ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກ​ປະ​ທ້ວງ​ ຫຼາຍ​ຄົນ​ ຖືກ​ຈັບ ທີ່ເບິ່ງ​ກັນ​ວ່າ ​ວິ​ກິດ​ການ ພວມ​ຮ້າຍ​ແຮງ​ຂຶ້ນ ຢູ່ໃນ ຊິມ​ບັບ​ເວ


ບັນ​ດາ​ລົດ​ຕ​ຳ​ຫຼວວ ທີ່​ໃຊ້​ຍິງ​ປືນ​ນ້ຳ ກຳ​ລັງ​ຈອດ​ຢູ່​ໃນ​ເມືອງ ຮາ​ຣາ​ເຣ ວັນ​ທີ 11 ຕຸ​ລາ 2018.
ບັນ​ດາ​ລົດ​ຕ​ຳ​ຫຼວວ ທີ່​ໃຊ້​ຍິງ​ປືນ​ນ້ຳ ກຳ​ລັງ​ຈອດ​ຢູ່​ໃນ​ເມືອງ ຮາ​ຣາ​ເຣ ວັນ​ທີ 11 ຕຸ​ລາ 2018.

ວິ​ກິ​ດ​ການ​ເສດ​ຖະ​ກິດ​ຂອງ​ຊິມ​ບັບ​ເວທີ່​ກຳ​ລັງເພີ້ມ​ທະ​ວີ​ຄວາມ​ຮ້າຍ​ແຮງ​ຂຶ້ນ ຊຶ່ງ​ຫວ່າງ
​ມໍ່ໆ​ມາ​ນີ້ ​ໄດ້​ເຮັດ​ໃຫ້​ລາ​ຄາສິນ​ຄ້າຜູ້​ບໍ​ລິ​ໂພກສູງຂຶ້ນ​ ແລະ​ເຮັດ​ໃຫ້ມີ​ການ ຂາດ​ແຄນ​ທຸກ
​ສິ່ງ​ທຸກ​ຢ່າງ ​ນັບ​ແຕ່​ນ້ຳ​ມັນ​ໄປ​ຫາ​ຢາ​ປົວ​ພະ​ຍາດ ຕະ​ຫຼອດ​ຈືນ​ໄກ່ ທີ່​ກຳ​ລັງ​ກໍ່​ຕົວຂຶ້ນ​ເປັນ
ການ​ທົດ​ລອງ​ທີ່ສຳ​ຄັນ​ເທື່ອ​ທຳ​ອິດ ສຳ​ລັບປະ​ທາ​ນາ​ທິບໍ​ດີ​ຄົນ​ໃໝ່​ຂອງ​ຊິມ​ບັບ​ເວ ທ່ານ
​ເອັມ​ເມີ​ສັນ ​ເອັມ​ນັງ​ກາກ​ວາ ຜູ້​ທີ່​ຫາ​ກໍ່​ສາ​ບານ​ໂຕ​ເຂົ້າ​ຮັບ​ຕຳ​ແໜ່ງ ​ເມື່ອສອງ​ເດືອນ
​ກ່ອນນີ້.

ການ​ຈັບ​ກຸມ​ອາ​ທິດ​ນີ້​ ຂອງ​ສະ​ມາ​ຊິກ​ສະ​ຫະ​ພັນກຳ​ມະ​ບານ​ຫຼາຍ​ສິບ​ຄົນ ຜູ້​ທີ່​ໄດ້​ວາງ
​ແຜນ​ປະ​ທ້ວງ ຕໍ່​ສະ​ພາບ​ການ​ເສດ​ຖະ​ກິດ ໄດ້​ເຮັດ​ໃຫ້​ສະ​ຖາ​ນະ​ກ​ານ​ຮ້າຍແຮງ​ຂຶ້ນ​ຕື່ມ

ຈາກວິ​ກິ​ດ​ການ​ເສດ​ຖະ​ກິດ​ທຳ​ມະ​ດາ ໂດຍ​ໄດ້ແຜ່​ວົງກວ້າງ​ອອກ​ໄປເພີ້ມໃສ່​ບັນ​ຫາ
​ຕ່າງໆ​ທີ່ບໍ່​ລົງ​ລອຍກັ​ນ​ ອີງ​ຕາມ​ຄຳ​ເວົ້າ​ຂອງ​ບັນ​ດາ​ນັກ​ເຄື່ອນ​ໄຫວ​.

