ບັນດານັກວິເຄາະໃນສະຫະລັດ ແລະອະດີດປະທານາທິບໍດີແອັສໂທເນຍ ໄດ້ກ່າວຕໍ່
ຄະນະກຳມະການລັດຖະສະພາ ໃນວັນພະຫັດ ອາທິດແລ້ວນີ້ວ່າ ປະ ທານາທິບໍດີຣັດ
ເຊຍ ທ່ານ Vladimir Putin ກຳລັງພະຍາຍາມ ເຮັດທຸກວິທີທາງ ເພື່ອບ່ອນທຳລາຍ
ປະຊາທິປະໄຕ ຢູ່ໃນສະຫະລັດແລະຢູໂຣບ ແລະສ້າງ ອ່ອນແອໃຫ້ແກ່ການເປັນພັນ
ທະມິດທາງທະຫານຂອງພວກເຂົາເຈົ້າເພື່ອຈະໃຫ້ ຣັດເຊຍ ມີອິດທິພົນຫຼາຍຂຶ້ນກວ່າ
ເກົ່າຢູ່ໃນໂລກ. Zlatica Hoke ມີລາຍງານ ກ່ຽວກັບເລື່ອງນີ້ ຊຶ່ງກິ່ງສະຫວັນ ຈະນຳ
ລາຍລະອຽດ ມາສະເໜີທ່ານ.
ພັກເດໂມແຄຣັດເຊື່ອວ່າ ທ່ານ Putin ໄດ້ພະຍາຍາມໃຊ້ອິດທິພົນເພື່ອ ປ່ຽນແປງຜົນ
ການເລືອກຕັ້ງປະທານາທິບໍດີສະຫະລັດ ໃນປີ 2016 ຊຶ່ງການປະເມີນຜົນຂອງປະຊາ
ຄົມສືບລັບສະຫະລັດກໍໄດ້ລົງຄວາມເຫັນແບບດຽວກັນ.
ສະມາຊິກສະພາຕໍ່າພັກເດໂມແຄຣັດ ຈາກລັດ New York ທ່ານ Eliot Engel ກ່າວ
ວ່າ “ການກະທຳເຫລົ່ານັ້ນ ແມ່ນການໂຈມຕີ ຕໍ່ປະເທດຂອງພວກເຮົາ ແລະຖ້າຫາກ
ພວກເຮົາບໍ່ຕອບໂຕ້ ຢ່າງມີປະສິດທິຜົນແລ້ວ ທ່ານ Putin ຈະກາຍເປັນໄພຂົ່ມຂູ່ທີ່
ໃຫຍ່ຂຶ້ນ ຕໍ່ສະຫະລັດ ແລະບັນດາພັນທະມິດ.”
ໃນລະຫວ່າງ ການໂຄສະນາຫາສຽງເລືອກຕັ້ງຂອງທ່ານນັ້ນ ປະທານາທິບໍດີ Donald
Trump ກ່າວວ່າ ທ່ານຕ້ອງການປັບປຸງຄວາມສຳພັນລະຫວ່າງສະ ຫະລັດກັບຣັດເຊຍ.
ແຕ່ວ່າ ບັນດາເພື່ອນສະມາຊິກພັກຣີພັບບລິກັນຂອງທ່ານ ບໍ່ໄດ້ສະແດງໃຫ້ເຫັນເຖິງ
ຄວາມກະຕືລືລົ້ນດັ່ງກ່າວ.
ທ່ານ Mitch McConnell ຜູ້ນຳສຽງສ່ວນຫລາຍ ໃນສະພາສູງຂອງພັກຣີພັບບລິກັນ
ຈາກລັດ Kentucky ກ່າວວ່າ “ຊາວຣັດເຊຍບໍ່ແມ່ນເພື່ອນຂອງພວກເຮົາ. ເຂົາເຈົ້າ
ຮຸກຮານແຫລມ Crimea Ukraine.”
ຢູ່ໃນການຮັບຟັງຄຳໃຫ້ການ ໃນວັນພະຫັດອາທິດແລ້ວນີ້ ນັກວິເຄາະຄົນນຶ່ງໄດ້ກ່າວຕໍ່
ບັນດາສະມາຊິກ ຄະນະກຳມະການຄວາມສຳພັນຕ່າງເທດ ຂອງສະພາ ຕ່ຳວ່າ ມົສກູ
ພວມທຳການໂຄສະນາຊວນເຊື່ອຢ່າງໃຫຍ່ ເພື່ອບ່ອນທຳລາຍລະ ບອບປະຊາທິປະໄຕ
ຂອງປະເທດຕາເວັນຕົກ ແລະການເປັນພັນທະມິດທາງທະ ຫານ ລະຫວ່າງສະຫະລັດ
ແລະຢູໂຣບ.
