ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິດ​ທິ​ພົນ​ ຂອງເຊມີຄອນດັກເຕີ ​ທີ່​ມີຕໍ່ບັ​ນ​ຫາຂັດແຍ້ງໄຕ້ຫວັນ


ແຟ້ມ-ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ຖືເຊມີຄອນດັກເຕີຊິບສ໌ ໃນຂະນະທີ່ທ່ານກ່າວ​ຄຳປາໄສ ຢູ່ທີ່ທໍານຽບຂາວ ໃນນະຄອນຫຼວງວໍຊິງຕັນ, ເມື່ອວັນທີ 24 ກຸມພາ 2021.
ແຟ້ມ-ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ຖືເຊມີຄອນດັກເຕີຊິບສ໌ ໃນຂະນະທີ່ທ່ານກ່າວ​ຄຳປາໄສ ຢູ່ທີ່ທໍານຽບຂາວ ໃນນະຄອນຫຼວງວໍຊິງຕັນ, ເມື່ອວັນທີ 24 ກຸມພາ 2021.

ຈີນ ໄດ້ຂັດຂວາງການສົ່ງອອກຕ່າງໆຂອງໄຕ້ຫວັນ ເພື່ອ​ເປັນການ​ຕອ​ບ​ໂຕ້​ຕໍ່​ການ​ໄປຢ້ຽມຢາມໄຕ້ຫວັນຂອງທ່ານນາງແນນຊີ ເພໂລຊີ ປະທານສະພາຕໍ່າຂອງສະຫະລັດ ໃນວັນທີ 2 ສິງຫາ ທີ່ຜ່ານມາ, ແຕ່ສິນຄ້າບາງຢ່າງທີ່ລວມມີ ເຊມີຄອນດັກເຕີ ແລະຜະລິດຕະພັນທີ່ມີເທັກໂນໂລຈີສູງ ແມ່ນໄດ້ຮັບການຍົກ ເວັ້ນ ເນື່ອງຈາກຈີນຍັງຄົງອາໄສສິນຄ້າປະເພດດັ່ງກ່າວຈາກ ໄຕ້ຫວັນ, ອີງຕາມການກ່າວຂອງນັກຊ່ຽວຊານ.

ທ່ານເດັກເຕີ ໂຣເບີດ (Dexter Robert), ຜູ້ຮ່ວມງານອະວຸໂສ ແຫ່ງສະພາແອັດແລນຕ້າ ກ່າວກັບ VOA ວ່າ “ເບິ່ງຄືວ່າປັກກິ່ງ ຈະບໍ່ດໍາເນີນການແບບເຂັ້ມງວດໃນການຂັດຂວາງເຄື່ອງອິເລັກໂທຣນິກທີ່ສົ່ງອອກຈາກໄຕ້ຫວັນ. ຖ້າເຮັດແບບດັ່ງກ່າວນັ້ນ ກໍຈະເປັນຄືວ່າ ຈີນ ກໍາລັງຍິງປືນໃສ່ຕີນຂອງພວກເຂົາ ເຈົ້າເອງ.”

ແຟ້ມ-ປະຊາຊົນພາກັນໄປເບິ່ງໂຕະວາງສະແດງສິນຄ້າຂອງບໍລິສັດ SMIC ຢູ່ທີ່ງານສະແດງສິນຄ້າເຊມີຄອນດັກເຕີນານາຊາດຂອງຈີນ ເຊິ່ງຈັກຂຶ້ນໃນນະຄອນຊຽງໄຮ, ປະເທດຈີນ, ເມື່ອວັນທີ 14 ຕຸລາ 2020.
ແຟ້ມ-ປະຊາຊົນພາກັນໄປເບິ່ງໂຕະວາງສະແດງສິນຄ້າຂອງບໍລິສັດ SMIC ຢູ່ທີ່ງານສະແດງສິນຄ້າເຊມີຄອນດັກເຕີນານາຊາດຂອງຈີນ ເຊິ່ງຈັກຂຶ້ນໃນນະຄອນຊຽງໄຮ, ປະເທດຈີນ, ເມື່ອວັນທີ 14 ຕຸລາ 2020.

ໄຕ້ຫວັນ ຜະລິດເຊມີຄອນດັກເຕີປະມານ 65 ເປີເຊັນຂອງຈໍານວນເຊມີຄອນດັກເຕີຢູ່ໃນທົ່ວໂລກ, ແລະເກືອບ 90 ເປີເຊັນຂອງຊີບສ໌ ທີ່ມີຄຸນນະພາບສູງ.

ໂດຍການສົມທຽບເບິ່ງແລ້ວ, ຈີນຜະລິດໄດ້ຫຼາຍກວ່າ 5 ເປີເຊັນໜ້ອຍນຶ່ງ ໃນຂະນະທີ່ສະຫະລັດຜະລິດໄດ້ປະມານ 10 ເປີເຊັນ, ອີງຕາມຄຳ​ເວົ້າ ຂອງນັກວິເຄາະຕະຫຼາດ. ເກົາຫຼີໃຕ້, ຍີ່ປຸ່ນ ແລະເນເທີແລນ ກໍແມ່ນແຫຼ່ງທີ່​ມາ ຂອງຜະລິດຕະພັນດັ່ງກ່າວ ເຊິ່ງເປັນປັດໄຈຫຼັກຂອງອຸປະກອນເຄື່ອງອີເລັກໂທນິກ ແລະເຄື່ອງກົນຈັກຕ່າງໆ.

ແຟ້ມ-ຄົນພາກັນເບິ່ງເຊມີຄອນດັກເຕີທີ່ຜະລິດໂດຍ ຊິນຫົວ ຢູນິກກຣຸບ (Tsinghua Unigroup) ໃນຝາວາງສະແດງ ຢູ່ທີ່ງານວາງສະແດງເຄື່ອງໄຮເທັກນານາຊາດປັກກິ່ງ ຈີນ, ໃນນະຄອນຫຼວງປັກກິ່ງ, ເມື່ອວັນທີ 19 ກັນຍາ 2020.
ແຟ້ມ-ຄົນພາກັນເບິ່ງເຊມີຄອນດັກເຕີທີ່ຜະລິດໂດຍ ຊິນຫົວ ຢູນິກກຣຸບ (Tsinghua Unigroup) ໃນຝາວາງສະແດງ ຢູ່ທີ່ງານວາງສະແດງເຄື່ອງໄຮເທັກນານາຊາດປັກກິ່ງ ຈີນ, ໃນນະຄອນຫຼວງປັກກິ່ງ, ເມື່ອວັນທີ 19 ກັນຍາ 2020.

ເຖິງແມ່ນຈີນ ຜະລິດເຊມີຄອນດັກເຕີບາງສ່ວນ, ແຕ່ພວກເຂົາເຈົ້າກໍອາໄສສິນ ຄ້າຈາກໄຕ້ຫວັນເປັນດ້ານຫຼັກເພື່ອຜະລິດຊິບສ໌ທີ່ມີຄຸນນະພາບສູງ. ບໍລິສັດ TSMC ຂອງໄຕ້ຫວັນ ຜະລິດຊິບສ໌ທີ່ມີຄຸນນະພາບສູງທີ່ສຸດໃນໂລກ ໃນຈໍານວນກຸ່ມລູກຄ້າທັງຫຼາຍຂອງພວກເຂົາເຈົ້າລວມມີ ອຸປະກອນໄມໂຄຣຂັ້ນສູງ ຫຼື AMD, ແອບໂປ, ແລະເອັນວິເດຍ (Nvidia).

ບໍລິສັດເຊມີຄອນດັກເຕີອຸດສາຫະກໍາສາກົນ ຫຼື SMIC ທີ່ຕັ້ງຢູ່ໃນປະເທດຈີນ, ເຊິ່ງມີຈໍານວນ 5 ເປີເຊັນຂອງຕະຫຼາດການຜະລິດຢູ່ໃນທົ່ວໂລກ, ຜະລິດຊິບສ໌ທີ່ມີຂະໜາດ 14 ນາໂນແມັດ. ນອກນັ້ນ ຍັງມີຫຼັກຖານທີ່ສະແດງໃຫ້ເຫັນວ່າ ບໍລິສັດ SMIC ມີເທັກໂນໂລຈີຂະໜາດ 7 ນາໂນແມັດນໍາອີກດ້ວຍ, ອີງຕາມບັນທຶກຂອງເທັກອິ​ນໄຊທ໌ (Techlnsights). ໄດ້​ໃຫ້ການສັງເກດວ່າ ຍັງມີຄວາມທັນສະໄໝໜ້ອຍກວ່າຊິບສ໌ທີ່ມີຂະໜາດ 3 ນາໂນແມັດ ທີ່ຜະລິດໂດຍບໍລິສັດ TSMC.

ແຟ້ມ-ບໍລິສັດຜະລິດເຊມີຄອນດັກເຕີຈໍາກັດຂອງໄຕ້ຫວັນ ເຊິ່ງມີສໍານັກງານໃຫຍ່ຕັ້ງຢູ່ເມືອງ ຊິນຊູ (Hsinchu), ໄຕ້ຫວັນ, ເມື່ອວັນທີ 20 ຕຸລາ 2021.
ແຟ້ມ-ບໍລິສັດຜະລິດເຊມີຄອນດັກເຕີຈໍາກັດຂອງໄຕ້ຫວັນ ເຊິ່ງມີສໍານັກງານໃຫຍ່ຕັ້ງຢູ່ເມືອງ ຊິນຊູ (Hsinchu), ໄຕ້ຫວັນ, ເມື່ອວັນທີ 20 ຕຸລາ 2021.

ນັກວິເຄາະກ່າວວ່າ ປັກກິ່ງອາດຈະບໍ່ຂັດ​ຂວາງ​ຕໍ່ການຫຼັ່ງໄຫຼຂອງຕະຫຼາດເຊມີຄອນດັກເຕີ ເຖິງແມ່ນວ່າການປະເຊີນໜ້າກັນທາງທະຫານຈະເພີ້ມທະວີຄວາມຮຸນແຮງຂຶ້ນກໍຕາມ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG