທີ່ມີຄວາມສົມບູນທີ່ສຸດໃນປັດຈຸບັນ ເຊິ່ງໃຫ້ຂໍ້ມູນ ກ່ຽວກັບ ການຂ້າຄົນພື້ນເມືອງ
ອອສເຕຣເລຍ ຈຳນວນຫຼວງຫຼາຍໂດຍຜູ້ຕັ້ງຖິ່ນຖານຊາວ ຢູໂຣບ.

ພົນລະເມືອງດັ້ງເດີມຂອງ ອອສເຕຣເລຍ ມັກຈະຕຳໜິ ກ່ຽວກັບ ການຈຳແນກເຊື້ອຊາດ
ສີຜິວ ແລະ ການແບ່ງແຍກມາໂດຍຕະຫຼອດ. ເຂົາເຈົ້າກໍຍັງໄດ້ຮັບຄວາມທຸກທໍລະມານ
ທາງດ້ານສຸຂະພາບທີ່ບໍ່ດີຢ່າງບໍ່ສົມສ່ວນ, ການຫວ່າງງານ ແລະ ຖືກຈັບຂັງຄຸກໃນອັດ
ຕາທີີ່ສູງຢູ່.

ອ່ານລາຍງານນີ້ຕື່ມເປັນພາສາອັງກິດ

XS
SM
MD
LG