ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາ​ຈານ ມອບ​ຄະ​ແນນ​​ສູງ ​ໃຫ້ນັກ​ສຶກ​ສາ ທີ່ນອນ​ໄດ້ຫຼາຍ​ຊົ່ວ​ໂມງ


ນັກ​ສຶກ​ສາ​ຈາກ​ຄະ​ນະ​ວິ​ສະ​ວະ​ກຳ ມະ​ຫາ​ວິ​ທະ​ຍາ​ໄລ ໂຄ​ລຳ​ເບຍ ນອນ​ໃນ​ລະ​ຫວ່າງພິ​ທີ​ມອບ​ໃບ​ປະ​ກາດ​ໃນ​ລັດ ນິວຢອກ, 16 ພຶດ​ສະ​ພາ 2012.
ນັກ​ສຶກ​ສາ​ຈາກ​ຄະ​ນະ​ວິ​ສະ​ວະ​ກຳ ມະ​ຫາ​ວິ​ທະ​ຍາ​ໄລ ໂຄ​ລຳ​ເບຍ ນອນ​ໃນ​ລະ​ຫວ່າງພິ​ທີ​ມອບ​ໃບ​ປະ​ກາດ​ໃນ​ລັດ ນິວຢອກ, 16 ພຶດ​ສະ​ພາ 2012.

ອາ​ຈານ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ນຶ່ງ ໄດ້​ທົດ​ລອງ​ການນອນ​ຄືນ​ລະ​ຢ່າງ​ໜ້ອຍ 8 ຊົ່ວ​ໂມງ​ ກັບ​ນັກ​ສຶກ​ສາ ເພື່ອຮັກ​ສາ​ສຸ​ຂະ​ພາບ​ໃຫ້​ແຂງ​ແຮງ​ດີ ແລະ ຜົນ​ທີ່​ອອກ​ມາ​ນັ້ນ​ແມ່ນ​ດີ​ເກີນ​ຄາດ. ເຊິ່ງ​ ພຸດ​ທະ​ສອນ ຈະ​ນຳ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ບໍ່​ມີ​ການ​ໃຫ້​ຄຳ​ປາ​ຖ​ະ​ກະຖາ​ໃດ​ທີ່​ເບິ່ງ​ຄື​ວ່າ ​ຈະ​ຊັກ​ຊວນ​ໃຫ້​ພວກ​ນັກ​ຮຽນ​ນອນຫຼາຍ​
ຂຶ້ນຕື່ມ.

ແຕ່​ອາ​ຈານ​ຄົນນຶ່ງ ໄດ້​ໃຊ້​ເຫຍື່ອ​ລໍ້ ທີ່​ເຂົາ​ເຈົ້າ​ບໍ່​ສາ​ມາດ​ອົດ​ທົນ​ຕໍ່​ໄດ້.

ທ່ານ ໄມ​ເຄິ​ລ ສ​ກັ​ລ​ລິນ ໄດ້ສອນ​ວິ​ທະ​ຍາ​ສາດ ກ່ຽວ​ກັບ ການນອນ​ໃຫ້​ພວກ​ນັກ​ສຶກ​ສາ
ຈິດຕະສາດຢູ່ມະຫາວິທະຍາໄລ ເບເລີ ໃນເມືອງ ເວໂກ, ລັດ ເທັກຊັສ. ທ່ານເປັນຜູ້
ປາຖະກະຖາ ກ່ຽວກັບ ບັນຫາສຸຂະພາບທາງຮ່າງກາຍ ແລະ ຈິດ ທີ່ມີສາເຫດມາຈາກ
ການນອນບໍ່ພໍ. ບັນຫາດັ່ງກ່າວນັ້ນລວມມີ ຄວາມຫຍຸ້ງຍາກໃນການຕັ້ງໃຈ, ການຄວບ
ຄຸມອາລົມຂອງຄົນຜູ້ນຶ່ງ ແລະ ມີຄວາມສ່ຽງເປັນພະຍາດຫຼາຍຂຶ້ນ.

ທ່ານ ສ​ກັ​ລ​ລິນ ເວົ້າ​ວ່າ “ໃນ​ເວ​ລາ​ທີ່​ເຈົ້ານອນບໍ່​ພໍ​ທີ່​ສຸດ ແມ່ນ​ເວ​ລາ​ທີ່​ເຈົ້າ​ເບິ່ງ​ຄື​ວ່າ​ຈະ​
ສາມາດຕັດສິນວ່າ ເຈົ້າຫິວນອນຊ່ຳໃດໜ້ອຍທີ່ສຸດ, ແລະ ວ່າການຢາກນອນນັ້ນມີຜົນ
ກະທົບຕໍ່ເຈົ້າຫຼາຍຊ່ຳໃດ.” ສູນຄວບຄຸມ ແລະ ປ້ອງກັນໂຣກ ສະຫະລັດ ໄດ້ແນະນຳ
ໃຫ້ພວກຜູ້ໃຫຍ່ນອນຄືນລະຢ່າງໜ້ອຍ 7 ຊົ່ວໂມງເພື່ອຮັກສາສຸຂະພາບໃຫ້ແຂງແຮງ
ດີ, ແຕ່ຊາວ ອາເມຣິກັນ ຫຼາຍ ແລະ ຫຼາຍຂຶ້ນກວ່າເກົ່າໄດ້ລາຍງານວ່າ ເຂົາເຈົ້ານອນ
ໜ້ອຍກວ່າ 6 ຊົ່ວໂມງໃນແຕ່ລະຄືນ.

ທ່ານ ສ​ກັ​ລ​ລິນ ກ່າວ​ວ່າ ລູກ​ສິດ​ຂອງ​ທ່ານ​ເບິ່ງ​ຄື​ວ່າ​ຈະ​ມ່ວນ​ຊື່ນ​ກັບ​ການ​ຮຽນ. ແຕ່​ເມື່ອ​
ທ່ານໄດ້ຖາມວ່າ ເຂົາເຈົ້າໄດ້ນອນຫຼາຍກວ່າສິ່ງທີ່ເຂົາເຈົ້າໄດ້ຮຽນຢູ່ຫ້ອງນັ້ນຫຼືບໍ່, ສ່ວນ
ຫຼາຍຕອບວ່າບໍ່.

ສະ​ນັ້ນ​ທ່ານ ສ​ກັ​ລ​ລິນ ​ຈຶ່ງໄດ້​ຄິດ​ແຜນ​ຂຶ້ນ​ມາ ເພື່ອ​ເຮັດ​ໃຫ້​ລູກ​ສິດ​ຂອງ​ລາວ​ໄດ້​ນອນ
ຫຼາຍຂຶ້ນ. ທ່ານໄດ້ໃຫ້ຄະແນນເຂົາເຈົ້າເພີ່ມ ໃນການເສັງຈົບພາກຮຽນ ຂອງເຂົາເຈົ້າ,
ເຊິ່ງແມ່ນການສອບເສັງທີ່ມີຄວາມສຳຄັນທີ່ສຸດ.

ແຜນ​ການ​ດັ່ງ​ກ່າວ​ໄດ້​ຜົນ​ດີກວ່າ​ທີ່​ທ່ານ ສ​ກັ​ລ​ລິນ ໄດ້​ຄາດ​ໄວ້. ພວກ​ນັກ​ສຶກ​ສາ​ທີ່​ໄດ້​
ນອນຫຼາຍຂຶ້ນ ເສັງໄດ້ດີກວ່າໃນສອງຫ້ອງຕ່າງກັນ, ແລະ ທ່ານ ສກັລລິນ ໄດ້ເປີດ
ເຜີຍການຄົ້ນພົບຂອງທ່ານ ໃນບົດການສຶກສາສອງສອງບົດ ເມື່ອເດືອນພະຈິກປີກາຍ
ນີ້.

ການ​ສຶກ​ສາ​ດັ່ງ​ກ່າວ​ໄດ້​ຜົນ​ແນວ​ໃດ?

ທ່ານ ສ​ກັ​ລ​ລິນ ໄດ້​ເລີ່ມ​ການ​ທົດ​ລອງ​ກັບ​ພວກ​ນັກ​ສຶກ​ສາ​ຈິດ​ຕະ​ສາດ​ຂອງ​ລາວ. ລາວ​
ໄດ້ບອກເຂົາເຈົ້າວ່າ ຖ້າເຂົາເຈົ້າຕົກລົງທີ່ຈະນອນຢ່າງໜ້ອຍ 8 ຊົ່ວໂມງຕໍ່ຄືນ ກ່ອນ
ວັນສອບເສັງນັ້ນ, ເຂົາເຈົ້າຈະໄດ້ຄະແນນຕື່ມຫຼາຍຄະແນນ. ແຕ່ຖ້າເຂົາເຈົ້າຕົກລົງທີ່
ຈະເຂົ້າຮ່ວມໃນການສຶກສາ ແລະ ບໍ່ສາມາດທີ່ຈະເຮັດໄດ້ຕາມຈຳນວນຊົ່ວໂມງນອນ
ທີ່ຕ້ອງການນັ້ນ, ເຂົາເຈົ້າຈະເສຍຄະແນນໃນການສອບເສັງ. ພວກນັກສຶກສາຈະໃສ່
ອຸປະກອນພິເສດທີ່ເກັບກຳຂໍ້ມູນການນອນຂອງເຂົາເຈົ້າ.

ມີ​ນັກ​ສຶກ​ສາ​ພຽງ 8 ຈາກ 18 ຄົນ​ເທົ່າ​ນັ້ນ​ໃນ​ກຸ່ມ​ທຳ​ອິດ ໄດ້​ຕົກ​ລົງ​ທີ່​ຈະ​ເຂົ້າ​ຮ່ວມ​ໃນ​
ການທົດລອງ. ແຕ່ນັກສຶກສາທຸກຄົນທີ່ໄດ້ເຂົ້າຮ່ວມນັ້ນ ແມ່ນເສັງໄດ້ດີກວ່າຜູ້ທີ່ບໍ່ໄດ້
ເຂົ້າຮ່ວມ, ແມ່ນກະທັ້ງກ່ອນຄະແນນພິເສດນັ້ນໄດ້ຖືກບວກໃສ່. ຕາມພື້ນຖານແລ້ວ
ເຂົາເຈົ້າໄດ້ 5 ຄະແນນ ຫຼື ຫຼາຍກວ່ານັ້ນໃນການສອບເສັງດັ່ງກ່າວ.

ທ່ານ ສ​ກັ​ລ​ລິນ ໄດ້​ຕັດ​ສິນ​ໃຈ​ທີ່​ຈະ​ທຳ​ການ​ສຶກ​ສາ​ຊ້ຳ​ອີກ ກັບ​ກຸ່ມ​ນັກ​ສຶກ​ສາ​ອອກ​ແບບ
16 ຄົນ. ທ່ານໄດ້ເລືອກທີ່ຈະບໍ່ລົງໂທດພວກນັກສຶກສາ ຜູ້ທີ່ບໍ່ສາມາດນອນໄດ້ເຕັມ 8
ຊົ່ວໂມງຕໍ່ຄືນ, ແລະໄດ້ຄະແນນຄືກັນ.

ທ່ານ ແດ​ນຽ​ລ ເບັ​ສ​ເຊ​ເ​ຊັນ, ຜູ້​ອຳ​ນວຍ​ການ​ຊ່ວຍ​ຂອງ​ສູນ​ກາງ​ສຸ​ຂະ​ພາບ ແລະ ຄວາມ​
ແຂງແຮງ ແອນຊຸດສ໌ (Anchutz) ຢູ່ມະຫາວິທະຍາໄລ ໂຄໂລຣາໂດ, ໄດ້ທຳການຄົ້ນ
ຄວ້າ ກ່ຽວກັບ ການນອນ. ທ່ານໄດ້ກ່າວວ່າ ການສຶກສາຂອງທ່ານ ສກັລລິນ ຈະສະ
ໜັບສະໜູນແນວຄິດທີ່ວ່າ ການນອນຈະຊ່ວຍຜົນງານດ້ານການສຶກສາ ໃນຂະນະທີ່
ພວກນັກສຶກສາຜູ້ທີ່ຮຽນ ຫຼື ຢູ່ໝົດຄືນກ່ອນການສອບເສັງ ເພື່ອພະຍາຍາມທີ່ຈະຈື່ບົດ
ຮຽນນັ້ນ ມີຄວາມເປັນໄປໄດ້ວ່າຈະຮ້າຍແຮງຂຶ້ນ.

ໃນ​ຂະ​ນະ​ທີ່​ການ​ສຶກ​ສາ​ຂອງ​ທ່ານ ສ​ກັ​ລ​ລິນ ໄດ້​ສອດ​ຄ່ອງ​ກັບ​ການ​ຄົ້ນ​ຄວ້າ ກຽວ​ກັບ
ການນອນອື່ນໆນັ້ນ, ທ່ານ ເບັສເຊເຊັນ ກ່າວວ່າ ເພື່ອທີ່ຈະໃຫ້ມັນເປັນໃນທາງວິທະຍາ
ສາດນັ້ນ, ທັງສອງກຸ່ມຄວນສຶກສາຫົວຂໍ້ດຽວກັນ ແລະ ໃຊ້ບົດສອບເສັງດຽວກັນ. ພວກ
ນັກສຶກສາຄວນຖືກເລືອກຢ່າງບໍ່ໄດ້ຄາດເອົາໄວ້ ສຳລັບການນອນ ຫຼື ການບໍ່ນອນເຊັ່ນ
ກັນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG