ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ. ປູຕິນ ເປັນເຈົ້າພາບຕ້ອນຮັບ ທ. ສີ ສຳລັບວັນທີສອງ ຂອງການເຈລະຈາ ຫຼັງຈາກຍິນດີຮັບເອົາ ແຜນສັນຕິພາບ ຂອງຈີນ


ປະທານປະເທດຈີນ ສີ ຈິ້ນຜິງ ເດີນທາງໄປຮອດວັງເຄຣມລິນ ເພື່ອເຂົ້າຮ່ວມກອງປະຊຸມ ກັບປະທານາທິບໍດີ ຣັດເຊຍ ວລາດີເມຍ ປູຕິນ ໃນນະຄອນຫຼວງມົສກູ ຂອງຣັດເຊຍ, ວັນທີ 20 ມີນາ 2023. ພາບຖ່າຍໂດຍ: Sputnik/Alexei Maishev/Pool via REUTERS
ປະທານປະເທດຈີນ ສີ ຈິ້ນຜິງ ເດີນທາງໄປຮອດວັງເຄຣມລິນ ເພື່ອເຂົ້າຮ່ວມກອງປະຊຸມ ກັບປະທານາທິບໍດີ ຣັດເຊຍ ວລາດີເມຍ ປູຕິນ ໃນນະຄອນຫຼວງມົສກູ ຂອງຣັດເຊຍ, ວັນທີ 20 ມີນາ 2023. ພາບຖ່າຍໂດຍ: Sputnik/Alexei Maishev/Pool via REUTERS

ປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ເປັນເຈົ້າພາບຕ້ອນຮັບຜູ້ນຳຂອງຈີນ ທ່ານສີ ຈິ້ນຜິງ ສຳລັບວັນທີສອງຂອງການເຈລະຈາ ໃນວັນອັງຄານມື້ນີ້ ຫຼັງຈາກທີ່ທ່ານປູຕິນ ໄດ້ຍິນດີຮັບເອົາແຜນການສັນຕິພາບ ເພື່ອແກ້ໄຂສົງຄາມຂອງຣັດເຊຍຕໍ່ຢູເຄຣນ ແລະ ໄດ້ສົ່ງສັນຍານໃຫ້ບັນດາຜູ້ນຳປະເທດຕາເວັນຕົກໃຫ້ຊາບ ເຖິງຂອບເຂດຂອງສິ່ງທີ່ພວກເພິ່ນເອີ້ນວ່າ ມິດຕະພາບ “ທີ່ບໍ່ມີຂີດຈຳກັດ” ຂອງພວກເພິ່ນ.

ໂຄສົກວັງເຄຣມລິນ ທ່ານດີມິທຣີ ເປສຄັອບ ໄດ້ກ່າວເຖິງກອງປະຊຸມ ໃນວັນອັງຄານນີ້ ຈະກ່ຽວຂ້ອງກັບຫຼາຍເລື້ອງ ແລະເປັນທາງການຈາກທັງສອງປະເທດ.

ໃນການກ່າວເປີດກອງປະຊຸມ ກ່ອນໜ້າການເຈລະຈາແບບປິດລັບ ໃນວັນຈັນວານນີ້ ທ່ານປູຕິນ ໄດ້ກ່າວວ່າ ຣັດເຊຍ ໄດ້ “ອິດສານ້ອຍນຶ່ງ” ຕໍ່ສະຖານະການທີ່ປ່ຽນແປ່ງໄປຢ່າງວ່ອງໄວຂອງຈີນ ໃນບໍ່ເທົ່າໃດທົດສະວັດຜ່ານມານີ້ ທີ່ໄດ້ຜັກດັນໃຫ້ຈີນກາຍເປັນເສດຖະກິດໃຫຍ່ສຸດອັນດັບສອງຂອງໂລກ ຕາມຫຼັງສະຫະລັດ.

ອົງການຂ່າວຕ່າງໆຂອງຣັດເຊຍ ໃນເວລາຕໍ່ມາ ໄດ້ລາຍງານວ່າ ຜູ້ນຳທັງສອງໄດ້ສົນທະນາກັນເປັນເວລາເກືອບ ສີ່ຊົ່ວໂມງເຄິ່ງ ກ່ອນຈະພັກຮັບປະທານອາຫານຄ່ຳ ບ່ອນທີ່ທ່ານເປສຄັອບ ໄດ້ກ່າວວ່າ ທ່ານປູຕິນ ເປັນໄປໄດ້ສູງຈະໃຫ້ “ຄຳອະທິບາຍໂດຍລະອຽດ” ກ່ຽວກັບມາດຕະການຂອງມົສກູ ໃນຢູເຄຣນແກ່ທ່ານສີ.

ທ່ານປູຕິນ ໄດ້ກ່າວໃນວັນຈັນ ວ່າ ທ່ານໄດ້ເບິ່ງ ແຜນການສັນຕິພາບຂອງປັກກິ່ງ ດ້ວຍຄວາມນັບຖື.

ແຕ່ຂໍ້ສະເໜີຂອງຈີນນັ້ນ ມີໂອກາດໜ້ອຍຫຼາຍທີ່ຈະໄດ້ຮັບການຮັບຮອງເອົາເພາະວ່າ ມັນບໍ່ຕອບສະໜອງຕໍ່ຂໍ້ຮຽກຮ້ອງທີ່ສຳຄັນ ຈາກປະທານາທິບໍດີໂວໂລດີເມຍ ເຊເລັນສກີ - ໂດຍສະເພາະ ທີ່ວ່າ ຣັດເຊຍ ຖອນກຳລັງອອກຈາກຢູເຄຣນ ເພື່ອເຄົາລົບເຂດຊາຍແດນທີ່ນານາຊາດໄດ້ຮັບຮູ້ ໂດຍລວມທັງ ແຫຼມ ຄຣາຍເມຍ ທີ່ມົສກູ ໄດ້ເຂົ້າຢຶດເອົາຢ່າງຜິດກົດໝາຍໃນປີ 2014 ແລະ ຂົງ ເຂດທາງພາກຕາເວັນອອກຂອງຢູເຄຣນທີ່ກອງກຳລັງຂອງຣັດເຊຍ ໄດ້ບຸກລຸກ ໃນເດືອນກຸມພາ ປີກາຍນີ້.

ການຢ້ຽມຢາມມົສກູໄລຍະສາມວັນ ຂອງຜູ້ນຳຂອງຈີນ ອຳນວຍໃຫ້ທັງທ່ານສີ ແລະທ່ານປູຕິນ ສະແດງໃຫ້ເຫັນຢ່າງເປີດເຜີຍ ຂອງການຮ່ວມມື ໃນການຄັດ ຄ້ານຕໍ່ສິ່ງທີ່ທັງສອງປະເທດນີ້ ມອງເຫັນວ່າ ເປັນການຄອບງຳຂອງອາເມຣິກາ ຕໍ່ກິດຈະການຂອງໂລກ. ການເປັນພັນທະມິດຂອງພວກເຂົາ ຍັງອຳນວຍຄວາມສະດວກໃຫ້ມີການຕົກລົງກັນໃນດ້ານເສດຖະກິດ ເຊັ່ນ ການຂົນສົ່ງນ້ຳມັນ ແລະແກັສທຳມະຊາດຂອງຣັດເຊຍ ໄປຍັງຈີນ ໃນຊ່ວງເວລາ ເມື່ອສະຫະລັດ ແລະບັນດາພັນທະມິດຕາເວັນຕົກຂອງຕົນ ໄດ້ວາງມາດຕະການລົງໂທດຢ່າງແຜ່ຫຼາຍ ເພື່ອສະກັດກັ້ນການເຮັດທຸລະກິດໃດໆກັບຕ່າງປະເທດຂອງຣັດເຊຍ ໃນການຕອບໂຕ້ສຳລັບການບຸກລຸກຢູເຄຣນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG