ເຖິງແມ່ນກຳປູເຈຍປູກເຂົ້າພຽງພໍ ສຳລັບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນຂອງຕົນກໍຕາມ ແຕ່ຫຼາຍລ້ານຄົນ ບໍ່ໄດ້ຮັບໂພຊະນາການທີ່ສຳຄັນແລະຈຳເປັນ ຢ່າງພຽງ
ພໍຢູ່ໃນອາຫານການກິນຂອງເຂົາເຈົ້າ ອັນເປັນການຂາດແຄນທີ່ສົ່ງຜົນຮັບ ທີ່ພາໃຫ້ຮ່າງ
ກາຍອ່ອນແອລົງ ໃນໄລຍະຍາວ. ໃນສັບປະດາແລ້ວນີ້ ໄດ້ມີການຈັດຕັ້ງປະຕິບັດໂຄງການໜຶ່ງ ທີ່ໄດ້ຮັບເງິນທຶນ 3 ລ້ານດອນລາ ຈາກປະເທດການາດາ ທີ່ພະຍາຍາມຈະລຽນແບບ ແລະເພີ້ມທະວີ ຄວາມສຳເລັດຕ່າງໆ ຂອງໂຄງການທົດລອງຢູ່ໃນແຂວງຊົນນະບົດແຫ່ງໜຶ່ງ ຊຶ່ງສິງຈະນຳເອົາລາຍລະອຽດ ມາສະເໜີທ່ານ ຈາກລາຍງານຂອງ Robert Michael ຜູ້ສື່ຂ່າວວີໂອເອ ທີ່ນະຄອນຫຼວງພະນົມເປັນ.
ການບໍ່ໄດ້ຮັບອາຫານ ບຳລຸງຮ່າງກາຍຢ່າງພຽງພໍ ຍັງເປັນບັນຫາຮ້າຍແຮງອັນໜຶ່ງໃນກຳປູເຈຍ ຊຶ່ງໂຕເລກທີ່ອົງການອາຫານແລະການກະເສດ ຂອງສຫະປະຊາຊາດ ເປີດເຜີຍໃຫ້ຮູ້ໃນປີນີ້ ສະແດງໃຫ້ເຫັນວ່າ ເດັກນ້ອຍກຳປູເຈຍ ທີ່ມີອາຍຸຕ່ຳກວ່າ 5 ຂວບ ໜຶ່ງໃນສາມຄົນໃດ ແມ່ນປະສົບກັບບັນຫາການຈະເລີນເຕີບໂຕຂອງຮ່າງ ກາຍທີ່ບໍ່ສົມບູນ ທີ່ເກີດຈາກການບໍ່ໄດ້ກິນອາຫານທີ່ດີແລະພຽງພໍ.
ກຳປູເຈຍ ແມ່ນຖືວ່າ ເປັນປະເທດທີ່ “ມີຄວາມໝັ້ນຄົງໃນດ້ານອາຫານ” ແຕ່ສາດສະດາ
ຈານ Tim Green ຊ່ຽວຊານດ້ານອາຫານຈາກມະຫາວິທະຍາໄລ British Columbia
ທີ່ການາດາ ກ່າວວ່າ ຍັງມີຫຼາຍຄົນທີ່ມີບັນຫາ ກັບການກິນອາຫານຂອງເຂົາເຈົ້າຢູ່.
ທ່ານ Tim Green ກ່າວວ່າ “ສະນັ້ນ ເລື້ອງນີ້ ແທ້ໆແລ້ວ ແມ່ນໝາຍຄວາມວ່າ ເຂົາ
ເຈົ້າມີເຂົ້າຂາວ ໃນປະລິມານພຽງພໍ ມີ calori ພຽງພໍສຳລັບລ້ຽງພົນລະເມືອງຂອງເຂົາເຈົ້າ ແຕ່ເຂົາເຈົ້າກໍຂາດອາຫານບຳລຸງ ທີ່ສຳຄັນແລະຈຳເປັນຫຼາຍຢ່າງ.”
ການຂາດ ສານອາຫານ ຂາດວິຕາມິນ ແລະສານແຮ່ ມີຜົນກະທົບຕໍ່ພັດທະການ ທາງດ້ານຮ່າງກາຍແລະດ້ານຈິດໃຈ ຂອງເດັກນ້ອຍ ແລະສາມາດພາໃຫ້ເກີດບັນຫາ ຕະຫຼອດຊີວິດໄດ້.
ການຂາດແຄນສານເຫຼົ່ານີ້ ເອີ້ນກັນວ່າເປັນ “ຄວາມອຶດຫິວທີ່ລີ້ຊ່ອນໂຕຢູ່” ແລະເປັນ
ບັນຫາໂດຍສະເພາະສຳລັບພວກເດັກນ້ອຍ ແລະພວກແມ່ຍິງ.
ດັ່ງໂຕຢ່າງ ການຂາດແຄນວິຕາມິນ B1 ຊຶ່ງການຄົ້ນຄວ້າຂອງທ່ານ Green ພົບເຫັນວ່າ
ມີຢູ່ທົ່ວໄປໃນກຳປູເຈຍນັ້ນ ສາມາດຍັງຜົນເຮັດໃຫ້ພວກເດັກເກີດໃໝ່ ຕາຍໄດ້ໃນເວລາບໍ່ຮອດໜຶ່ງມື້ ຫຼັງຈາກສະແດງອາການຂອງການຂາດແຄນວິຕາມິນນີ້. ແຕ່ມັນກໍເປັນບັນຫາ
ທີ່ແກ້ໄຂໄດ້ງ່າຍຫຼາຍ ໂດຍການພຽງແຕ່ເອົາວິຕາມິນ B1 ຕື່ມໃສ່ນ້ຳປາເທົ່ານັ້ນ ດັ່ງທີ່ທີມ
ງານຂອງທ່ານ Green ໄດ້ເຮັດ.
ທ່ານ Green ກ່າວວ່າ ເວລາພວກຊ່ຽວຊານປະເມິນເບິ່ງອາຫານນັ້ນ ດ້ານໜຶ່ງກໍແມ່ນພິ
ຈາລະນາເບິ່ງວ່າ ອາຫານທີ່ຜູ້ຄົນກິນນັ້ນ ມີຄວາມຫຼາກຫຼາຍຕ່າງກັນແນວໃດ. ຕາມທຳ
ມະດາແລ້ວ ຍິ່ງເຂົາເຈົ້າກິນຊີ້ນ ເຂົ້າ ແລະຜັກ ຫຼາກຫຼາຍຊະນິດເທົ່າໃດ ອາຫານຂອງເຂົາເຈົ້າກໍແມ່ນ ຈະມີໂພຊະນາການຫຼາຍເທົ່ານັ້ນ. ແຕ່ວ່າ ມັນບໍ່ເປັນແນວນັ້ນຢູ່ໃນປະເທດກຳປູເຈຍທີ່ທຸກຍາກ ເຖິງແມ່ນຊາວກຳປູເຈຍຈະກິນອາຫານຫຼາກຫຼາຍຊະນິດ ພໍສົມຄວນ.
ທ່ານ Tim Green ກ່າວວ່າ “ເພາະວ່າ ສິ່ງທີ່ພວກເຮົາພົບເຫັນນັ້ນ ກໍແມ່ນວ່າ
ພວກຜູ້ຄົນພາກັນກິນອາຫານໃນປະລິມານໜ້ອຍຫຼາຍ. ດັ່ງນີ້ພວກເຂົາເຈົ້າ
ອາດຈະເວົ້າວ່າ ພວກເຂົາເຈົ້າກິນຊີ້ນໝູທຸກໆມື້ ແຕ່ອາດຈະເປັນປະລິມານ
5 ຫາ 10 ກຣາມເທົ່ານັ້ນ. ດັ່ງນີ້ ພວກເຮົາຈຶ່ງໄດ້ເຂົ້າ ແລະໄດ້ທຳການປະເມິນ
ເບິ່ງການກິນອາຫານຂອງເຂົາເຈົ້າ ຢ່າງກວ້າງຂວາງຮອບດ້ານຂຶ້ນ ແລະພວກ
ເຮົາເຫັນວ່າ ອາຫານທີ່ເຂົາເຈົ້າກິນນັ້ນ ເຖິງແມ່ນມີແນວຕ່າງໆຫຼາກຫຼາຍຊະນິດ
ແຕ່ປະລິມານການກິນແທ້ໆນັ້ນ ແມ່ນຕໍ່າ ຫຼາຍ.”
ທີມຂອງທ່ານ Green ໄດ້ປະເມິນເບິ່ງໂຄງການທົດລອງທີ່ໄດ້ຮັບທຶນຈາກການາດາ ໃນແຂວງ Prey Veng ທາງພາກໃຕ້ຂອງກຳປູເຈຍ ຊຶ່ງໄດ້ແນເປົ້າໝາຍໃສ່ 900 ຄອບຄົວ
ທີ່ທຸກຈົນ ໃນຄວາມພະຍາຍາມເພື່ອປັບປຸງການກິນອາຫານຂອງເຂົາເຈົ້າ ໂດຍໃຫ້ກິນອາ
ຫານທີ່ແຕກຕ່າງກັນນັ້ນ.
ໂຄງການນີ້ ທີ່ເອີ້ນວ່າ Fish on Farms ຫຼື “ປາຢູ່ໃນຟາມ” ໄດ້ຊ່ວຍ 300 ຄົວເຮືອນ ສ້າງສວນຜັກຂຶ້ນ ໃນຂະນະດຽວກັນ ກໍຊ່ວຍ ອີກ 300 ຄອບຄົວ ເຮັດສະລ້ຽງປາ ພ້ອມກັບສວນຜັກນຳ. ສ່ວນອີກ 300 ຄອບຄົວທີ່ຍັງເຫຼືອນັ້ນ ເປັນກຸ່ມທີ່ຄວບຄຸມ ແລະບໍ່ໄດ້ຮັບການຊ່ວຍເຫຼືອຫຍັງໝົດ.
3 ປີຕໍ່ມາ ປາກົດວ່າ ພວກຄົວເຮືອນ ທີ່ມີທັງສະລ້ຽງປາ ແລະສວນຜັກ ໄດ້ມີຊີວິດທີ່ດີຂຶ້ນ
ກວ່າພວກຊາວບ້ານທີ່ມີແຕ່ສວນຜັກເທົ່ານັ້ນ.ແຕ່ທັງສອງຈຸ ມີຊີວິດທີ່ດີຂຶ້ນກວ່າ ຈຸທີ່ຖືກຄວບຄຸມ ບໍ່ໄດ້ຮັບການຊ່ວຍເຫຼືອຫຍັງເລີຍ.
ທ່ານ Tim Green ກ່າວວ່າ “ ພວກເຮົາໄດ້ເຫັນການເພີ້ມທະວີຂຶ້ນໃນລາຍຮັບ
ຂອງເຂົາເຈົ້າ ແລະເຫັນວ່າ ລາຍຮັບຂອງເຂົາເຈົ້າແມ່ນຄວບຕຸມໂດຍພວກແມ່ຍິງ ແລະໂດຍສ່ວນໃຫຍ່ແລ້ວ ແມ່ນຖືກໃຊ້ ສຳລັບໄວ້ຊື້ອາຫານແນວອື່ນ
ແລະສຳລັບຄ່າສຶກສາຮ່ຳຮຽນ. ພວກເຮົາໄດ້ເຫັນການດີຂຶ້ນແດ່ ໃນດ້ານສານອາຫານອື່ນໆນຳ.”
ຄວາມສຳເລັດຕ່າງໆຂອງການທົດລອງນີ້ ໄດ້ຖືກຮວມເຂົ້າກັນໃນໂຄງການຂະໜາດໃຫຍ່ຂຶ້ນ ທີ່ໄດ້ເລີ້ມມີການຈັດຕັ້ງປະຕິບັດກັນ ໃນສັບປະດາຜ່ານມານີ້ ໂດຍແນເປົ້າໝາຍໃສ່
ຊ່ວຍເຫລືອພວກຄົວເຮືອນທີ່ທຸກຍາກ 4500 ຄອບຄົວ ໃນ 4 ແຂວງ.
ວີດີໂອພາສາລາວ: ເຂົ້າຫອມມະລິ ຂອງກຳປູເຈຍ ໄດ້ຮັບລາງວັນ 3 ປີຊ້ອນ ກັບຂອງໄທ: