ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ທ່ານ ປູ​ຕິນ ເວົ້າ​ວ່າ​ປະ​ທານ​ປະ​ເທດ ຈີນ ທ່ານ ສີ ຈິ່ນ​ຜິງ ຈະ​ຢ້ຽມ​ຢາມ ມົ​ສ​ກູ


​ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິເມຍ ປູ​ຕິນ ທັກ​ທາຍ​ຫົວ​ໜ້າ​ນະ​ໂຍ​ບາຍ​ຕ່າງ​ປະ​ເທດ​ຂອງ​ພັກ​ຄອມ​ມູ​ນິ​ສ ຈີນ ທ່ານ ຫວັງ ຢີ ຢູ່​ວັງເຄ​ຣັມ​ລິນ, ມົ​ສ​ກູ, ຣັດ​ເຊຍ, 22 ກຸ​ມ​ພາ 2023.
​ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິເມຍ ປູ​ຕິນ ທັກ​ທາຍ​ຫົວ​ໜ້າ​ນະ​ໂຍ​ບາຍ​ຕ່າງ​ປະ​ເທດ​ຂອງ​ພັກ​ຄອມ​ມູ​ນິ​ສ ຈີນ ທ່ານ ຫວັງ ຢີ ຢູ່​ວັງເຄ​ຣັມ​ລິນ, ມົ​ສ​ກູ, ຣັດ​ເຊຍ, 22 ກຸ​ມ​ພາ 2023.

ຣັດ​ເຊຍ ແລະ ຈີນ ໄດ້​ປັບ​ປຸງ​ສາຍ​ພົວ​ພັນ​ໃຫ້​ໃກ້​ຊິດ​ຂຶ້ນກວ່າ​ເກົ່າ​ໃນ​ວັນ​ພຸດ​ວານນີ້, ດ້ວ​ຍ​ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ເວົ້າ​ວ່າ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ດັ່ງ​ກ່າວ​ໄດ້​ບັນ​ລຸ “ຄວາມ​ກ້າວ​ໜ້າ​ໃໝ່,” ໃນ​ຂະ​ນະ​ທີ່ ສະ​ຫະ​ລັດ ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງວ່າ ປັກ​ກິ່ງ ອາດ​ສະ​ໜອງ​ອາ​ວຸດ​ໃຫ້ ມົ​ສ​ກູ ເພື່ອ​ຊ່ວຍ​ຄວາມ​ພະ​ຍາ​ຍາມ​ເຮັດ​ສົງ​ຄາມ​ຂອງ​ເຂົາ​ເຈົ້າ​ກັບ ຢູ​ເຄ​ຣນ.

ຈີນ ໄດ້​ປະ​ຕິ​ເສດ​ທີ່​ຈະ​ກ່າວ​ປະ​ນາມ​ການ​ບຸກ​ລຸກ​ ຢູ​ເຄ​ຣນ ນຶ່ງ​ປີ​ຂອງ ຣັດ​ເຊຍ ແຕ່​ໄດ້​ປະ​ຕິ​ເສດ​ການ​ສະ​ໜອງ​ການ​ສະ​ໜັບ​ສະ​ໜູນ​ທາງ​ທະ​ຫານ​ໃຫ້​ກອງ​ກຳ​ລັງ​ຂອງ ມົ​ສ​ກູ. ໂຄ​ສົກ​ວັງ​ເຄ​ຣັມ​ລິນ ທ່ານ ດິ​ມິ​ຕ​ຣີ ເປັ​ສກອ​ຟ ໄດ້​ກ່າວ​ວ່າ​ບັນ​ດາ​ຜູ້​ແທນ​ຂອງ ປັກ​ກິ່ງ ແມ່ນ​ໄດ້​ແກ້​ໄຂ​ບັນ​ຫາ​ດັ່ງ​ກ່າວ​ແລ້ວ ແລະ “ແທ້​ຈິງ​ແລ້ວ, ໄດ້​ປະ​ຕິ​ເສດ​ມັນ​ຢ່າງ​ແຂງ​ແກ່ນ. ມັນ​ບໍ່​ມີ​ຫຍັງ​ຕ້ອງ​ເວົ້າ​ຕື່ມ​ອີກ.”

ແຕ່​ທ່ານ ປູ​ຕິນ ໄດ້​ຕ້ອນ​ຮັບ​ນັກ​ການ​ທູດ​ລະ​ດັບ​ສູງ​ຂອງ ຈີນ, ທ່ານ ຫວັງ ຢີ, ສູ່​ວັງ​ເຄ​ຣັມ​ລິນ, ໂດຍບອກ​ທ່ານ​ວ່າ ລາວ​ຫວັງ​ວ່າ ​ປະ​ທາ​ນປະ​ເທດ ຈີນ ທ່ານ ສີ ຈິ່ນ​ຜິງ ຈະ​ມາ​ຢ້ຽມ​ຢາມ ມົ​ສ​ກູ ແລະ ວ່າ​ການ​ຄ້າ​ສອງ​ຝ່າຍ​ລະ​ຫວ່າງ​ສອງ​ປະ​ເທດ​ນັ້ນ​ໃນ​ໄວໆ​ນີ້​ອາດ​ເຖິງ 200 ຕື້​ໂດ​ລາ​ຕໍ່​ປີ, ເພີ່ມ​ຂຶ້ນ 185 ຕື້​ໂດ​ລາ​ຈາກ​ປີ​ກາຍນີ້.

ທ່ານ ປູ​ຕິນ ໄດ້​ກ່າວ​ຕໍ່​ທ່ານ ຫວັງ​ ວ່າ “ພວກ​ເຮົາ​ລໍ​ຖ້າ​ການ​ຢ້ຽມ​ຢາມ​ຂອງ​ປະ​ທານ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ຊົນ ຈີນ ສູ່ ຣັດ​ເຊຍ, ພວກ​ເຮົາ​ຕ້ອງ​ຕົກ​ລົງກັນ​ໃນ​ເລື່ອງນີ້. ທຸກ​ຢ່າງ​ແມ່ນ​ກຳ​ລັງ​ກ້າວ​ໜ້າ, ການ​ລັງ​ພັດ​ທະ​ນາ. ພວກ​ເຮົາ​ກຳ​ລັງ​ບັນ​ລຸ​ຄວາມ​ກ້າວ​ໜ້າ​ໃໝ່.”

Russia and China forged closer ties Wednesday, with Russian President Vladimir Putin saying relations between the two countries had reached “new frontiers,” even as the U.S. has expressed concern that Beijing could supply weapons to Moscow to help its war effort against Ukraine.

China has refused to criticize Russia’s year-long invasion of Ukraine but has denied providing military support to Moscow’s forces. Kremlin spokesman Dmitry Peskov said Beijing's representatives had already addressed the issue and “have, in fact, strongly denied it. There is nothing to add here."

But Putin welcomed China’s top diplomat, Wang Yi, to the Kremlin, telling him that he looks forward to a visit to Moscow by Chinese President Xi Jinping and that bilateral trade between the two countries could soon reach $200 billion a year, up from $185 billion last year.

"We await a visit of the president of the People's Republic of China to Russia, we have agreed on this," Putin told Wang. “Everything is progressing, developing. We are reaching new frontiers."

XS
SM
MD
LG