ກະສັດແຫ່ງກາຕາ ຊົງໄດ້ຮັບການຕ້ອນຮັບຢ່າງສົມກຽດແບບວິລະຊົນຢູ່ໃນເຂດກາຊາ ໃນວັນອັງຄານວານນີ້ ໃນຂະນະທີ່ພະອົງໄດ້ເປັນປະມຸກລັດຄົນທໍາອິດ ທີ່ໄປຢ້ຽມຢາມ ແດນດິນແຫ່ງນັ້ນຂອງປາແລັສຕາຍ ນັບແຕ່ກຸ່ມຫົວຮຸນແຮງ Hamas ທີ່ຖືສາສະໜາ ອິສລາມຢ່າງເຖິງຖອງນັ້ນ ເຂົ້າຄວບຄຸມເຂດດັ່ງກ່າວ ໃນປີ 2007 ເປັນຕົ້ນມາ.
ກະສັດແຫ່ງກາຕາ ຢ້ຽມຢາມເຂດກາຊາ ວັນທີ 22 ຕຸລາ 2012

໕
ນັກຕັດຫຍິບປາແລັສຕາຍ Eyad Absi (ຊ້າຍ) ແລະ Salama Ashour (ຂວາ) ເຮັດທຸງຂອງກາຕາ ໃນຮ້ານ ເພື່ອຕ້ອນຮັບການຢ້ຽມຢາມຢ່າງເປັນທາງການຂອງ ກະສັດ Sheik Hamad bin Khalifa al-Thani ຂອງກາຕາ ໃນເຂດກາຊາ, ໃນວັນທີ 21 ຕຸລາ, 2012.

໖
ກໍາມະກອນຜູ້ນຶ່ງ ຍ່າງຢູ່ທາງຫລັງ ພາບໃຫຍ່ຂອງ ທ່ານ Ismail Haniyeh ນາຍົກລັດຖະມົນຕີຂອງກຸ່ມ Hamas (ຂວາ) ແລະ ກະສັດ Sheik Hamad bin Khalifa al-Thani (ຊ້າຍ) ໃນເຂດກາຊາ, ໃນວັນທີ 22 ຕຸລາ, 2012.

໗
ກະສັດ Sheik Hamad bin Khalifa al-Thani ໂບກມືໃສ່ ປວງຊົນໃນຂະນະທີ່ພະອົງ ນັ່ງຢູ່ຂ້າງຂອງທ່ານ Ismail Haniyeh ນາຍົກລັດຖະມົນຕີຂອງເຂດກາຊາ ພາຍຫລັງພິທີຕ້ອນຮັບໃນເມືອງ Rafah ທາງພາກໃຕ້ ຂອງເຂດກາຊາ, ໃນວັນທີວັນອັງຄານ 23 ຕຸລາ, 2012.