ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໑ ເມສາ ໒໐໒໕

ໂຄງ​ການ​ນຶ່ງ​ຊ່ວຍ​ເຫຼືອ​ຊາວ ຢູ​ເຄ​ຣນ ທີ່​ພັດ​ພາກ​ຈາກ​ຖິ່ນ​ຖານ ຊອກ​ຫາ​ບ້ານຫຼັງ​ໃໝ່


ໂຄງ​ການ​ນຶ່ງ​ຊ່ວຍ​ເຫຼືອ​ຊາວ ຢູ​ເຄ​ຣນ ທີ່​ພັດ​ພາກ​ຈາກ​ຖິ່ນ​ຖານ ຊອກ​ຫາ​ບ້ານຫຼັງ​ໃໝ່

ໃນຂະນະທີ່ລັດຖະບານທ່ານ ທຣຳ ພະຍາຍາມທຳການໄກ່ເກ່ຍເພື່ອສິ້ນສຸດສົງຄາມຂອງຣັດເຊຍ ກັບ ຢູເຄຣນ ນັ້ນ, ຊາວ ຢູເຄຣນ ຫຼາຍຄົນແມ່ນກຳລັງຮັບມືກັບຄວາມເປັນຈິງ ກ່ຽວກັບການເລີ່ມຕົ້ນຊີວິດໃໝ່ຫຼັງຈາກໄດ້ສູນເສຍບ້ານເຮືອນຂອງເຂົາເຈົ້າ. ອົງການສະຫະປະຊາຊາດເວົ້າວ່າ ຊາວຢູເຄຣນ ສາມລ້ານຫ້າແສນຄົນໄດ້ພັດພາກຈາກທີ່ຢູ່ອາໄສ. ໂຄງການນຶ່ງໄດ້ຊ່ວຍເຫຼືອເຂົາເຈົ້າຊອກຫາບ້ານຫຼັງໃໝ່ ແລະ ວຽກງານ ໃນຂະນະທີ່ຊ່ວຍເຫຼືອພັດທະນາບ້ານຫຼາຍແຫ່ງໃນເວລາດຽວກັນ. ນັກຂ່າວວີໂອເອ ລີເຊຍ ບາຄາເລັດສ໌ ລາຍງານຈາກພາກພື້ນ ກີຢິບ.

ຕຸກກະຕາທີ່ໜ້າຮັກນີ້ ຄືສິ່ງດຽວທີ່ມີຄຸນຄ່າທາງຈິດໃຈທີ່ຄອບຄົວ ໂປຣຕາເຊວິດຈ໌ ສາມາດເອົາໄປໄດ້ ເມື່ອຕ້ອງຫຼົບໜີກອງທັບ ຣັດເຊຍ ທີ່ຮຸກຮານປະເທດ ຢູເຄຣນ ໃນປີ 2022.

ນາງ ຄາເທຣີນາ ໂປຣຕາເຊວິດຈ໌ ຜູ້ທີ່ຖືກພັດພາກຈາກທີ່ຢູ່ອາໄສກ່າວວ່າ “ພວກເຮົາໄດ້ຫຼົບໜີດ້ວຍສິ່ງຂອງສອງສາມຢ່າງຄື ແລັບທັອບທີ່ຊຸກເຊື່ອງໄວ້, ນ້ຳມັນແອັດຊັງສາມຕຸກ ແລະ ລູກສາວຂອງຂ້ອຍໄດ້ເອົາຕຸກກະຕາໂຕນີ້ມານຳ. ລາວຊື່ວ່າ ທຸເຊຍ.”

ນາງ ຄາເທຣີນາ, ສາມີຂອງລາວ, ແມ່ ແລະ ລູກສອງຄົນແມ່ນມາຈາກບ້ານແຫ່ງນຶ່ງໃນພາກພື້ນເຄີສັນຂອງ ຢູເຄຣນ. ເມື່ອບໍ່ມີບ່ອນຢູ່ອາໄສ, ເຂົາເຈົ້າຕ້ອງໄດ້ໃຊ້ເວລານຶ່ງປີເຄິ່ງ ທຳການເຄື່ອນຍ້າຍຜ່ານປະເທດ, ເພື່ອຊອກຫາສະຖານທີ່ຕັ້ງຖິ່ນຖານໃໝ່.

ທ່ານນາງ ທີນາ ນິໂກໂລວາ ຈາກມູນນິທິການກຸສົນ Enjoying Live ກ່າວວ່າ “ສຳລັບຄົນທີ່ພັດພາກຈາກທີ່ຢູ່ອາໄສຫຼາຍຄົນຈາກໝູ່ບ້ານ ຫຼື ຊຸມຊົນຂະໜາດນ້ອຍ, ມັນຍາກທີ່ຈະປະສົມຄວາມກົມກືນເຂົ້າກັບເມືອງໃຫຍ່. ເພື່ອຊອກຫາທັກສະໃໝ່, ເວລາທີ່ເຈົ້າສູນເສຍທຸກຢ່າງ, ມັນກົດດັນຫຼາຍທີ່ສຸດ.”

ເພື່ອຊ່ວຍເຫຼືອຄອບຄົວຕ່າງໆຄືຄອບຄົວ ໂປຣຕາເຊວິດຈ໌ ນັ້ນ, ກຸ່ມນຶ່ງທີ່ເອີ້ນວ່າ ມູນນິທິເພື່ອການກຸສົນ Enjoying Live ໄດ້ສ້າງໂຄງການນຶ່ງຂຶ້ນມາຊື່ວ່າ “ເຮືອນທີ່ຢູ່ໃກ້ຄຽງ,” ທີ່ແນເປົ້າໃສ່ການເຮັດໃຫ້ຜູ້ທີ່ພັດພາກຈາກທີ່ຢູ່ອາໄສ ມີຄວາມສະບາຍໃຈຢູ່ໃນຊຸມຊົນໃໝ່ຂອງເຂົາເຈົ້າ.

ທ່ານນາງ ທີນາ ນິໂກໂລວາ ກ່າວວ່າ “ພວກເຮົາຊື້ເຮືອນ, ທຳການສ້ອມແປງພື້ນຖານ, ສະນັ້ນມັນຈະມີສິ່ງອຳນວຍຄວາມສະດວກທຸກຢ່າງ ແລະ ເອົາມັນໃຫ້ຄອບຄົວນຶ່ງໂດຍບໍ່ເສຍເງິນຫຍັງເລີຍ ທີ່ຢາກຈະຍ້າຍໄປໝູ່ບ້ານນັ້ນໃນພາກພື້ນກີຢິບ ແລະ ອາໄສຢູ່ຫັ້ນ ແລະ ເຮັດວຽກຢູ່ຫັ້ນຢ່າງໜ້ອຍ 10 ປີ. ເຂົາເຈົ້າຕ້ອງຮັກສາເຮືອນຫຼັງນີ້ໃຫ້ດີ ແລະ ຈ່າຍຄ່ານ້ຳຄ່າໄຟເອງ.”

ຫຼັງຈາກ 10 ປີ, ຄອບຄົວນຶ່ງຈະໄດ້ກາຍເປັນເຈົ້າຂອງເຮືອນນັ້ນ. ກອງທຶນດັ່ງກ່າວກໍຍັງຊອກຫາວຽກງານໃຫ້.

ຫຼາຍເມືອງ ແລະ ໝູ່ບ້ານແມ່ນໄດ້ຂາດແຄນແຮງງານ.

ໂຮງໝໍແຫ່ງນີ້ໃນເມືອງ ຕາຣາສຊາ ໃນພາກພື້ນ ກີຢິບ ມີຕຳແໜ່ງຫວ່າງ 100 ໜ້າວຽກ.

ທ່ານນາງ ຢານາ ໂທຣຢານ, ຈາກໂຮງໝໍເມືອງ ຄາຣາສຊາ ກ່າວວ່າ “ພວກເຮົາຕ້ອງການແພດກ່ຽວກັບເດັກນ້ອຍ, ແພດທົ່ວໄປ, ແພດຜູ້ຊ່ຽວຊານດ້ານເສັ້ນປະສາດ ແລະ ແພດກວດກາການທຳງານຂອງລະບົບຮ່າງກາຍ. ໃນຖານະເປັນໂຮງໝໍຂະໜາດນ້ອຍ ມັນຍາກທີ່ຈະດຶງດູດເອົາບັນດາຜູ້ຊ່ຽວຊານມາ. ແຕ່ເວລາຕຳແໜ່ງວຽກທີ່ຫວ່າງມາພ້ອມກັບທີ່ພັກ ມັນກໍແຕກຕ່າງອອກໄປ.”

ໂຮງໝໍແຫ່ງນີ້ໃຫ້ບໍລິການປະຊາຊົນ 26,000 ຄົນຈາກບັນດາຊຸມຊົນນ້ອຍໆທີ່ຢູ່ໃກ້ຄຽງ. ດ້ວຍພະນັກງານຫຼາຍຄົນຢູ່ໃນອາຍຸກິນບຳນານ, ແລະ ປະຊາຊົນໄວໜຸ່ມຍ້າຍໄປຢູ່ໃນເມືອງທີ່ໃຫຍ່ກວ່າ, ບັນດາເຈົ້າໜ້າທີ່ກ່າວວ່າ ຜູ້ທີ່ພັດພາກຈາກທີ່ຢູ່ອາໄສແມ່ນສາມາດໄປຕື່ມຊ່ອງຫວ່າງນັ້ນໄດ້.

ອ່ານ​ລາຍ​ງານນີ້​ເປັນ​ພາ​ສາ​ອັງ​ກິດ

As the Trump administration looks to broker an end to the Russia-Ukraine war, many Ukrainians are dealing with the reality of starting over after losing their homes. The United Nations says three and a-half million Ukrainians are internally displaced. One project helps them find new homes and jobs while helping the development of small villages. Lesia Bakalets reports from the Kyiv region.

This cute doll is the only item of sentimental value that the Protasevich family managed to take when they fled Russian forces, who invaded Ukraine in 2022.

“We fled with a few things: hidden laptops, two cans of gasoline and my daughter brought this doll. Her name is Tusya.”

Kateryna, her husband, mother and two children are from a village in Ukraine’s Kherson region. Displaced, they had to spend a year and a-half moving through the country, trying to find a place to settle.

“For many IDPs from villages or small communities, it's tough to assimilate to a big city. To acquire new skills, when you have lost everything, is extremely stressful."

To help families like Protasevych’s, a group called the Enjoying Life Charitable Foundation created a project called "House Nearby,” aimed at making internally displaced people or IDPs comfortable in their new communities.

“We buy houses, do basic repairs — so there are all the amenities — and give them for free to a family that wants to move to the village in the Kyiv region and live and work there for at least 10 years. They have to take care of this house and pay utilities.”

After 10 years, a family becomes the owner of the house. The fund also looks for job openings.

Many towns and villages have labor shortages.

This hospital in the town of Tarashcha in the Kyiv region has 10 vacancies.

“We need a pediatrician, a general practitioner, a neurologist, and a functional diagnostics doctor. As a small hospital it is hard to be attractive to specialists. But when a vacancy potentially comes with housing – it's different.”

This one hospital serves 26 thousand people from nearby small communities. With many workers of retirement age, and young people moving to bigger cities, officials say IDPs can help fill the gap.

“We've already had several interviews with internally displaced persons whom the foundation recommended.”

“At first, I doubted whether it was worth moving again because constant changes are exhausting. But [after] four months of living here, it felt like home. What I like most is that it is relatively safe here. My children sleep; you can't hear sirens."

Protasevych has been living in Medvin village in the Kyiv region for a year. Initially working as an accountant, now she is helping others like herself with the Enjoying Life Charitable Foundation.

“They were looking for a social worker who would help families settle down and act as an intermediary between them and the fund.”

While “House Nearby” is a pilot project, organizers want to scale up and teach communities how to implement such programs on their own.

As expectations grow for the Russia-Ukraine war to end, so does hope for those who had to flee can once again have a place to call home.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG