ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ອົບພະຍົບ ມຸສລິມ ໂຣຮິງຢາ ໃນ ບັງກລາແດັສ ມ້ວນທ້າຍ ປີ 2018 ລົງ ດ້ວຍຄວາມໂງງງັນ


ທີ່ສູນອົບພະຍົບມຸສລິມ ບາລູຄາລີ ໃກ້ໆກັບ Cox's Bazar ໃນ ບັງ​ກ​ລາ​ແດັ​ສ ວັນເສົາ ທີ 17 ພະຈິກ ປີ 2018.
ທີ່ສູນອົບພະຍົບມຸສລິມ ບາລູຄາລີ ໃກ້ໆກັບ Cox's Bazar ໃນ ບັງ​ກ​ລາ​ແດັ​ສ ວັນເສົາ ທີ 17 ພະຈິກ ປີ 2018.

ພວກອົບພະຍົບມຸສລິມໂຣຮິງຢາ ຫຼາຍກວ່າ 750,000 ຄົນ ທີ່ໄດ້ໜີຜ່າຍຈາກການໂຈມ
ຕີ ຂອງພວກທະຫານ ໃນມຽນມາ ຍັງຢູ່ໃນສູນອົບພະຍົບ ບັງກລາແດັ​ສຢູ່ຕໍ່ມາ ໃນເວລາ
ທີ່ແຜນການ ໃນອະນາຄົດ ເພື່ອສົ່ງພວກເຂົາເຈົ້າ ກັບຄືນ ແລະການຕັ້ງຖິ່ນຖານໃໝ່ ສຳ
ລັບພວກເຂົາເຈົ້າຍັງບໍ່ທັນແຈ້ງຂາວເທື່ອ. Steve Sanford ລາຍງານວ່າ ການທ້າທາຍ
ຍັງມີຂວາງໜ້າຢູ່ໃນປີທີ່ກຳລັງຈະ ມາເຖິງ ສຳລັບພວກໂຣຮິງຢາດັ່ງສາລີ ຈະນຳລາຍລະ
ອຽດ ມາສະເໜີທ່ານໃນ ອັນດັບຕໍ່ໄປ.

ຢູ່ທົ່ວສູນອົບພະຍົບທີ່ຢາຍຢັງຢູ່ ໃນເມືອງ Cox’s Bazar ນັ້ນ ພວກມຸສ ລິມອົບພະຍົບ
ໂຣຮິງຢາ ເກືອບນຶ່ງລ້ານຄົນ ແມ່ນພາກັນຕົກຢູ່ໃນສະພາບບໍ່ແນ່ ນອນ ບໍ່ຮູ້ວ່າຈະເຮັດ
ຈັ່ງໃດ ໄປຈັ່ງໃດ ໂດຍບໍ່ຮູ້ວ່າອະນາຄົດຈະເປັນຈັ່ງໃດແທ້.

ແຜນການກັບຄືນບ້ານ ດ້ວຍຄວາມສະໝັກໃຈ ໃນເດືອນແລ້ວນີ້ ໄດ້ຖືກເລື່ອນ ຍ້ອນຄວາມເປັນຫ່ວງດ້ານຄວາມປອດໄພ ກ່ຽວກັບການປະຕິບັດ ທີ່ບໍ່ຖືກຕ້ອງ ທີ່ຍັງມີ
ສືບຕໍ່ມາ ແລະການຂາດການຕິດຕາມເບິ່ງຂອງນາໆຊາດ.

ພວກນັກເຄື່ອນໄຫວດ້ານສິດທິກ່າວວ່າ ຮູບພາບທີ່ໄດ້ພິມລົງໃຫ້ເຫັນ ກ່ຽວກັບ ສະຖານ
ທີ່ຕັ້ງຖິ່ນຖານໃໝ່ ທີ່ກຳລັງຖືກສ້າງຂຶ້ນຢູ່ ໃນເກາະບາຊານຈາ ທີ່ຢູ່ຫ່າງໄກ ກໍເປັນອີກສາ
ເຫດນຶ່ງ ທີ່ສ້າງຄວາມເປັນຫ່ວງ.

ທ່ານ John Quinley ແຫ່ງອົງການ Fortify Rights ກ່າວວ່າ “ອົງການຂ້າ ຫຼວງໃຫຍ່
ສະຫະປະຊາຊາດດ້ານອົບພະຍົບ ບໍ່ໄດ້ຮັບອະນຸຍາດ ໃຫ້ເຂົ້າໄປໃນ ເກາະດັ່ງກ່າວ ເພື່ອຊັ່ງຊາຕີລາຄາເບິ່ງຄວາມສ່ຽງທາງດ້ານສະພາບນໍ້າຖ້ວມ ເພາະຫຼາຍໆຄົນເວົ້າວ່າ ມັນມີທ່າທາງ ວ່ານໍ້າຈະຖ້ວມ ແລະເປັນອັນຕະລາຍ ເພາະສະນັ້ນກໍໝາຍຄວາມວ່າ ພວກອົບພະຍົບໂຣຮິງຢາຫຼາຍຮ້ອຍພັນຄົນຈະ ໄປຕົກຢູ່ໃນເກາະນໍ້າຖ້ວມ ແລະນັ້ນ ມັນກໍຈະຕົກຢູ່ໃນສະພາບ ທີ່ເປັນອັນຕະ ລາຍຢ່າງໃຫຍ່ຫຼວງ.”

ທ່ານ John Quinley ເວົ້າວ່າ ໃນຂະນະທີ່ຄວາມຮູ້ສຶກກະທົບອັນຍາວນານ ຕໍ່ຊາວໂຣ
ຮິງຍາ ຍັງບໍ່ທັນເກີດຂຶ້ນເທື່ອ ແຕ່ການປະຕິເສດອັນຍືດເຍື້ອ ດ້ານ ການສຶກ
ສາກໍຈະເປັນການສ້າງຄວາມເສຍຫາຍ.

ທ່ານ John Quinley ເວົ້າວ່າ “ບໍ່ໄດ້ມີການໃຫ້ການສຶກສາຢ່າງເປັນແບບແຜນ ຢູ່ໃນສູນອົບພະຍົບໃນເວລານີ້. ຊາວໂຣຮິງຢາທີ່ອົງການ Fortify ໄດ້ເວົ້ານຳ ຄິດວ່າ ນີ້ເປັນບັນຫາໜັກ ສຳລັບອະນຸຊົນລຸ້ນຫຼັງຂອງເດັກນ້ອຍໂຣຮິງຢາ ແລະ ພວກເຍົາ
ວະຊົນທັງຫຼາຍ.

ແຕ່ແລ້ວມັນກໍບໍ່ເປັນທີ່ແຈ້ງຂາວເທື່ອວ່າ ພວກໂຣຮິງຢາຈະໄປໃສໄດ້ ເວລາກັບ ຄືນ
ເມືອມຽນມາມື້ໃດມື້ນຶ່ງ.

ພວກເຈົ້າໜ້າທີ່ມຽນມາກ່າວວ່າ ທີ່ດິນທີ່ໄດ້ຖືກຈູດເຜົາ ໄດ້ກາຍເປັນຊັບສິນຂອງ ລັດ
ຖະ
ບານທີ່ຈະເປັນຜູ້ບໍລິຫານ ພາໃຫ້ເກີດຄວາມສົງໄສວ່າ ຜູ້ໃດ
ເປັນເຈົ້າຂອງ ພວກໝູ່ບ້ານ 200 ກວ່າແຫ່ງ ທີ່ຖືກເຜົາໃໝ້ຈົນຈຳດິນໃນປີເຄິ່ງຜ່ານ
ມານີ້.

ທ່ານ ກຽວ ຮລາ ອອງ ທະນາຍຄວາມ ໂຣຮິງຢາ ທີ່ໄດ້ຮັບລາງວັນດ້ານມະນຸດ ສະທຳ
ກ່າວວ່າ ບັນທຶກທີ່ເປັນທາງການສາມາດພິສູດໃຫ້ເຫັນໄດ້ເຖິງການມີສິດ ເປັນເຈົ້າ
ຂອງ ຖ້າມີການຮ້ອງຂໍເອົາມາເບິ່ງ.

ທ່ານກ່າວວ່າ “ພວກເຂົາເຈົ້າມີບັນທຶກຄົບຖ້ວນ ມີບັນທຶກທັງໝົດຢູ່ໃນກົມຕາດິນ ໃນກະຊວງພາຍໃນ. ປະຊາຄົມນາໆຊາດ ຄວນຂໍໃຫ້ລັດຖະບານເອົາເອກະສານ ດ່ັງກ່າວນີ້ມາໃຫ້ເບິ່ງ.”

ພວກນັກວິເຄາະທັງຫຼາຍ ມອງເຫັນທ່າທີຂອງມຽນມາວ່າ ຕັ້ງແກ້ງຢາກລົບລ້າງ ກຸ່ມຊົນເຜົ່າດັ່ງກ່າວ ຊຶ່ງເປັນຂໍ້ກ່າວຫາ ທີ່ພວກເຈົ້າໜ້າທີ່ມຽນມາປະຕິເສດ ແຕ່
ໃດໆມາ.

ທ່ານ ກຽວ ຮລາ ອອງ ທະນາຍຄວາມ ໂຣຮິງຢາ ກ່າວຕື່ມວ່າ “ລັດຖະບານ ເຮັດໃຫ້ພວກເຮົາເປັນຄົນກືກໜັງສື ເພາະເຂົາເຈົ້າຈະໄດ້ກ່າວຫາວ່າ ພວກຄົນ
ເຫຼົ່ານີ້ ເປັນຄົນເຂົ້າເມືອງຜິດກົດໝາຍ ມາຈາກບັງກລາແດັ​ສ ເພາະວ່າພວກ ເຂົາເຈົ້າບໍ່ຮູ້ຈັກຫຍັງກ່ຽວກັບໂລກ. ພວກເຂົາເຈົ້າບໍ່ຮູ້ຈັກຫຍັງ ກ່ຽວກັບປະເທດ
ນີ້.”

ໃນຂະນະທີ່ປີໃໝ່ກຳລັງຫຍັບໃກ້ເຂົ້າມາຢູ່ນີ້ ຫຼາຍໆຄົນຢູ່ໃນສູນ ພາກັນປາດຖະໜາ
ວ່າ ຈະໄດ້ຮັບອະນາຄົດ ອັນມີແຕ່ຄວາມສະຫງົບສຸກ.

ເຊີນອ່ານຂ່າວນີ້ຕ່ືມເປັນພາສາອັງກິດ

XS
SM
MD
LG