ທ່ານ Peter Doran ທີ່ສູນກາງວິເຄາະນະໂຍບາຍຢູໂຣບ ກ່າວວ່າ “ນຶ່ງໃນສິ່ງທີ່ເຮົາ
ໄດ້ເຫັນກໍຄື ຮັດເຊຍໄດ້ທົດສອບເທັກນິກການໂຄສະນາຊວນເຊື່ອຂອງຕົນຫລາຍໆ
ຢ່າງ ທີ່ໄດ້ໃຊ້ຢູ່ໃນປະເທດຕາເວັນຕົກ ຢູ່ໃນປະເທດປະຊາທິປະໄຕຕາເວັນຕົກໃນ
ປັດຈຸບັນນີ້. ມັນໄດ້ທົດສອບທາງສະໜາມແນວຄິດ ແລະເທົກນິກເຫຼົ່ານີ້ຢູ່ ພາກາງຢູ
ໂຣບ ຢູໃນປະເທດແນວໜ້າ. ສິ່ງທີ່ພວກເຮົາກຳລັງເຫັນບໍ່ແມ່ນສິ່ງໃໝ່. ນຶ່ງໃນຈຸດທີ່
ຂ້າພະເຈົ້າຢາກເນັ້ນໜັກ ຕໍ່ຄະນະກຳມະການ ກໍຄື ຄວາມຮີບດ່ວນ ແລະຄວາມວ່ອງ
ໄວ ທີ່ບັນດາເທັກນິກເຫຼົ່ານີ້ ກຳລັງໄດ້ຮັບຄວາມກ້າວ ໜ້າ.”
ບັນດານັກວິເຄາະກ່າວວ່າ ການເຜີຍແຜ່ຂ່າວທີ່ບໍ່ມີມູນຄວາມຈິງ ດັ່ງໂຕຢ່າງ ການແນ
ໃສ່ເພື່ອກໍ່ໃຫ້ເກີດການຂັດແຍ້ງດ້ານການເມືອງເພື່ອຈະຫັນເຫຄວາມ ສົນໃຈຂອງຜູ້ຄົນ
ອອກໄປຈາກເລື່ອງຣັດເຊຍ.
ອະດີດປະທານາທິບໍດີແອັສໂທເນຍ ທ່ານ Toomas Hendrik Ilves ກ່າວຕໍ່ບັນດາ
ສະມາຊິກສະພາວ່າ ປັດຈຸບັນນີ້ ຣັດເຊຍກຳລັງແຊກແຊງ ເຂົ້າໃນການໂຄສະນາຫາ
ສຽງເລືອກຕັ້ງຢູ່ໃນຝຣັ່ງ ເຢຍຣະມັນ ແລະເນເທີແລນ ດັ່ງທີ່ພວກ ເຂົາໄດ້ເຮັດຢູ່ໃນ
ສະຫະລັດ.
ທ່ານ Toomas ກ່າວວ່າ “ເນເທີແລນ ພາກັນຢ້ານກົວຫຼາຍ ເຂົາເຈົ້າຈຶ່ງໄດ້ຕັດສິນ
ໃຈ ກັບຄືນໄປໃຊ້ເຈ້ຍໃນການປ່ອນບັດ ເພາະເຂົາເຈົ້າຢ້ານວ່າ ມັນອາດຈະ
ເກີດຂຶ້ນ.”
ແລະ ຖືກຕ້ອງແລ້ວທີ່ເຂົາເຈົ້າຈະຕ້ອງລະມັດລະວັງ ນັ້ນແມ່ນຄຳເຫັນຂອງທ່ານ
Peter Eltsov ຈາກມະຫາວິທະຍາໄລປ້ອງກັນຊາດ.
ທ່ານ Eltsov ກ່າວວ່າ “ເພາະວ່່າ ຣັດເຊຍຢາກໃຫ້ເກີດການແບ່ງແຍກ ຢູ່ໃນ ສະຫະພາບຢູໂຣບ ຢາກໃຫ້ເກີດການແບ່ງແຍກໃນອົງການ NATO ແລະສະ ໜັບສະໜູນພວກນັກການເມືອງ ຜູ້ທີ່ຢາກເລີກການລົງໂທດຕໍ່ຣັດເຊຍ."
ທ່ານ Eltsov ກ່າວວ່າ ຣັດເຊຍກຳລັງຊ່ວຍເຫລືອດ້ານການເງິນແກ່ພວກນັກ ການ
ເມືອງຢູ່ໃນຢູໂຣບ ເຊັ່ນວ່າຜູ້ສະໝັກປະທານາທິບໍດີ ຈາກພັກຝ່າຍຂວາ ຂອງຝຣັ່ງ
ຄື ທ່ານນາງ Marine le Pen.
ທ່ານ Eltsov ກ່າວວ່າ “ທ່ານນາງເປັນບຸກຄົນສຳຄັນທີ່ໄດ້ຮັບການສະໜັບສະ
ໜຸນຈາກທ່ານ Putin. ແລະ ທ່ານນາງຕ້ອງການທີ່ຈະໃຫ້ການຮັບຮູ້ການ
ພະໜວກເອົາແຫລມ Crimea.”
ທ່ານ Eltsov ກ່າວວ່າ ຣັດເຊຍກຳລັງສະໜັບສະໜູນພວກນັກການເມືອງຝ່າຍຊ້າຍ ພ້ອມທັງນັກການເມືອງຂວາຈັດ ຢູ່ໃນສະຫະພາບຢູໂຣບໃນຄວາມພະຍາ ຍາມທີ່ຈະເຮັດໃຫ້ມີການແບ່ງແຍກ.
ພວກນັກຊ່ຽວຊານໄດ້ຮຽກຮ້ອງໃຫ້ສະຫະລັດ ແລະພັນທະມິດໃນຢູໂຣບ ດຳເນີນຄວາມພະຍາຍາມຮ່ວມກັນເພີ້ມຂຶ້ນ ເພື່ອປ້ອງກັນບໍ່ໃຫ້ເລື່ອງດັ່ງກ່າວເກີດ
ຂຶ້ນ.