ທ່ານ​ລິ​ສວີ ຈາ​ເມີ​ລາ ຈາກ​ກຸ່ມ​ທະ​ນາຍ​ຄວາມ​ສິດ​ທິ​ມະ​ນຸດ​ຊິມ​ບັບ​ເວ ຜູ້​ທີ່​ກ່າວ​ວ່າ​ອົງ
​ການ​ຈັດ​ຕັ້ງ​ຂອງ​ທ່ານ​ໄດ້​ນັບ ​ມາ​ຈົນ​ຮອດວັນ​ສຸກວານ​ນີ້ ​ມີ​ບັນ​ດາ​ສະ​ມາ​ຊິກ​ ສ​ະ​ຫະ
​ພັນກຳ​ມະ​ບານ 42 ຄົນ ​ທີ່​ໄດ້ວາງ​ແຜນ​ປະ​ທ້ວງ​ຕໍ່​ສະ​ພາບເສດ​ຖະ​ກິດ​ຕົກ​ຕ່ຳ ໃນ​ເວ​
ລາພຽງ​ແຕ່​ສອງ​ອາ​ທິດ​ ເຫັນ​ມີ​ການ​ລຽນ​ແຖວ​ຕໍ່​ຫາງ​ກັນ​ຍາວ​ຢູ່​ປ້ຳ​ນ້ຳ​ມັນ ຂາດ​ແຄນ
ຢາປົວ​ພະ​ຍາດ​ຢູ່​ຮ້​ານ​ຂາຍ​ຢາ ແລະ​ຕະ​ຫຼາດ​ຊູບ​ເປີ​ມາກ​ເກັດ ກຳ​ນົດ​ໃຫ້​ພວກລູ​ກ
​ຄ້າເບຍ​ກະ​ປອງ​ນຶ່ງ​ຕໍ່​ຄົນ.

ທ່ານແອັມ​ນັງ​ກາ​ກວາ ​ຜູ້​ທີ່​ໄດ້​ເຂົ້​າ​ຮັບ​ຕຳ​ແໜ່ງ ​ໃນ​ເດືອນ​ພະ​ຈິກ​ປີ​ກາຍ​ນີ້ ຫຼັງ​ຈາກ
​ທະ​ຫານ​ໄດ້​ຂັບ​ໄລ່ຜູ້​ນຳ​ທີ່​ປົກ​ຄອງ​ປະ​ເທດ​ຍາວ​ນານ ທ່ານ​ໂຣ​ເບີ​ຣ​ຕ໌ ມູ​ກາ​ເບ ໃຫ້​
ອອກ​ບຳ​ນານ ໄດ້​ຊະ​ນະ​ການ​ປ່ອນ​ບັດ​ໃນ​ເດືອນ​ກໍ​ລະ​ກົດ ທ່າ​ມ​ກາງ​ການ​ໃຫ້​ຄຳ​ໝັ້ນ
​ສັນ​ຍາ​ທີ່​ຈະ​ປົວ​ແປງ​ເສດ​ຖະ​ກິດ ຫຼັງ​ຈາກການ​ບໍ​ລິ​ຫານ​ທີ່​ຜິດ​ພາດມາເປັນ​ເວ​ລາຫຼາຍ
ປີ ​ພາຍ​ໃຕ້ທ່ານ​ມູ​ກາ​ເບ. ໃນ​ຕົ້ນ​ເດືອນ​ນີ້ ລັດ​ຖະ​ບານ​ຂອງ​ທ່ານ​ໄດ້​ປະ​ກາດ​ຂຶ້ນພາ
​ສີ​ສອງ​ເ​ປີ​ເຊັນ ​ສຳ​ລັບ​ເງິນ​ທີ່​ມີ​ການ​ໂອນ ແລະ​ຍັງ​ມີ​ແຜນ​ທີ່​ຈະ​ ​ໃຫ້​ພັນ​ທະ​ບັດ​ຂອງ​
ປະ​ເທດ ​ທີ່ອີງ​ໃສ່ເງິນ​ໂດ​ລາ​ສະ​ຫະ​ລັດ ຊຶ່ງ​ບໍ່​ເປັນ​ທີ່​ນິ​ຍົມນັ້ນລອຍ​ໂຕ​. ການ​ປະ​ກາດ
​ເຫລົ່າ​ນັ້ນ ​ເຮັດ​ໃຫ້ຮ້ານ​ຄ້າ​ຕ່າງໆ​ຂຶ້ນ​ລາ​ຄາ​ສິນ​ຄ້າ ແລະ​ເຮັດ​ໃຫ້​ຜູ້​ບໍ​ລິ​ໂພກ​ພາ​ກັນ​
ພະ​ຍາ​ຍາມ​ຊື້​ສິນ​ຄ້າສະ​ສົມ​ໄວ້.

