ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

'ລາຊີນີ ແຫ່ງ 'Rock 'n' Roll' ທ່ານນາງ ທີນາ ເທີນເນີ້ ເສຍຊີວິດແລ້ວ ມີອາຍຸ ຄົບ 83 ປີ


ແຟ້ມພາບ - ທ່ານນາງ ທີນາ ເທີນເນີ້ ພວມຮ້ອງເພງ ໃນລະຫວ່າງ ຄອນເສີດທົວ ຂອງທ່ານນາງ ທີ່ເອີ້ນວ່າ "Wildest Dream" ໃນນະຄອນແບສໂຊລ (Basel) ຂອງສະວິດເຊີແລນ, ວັນທີ 5 ກໍລະກົດ 1996.
ແຟ້ມພາບ - ທ່ານນາງ ທີນາ ເທີນເນີ້ ພວມຮ້ອງເພງ ໃນລະຫວ່າງ ຄອນເສີດທົວ ຂອງທ່ານນາງ ທີ່ເອີ້ນວ່າ "Wildest Dream" ໃນນະຄອນແບສໂຊລ (Basel) ຂອງສະວິດເຊີແລນ, ວັນທີ 5 ກໍລະກົດ 1996.

ທ່ານນາງ ທີນາ ເທີນເນີ ນັກຮ້ອງທີ່ເກີດຢູ່ໃນອາເມຣິກາ ຜູ້ທີ່ໄດ້ຍ້າຍອອກໄປຈາກຊຸມຊົນຊາວກະສິກອນທີ່ທຸກຍາກລຳບາກ ແລະປະເຊີນກັບຄວາມສຳພັນທີ່ຖືກຢຽດຢາມ ຊຶ່ງໄດ້ກາຍມາເປັນນຶ່ງໃນສິລະປິນທີ່ໂດດເດັ່ນຕະຫຼອດການ ໄດ້ເສຍຊີວິດແລ້ວ ໃນວັນພຸດວານນີ້ ​ຮວມ​ອາ​ຍຸ​ໄດ້ 83 ປີ.

ທ່ານນາງໄດ້ຈາກໄປຢ່າງສະຫງົບຫຼັງຈາກທີ່ລົ້ມປ່ວຍມາຍາວນານຢູ່ເຮືອນຂອງເພິ່ນ ໃນເມືອງຄູສນາດຕ໌ ໃກ້ກັບນະຄອນຊູຣິກ ຂອງປະເທດສະວິດເຊີແລນ ອີງຕາມການກ່າວຂອງຜູ້ຕາງໜ້າຂອງເພິ່ນ.

ທ່ານນາງເທີນເນີ ໄດ້ເລີ້ມຕົ້ນອາຊີຂອງເພິ່ນໃນຊຸມປີ 1950 ລະຫວ່າງຕອນຕົ້ນປີຂອງເພງຣັອກແອນໂຣ​ລ ແລະໄດ້ວິວັດທະນາການເຂົ້າໄປໃນປາກົດການຂອງອັນທີ່ເອີ້ນວ່າ MTV.

ໃນວີດີໂອອັນນຶ່ງ ສຳລັບເພງດັງທີ່ຕິດອັນດັບສູງສຸດ ຊື່ວ່າ “What’s Love Got to Do with it” ຂອງເພິ່ນນັ້ນ ຊຶ່ງໃນເນື້ອເພງນີ້ ເພິ່ນໄດ້ເອີ້ນ ຄວາມຮັກ ວ່າ “ເປັນຄວາມຮູ້ສຶກອັນດັບສອງ ຫຼື second-hand emotion” ທີ່ທ່ານນາງເທີນເນີ້ ໄດ້ຈາລຶກໄວ້ເພງສະໄຕຂອງຊຸມປີ 1980 ຂະນະທີ່ທ່ານນາງ ໄດ້ເຕັ້ນໄປຮ້ອງເພງໄປຢູ່ຖະໜົນໃນນະຄອນນິວຢອກ ໂດຍມີຜົມສີທອງຊີ້ຂຶ້ນແບບໜາມ ໃສ່ເສື້ອແຈັກເກັດສັ້ນ ພ້ອມກະໂປງສັ້ນ ແລະເກີບສົ້ນສູງ.

ດ້ວຍລົດນິຍົມຂອງເພິ່ນ ສຳລັບການທົດລອງໃນຫຼາຍແບບເພງ ແລະທຳນອງທີ່ກົງໆ ທ່ານນາງເທີນເນີ້ ໄດ້ປະສົມປະສານຢ່າງສົມບູນ ດ້ວຍສຽງເພງປະເພດ ປັອບໃນທິວທັດຂອງຊຸມປີ 1980 ຊຶ່ງພວກແຟນເພງທັງຫຼາຍ ນິຍົມສຽງດົນຕີອີເລັກໂທຣນິກ ທີ່ໄດ້ຖືກຜະລິດສຽງຕ່າງໆ ແລະໄດ້ເຍາະເຍີ້ຍ ຍຸກສະໄໝອຸດົມຄະຕິຂອງຮິບປີ້.

Tina Turner, the American-born singer who left a hardscrabble farming community and abusive relationship to become one of the top recording artists of all time, died on Wednesday at the age of 83.

She died peacefully after a long illness in her home in Küsnacht near Zurich, Switzerland, her representative said.

Turner began her career in the 1950s during the early years of rock ’n’ roll and evolved into an MTV phenomenon.

In the video for her chart-topping song "What's Love Got to Do with It," in which she called love a "second-hand emotion," Turner epitomized 1980s style as she strutted through New York City streets with her spiky blond hair, wearing a cropped jean jacket, mini skirt and stiletto heels.

With her taste for musical experimentation and bluntly worded ballads, Turner gelled perfectly with a 1980s pop landscape in which music fans increasingly valued electronically produced sounds and scorned hippie-era idealism.

ແຟ້ມພາບ - ໃນພາບນີ້ ວັນທີ 27 ກຸມພາ 1985, ທ່ານນາງ ທີນາ ເທີນເນີ້, ຊ້າຍ, ແລະ ທ່ານ ໄລອອນແນລ ຣິຊີ ຖ່າຍຮູບຮ່ວມກັນກັບລາງວັນຕ່າງໆ ຢູ່ທີ່ລາຍການ ງານມອບລາງວັນແກຣມມີ ໃນນະຄອນ ລອສແອນເຈເລສ. ທ່ານນາງເທ່ີນເນີ້ ໄດ້ຊະນະລາງວັນ ນັກຮ້ອງຍິງດີເດັ່ນ ປະເພດປັອບ, ແຜ່ນສຽງດີເດັ່ນປະຈຳປີ ແລະ ນັກຮ້ອງຣັອກຍິງດີເດັ່ນ.
ແຟ້ມພາບ - ໃນພາບນີ້ ວັນທີ 27 ກຸມພາ 1985, ທ່ານນາງ ທີນາ ເທີນເນີ້, ຊ້າຍ, ແລະ ທ່ານ ໄລອອນແນລ ຣິຊີ ຖ່າຍຮູບຮ່ວມກັນກັບລາງວັນຕ່າງໆ ຢູ່ທີ່ລາຍການ ງານມອບລາງວັນແກຣມມີ ໃນນະຄອນ ລອສແອນເຈເລສ. ທ່ານນາງເທ່ີນເນີ້ ໄດ້ຊະນະລາງວັນ ນັກຮ້ອງຍິງດີເດັ່ນ ປະເພດປັອບ, ແຜ່ນສຽງດີເດັ່ນປະຈຳປີ ແລະ ນັກຮ້ອງຣັອກຍິງດີເດັ່ນ.
XS
SM
MD
LG