ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລນສກີ ໄດ້ສັນລະເສີນໃນອັນທີ່ທ່ານຮ້ອງວ່າ “ຂ່າວດີ” ຈາກຂົງເຂດກີຢິບ ໂດຍກ່າວວ່າກຳລັງຢູເຄຣນ ໄດ້ຍຶດເມືອງຈຳນວນນຶ່ງ ຄືນມາຈາກທະຫານຣັດເຊຍໄດ້ແລ້ວ.
ທ່ານເຊເລນສກີ ໄດ້ກ່າວເຖິງກຳລັງທະຫານຢູເຄຣນ ຫຼາຍໆກົມກອງ ຢູ່ໃນຖະແຫລງການທາງວີດີໂອເທື່ອຫລ້າສຸດຂອງທ່ານ ໂດຍຍ້ອງຍໍ “ຄວາມອົງອາດກ້າຫານແລະເປັນວິລະບຸລຸດທີ່ໄດ້ສະແດງອອກມາ ໃນລະຫວ່າງການປະຕິ ບັດງານສູ້ລົບ.”
ທ່ານຍັງໄດ້ກ່າວວ່າປືນໃຫຍ່ຂອງຢູເຄຣນ ໄດ້ປະຕິບັດງານໂຈມຕີພວກທະຫານຣັດເຊຍຢ່າງເປັນຜົນສຳເລັດ ຢູ່ທາງ ພາກໃຕ້ຂອງຢູເຄຣນ.
ທ່ານໂຄລິນ ຄານ ຮອງລັດຖະມົນຕີປ້ອງກັນປະເທດສະຫະລັດ ຮັບຜິດຊອບໃນດ້ານນະໂຍບາຍ ໄດ້ກ່າວຢູ່ໃນພິທີ ທີ່ເປັນເຈົ້າພາບໂດຍອົງການຂ່າວກະຊວງປ້ອງກັນປະເທດຫຼື Defense News ໃນວັນພຸດວານນີ້ວ່າ ກຳລັງຂອງຢູເຄຣນ “ພວມປະຕິບັດງານຢ່າງຊ້າໆ ແຕ່ກໍກ້າວໜ້າແບບມີຄວາມໝາຍ.”
ທ່ານຄານ ກ່າວວ່າ “ຂ້າພະເຈົ້າຄິດແນ່ນອນວ່າ ທຸກສິ່ງຢ່າງກຳລັງດີຂຶ້ນ ສຳລັບຝ່າຍຢູເຄຣນໃນປັດຈຸບັນນີ້ທາງພາກໃຕ້ ແລະເປັນຄວາມຈິງແກ່ຝ່າຍຣັດເຊຍ.”
ກະຊວງປ້ອງກັນປະເທດອັງກິດ ກ່າວໃນວັນພະຫັດມື້ນີ້ວ່າ ຢູ່ໃນເມືອງເຄຊອນ ໂອບລາສ ທາງພາກໃຕ້ຂອງຢູເຄຣນ ກຳລັງຢູເຄຣນອາດໄດ້ທຳລາຍຂົວລອຍທີ່ເມືອງດາຣິບກາ ທີ່ກຳລັງທະຫານຣັດເຊຍໄດ້ໃຊ້ ຫລັງຈາກທີ່ຂົວຊຶ່ງຕັ້ງຢູ່ ໃກ້ຄຽງໄດ້ຮັບຄວາມເສຍຫາຍ.
ກະຊວງປ້ອງກັນປະເທດອັງກິດກ່າວວ່າ ໂດຍການແນໃສ່ຈຸດຂ້າມແມ່ນ້ຳ ທະຫານຂອງຢູເຄຣນ ກຳລັງເຮັດໃຫ້ຄວາມສາມາດໃນການສົ່ງກຳລັງຂອງທະຫານຣັດເຊຍຊ້າລົງ ແລະຄວາມພະຍາຍາມທີ່ຈະນຳເອົາສະບຽງມາຈາກທາງພາກຕາເວັນອອກ.
ກະຊວງດັ່ງກ່າວຍັງເວົ້າວ່າ “ຂົວດາຣິບກາເປັນເສັ້ນທາງທີ່ສຳຄັນລະຫວ່າງເຂດພາກເໜືອ ແລະພາກໃຕ້ຂອງທະຫານຣັດເຊຍທີ່ມີໜ້າຢູ່ຕາມເຄມແມ່ນ້ຳນິໂປຣ. ລະບົບຈະຫຼວດທີ່ແມ່ນຢຳໃນການ ຍິງທຳລາຍເປົ້າໝາຍຂອງຢູເຄຣນ ຕໍ່ຈຸດຂ້າມທີ່ອັນຕະລາຍ ຈະສືບຕໍ່ສ້າງຄວາມກົດດັນໃຫ້ແກ່ກຳລັງຣັດເຊຍ ໃນຂະນະທີ່ເຂົາເຈົ້າພະຍາຍາມທີ່ຈະປ້ອງກັນການໂຈມຕີຂອງຢູເຄຣນ.”
ຢູເຄຣນໃນວັນພຸດວານນີ້ ໄດ້ຮຽກຮ້ອງໃຫ້ປະຊາຊົນທີ່ຢູ່ໃນເຂດຍຶດຄອງຂອງຣັດເຊຍ ໃກ້ກັບໂຮງໄຟຟ້າພະລັງງານນິວເຄລຍ ຊາໂປຣິດເຊຍ ໃຫ້ພາກັນອອກໜີ ເພື່ອຄວາມປອດໄພສຳລັບເຂົາເຈົ້າ.
“ຂ້າພະເຂົ້າຂໍຮ້ອງຕໍ່ປະຊາຊົນໃນເຂດທີ່ຢູ່ໃກ້ກັບໂຮງໄຟຟ້າພະລັງງານນິວເລຍ ຊາໂປຣິດເຊຍ ໃຫ້ພາກັນຍົກຍ້າຍ ໜີ ຊອກຫາທາງໄປຫາບ່ອນທີ່ຢູເຄຣນຄວບຄຸມຢູ່ນັ້ນ” ນັ້ນຄືຄຳເວົ້າຂອງຮອງນາຍົກລັດຖະມົນຕີ ທ່ານນາງອິຣີນາ ເວີແຣສຊັກ ໄດ້ຂຽນລົງໃນສື່ສັງຄົມເຕເລກຣາມ.
Ukrainian President Volodymyr Zelenskyy praised what he called “good news” from the Kharkiv region, saying Ukrainian forces had recaptured some towns from Russian troops.
Zelenskyy singled out several Ukrainian units in his latest video address, praising “their bravery and heroism displayed during the execution of combat mission.”
He also said Ukrainian artillery had carried out successful strikes against Russian forces in southern Ukraine.
U.S. Under Secretary of Defense for Policy Colin Kahl told an event hosted by Defense News on Wednesday that Ukrainian forces are “making slow but meaningful progress.”
“I certainly think things are going better on the Ukrainian side right now in the south than is true on the Russian side,” Kahl said.
Britain’s defense ministry said Thursday that in Kherson Oblast, in southern Ukraine, Ukrainian forces probably destroyed a military pontoon bridge in the town of Darivka that Russian forces had used after a nearby bridge was damaged.
The ministry said by targeting crossing points, Ukraine’s military is slowing Russia’s ability to deploy troops and carry out resupply efforts from the east.
“The Darivka crossing is one of the main routes between the northern and southern sectors of Russia’s military presence along the Dnipro River. Ukraine’s systematic precision targeting of vulnerable crossing points likely continues to impose pressure on Russian forces as they attempt to contain Ukrainian attacks,” the ministry said.
Ukraine on Wednesday urged residents living in Russian-occupied areas near the Zaporizhzhia nuclear power plant to flee for their own safety.
“I appeal to the residents of the districts adjacent to the Zaporizhzhia Nuclear Power Plant ... evacuate! Find a way to get to [Ukrainian] controlled territory,” Deputy Prime Minister Iryna Vereshchuk said on the Telegram messaging service.