ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການປະທ້ວງ ຕອບໂຕ້ກັນ ຍັງດໍາເນີນຕໍ່ມາ ໃນເວເນຊູເອລາ (ວີດີໂອ)


ຊາຍຄົນນຶ່ງ ອຸ້ມແມ່ຍິງຄົນນຶ່ງ ທີ່ໄດ້ຮັບບາດເຈັບ ຍ້ອນແກ໊ສນໍ້າຕາ ຂອງຕໍາຫລວດປາບຈະລາຈົນ ຢູ່ບ່ອນປະທ້ວງແຫ່ງນຶ່ງ ຂອງຝ່າຍ ຕໍ່ຕ້ານລັດຖະບານ ເມື່ອວັນເສົາ ທີ 22 ກຸມພາ.
ຊາຍຄົນນຶ່ງ ອຸ້ມແມ່ຍິງຄົນນຶ່ງ ທີ່ໄດ້ຮັບບາດເຈັບ ຍ້ອນແກ໊ສນໍ້າຕາ ຂອງຕໍາຫລວດປາບຈະລາຈົນ ຢູ່ບ່ອນປະທ້ວງແຫ່ງນຶ່ງ ຂອງຝ່າຍ ຕໍ່ຕ້ານລັດຖະບານ ເມື່ອວັນເສົາ ທີ 22 ກຸມພາ.
ພວກທີ່​ສະໜັບສະໜຸນ​ແລະ​ຄັດຄ້ານ ປະທານາທິບໍດີ​ເວ​
ເນ​ຊູ​ເອລາ ທ່ານ Nicolas Maduro ​ໄດ້​ພາກັນ​ເດີນ​ຂະ
​ບວນ ຕອບ​ໂຕ້​ກັນ​ໃນ​ວັນ​ເສົາ​ວານ​ນີ້ ​ໃນ​ນະຄອນຫລວງ​
ກາຣາກັສ ​ໃນ​ຂະນະ​ທີ່​ທ່ານ​ຮຽກຮ້ອງ​ໄປ​ຍັງ​ທຸກ​ພັກ​ຝ່າຍ ​
ໃຫ້​ມາ​ຮ່ວມ​ອັນ​ທີ່​ທ່ານ​ເອີ້ນ​ວ່າ ກອງ​ປະຊຸມ​ສັນຕິພາບ ​
ໃນ 2-3 ​ມື້ຕໍ່​ໜ້າ​ນີ້.

ພວກ​ທີ່​ຄັດຄ້ານ​ທ່ານ Maduro ​ໄດ້​ເລີ່​ມພາກັນ​ເດີນ​ຂະ​ບວນ
​ເມື່ອ​ຕົ້ນເດືອນ​ນີ້ ຕໍ່ຕ້ານ​ລັດຖະບານ​ຂອງ​ທ່ານ. ​ເຂົາ​ເຈົ້າ​ເວົ້າ
​ວ່າ ພວກ​ເຂົາ​ເຈົ້າ​ເບື່ອ​ໜ່າຍ​ກັບ ອາ​ຊະ​ຍາ​ກໍາ​ທີ່​ແຜ່​ລາມ​ອອກ
​ໄປ​ຢ່າງ​ຄວບ​ຄຸມ​ບໍ່​ໄດ້ ກັບ​ການ​ຂາດ​ແຄນ​ສິນຄ້າ​ຕ່າງໆ ຢູ່​ໃນ
​ຕະຫລາດ ​ໃນ​ປະ​ເທດ​ທີ່​ອຸດົມ​ຮັ່ງມີ ດ້ວຍ​ນໍ້າມັນ​ແຫ່ງ​ນັ້ນ​.

ທ່ານ ອັງຣິກ​ເກ ກາປຣີນ​ເລ​ສ (Henrique Capriles) ກ່າວ​ວ່າ:

“ການ​ປະ​ທ້ວງ​ຂອງ​ພວກ​ເຮົາ ​ແມ່ນເປັນ​ການ​ປະ​ທ້ວງ​ຢ່າງ​
ສະຫງົບ ​ແລະ​ພວກ​ເຮົາ​ຈະ​ບໍ່​ປ່ອຍ​ໃຫ້​ລັດຖະບານ ສວຍ​ໃຊ້
​ສະຖານະ​ການ​ນີ້​ເພື່ອປອມແປງ​ສະພາບ​ໂຕ​ຈິງ​ ຢູ່​ໃນ​ປະ​ເທດ​ເຮົາ.”


ພວກທີ່​ສະ​ໜັບ​ສະ​ໜຸນ ທ່ານ Maduro ຫລາຍ​ພັນ​ຄົນ ​ກໍໄດ້​ພາກັນ​ເດີນ​ຂະ​ບວນຕອບໂຕ້
​ແລະ​ກ່າວ​ວ່າ ທ່ານ​ເປັນ​ຜູ້​ນໍາ​ທີ່​ໄດ້​ຖືກ​ເລືອກ​ຕັ້ງ​ເອົາ ຕາມ​ແນວທາງ​ປະຊາທິປະ​ໄຕ.

ທ່ານ Maduro ​ເອງ​ ​ໄດ້​ກ່າວ​ຄັດຄ້ານ ​ຕໍ່​ການ​ປ່ອຍ​ໃຫ້​ຕ່າງປະ​ເທດ​ເຂົ້າ​ມາ​ມີ​ສ່ວນ​ ​ໃນ​ກິດຈະການ​ຂອງ​ເວ​ເນ​ຊູ​ເອລາ ​ໂດຍ​ກ່າວ​ວ່າ:

“ກິດຈະການ​ພາຍ​ໃນ​ຂອງ​ເວ​ເນ​ຊູ​ເອລາ ຈະ​ຖືກ​ແກ້​ໄຂ ​ໂດຍ​ປະຊາຊົນ ​ເວ​ເນ​ຊູ​ເອລາ​ເອງ.”

​ແລະ​ທ່ານ​ຮຽກຮ້ອງ​ໃຫ້​ທຸກ​ພັກ​ຝ່າຍ ມາ​ຮ່ວມ​ກັບ​ທ່ານ ​ໃນ​ການ​ເຈລະ ຈາ​ສັນຕິ​ພາບ ​ໃນ​ວັນ​ພຸດ​ຈະ​ມາ​ເຖິງ​ນີ້.

ຄວາມ​ຮຸນ​ແຮງ​ທີ່​ພົວພັນ​ກັບ​ການ​ປະ​ທ້ວງ ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ໄປ​ແລ້ວ 10 ຄົນ ​ແລະ​ໄດ້ຮັບ​ບາດ​ເຈັບ 100 ກ່ວາຄົນ.

Venezuela Protests
please wait
Embed

No media source currently available

0:00 0:01:23 0:00


Supporters and opponents of Venezuelan President Nicolas Maduro held rival marches Saturday in Caracas as he summoned all sides to what he described as a peace conference in the coming days.

Opponents of Mr. Maduro began marching earlier this month against his government. They say they are tired of out-of-control crime and shortages in supermarkets in an oil-rich nation.

Henrique Capriles - opposition leader - in SPANISH:

"Our protest is pacifist and we are not going to allow the government to use this situation in order to disguise the reality of our country."

Thousands of Maduro backers held a counter-demonstration, saying he is the democratically-elected leader.

He also rejected foreign input about the affairs of Venezuela.

Nicolas Maduro - Venezuelan President :

"Venezuela's internal affairs will be resolved only by Venezuelans."

Mr. Maduro is calling on all sides to join him for peace talks Wednesday.

Protest-related violence has killed 10 people and wounded more than 100 others.
XS
SM
MD
LG