ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຊະ​ຕາ​ກຳ​ຂອງ​ນັກ​ບິນ ເຮືອ​ບິນ​ລົບ ຂອງ​ກຳ​ລັງ​ປະ​ສົມ ນຳ​ພາ​ໂດຍ​ຊາ​ອຸ​ດີ ທີ່​ຕົກ​ໃນ​ເຢເມັນ ບໍ່​ຮູ້​ວ່າ ເປັນ​ແນວ​ໃດ


ຊາຍ​ເຢ​ເມັນ​ຄົນ​ນຶ່ງ ກວດ​ເບິ່ງ​ຄວາມ​ເສຍ​ຫາຍ ຢູ່​ທີ່​ສາງ​ເກັບ​ອາ​ຫານ​ການ​ຊ່ອຍ​ເຫຼືອຂອງ​ອົງ​ການກຸ​ສົນ​ແຫ່ງ​ນຶ່ງ, ​ຫລັງ​ຈາ​ກ​ໄດ້​ມີ​ລາຍ​ງານ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ກຳ​ລັງ​ປະ​ສົມ​ນຳ​ພາ​ໂດຍ​ຊາອ​ຸ​ດີ ໃນ​ເມືອງ​ທ່າ ໂຮ​ດີ​ດາ​ຂອງ​ເຢ​ເມັນ, ວັນ​ທີ 23 ທັນ​ວາ 2017.
ຊາຍ​ເຢ​ເມັນ​ຄົນ​ນຶ່ງ ກວດ​ເບິ່ງ​ຄວາມ​ເສຍ​ຫາຍ ຢູ່​ທີ່​ສາງ​ເກັບ​ອາ​ຫານ​ການ​ຊ່ອຍ​ເຫຼືອຂອງ​ອົງ​ການກຸ​ສົນ​ແຫ່ງ​ນຶ່ງ, ​ຫລັງ​ຈາ​ກ​ໄດ້​ມີ​ລາຍ​ງານ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ກຳ​ລັງ​ປະ​ສົມ​ນຳ​ພາ​ໂດຍ​ຊາອ​ຸ​ດີ ໃນ​ເມືອງ​ທ່າ ໂຮ​ດີ​ດາ​ຂອງ​ເຢ​ເມັນ, ວັນ​ທີ 23 ທັນ​ວາ 2017.

ຊະ​ຕາ​ກຳ​ຂອງ​ພວກນັກ​ບິນຢູ່​ໃນເຮືອ​ບິນ​ລົບ​ຂອງຊາ​ອຸ​ດີ​ອາ​ຣາ​ເບຍ ທີ່​ໄດ້​ຕົກ​ຢູ່​ໃນ​ເຢ​ເມັນນັ້ນ ຍັງ​ຄົງ​ບໍ່​ແນ່ນອນ​ວ່າ​ເປັນ​ແນວ​ໃດ ໃນ​ວັນ​ອາ​ທິດມື້ນີ້ ຫຼັງ​ຈາກ​ທີ່ ພວກ​ກະ​ບົດ​ຮູ​ຕີ ​ທີ່ເຊື່ອມ​ໂຍງ​ກັບ​ອີ​ຣ່ານ ໄດ້​ກ່າວ​ອ້າງ​ວ່າ ໄດ້​ຍິງ​ເຮືອ​ບິນ​ລຳ​ດັ່ງ​ກ່າວ​ຕົກ.

ກອງ​ກຳ​ລັງ​ປະ​ສົມ​ທີ່​ນຳ​ພາ​ໂດຍ​ຣີ​ຢາດ ທີ່​ກຳ​ລັງ​ສູ້​ລົບ​ກັບ​ພວກ​ກຸ່ມ​ກະ​ບົດ ໄດ້​ກ່າວ​ວ່າ ​ນັກ​ບິນ​ສອງ​ຄົນ ໄດ້​ດີດ​ໂຕ​ອອກ​ຈາກ​ເຮືອ​ບິນ ກ່ອນ​ທີ່​ມັນ​ຈະ​ຕົກ​ລົງ​ໃນ​ແຂວງ​ອາ​ລ-ຈັອ​ຟ (Al-Jawf) ທາງ​ພາກ​ເໜືອ​ຂອງ​ປະ​ເທດ ໃນ​ວັນ​ສຸກ​ຜ່ານ​ມາ ແຕ່​ວ່າ ພວກ​ກະ​ບົດ​ໄດ້​ເປີດ​ສາກ​ຍິງ​ໃສ່​ພວກ​ນັກ​ບິນ​ດັ່ງ​ກ່າວ ອັນ​ເປັນ “ການ​ລະ​ເມີດ​ຕໍ່​ກົດ​ໝ​າຍ​ສາ​ກົນ​ວ່າ​ດ້ວຍ​ມະ​ນຸດ​ສະ​ທຳ.”

