ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານປູຕິນ ຕ້ອນຮັບຜູ້ນໍາ ທີ່ກະຕືລືລົ້ນ ຂອງຈີນ


China’s Xi Visits Russia’s Putin in Rare Show of Support
please wait

No media source currently available

0:00 0:02:35 0:00

ລາຍງານ ກ່ຽວກັບ ການຕ້ອນຮັບຜູ້ນໍາຈີນ ຂອງທ່ານປູຕິນ.

ປະທານປະເທດຈີນ ທ່ານສີ ຈິ້ນຜິງ ເລີ້ມການຢ້ຽມຢາມມົສກູເປັນເວລາສາມມື້ ໃນວັນຈັນວານນີ້ ເພື່ອສະແດງ​ໃຫ້​ເຫັນ ເຖິງການພົວພັນທີ່ໃກ້ຊິດກັບປະ ທານາທິບໍດີຣັດເຊຍ ທ່ານວະລາດີເມຍ ປູຕິນ. ທັງຣັດເຊຍ ແລະຈີນ ຕ່າງ​ກໍມີຄວາມກະຕື້ລືລົ້ນທີ່ຈະດໍາເນີນງານຮ່ວມກັນ ໃນຂະ​ນະທີ່ແຕ່ລະປະເທດ ຕ່າງກໍປະເຊີນໜ້າກັບປະເທດຕາເວັນຕົກ. ມາກັສ ຮາຕັນ (Marcus Harton) ອ່ານ​ລາຍ​ງານເລື້ອງນີ້ ທີ່​ສົ່ງ​ມາ​ຈາກ​ສຳ​ນັກ​ງານ​ຂອງ VOA ໃນນະຄອນຫຼວງມົສກູ, ເຊິ່ງ ທິບສຸດາ ຈະ​ນຳລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຈຸດສຳ​ຄັນຂອງການຢ້ຽມຢາມໂດຍປະທານປະເທດຈີນ ທ່ານສີ ຈິ້ນຜິງ ໃນອາ ທິດນີ້ ແມ່ນການສະໜັບສະໜຸນມົສກູຂອງລັດຖະບານປັກກິ່ງ ກ່ຽວກັບສົງຄາມຂອງຣັດເຊຍຢູ່ໃນປະເທດຢູເຄຣນ, ແລະຂໍ້ສະເໜີສັນຕິພາບທີ່ຈີນໄດ້ນໍາສະເໜີ
ຕໍ່ທັງສອງຝ່າຍ ເຊິ່ງນັກຊ່ຽວຊານກ່າວວ່າ ຂໍ້ສະເໜີດັ່ງກ່າວນີ້ ແມ່ນມີຄວາມສໍາຄັນເປັນພິເສດ ສໍາລັບປະເທດຈີນ.

ທ່ານອາເລັກຊີ ມາສລອບ (Alexey Maslov), ສາດສະດາຈານຈາກມະຫາວິ ທະຍາໄລລັດມົສກູ ແລະເປັນນັກຊ່ຽວຊານ ກ່ຽວກັບຄວາມສໍາພັນລະຫວ່າງຣັດເຊຍ ແລະຈີນ ກ່າວເປັນພາສາຣັດເຊຍວ່າ:

“ມັນແມ່ນ ຈີນ ເອງ ທີ່ມີຄວາມສົນໃຈໃນດ້ານນີ້ ຢ່າງຫຼວງຫຼາຍ ເນື່ອງຈາກສະຖານະການໃນປັດຈຸບັນ ເປັນສິ່ງບໍ່ອໍານວຍຄວາມສະດວກໃຫ້ແກ່ພວກເຂົາ. ຄວາມສໍາພັນທາງດ້ານເສດຖະກິດ ໄດ້ຖືກລົບ​ກວນເຊັ່ນວ່າ: ດ້ານການຄ້າລະ ຫວ່າງປະເທດ, ລະບົບ logistics ແລະພາກສ່ວນພື້ນຖານໂຄງລ່າງ, ເຊິ່ງຈີນ ແມ່ນຢູ່ພາຍໃຕ້ຄວາມກົດດັນຢ່າງຮຸນແຮງ.”

ໃນຊ່ວງບໍ່ເທົ່າໃດອາທິດທີ່ຜ່ານມານີ້ ທັງປັກກິ່ງ ແລະມົສກູ ໄດ້ພາກັນເພັ່ງເລັງຄວາມສົນໃຈໃສ່ການຍົກເລີກການລົງໂທດທາງດ້ານເສດຖະກິດ ເພື່ອໃຫ້ບັນລຸສັນຕິພາບຢູ່ໃນປະເທດຢູເຄຣນ, ເຊິ່ງບາງສິ່ງໄດ້ສະແດງໃຫ້ເຫັນວ່າ ການລົງ ໂທດຫຼາຍໆຢ່າງຕໍ່ມົສກູ ກໍາລັງທໍາລາຍພວກເຂົາ.

ບັນດານັກຊ່ຽວຊານເຊື່ອວ່າ ຈີນຈໍາເປັນຕ້ອງອອກຈາກບັນຫາດັ່ງກ່າວ ໃຫ້ຫຼາຍທີ່ສຸດດັ່ງທີ່ ຣັດເຊຍ ປະຕິບັດ.

ທ່ານອັນເດຣ ກໍຕູນອບ (Andrey Kortunov), ຜູ້ອໍານວຍການສະພາກິດຈະ ການລະຫວ່າງປະເທດຂອງ​ຣັດ​ເຊຍ ເຊິ່ງເປັນອົງ​ການ​ ພວກ​ນັກ​ຊ່ຽວ​ຊານຂອງ
​ມົ​ສ​ກູ ກ່າວເປັນພາສາຣັດເຊຍວ່າ:

“ທັງຣັດເຊຍ ແລະຈີນ ແມ່ນຢູ່ພາຍໃຕ້ຄວາມກົດດັນຈາກການລົງໂທດທາງເສດ ຖະກິດຂອງບັນດາປະເທດຕາເວັນຕົກ. ຣັດເຊຍ ອາດຈະໄດ້ຮັບຜົນກະທົບດ້ວຍການກົດດັນດັ່ງກ່າວມານີ້ຫຼາຍກວ່າຈີນ, ແຕ່ຢ່າງໃດກໍຕາມ ມັນກໍຍັງຄົງແມ່ນບັນ ຫາຂອງຈີນ ເຊັ່ນດຽວກັນ.”

ຢູ່ໃນການປະຊຸມ ຈະຍັງຄົງເປັນ​ບັນ​ຫາການປະເຊີນໜ້າທາງດ້ານພູມສາດການ ເມືອງຂອງຈີນ ແລະຣັດເຊຍ ກັບບັນດາປະເທດຕາເວັນຕົກ, ແລະການສະໜັບສະໜຸນທີ່ປັກ​ກິ່ງສາມາດສະໜອງໃຫ້ແກ່ມົ​ສ​ກູ ໂດຍ​ສະ​ເພາະ​ໃນ​ເວ​ລານີ້​ສະ​ຫະ​ລັດ​ເຊື່ອ​ວ່າ​ຈີນ ອາດ​ຈະ​ສະ​ໜອງ​ອາ​ວຸດ​ໃຫ້​ແກ່​ຣັດ​ເຊຍ ເຊິ່ງເປັນສິ່ງທີ່ນັກຊ່ຽວ ຊານຂອງຣັດເຊຍ ກ່າວວ່າ ບໍ່ອາດເປັນໄປໄດ້, ເຊິ່ງ ທ່ານອັນເດຣ ກໍຕູນອບ ກ່າວວ່າ:

“ຂ້າພະເຈົ້າຄິດວ່າ ຍາກຫຼາຍທີ່ ຣັດເຊຍຈະຮ້ອງຂໍສິ່ງຕ່າງໆທີ່ຈໍາເປັນ​ແບບນັ້ນຈາກຈີນ. ຂ້າພະເຈົ້າບໍ່ເຊື່ອວ່າ ພວກເຂົາຈະມີການຂາດແຄນອາວຸດຢ່າງຮຸນແຮງທີ່ບໍ່ສາມາດສະ​ໜອງ​ຕອບ​ຕໍ່ຄວາມຕ້ອງການດັ່ງກ່າວໄດ້ ດ້ວຍການນໍາໃຊ້ແຫຼ່ງຊັບພະຍາກອນ ທີ່ມີຢູ່ພາຍໃນປະເທດ.”

ຜູ້ສັງເກດການກ່າວວ່າ ແຕ່ຄວາມສໍາພັນລະຫວ່າງມົສກູ ແລະປັກກິ່ງ ແມ່ນຍັງບໍ່ດີພໍ, ແລະທັງສອງປະເທດ ຕ່າງກໍຕໍ່ສູ້ເພື່ອອິດທິພົນຢູ່ໃນ​ເຂດເອເຊຍກາງ. ເຖິງແມ່ນວ່າ ທັງສອງຈະມີສັດຕູຮ່ວມ​ກັນ ​ທີ່​ສຳ​ຄັນ​ກວ່າ, ເຊິ່ງທ່ານອາເລັກຊີ ມາສລອບ ກ່າວວ່າ:

“ແນ່ນອນວ່າ ມັນມີບັນຫາທີ່​ຂັດ​ແຍ້ງລະຫວ່າງປະເທດ​ທັງ​ສອງເຊັ່ນ ຄວາມສໍາພັນຕ່າງໆຢູ່ໃນ​ເຂດເອເຊຍກາງ ເຊັ່ນດຽວກັບວິທີການກ່່ຽວກັບຂໍ້ຕົກລົງວ່າດ້ວຍການພັດທະນາແຫຼ່ງຊັບພະຍາກອນຢູ່ໃນ​ພາກຕາເວັນອອກໄກ. ແຕ່ທັງຈີນແລະ ຣັດເຊຍ ໄດ້ຮຽນຮູ້ທີ່ຈະລືມກ່ຽວກັບສິ່ງທີ່ໄດ້ເກີດຂຶ້ນສໍາລັບພວກເຂົາ ນັບຕັ້ງແຕ່ພວກເຂົາມີເປົ້າໝາຍທີ່ສໍາຄັນຫຼາຍກວ່ານັ້ນ.”

ການຢ້ຽມຢາມໂດຍຜູ້ນໍາປະເທດຈີນ ຈະເປັນເຄື່ອງວັດແທກກ່ຽວກັບບັນຫາວ່າ ມີນໍ້າໜັກເທົ່າໃດແທ້ ເມື່ອສົມທຽບໃສ່ຄວາມໂດດດ່ຽວ ແລະຜົນກະທົບຂອງລະ ບົບເສດຖະກິດ ທີ່ທັງສອງປະເທດກໍາລັງປະເຊີນ ເຊິ່ງເປັນຜົນມາຈາກການຮຸກຮານຢູເຄຣນແບບເຕັມອັດຕາ ຂອງ ຣັດເຊຍ.

Chinese President Xi Jinping begins a three-day visit to Moscow on Monday ((UPDATE AS NEEDED)) meant to show his close ties with Russian President Vladimir Putin. Both Russia and China are eager to cooperate as each country faces confrontations with the West. Marcus Harton narrates this report from the VOA Moscow Bureau.

The centerpiece of this week’s visit by the Chinese president is Beijing's support for Moscow in its war against Ukraine, and the peace proposal that China has presented to both parties. Experts say the proposal is especially important for China.

Alexey Maslov, a professor at Moscow State University and a specialist on Russian Chinese relations. MALE IN RUSSIAN

“It is China itself that is most interested in it because the present situation is very unfavorable for it. Its economic ties are being disrupted: international trade, logistics, infrastructure. China is under a very serious pressure.”

Both Beijing and Moscow have focused in recent weeks on the lifting of sanctions as a requirement to achieve peace in Ukraine, something that shows sanctions against Moscow are biting.

Experts believe that China needs to get out of the current situation as much as Russia does.

Andrey Kortunov, is the Director, the Russian International Affairs Council, a Moscow think tank, MALE IN RUSSIAN

“Both Russia and China are under sanctions pressure from the West. Russia might be affected by this pressure more than China but, nevertheless, it is also an issue for China.”

On the table will also be the geopolitical confrontation of China and Russia against the West, and the support that Beijing can give to Moscow, especially now that the United States believes that China could supply Russia with weapons, something Russian experts say is unlikely.

Andrey Kortunov, is the Director of the Russian International Affairs Council, IN RUSSIAN.

“I think that Russia will hardly apply to China with such sort of requests. I do not believe there is a serious deficiency of weapons that can’t be replenished at the expense of the internal resources.”

But relations between Moscow and Beijing are not perfect, and both are fighting for influence in Central Asia. Even so, having a common enemy weighs more, say observers.

Alexey Maslov, Moscow State University - MALE IN RUSSIAN.

“There are certainly problematic issues between the countries: relations in the Central Asia region as well as the approach dealing with the development of the Far East resources. But both Russia and China learned how to forget about them since there are more significant objectives.”

This visit by the Chinese leader will serve as a measure of how much these issues really weigh compared the isolation and economic hit that both nations are taking as a result of Russia’s full-scale invasion of Ukraine.

XS
SM
MD
LG