ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກນັກ​ເຄຶ່ອນ​ໄຫວ ອິສລາມ ​ຈູດ​ເຮືອນ​ຊານ ​ປະ​ທ້ວງ​ການ ປະຫານ​ຊີວິດ​ ຜູ້​ນໍາ​ຝ່າຍຄ້ານ (ສະໄລດ໌)


ບັນດານັກ​ເຄຶ່ອນ​ໄຫວ ອິສລາມ ​ພາກັນ​ຈູດ​ເຮືອນ​ຊານ ​ແລະ
​ຮ້ານ​ຄ້າ ​ໃນ​ວັນ​ສຸກ​ມື້​ນີ້ ທີ່ ບັງກລາແດສ
ບັນດານັກ​ເຄຶ່ອນ​ໄຫວ ອິສລາມ ​ພາກັນ​ຈູດ​ເຮືອນ​ຊານ ​ແລະ ​ຮ້ານ​ຄ້າ ​ໃນ​ວັນ​ສຸກ​ມື້​ນີ້ ທີ່ ບັງກລາແດສ
ບັນດານັກ​ເຄຶ່ອນ​ໄຫວ ອິສລາມ ​ໄດ້​ພາກັນ​ຈູດ​ເຮືອນ​ຊານ ​ແລະ
​ຮ້ານ​ຄ້າ ​ໃນ​ວັນ​ສຸກ​ມື້​ນີ້ ​ເພື່ອ​ປະ​ທ້ວງ​ການ ປະຫານ​ຊີວິດ​ຜູ້​ນໍາ​
ຄົນ​ນຶ່ງຂອງ​ເຂົາ​ເຈົ້າ ທີ່ເຫັນ​ວ່າ​ມີ​ຄວາມ​ຜິດ​ດ້ານ​ອາດຊະຍາ
​ກຳ​ສົງ​ຄາມ.

ທ່ານ Abdul Qader Mollah ​ໄດ້​ຖືກ​ແຂວນ​ຄໍ​ໃນ​ຕອນ​ແລງ​
ຂອງ ວັນ​ພະຫັດວານ​ນີ້ ຫລັງ​ຈາກ​ສານ​ສູ​ງສຸດ ​ໄດ້​ປະຕິ​ເສດ​ຕໍ່
ຄໍາ​ອຸທອນ​ຂອງ​ລາວ ​ໃນ​ນາ​ທີ​ສຸດ​ທ້າຍ.

ຫລັງ​ຈາກ​ນັ້ນບໍ່​ດົນ​ທໍ່​ໃດ ສື່​ມວນ​ຊົນຂອງບັງ​ກລາ​ແດ​ສ ກໍລາຍ​
ງານ​ວ່າ ​ໄດ້ມີ​ການ​ໂຈມ​ຕີ​ຈູດ​ເລົາ​ເຜົາ​ໃໝ້ຕໍ່​ເນຶ່ອງກັນ ​ແລະມີ​
ການ​ປະ​ທະກັນ​ລະຫວ່າງ​ຕໍາຫລວດ ​ກັບພວກ​ປະ​ທ້ວງ​ອິສລາມ
ເຮັດ​ໃຫ້​ຢ່າງ​ໜ້ອຍ​ສາມ​ຄົນ​ເສຍ​ຊິວິດ.

​ລາຍ​ງານ​ເວົ້າ​ວ່າ ການ​ໂຈມ​ຕີ​ສ່ວນ​ຫລາຍ ແມ່ນ​ແນ​ໃສ່ ຜູ້​ສະ
ໜັບສະໜູນ​ຝ່າຍ​ລັຖບານ​ແລະ​ຊາວຮິນ​ດູ​ເຜົ່າ​ນ້ອຍ ຊຶ່ງ​ຫລາຍ​
ຄົນ​ພາກັນ​ເຂົ້າ​ຂ້າງກັບ ນາຍົກລັດຖະມົນຕີ ທ່ານ Sheikh
Hasina ​ແລະ​ສັນລະ​ເສີນ​ ການປະຫານ​ຊີວິດນັ້ນ.

ນັກ​ຂ່າວ ວີ​ໂອ​ເອ ຄົນ​ນຶ່ງ​ທີ່​ເມືອງ​ຫລວງ Dhaka ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ມີ​ການ
ຮັກສາ​ຄວາມ​ປອດ​ໄພ​ຢ່າງ​ໜາ​ແໜ້ນ​ຢູ່​ໃນ​ເມືອງ ​ໃນ​ຂະນະ​ທີ່​ສະຖານ​ນະ​ການຍັງ​ເຄັ່ງ
​ຕຶງ. ພັກ Mollah Jamaat-e-Islami ​ໄດ້​ຮຽກຮ້ອງ​ໃຫ້ມີ​ການ​ປະ​ທ້ວງທົ່ວ​ປະ​ເທດ ​ໃນ
​ວັນ​ອາທິດມື້​ຮືນີ້.

ທ່ານ Mollah ​ໄດ້​ຖືກ​ລົງ​ໂທດ ​ໃນ​ຖານ​ກະທໍາ​ຜິດ ​ໂທດ​ກໍາ​ສົງຄາມ ​ໃນ​ລະຫວ່າງສົງ
ຄາມກອບເອກ​ກະລາດ ຕ້ານ ປາ​ກິ​ສຖານ ​ໃນ​ປີ 1971. ບັນດາ​ນັກວິຈານ ຢ້ານ​ວ່າ
ການ​ປະຫານ​ຊີວິດ​ຊອງ​ນີ້ ອາດເປັນ​ການລິເລີ້ມ​ ຟື້ນ​ຄອງ​ໃໝ່​ຂອງ​ຄວາມ​ຮຸນ​ແຮງ​ທາງ​
ການ​ເມືອງ ກ່ອນ​ໜ້າການ​ເລືອກ​ຕັ້ງແຫ່ງ​ຊາດ ທີ່​ຈະ​ມີ​ຂຶ້ນ​ໃນ​ເດືອນ​ໜ້າ​ນີ້.

XS
SM
MD
LG