ກອງ​ກຳ​ລັງ​ປະ​ສົມ ໄດ້ກ່າວ​ໃນ​ຖະ​ແຫລງ​ການ​ສະ​ບັບ​ນຶ່ງ​ທີ່​ໄດ້​ຖືກ​ເປີ​ດ​ເຜີຍ ໂດຍ​ອົງ​ການ​ຂ່າວ​ຂອງ​ທາງ​ການ​ຊາ​ອຸ​ດີ ເມື່ອ​ຕອນ​ແລງວັນ​ເສົາ​ວານນີ້ ​ວ່າ “ກອງ​ບັນ​ຊ​າການ​ຮ່ວມ​ຂອງກອງ​ກຳ​ລັງ​ປະ​ສົມ ຈະ​ຖືເອົາພວກ​ກໍ່​ການ​ຮ້າຍ​ຫົວ​ຮຸນ​ແຮງ​ຮູ​ຕີ ​ ​ຮັບ​ຜິດ​ຊອບຕໍ່ຊີ​ວິດ​ແລະ​ສະ​ຫວັດ​ດີ​ການ​ຂອງ​ພວກ​ນັກ​ບິນ​ເຮືອ​ບິນ​ທໍ​ເນ​ໂດ ພາຍ​ໃຕ້​ກົດ​ໝາຍ​ວ່າ​ດ້ວຍ​ມະ​ນຸດ​ສະ​ທຳ.”

ຖະ​ແຫລງ​ການ​ດັ່ງ​ກ່າວ ບໍ່​ໄດ້​ລະ​ບຸ​ວ່າ ​ນັກ​ບິນ​ດັ່ງ​ກ່າວ ໄດ້​ລອດ​ຊີ​ວິດ ຫຼື​ວ່າ ຖືກ​ຈັບ​ໄດ້ ຫຼັງ​ຈາ​ເຮືອ​ບິນ​ຕົກ​ໃນ​ເຂດ​ແດນ​ທີ່​ຖືກ​ຄວບ​ຄຸມ​ໂດຍ​ພວກ​ຮູ​ຕີ.

ກອງ​ກຳ​ລັງ​ປະ​ສົມ ຍັງ​ບໍ່​ໄດ້​ທັນກ່າວເຖິງ​ລາຍລະ​ອຽດ​ຂອງ​ເຫດ​ຜົນ​ທີ່​ເຮືອ​ບິນ​ລົບ​ຕົກ.

ແຕ່​ຖ້າ​ຫາກ​ມີ​ການ​ຢືນ​ຢັນ​ວ່າ ກຸ່ມ​ຮູ​ຕີ​ມີ​ສ່ວນ​ພົວ​ພັນ ໃນ​ການຍິງ​ຕົກ​ທີ່ບໍ່​ຄ່ອຍ​ເກີດ​ຂຶ້ນ ​ຂອງ​ເຮືອ​ບິນ​ລົບກຳ​ລັງ​ປະ​ສົມ ​ນັ້ນ ຈະເປັນ​ຂີດ​ໝາຍ​ການ​ຜ່າຍ​ແພ້​ສຳ​ລັບ​ກອງ​ກຳ​ລັງ​ປະ​ສົມ ທີ່​ເປັນ​ທີ່​ຮູ້​ຈັກ​ສຳ​ລັບ ຄວາມ​ຍິ່ງ​ໃຫຍ່​ທາງ​ອາ​ກາດ​ຂອງ​ເຂົາ​ເຈົ້າ ແລະ​ເປັນ​ສັນ​ຍານ​ຂອງ​ຝ່າຍ​ກະ​ບົດ​ທີ່​ມີ​ອາ​ວຸດ​ຮ້າຍ​ແຮງ​ເພີ້ມ​ຂຶ້ນ.

The fate of the crew of a Saudi warplane that crashed in Yemen remained uncertain Sunday after Iran-linked Huthi rebels claimed to have shot down the aircraft.

The Riyadh-led military coalition fighting the rebels said the two officers ejected from the plane before it crashed in northern Al-Jawf province Friday but that the rebels opened fire at them in "violation of the international humanitarian law".

"The joint forces command of the Coalition holds the terrorist Huthi militia responsible for the lives and wellbeing of the Tornado air crew under the international humanitarian law," the coalition said in a statement released by the official Saudi Press Agency late Saturday.

The statement did not specify whether the crew had survived or if they had been captured after the plane crashed in Huthi-controlled territory.

The coalition also did not elaborate on the reasons for the crash.

But if Huthi involvement is confirmed, the rare downing of a coalition warplane would mark a setback for a military alliance known for its air supremacy and signal the rebels' increasingly potent arsenal.


XS
SM
MD
LG