ປະ​ທາ​ນາ​ທິ​ບໍ​ດີ ແອັມ​ນັງ​ກາ​ກວາ ວັນ​ທີ 3 ສິງ​ຫາ 2018.
ປະ​ທາ​ນາ​ທິ​ບໍ​ດີ ແອັມ​ນັງ​ກາ​ກວາ ວັນ​ທີ 3 ສິງ​ຫາ 2018.

ທ່ານ​ລໍ​ຣັ​ນ​ສ໌ ມານ​ດາ​ຣາ ນັກ​ປະ​ຖະ​ກະ​ຖາລັດ​ຖະ​ສາດ​ຄົນ​ນຶ່ງ​ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ
​ຊິມ​ບັບ​ເວ ກ່າວ​ຕໍ່ ວີ​ໂອ​ເອ ວ່າ “ເປັນ​ການ​ທົດ​ສອບ​ຢ່າງ​ແທ້​ຈິງ ໃນ​ອັນ​ທີ່​ທ່ານ​ຈະ​
ເຮັດ ​ເພື່ອ​ຕັດ​ສິນ​ໃຈ​ກຳ​ນົດເສັ້ນ​ທາງ​ການ​ເມືອງ​ເສດ​ຖະ​ກິດ.”

ແມ່​ຍິງ​ຄົນ​ນຶ່ງ​ຍ່າງ​ຜ່ານ​ປ້າຍ​ຢູ່​ປ້ຳ​ນ້ຳ​ມັນ​ທີ່ບອກວ່າ "ບໍ່​ມີ​ນ້ຳ​ມັນ" ວັນ​ທີ 9 ຕຸ​ລາ 2018.
ແມ່​ຍິງ​ຄົນ​ນຶ່ງ​ຍ່າງ​ຜ່ານ​ປ້າຍ​ຢູ່​ປ້ຳ​ນ້ຳ​ມັນ​ທີ່ບອກວ່າ "ບໍ່​ມີ​ນ້ຳ​ມັນ" ວັນ​ທີ 9 ຕຸ​ລາ 2018.

ຫຼາ​ຍປີ​ຂອງ​ຄວາມ​ຜິດ​ພາດທາງ​ການ​ເງິນ ພ້ອ​ມ​ທັງ​ຄວາ​ມ​ກົດ​ດັນ​ຈາກ​ລົງ​ໂທດ​ຂອງ
​ສາ​ກົນທີ່​ໄດ້​ນຳ​ໄປ​ສູ່​ການ​ຢຸດ​ໃຊ້​ເງິນຕາ​ຂອງ​ຕົນ​ໂດຍ​ຊິມ​ບັບ​ເວ​ໃນ​ປີ 2009 ແລະ
ແທນ​ດ້ວຍ​ເງິນ​ໂດ​ລາ. ຄວາມ​ພະ​ຍາ​ຍາມ​ເທື່ອ​ຫລ້າ​ສຸດ ທີ່​ຈະນຳ​ໃຊ້​ເງິນ​ຕາ ໃໝ່​
ຂອງ​ປະ​ເທດ ​ແມ່ນຍັງ​ບໍ່​ທັນ​ມີ​ຄວາມ​ກະ​ຕື​ລື​ລົ້ນ ​ທັງໆ​ທີ່​ມີ​ການ​ຂາດ​ແຄນ​ ເງິນ​
ຕາ​ຕ່າງ​ປະ​ເທດຢ່າງ​ໜັກ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG