ກະສັດແຫ່ງກາຕາ ຊົງໄດ້ຮັບການຕ້ອນຮັບຢ່າງສົມກຽດແບບວິລະຊົນຢູ່ໃນເຂດກາຊາ ໃນວັນອັງຄານວານນີ້ ໃນຂະນະທີ່ພະອົງໄດ້ເປັນປະມຸກລັດຄົນທໍາອິດ ທີ່ໄປຢ້ຽມຢາມ ແດນດິນແຫ່ງນັ້ນຂອງປາແລັສຕາຍ ນັບແຕ່ກຸ່ມຫົວຮຸນແຮງ Hamas ທີ່ຖືສາສະໜາ ອິສລາມຢ່າງເຖິງຖອງນັ້ນ ເຂົ້າຄວບຄຸມເຂດດັ່ງກ່າວ ໃນປີ 2007 ເປັນຕົ້ນມາ.
ກະສັດແຫ່ງກາຕາ ຢ້ຽມຢາມເຂດກາຊາ ວັນທີ 22 ຕຸລາ 2012

໑
ກະສັດ Sheik Hamad bin Khalifa al-Thani (ຊ້າຍ) ແລະ ນາຍົກລັດຖະມົນຕີຫົວຮຸນແຮງ Hamas (ຂວາ) ໄດ້ໄປເຖິງປາແລັສຕາຍ ເພື່ອເຂົ້າຮ່ວມພິທີວາງສີລາເລີກຂອງໂຄງການພັດທະນາ Hamad ຢູ່ໃນຄຸ້ມບ້ານໃໝ່ໃນເຂດ Khan Younis ທາງພາກໃຕ້ຂອງເຂດ ກາຊາ ໃນວັນທີ 23 ຕຸລາ, 2012.

໒
ພະນັກງານຮັກສາຄວາມປອດໄພປາແລັສຕາຍຂອງກຸ່ມ Hamas ຍາມຕາມສາຍມາງໃຫຍ່ໃນເຂດກາຊາ ໃນຂະນະທີ່ລໍຖ້າ ຂະບວນລົດຂອງ ກະສັດ Sheik Hamad bin Khalifa al-Thani ໄປເຖິງນະຄອນກາຊາ, ໃນວັນທີ 23 ຕຸລາ, 2012.

໓
ມະເຫສີ Sheika Mozah bint Nasser al-Missned ເຂົ້າຮ່ວມພິທີຕ້ອນຮັບ ໃນຂະນະທີ່ອົງຍິງເດີນທາງ ຜ່ານຊາຍແດນເອຈິບ ໄປພາກໃຕ້ຂອງເຂດກາຊາ ໃນວັນທີ 23 ຕຸລາ, 2012.

໔
ພະນັກງານຮັກສາຄວາມປອດໄພປາແລັສຕາຍຂອງກຸ່ມ Hamas ນັ່ງຍາມຢູ່ກາງພາບໃຫຍ່ຂອງ ທ່ານ Ismail Haniyeh ຜູ້ນໍາຂອງ Hamas (ຊ້າຍ) ແລະ ກະສັດ Sheik Hamad bin Khalifa al-Thani (ຂວາ) ຢູ່ໃນເມືອງ Khan Younis ໃນເຂດກາຊາ, ໃນວັນທີ 22 ຕຸລາ, 2012.