ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໂດຍແຂ່ງຂັນກັບ ສຫລ ແບບງຽບໆ ຈີນ ໄດ້ເພີ້ມການເຮັດການຄ້າ ແລະການລົງທຶນໃນ ຂົງເຂດອາເມຣິກາລາຕິນ


ລັດຖະະມົນຕີການຕ່າງປະເທດເວເນຊູເອລາ, ທ່ານ Jorge Arreaza ຖືທຸງເວເນຊູເອລາກັບທຸງຈີນໄວ້ ຂະນະທີ່ນັກຊ່ຽວຊານ ແລະອຸປະກອນການແພດຈາກຈີນໄດ້ໄປເຖິງສະໜາມບິນສາກົນ Simon Bolivar ຢູ່ນະຄອນ La Guaira ຂອງເວເນຊູເອລາ (ພາບຖ່າຍໃນວັນທີີ 30 ມີນາ, 2020)
ລັດຖະະມົນຕີການຕ່າງປະເທດເວເນຊູເອລາ, ທ່ານ Jorge Arreaza ຖືທຸງເວເນຊູເອລາກັບທຸງຈີນໄວ້ ຂະນະທີ່ນັກຊ່ຽວຊານ ແລະອຸປະກອນການແພດຈາກຈີນໄດ້ໄປເຖິງສະໜາມບິນສາກົນ Simon Bolivar ຢູ່ນະຄອນ La Guaira ຂອງເວເນຊູເອລາ (ພາບຖ່າຍໃນວັນທີີ 30 ມີນາ, 2020)

ດຽວນີ້ຈີນນຳໜ້າໂລກໃນການເຮັດການຄ້າກັບອາຟຣິກາ ແລະການລົງທຶນໂດຍກົງຢູ່ໃນບາງສ່ວນຂອງເອເຊຍ, ແຕ່ ເຖິງແມ່ນວ່າ ຈະມີການຂະຫຍາຍຕົວທາງດ້ານການຄ້າ ແລະການລົງທຶນກັບອາເມຣິກາລາຕິນເພີ້ມຂຶ້ນຢ່າງວ່ອງໄວກໍ່ຕາມ, ແຕ່ມັນກໍຍັງນໍາຫຼັງສະຫະລັດຢູ່ ໂດຍບໍ່ມີໂອກາດທີ່ຈະເຂົ້າໄປແທນທີ່ໄດ້ໃນທັນທີ ທັນໃດ.

ອາເມຣິກາລາຕິນໂດດເດັ່ນບໍ່ຄືຂົງເຂດອື່ນ ບ່ອນທີ່ຈີນໄດ້ໄປລົງທຶນຍ້ອນນະໂຍ ບາຍຂອງລັດຖະບານທີ່ມີການປົກປ້ອງຫຼາຍກວ່າ ບວກກັບມູນເຊື້ອອັນຍາວນານຂອງການມີສ່ວນພົວພັນທາງດ້ານເສດຖະກິດຂອງສະຫະລັດທີ່ບໍ່ຄ່ອຍຈະແຈ້ງຢູ່ໃນພາກສ່ວນອື່ນຂອງໂລກ, ອີງຕາມພວກນັກວິເຄາະ.

ຂໍ້ມູນສະແດງໃຫ້ເຫັນວ່າ "ຈີນໄດ້ກາຍເປັນຄູ່ຮ່ວມລົງທຶນທີ່ພົ້ນເດັ່ນຂື້ນສໍາລັບອາເມຣິກາລາຕິນ, ແຕ່ວ່າ ມັນບໍ່ປາກົດວ່າ ຈະເປັນໄພຂົ່ມຂູ່ໃນທັນທີທັນໃດຕໍ່ ນັກລົງທຶນດັ້ງເດີມຢູ່ໃນຂົງເຂດນີ້," ນັ້ນຄືລາຍງານຂອງສູນນະໂຍບາຍການພັດທະ ນາທົ່ວໂລກຂອງມະຫາວິທະຍາໄລບອສຕັນ ທີ່ກ່າວຢູ່ໃນການສຶກສາຄົ້ນຄວ້າໃນຕົ້ນປີນີ້.

ໃນອາທິດນີ້, ເຈົ້າໜ້າທີ່ລັດຖະບານສະຫະລັດກຸ່ມນຶ່ງຢູ່ໃນອາເມຣິກາລາຕິນ ກຳ ລັງຄົ້ນຄວ້າໂຄງການພື້ນຖານໂຄງລ່າງສຳລັບແຜນການຂອງກຸ່ມ 7 ເພື່ອ "ສ້າງໂລກຄືນໃໝ່ໃຫ້ດີກວ່າເກົ່າ", ເຊິ່ງໄດ້ປະກາດອອກໃນເດືອນມິຖຸນາຜ່ານມາແລະ ເຫັນວ່າ ເປັນທາງເລືອກນຶ່ງແທນ ໃຫ້ໂຄງການລິເລີ່ມ “ນຶ່ງແລວນຶ່ງເສັ້ນທາງ” ຂອງຈີນທີ່ສ້າງໂຄງການພື້ນຖານໂຄງລ່າງຢູ່ໃນປະເທດທີ່ກຳລັງພັດທະນາ. ກຸ່ມຂອງ 7 ປະເທດ ຫຼື G-7 ປະກອບດ້ວຍປະເທດທີ່ຮັ່ງມີ ທາງດ້ານອຸດສາຫະ ກຳ.

ນັກເສດຖະສາດບາງຄົນໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບການປະຕິບັດໃນການໃຫ້ເງິນກູ້ຢືມຂອງຈີນ, ໂດຍກ່າວວ່າປະເທດເຫລົ່ານີ້ອາດຈະຕ້ອງເປັນໜີ້ຫຼາຍເກີນໄປສໍາລັບໂຄງການໃຫຍ່ມະຫາສານ ທີ່ຜົນໄດ້ຮັບບໍ່ສົມກັບຕົ້ນທຶນຂອງເຂົາເຈົ້າ.

ການລົງທຶນຂອງຈີນຢູ່ໃນໂຄງການໃໝ່ທັງໝົດຢູ່ໃນອາເມຣິກາລາຕິນໄດ້ເພີ່ມຂຶ້ນຈາກ 4 ເປີເຊັນຂອງແຫຼ່ງທັງໝົດລະຫວ່າງປີ 2005 ຫາ 2009 ມາເປັນ 6.8 ເປີເຊັນ ໃນໄລຍະເວລາ 5 ປີ ທີ່ສິ້ນສຸດລົງໃນປີ 2019, ອີງຕາມຖານຂໍ້ມູນ fDi Markets ຄິດໄລ່. ທ່ານໂຮເຮ ຮາຍນ໌ (Jorge Heine), ອະດີດເອກອັກຄະລັດຖະທູດຊີເລປະຈຳຈີນກ່າວວ່າໃນກໍລະນີທີ່ນໍາໜ້າໝູ່, ຈີນໄດ້ເລີ່ມລົງທຶນຢູ່ໃນປະເທດຊີເລພຽງແຕ່ຫ້າປີກ່ອນ ແລະດຽວນີ້ມັນໄດ້ກາຍເປັນແຫຼ່ງທຶນຕ່າງປະ ເທດອັນດັບສູງສຸດ ຂອງປະເທດທີ່ຢູ່ໃນອາເມຣິກາໃຕ້ແຫ່ງນັ້ນແລ້ວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG