ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບໍ​ລິ​ສັດ Purdue Pharma ກຳ​ລັງ​ຫາ​ລື ກ່ຽວ​ກັບ ການ​ສະ​ເໜີເງິນ 10-12 ຕື້​ໂດ​ລາ ເພື່ອ​ລະ​ງັບ​ການ​ຟ້ອງ​ຮ້ອງ


ກ່ອງ​ຢາ ອົກ​ຊີ​ຄອນ​ຕິນ OxyContin ຜ​ະ​ລິດ​ໂດຍ​ບໍ​ລິ​ສັດ Purdue Pharma ຢູ່​ຮ້ານ​ຂາຍ​ຢາ ໃນ​ເມືອງ ໂພ​ຣ​ໂວ ລັດ ຢູ​ທາ. 9 ພຶ​ດ​ສະ​ພາ, 2019.
ກ່ອງ​ຢາ ອົກ​ຊີ​ຄອນ​ຕິນ OxyContin ຜ​ະ​ລິດ​ໂດຍ​ບໍ​ລິ​ສັດ Purdue Pharma ຢູ່​ຮ້ານ​ຂາຍ​ຢາ ໃນ​ເມືອງ ໂພ​ຣ​ໂວ ລັດ ຢູ​ທາ. 9 ພຶ​ດ​ສະ​ພາ, 2019.

ບໍ​ລິ​ສັດ ເພີ​ດູ ຟາ​ມາ ແອ​ລ​ພີ (Purdue Pharma LP) ຜູ້​ຜະ​ລິດ​ຢາ ອັອກ​ຊີ​ຄອນ​ຕິນ
(OxyContin) ແລະ ຄອບຄົວ ແຊັກເລີ (Sackler) ຜູ້ເປັນເຈົ້າຂອງບໍລິສັດ, ແມ່ນກຳ
ລັງຢູ່ໃນຂັ້ນຕອນການປຶກສາຫາລືທີ່ຈະ​ລະ​ງັບການຟ້ອງຮ້ອງ ກ່ຽວກັບ ຢາແກ້ປວດ
ໂອປີອອຍ ຫຼາຍກວ່າ 200 ສະບັບຕໍ່ບໍລິສັດດັ່ງກ່າວ ດ້ວຍເງິນ 10 ຫາ 12 ຕື້ໂດລາ,
ເຊິ່ງສອງຄົນທີ່ຄຸ້ນເຄີຍກັບບັນຫາດັ່ງກ່າວໄດ້ເວົ້າໃນວັນອັງຄານວານນີ້.

ບໍ​ລິ​ສັດ ເພີ​ດູ ແມ່ນ​ນຶ່ງໃນຜູ້​ຜະ​ລິດ​ຢາ ແລະ ຜູ້​ຈຳ​ໜ່າຍຫຼາຍ​ລາຍ​ທີ່​ຖືກ​ຟ້ອງ​ຮ້ອງ ​ສຳ​
ລັບການເປັນຂະນວນໃຫ້ວິກິດການເສບຕິດຢາແກ້ປວດໃນ ສະຫະລັດ, ເຊິ່ງໄດ້ເຮັດ
ໃຫ້ 400,000 ຄົນເສຍຊີວິດຈາກປີ 1999-2017, ອີງຕາມສູນກາງເພື່ອການຄວບຄຸມ
ແລະ ປ້ອງກັນໂຣກ.

ການ​ຟ້ອງ​ຮ້ອງ​ດັ່ງ​ກ່າວ​ໄດ້​ກ່າວ​ຫາ​ບໍ​ລິ​ສັດ ເພີ​ດູ ຟາ​ມາ ທີ່​ມີ​ຫ້ອງ​ການ​ຕັ້ງ​ຢູ່​ເມືອງ
ສແຕມຝອດ, ລັດ ຄັອນແນຕິຄັດ ກ່ຽວກັບ ການຂາຍຢາແກ້ປວດຕາມໃບສັ່ງຢາຢ່າງ
ຫຼວງຫຼາຍ ໃນຂະນະທີ່ໄດ້ບິດເບືອນຂໍ້ມູນຕໍ່ຜູ້ອອກໃນສັ່ງຢາ ແລະ ຜູ້ບໍລິໂພກ ກ່ຽວກັບ
ຄວາມສ່ຽງຈາກການໃຊ້ມັນໃນໄລຍະຍາວ. ບໍລິສັດ ເພີດູ ແລະ ຄອບຄົວ ແຊັກເລີສ໌
ໄດ້ປະຕິເສດການກ່າວຫານັ້ນ.

ບໍ​ລິ​ສັດ ເພີ​ດູ ກ່າວ​ວ່າເຂົາ​ເຈົ້າ​ໄດ້​ເຮັດ​ວຽກ​ຢ່າງ​ຫ້າວ​ຫັນ​ ກັບ​ບັນ​ດາ​ໄອ​ຍະ​ການ​ສູງ​ສຸດ
ຂອງລັດ ແລະ ຜູ້ຮ້ອງທຸກເພື່ອບັນລຸການແກ້ໄຂບັນຫາ, ໂດຍບໍ່ໄດ້ລະບຸເຖິງຈຳນວນ
ເງິນໃນການລະງັບການຟ້ອງຮ້ອງນັ້ນ.

ປັດ​ຈຸ​ບັນ​ນີ້​ຍັງ​ບໍ່​ໄດ້​ມີ​ຂໍ້​ຕົກ​ລົງ​ກັນ ແລະ ການ​ປຶກ​ສາ​ຫາ​ລື​ເພື່ອ​ການ​ແກ້​ໄຂ​ບັນ​ຫາ​ກໍ​ອາດ
ພັງລົງ, ອີງຕາມການກ່າວຂອງແຫຼ່ງຂ່າວ.

ບັນ​ດາ​ຕົວ​ແທນ​ສຳ​ລັບ​ບໍ​ລິ​ສັດ ເພີ​ດູ ແລະ ຄອບ​ຄົວ ແຊັກ​ເລີ ໄດ້​ຈັດ​ການ​ປຶກ​ສາ​ຫາ​ລື​
ກັບບັນດາ ເທດສະບານ, ເມືອງ ແລະ ລັດ ເພື່ອສ້າງໂຄງຮ່າງການການແກ້ໄຂບັນຫາ
ທີ່ອາດມີມູນຄ່າຫຼາຍພັນລ້ານໂດລາໃນ ຄລີຟແລນ ລັດ ໂອໄຮໂອ ເມື່ອອາທິດແລ້ວນີ້,
ອີງຕາມການກ່າວຂອງຄົນຜູ້ທີ່ຄຸ້ນເຄີຍກັບບັນຫາ.

ຄົນ​ດັ່ງ​ກ່າວ​ໄດ້​ເວົ້າ​ວ່າ ໃນ​ລະ​ຫວ່າງ​ການ​ປະ​ຊຸມ​ນັ້ນ, ບໍ​ລິ​ສັດ ເພີ​ດູ ໄດ້​ກຳ​ນົດ​ແຜນ​
ການທີ່ຈະຮ່າງການປົກປ້ອງການລົ້ມລະລາຍສະບັບທີ 11 ດັ່ງກັບກົນໄກເພື່ອການປະ
ຕິບັດການແກ້ໄຂບັນຫາ, ເຊິ່ງບໍລິສັດດັ່ງກ່າວຫວັງວ່າຈະແກ້ໄຂການຟ້ອງຮ້ອງນັ້ນ.

ຄອບ​ຄົວ ແຊັກ​ເລີ ຈະ​ໂອນ​ກຳ​ມະ​ສິດ​ການ​ຄວບ​ຄຸມ​ໃຫ້​ບໍ​ລິ​ສັດ ເພີ​ດູ ພາຍ​ໃຕ້​ເງື່ອນ
ໄຂການແກ້ໄຂບັນຫາທີ່ໄດ້ປຶກສາຫາລືກັນໃນອາທິດທີ່ຜ່ານມາ, ອີງຕາມການກ່າວ
ຂອງຜູ້ຄຸ້ນເຄີຍກັບບັນຫານັ້ນ.

ທຸກ​ຝ່າຍ​ຈະ​ປະ​ເຊີນ​ກັບ​ຂີດ​ເສັ້ນ​ຕາຍ​ໃນ​ວັນ​ສຸກ​ທີ່​ຈະ​ມາ​ເຖິງນີ້ ເພື່ອ​ລາຍ​ງານ​ສະ​ຖາ​ນະ​
ພາບຄັ້ງຫຼ້າສຸດຂອງການເຈລະຈາ ຕໍ່ຜູ້ພິພາກສາລັດຖະບານກາງ ອີງຕາມການກ່າວ
ຂອງຄົນຜູ້ນັ້ນ.

ບໍ​ລິ​ສັດ​ດັ່ງ​ກ່າວ​ໄດ້​ກ່າວ​ເວົ້າ​ວ່າ ອົງ​ການ​ອາ​ຫານ ແລະ ຢາ ສະ​ຫະ​ລັດ ໄດ້​ຮັບ​ຮອງ​ເອົາ
ສະຫຼາກສຳລັບຢາ ອັອກຊີຄອນຕິນ ທີ່ໄດ້ເຕືອນ ກ່ຽວກັບ ຄວາມສ່ຽງ ແລະ ການລະເມີດ
ທີ່ກ່ຽວຂ້ອງກັບການປົວອາການເຈັບປວດ. ຄອບຄົວ ແຊັກເກີສ໌ ໄດ້ໂຕ້ຖຽງວ່າເຂົາເຈົ້າ
ແມ່ນສະມາຊິກ ຂອງຄະນະກຳມະການຜູ້ທີ່ອະນຸມັດການຂໍການຈັດການປະຈຳວັນ
ແທນທີ່ຈະແມ່ນຄວບຄຸມທຸກສ່ວນນ້ອຍໆໃນການໂຄສະນາຂາຍຢາ ອັອກຊີຄອນຕິນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG