ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ບໍລິຫານຝ່າຍປະຊາສຳພັນ ຢູ່ບໍລິສັດ Baidu ຂອງຈີນ ຂໍໂທດ ຫຼັງຈາກເຮັດໃຫ້ເກີດການຕອບໂຕ້ ຈາກມະຫາຊົນ


ແຟ້ມພາບ - ຜູ້ເຂົ້າຮ່ວມງານຄົນນຶ່ງຍ່າງກາຍປ້າຍຈໍພາບຢູ່ທີ່ ກອງປະຊຸມລະດັບໂລກຂອງ Baidu World ໃນນະຄອນຫຼວງປັກກິ່ງ, ວັນທີ 1 ພະຈິກ 2018.
ແຟ້ມພາບ - ຜູ້ເຂົ້າຮ່ວມງານຄົນນຶ່ງຍ່າງກາຍປ້າຍຈໍພາບຢູ່ທີ່ ກອງປະຊຸມລະດັບໂລກຂອງ Baidu World ໃນນະຄອນຫຼວງປັກກິ່ງ, ວັນທີ 1 ພະຈິກ 2018.

ຜູ້ບໍລິຫານຂັ້ນສູງຮັບຜິດຊອບດ້ານປະຊາສຳພັນ ຈາກບໍລິສັດເທັກໂນໂລຈີຂອງຈີນ Baidu ໄດ້ອອກມາຂໍໂທດ ໃນວັນພະຫັດວານນີ້ ຫຼັງຈາກທີ່ທ່ານນາງໄດ້ໃຫ້ຄວາມເຫັນຢູ່ໃນວີດີໂອຫຼາຍຕອນ ທີ່ພວກວິພາກວິຈານ ໄດ້ກ່າວວ່າ ເປັນການເຊີດຊູວັດທະນະທຳຂອງການເຮັດວຽກໜັກເກີນໄປ ອີງຕາມລາຍງານຂອງເອພີ.

ຫົວໜ້າຝ່າຍການສື່ສານຂອງບໍລິສັດ Baidu ທ່ານນາງ ກູ ຈິ່ງ ໄດ້ກໍ່ໃຫ້ເກີດຄວາມໂມໂຫຂອງມະຫາຊົນໃນຈີນ ຫຼັງຈາກທີ່ທ່ານນາງ ໄດ້ໃຫ້ທັດສະນະຢູ່ໃນວີດີໂອຫຼາຍຕອນ ທີ່ວ່າ ທ່ານນາງ ບໍ່ເປັນຫ່ວງກ່ຽວກັບພວກພະນັກງານຂອງທ່ານນາງ ເນື່ອງຈາກທ່ານນາງ “ບໍ່ໄດ້ເປັນແມ່ຂອງພວກເຂົາ” ແລະໄດ້ກ່າວວ່າ ທ່ານນາງ ສົນໃຈພຽງແຕ່ຜົນໄດ້ຮັບເທົ່ານັ້ນ. ທ່ານນາງຍັງໄດ້ກ່າວອີກວ່າ ຄວາມສຳພັນລະຫວ່າງນາງ ແລະພວກລູກນ້ອງຂອງນາງນັ້ນ ເປັນພຽງແຕ່ “ຄວາມສຳພັນລະຫວ່າງຜູ້ວ່າຈ້າງກັບລູກຈ້າງເທົ່ານັ້ນ.”

ການຕອບໂຕ້ ເກີດຂຶິ້ນຢ່າງວ່ອງໄວ ໂດຍມີການວິພາກວິຈານທ່ານນາງ ກູ ຢູ່ໃນສື່ສັງຄົມຕ່າງໆ ເຊັ່ນວ່າ Weibo ສຳລັບການຂາດຄວາມເຫັນອົກເຫັນໃຈຂອງທ່ານນາງ.

ທ່ານນາງກູ ໄດ້ຂຽນຄຳຂໍໂທດໃນວັນພະຫັດວານນີ້ ລົງໃສ່ໃນບັນຊີ WeChat ສ່ວນຕົວຂອງທ່ານນາງ ບ່ອນທີ່ທ່ານນາງໄດ້ກ່າວ “ຂໍໂທດຕໍ່ຊາວເນັດໝົດທຸກຄົນຢ່າງຈິງໃຈ” ແລະ ໄດ້ຊີ້ແຈງວ່າ ທ່ານນາງ ບໍ່ໄດ້ຂໍອະນຸຍາດຈາກບໍລິສັດ Baidu ກ່ອນທີ່ຈະໂພສວີດີໂອທັງຫຼາຍນັ້ນ.

ທ່ານນາງ ກູ ໄດ້ກ່າວວ່າ ວີດີໂອສັ້ນຂອງນາງ ບໍ່ໄດ້ສະແດງເຖິງຈຸດຢືນຂອງບໍລິສັດ Baidu. Baidu ດຳເນີນການເປັນເຄືອງມືຊອກຫາ ຫຼື search engine ທີ່ໂດດເດັ່ນຂອງຈີນ ເຊັ່ນດຽວກັນກັບ Ernie Bot ຊຶ່ງເປັນການບໍລິການປັນຍາປະດິດ ທີ່ຄ້າຍຄືກັນກັບ ChatGPT.

A top public relations executive from Chinese technology firm Baidu apologized Thursday after she made comments in a series of videos that critics said glorified a culture of overwork.

Baidu's head of communications Qu Jing sparked a public outcry in China after she implied in the videos that she was not concerned about her employees as she was "not their mom" and said she only cared about results. She also said that the relationship between her and her subordinates was purely an "employer-employee relationship."

The backlash was swift, with many on social media platforms like Weibo criticizing Qu for her lack of empathy.

Qu posted an apology Thursday on her private WeChat account, where she "sincerely apologized to all netizens" and clarified that she had not sought Baidu's permission before posting the videos.

Qu said that her short videos did not represent Baidu's stance. Baidu operates China's dominant search engine as well as Ernie Bot, an artificial intelligence service similar to ChatGPT.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG