ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບັນຫາການແບ່ງແຍກ ເຊື້ອຊາດຜິວພັນ ແລະ ການລະເມີດຂອງປະເທດຕ່າງໆ ແມ່ນຢູ່ໃນວາລະກອງປະຊຸມ ຂອງ ສະພາສິດທິມະນຸດ ສປຊ


ປະທານສະພາສິດທິມະນຸດ, ເອກອັກຄະລັດຖະທູດ ອອສເຕຣຍ ທ່ານນາງ ເອລິຊາເບັດ ທີຊີ ຟິສໂຊລເບີເກີ ໃສ່ໜ້າກາກ ຢູ່ໃນໜ້າຈໍໂທລະພາບ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ກ່ຽວກັບ ການສືບຕໍ່ຈັດກອງປະຊຸມສະພາສິດທິມະນຸດ ສປຊ.
ປະທານສະພາສິດທິມະນຸດ, ເອກອັກຄະລັດຖະທູດ ອອສເຕຣຍ ທ່ານນາງ ເອລິຊາເບັດ ທີຊີ ຟິສໂຊລເບີເກີ ໃສ່ໜ້າກາກ ຢູ່ໃນໜ້າຈໍໂທລະພາບ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ກ່ຽວກັບ ການສືບຕໍ່ຈັດກອງປະຊຸມສະພາສິດທິມະນຸດ ສປຊ.

ໃນລະຫວ່າງອາທິດນີ້, ສະພາສິດທິມະນຸດ ອົງການສະຫະປະຊາຊາດ ຈະປະເຊີນກັບບັນຫາທີ່ສຳຄັນຫຼາກຫຼາຍທີ່ຍັງຄົງຄ້າງຢູ່ ເມື່ອກອງປະຊຸມຄັ້ງທີ 43 ຂອງເຂົາເຈົ້າໄດ້ຖືກຢຸດຊົ່ວຄາວໃນເດືອນມີນາທີ່ຜ່ານມາຍ້ອນ ໂຄວິດ-19. ກອງປະຊຸມດັ່ງກ່າວ, ເຊິ່ງໄດ້ໄຂຂຶ້ນໃນວັນຈັນວານນີ້, ຈະໃຊ້ວິທີ ການທີ່ເອີ້ນວ່າ ປະສົມ, ດ້ວຍການລາຍງານທັງໃນຮູບແບບການມີໜ້າ ແລະ ທາງຄອມພິວເຕີ. ນັກ ຂ່າວວີໂອເອ ລີຊາ ສໄລນ໌ ມີລາຍງານສຳລັບວີໂອເອ ຈາກນະຄອນ ເຈນີວາ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.


ເພື່ອຮັບປະກັນຄວາມປອດໄພຂອງຜູ້ເຂົ້າຮ່ວມກອງກອງປະຊຸມໃນລະຫວ່າງ ຊ່ວງເວລາຂອງ ໄວຣັສໂຄໂຣນາ ນີ້, ບັນດາເຈົ້າໜ້າທີ່ອົງການສະຫະປະຊາຊາດເວົ້າວ່າ ມາດຕະການຢູ່ຫ່າງກັນໃນສັງຄົມ ແມ່ນຈະຖືກບັງໃຊ້ຢ່າງເຂັ້ມງວດ. ບັນດາຜູ້ແທນຈະຕ້ອງໄດ້ຫຼຸດຈຳນວນຕົວແທນເຂົ້າຮ່ວມກອງປະຊຸມຂອງເຂົາເຈົ້າລົງ ແລະ ງານທີ່ຈັດຂຶ້ນຕ່າງໆຫຼາຍຮ້ອຍງານໂດຍອົງການທີ່ບໍ່ຂຶ້ນກັບລັດ ຖະບານຈະບໍ່ຖືກຈັດຢູ່ໃນສະຖານທີ່ຂອງອົງການສະຫະປະຊາຊາດ.

ການສະເໜີລາຍງານ ແລະ ການສົນທະນາກັນ ກ່ຽວກັບ ບັນຫາສິດທິມະນຸດ ຈະປະກອບມີບັນດາຜູ້ຊ່ຽວຊານ ຜູ້ທີ່ມີໜ້າໃນກອງດ້ວຍຕົນເອງ ຫຼື ໃຫ້ຄຳເຫັນຜ່ານການຊຸມທາງວິດີໂອ. ປະເທດຕ່າງໆທີ່ຈະຖືກທົບທວນລວມມີ ສາທາລະນະ ລັດປະຊາທິປະໄຕ ຄອງໂກ, ມາລີ, ຢູເຄຣນ, ລີເບຍ, ອັຟການິສຖານ, ແລະ ສາທາລະນະລັດ ອາຟຣິກາກາງ.

ນຶ່ງໃນຈຸດສຳຄັນຂອງກອງປະຊຸມຕະຫຼອດສັບປະດາດັ່ງກ່າວ ຈະເປັນການໂຕ້ວາທີສຸກເສີນ ກ່ຽວ ກັບ ການຈຳແນກເຊື້ອຊາດຜິວພັນຂອງສະຖາບັນໃນ ສະຫະລັດ ທີ່ໄດ້ເນັ້ນໃຫ້ເຫັນໂດຍການຂ້າທ້າວ ຈອຣຈ໌ ຟລອຍດ໌ ຜູ້ຊາຍອາເມຣິກັນ ເຊື້ອສາຍອາຟຣິກາ ໃນລະຫວ່າງການຖືກຄວບຄຸມຕົວໂດຍຕຳຫຼວດ.

ຜູ້ອຳນວຍການຂອງກຸ່ມປົກປ້ອງສິດທິມະນຸດ Human Rights Watch ຫລື HRW ໃນ ເຈນີວາ ທ່ານ ຈອນ ຟິສເຊີ ໄດ້ເອີ້ນມັນວ່າ ເປັນຊ່ວງເວລາທີ່ຄວາມຜິດພາດໃນອະດີດຕ້ອງຖືກນຳມາລົງ ໂທດສຳລັບ ສະຫະລັດ. ທ່ານເວົ້າວ່າເຫດການດັ່ງກ່າວເບິ່ງຄືວ່າຈະຖືກໃຊ້ໂດຍບາງປະເທດເພື່ອຜັກດັນລະບຽບແຜນການຂອງເຂົາເຈົ້າ.

ທ່ານ ຟິສເຊີ ກ່າວວ່າ “ພວກເຮົາຍັງເປັນຫ່ວງຫຼາຍທີ່ວ່າ ຈີນ ຈະສວຍໃຊ້ຊ່ວງເວລາຂອງການຈະ ລາຈົນທົ່ວໂລກນີ້ ແລະ ກໍ່ກວນ ສະຫະລັດ ເພື່ອປາບປາມ ກ່ຽວກັບ ສິດທິ ແລະ ເສລີພາບໃນ ຮົງກົງ ແລະ ພວກເຮົາໄດ້ຮຽກຮ້ອງໃຫ້ລັດຕ່າງໆສວຍໃຊ້ເວລານີ້ ໃນການນຳເອົາຄວາມສົນໃຈມາສູ່ຮົງກົງ ເພີ່ມເຕີມຄືທີ່ຂ້າພະເຈົ້າໄດ້ເວົ້ານັ້ນ. ພວກເຮົາຮູ້ສຶກວ່ານີ້ແມ່ນເວລາທີ່ ຈີນ ຈະເບິ່ງການ ຕອບສະໜອງຂອງສາກົນ ແລະ ຖ້າການຕອບສະໜອງນັ້ນບໍ່ມີການອອກສຽງ, ມັນກໍຈະຮູ້ສຶກຄືຖືກສົ່ງເສີມໃຫ້ມັນເປັນແນວນັ້ນ.”

ນຶ່ງປີທີ່ຜ່ານມາ, ຜູ້ຂຽນລາຍງານພິເສດ ກ່ຽວກັບ ການສັງຫານແບບຮວບຮັດຕັດຕອນ, ທ່ານນາງ ແອກເນັສ ຄາລລາມາດ, ໄດ້ນຳສະເໜີລາຍງານຂອງ ລາວ ກ່ຽວກັບ ການສັງຫານນັກຂ່າວໜັງສື ພິມ ວໍຊິງຕັນ ໂພສ ຊາວ ຊາອຸດີ ອາຣາເບຍ ທ່ານ ຈາມາລ ຄາຊອກກີ, ເຊິ່ງລາວໄດ້ອ້າງວ່າເປັນສີມືຂອງເຈົ້າ ໜ້າທີ່ຂອງລັດຖະບານ ຊາອຸດີ. ໃນຂະນະທີ່ບັນຫານີ້ແມ່ນບໍ່ໄດ້ຢູ່ໃນລາຍການກອງປະ ຊຸມຂອງສະພາຢ່າງເປັນທາງການນັ້ນ, ທ່ານ ຟິສເຊີ ເຊື່ອວ່າມັນຄວນໄດ້ຮັບຄວາມສົນໃຈອີກຄັ້ງນຶ່ງ.

ທ່ານ ຟິສເຊີ ກ່າວວ່າ “ນອກຈາກເລື່ອງການຄາດຕະກຳຂອງທ່ານ ຄາຊອກກີ ຢ່າງແນ່ນອນແລ້ວນັ້ນ, ໃນຂະນະທີ່ຜູ້ປົກປ້ອງສິດທິມະນຸດແມ່ຍິງຈຳນວນນຶ່ງ ໄດ້ຖືກປ່ອຍຕົວອອກຈາກຄຸກນັ້ນ, ຈຳນວນນຶ່ງແມ່ນຍັງຖືກຂັງຄຸກຢູ່. ມັນຍັງມີການກ່າວຫາ ກ່ຽວກັບ ການທໍລະມານ. ເຂົາເຈົ້າຍັງປະເຊີນກັບຂໍ້ກ່າວຫາທາງອາຍາ. ມັນຍັງສືບຕໍ່ມີການໃຊ້ໂທດປະຫານຊີວິດ, ການທຸບຕີ, ການປາບປາມຕໍ່ການບໍ່ເຫັນດ້ວຍກັບລັດຖະບານ, ມີການຈັບກຸມຄື້ນໃໝ່ຕ່າງໆ.”

ໃນທ້າຍຂອງອາທິດ, ສະພາຈະດຳເນີນການ ກ່ຽວກັບ ການຕັດສິນໃຈ ແລະ ການຮັບຮອງເອົາມະຕິຕ່າງໆ 40 ກວ່າມະຕິ. ເຊິ່ງມັນລວມມີການແນະນຳ ກ່ຽວກັບ ການປັບປຸງໃນການເຄົາລົບນັບຖືສິດທິມະນຸດຢູ່ໃນຫຼາຍປະເທດເຊັ່ນ ລີເບຍ, ອີຣ່ານ, ນິກາຣາກົວ, ຊູດາໃຕ້ ແລະ ມຽນມາ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG